ຈີນກ່າວວ່າ: ການຈັດຕັ້ງປະຕິບັດ “ແຜນການສອງປະເທດ” ແມ່ນທາງອອກພຽງໜຶ່ງດຽວທີ່ຈະແກ້ໄຂບັນຫາຕາເວັນອອກກາງ

2024-07-18 15:57:32 cri

 

    ວັນທີ 17 ກໍລະກົດນີ້, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວໃນກອງປະຊຸມອະພິປາຍເປີດກວ້າງກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ການຈັດຕັ້ງປະຕິບັດ “ແຜນການສອງປະເທດ” ແມ່ນທາງອອກພຽງໜຶ່ງດຽວໃນການແກ້ໄຂບັນຫາຕາເວັນອອກກາງ.

    ທ່ານຟູ້ຊົ່ງກ່າວວ່າ: ຫຼາຍສິບປີມານີ້, ສະຖານະການປາແລັດສະຕິນ-ອິດສະຣາແອນໄດ້ຕົກຢູ່ໃນສະພາບຄວາມປັ່ນປ່ວນຫຼາຍຄັ້ງ, ສາເຫດພື້ນຖານແມ່ນ “ແຜນການສອງປະເທດ” ບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ສິດປະຊາຊາດແຫ່ງການສ້າງຕັ້ງປະເທດເອກະລາດຂອງປະຊາຊົນປາແລັດສະຕິນບໍ່ໄດ້ຮັບການຄ້ຳປະກັນ. ເຂດກາຊາແມ່ນຂອງປະແລັດສະຕິນ, ແມ່ນເຂດກາຊາຂອງປະຊາຊົນປາແລັດສະຕິນ. ຈີນເດັດດ່ຽວສະໜັບສະໜູນປາແລັດສະຕິນບັນລຸການສ້າງຕັ້ງປະເທດເອກະລາດ ແລະ ປາແລັດສະຕິນຕ້ອງຢູ່ໃຕ້ການຄຸ້ມຄອງບໍລິຫານຂອງຊາວປາແລັດສະຕິນ, ຈີນຮຽກຮ້ອງໃຫ້ຈັດກອງປະຊຸມສັນຕິພາບສາກົນທີ່ມີຂະໜາດໃຫຍ່ກວ່າເກົ່າ, ມີອິດທິພົນສູງກວ່າເກົ່າ ແລະ ມີຜົນຕົວຈິງຫຼາຍກວ່າເກົ່າ ເພື່ອວາງຕາຕະລາງເວລາ ແລະ ແຜນການດຳເນີນງານໃຫ້ລະອຽດກ່ຽວກັບການຈັດຕັ້ງປະຕິບັດ “ແຜນການສອງປະເທດ”.