ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ພິຈາລະນາແລະຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”

2024-07-18 17:36:53 CRI

    ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 15 ຫາ 18 ກໍລະກົດປີ 2024.


 

    ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຄົບຄະນະໃນຄັ້ງນີ້ມີ ກຳມະການຄະນະກຳມະການສູນກາງພັກ 199 ຄົນ,ກຳມະການສຳຮອງ 165 ຄົນ. ກຳມະການຂອງຄະນະປະຈຳຄະນະກຳມະການກວດກາລະບຽບວິໄນສູນກາງພັກຄອມມູນິດຈີນ ແລະ ສະຫາຍຈາກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມກອງປະຊຸມໃນຖານະເປັນຕົວແທນບໍ່ລົງຄະແນນສຽງ. ສະຫາຍຂັ້ນຮາກຖານ ພ້ອມທັງຜູ້ຊ່ຽວຊານ ແລະ ນັກວິຊາການ ເຊິ່ງເປັນຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນກໍ່ໄດ້ເຂົ້າຮ່ວມກອງປະຊຸມໃນຖານະເປັນຕົວແທນບໍ່ລົງຄະແນນສຽງເຊັ່ນກັນ.

 

     ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ຈັດຂຶ້ນໂດຍກົມການເມືອງສູນກາງພັກຄອມມູນິດຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ກ່າວຄຳປາໄສສຳຄັນ.

 

    ກອງປະຊຸມຄົບຄະນະຄັ້ງນີ້ໄດ້ຮັບຟັງ ແລະ ເປິກສາຫາລືບົດລາຍງານວຽກງານຂອງທ່ານສີຈິ້ນຜິງທີ່ຂຶ້ນຜ່ານໂດຍໄດ້ຮັບຄວາມມອບໝາຍຈາກກົມການເມືອງສູນກາງພັກຄອມມູນິດຈີນ, ໄດ້ພິຈາລະນາ ແລະ ຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”. ທ່ານສີຈິ້ນຜິງໄດ້ໃຫ້ຄຳອະທິບາຍຕໍ່ “ຂໍ້ຕົກລົງ (ສະບັບເປິກສາຫາລື) ” ໃຫ້ກັບກອງປະຊຸມຄົບຄະນະໃນຄັ້ງນີ້.