ພັກຄອມມູນິດຈີນປະກາດແຈ້ງການ ຈັດວາງຍຸດທະສາດຄັ້ງຫຼ້າສຸດເພື່ອຊຸກຍູ້ຄວາມທັນສະໄໝແບບຈີນໂດຍຜ່ານການປະຕິຮູບ

2024-07-18 20:21:38 CRI

   

   

ວັນທີ 18 ກໍລະກົດນີ້, ພັກຄອມມູນິດຈີນໄດ້ປະກາດແຈ້ງການກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ20 ໂດຍຈັດວາງຍຸດທະສາດເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.

 

    ເນື້ອໃນຂອງແຈ້ງການລະບຸວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ15 ຫາ 18 ກໍລະກົດນີ້ໄດ້ຕີລາຄາສູງຕໍ່ພຶດຕິກຳຕົວຈິງທີ່ສຳເລັດຜົນ ແລະ ຜົນງານອັນຍິ່ງໃຫຍ່ຂອງຈີນໃນການລົງເລິກການປະຕິຮູບຢ່າງຮອບດ້ານໃນຍຸກໃໝ່, ພ້ອມທັງເຫັນວ່າ ປັດຈຸບັນ ແລະ ໄລຍະຕໍ່ໄປຂ້າງໜ້າແມ່ນໄລຍະສຳຄັນເປັນຂໍກະແຈໃນການຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງຢ່າງຮອບດ້ານ ແລະ ພາລະກິດການຟື້ນຟູຄວາມຈະເລີນຮຸ່ງເຮືອງແຫ່ງຊາດອັນຍິ່ງໃຫຍດ້ວຍຄວາມທັນສະໄໝແບບຈີນ, ຕ້ອງວາງການປະຕິຮູບໃຫ້ຢູ່ຖານະທີ່ພົ້ນເດັ່ນກວ່າເກົ່າ,ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍປິ່ນອ້ອມຄວາມທັນສະໄໝແບບຈີນຢ່າງໜັກແໜ້ນ.

 

     ແຈ້ງການລະບຸຕື່ມວ່າ: ກອງປະຊຸມຄົບຄະນະຄັ້ງນີ້ໄດ້ມີການຈັດວາງຢ່າງເປັນລະບົບຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເນັ້ນໜັກການສ້າງໂຄງປະກອບເສດຖະກິດຕະຫຼາດແບບສັງຄົມນິຍົມທີ່ມີລະດັບສູງ, ປັບປຸງໂຄງປະກອບກົນໄກທີ່ຊຸກຍູ້ການພັດທະນາເສດຖະກິດດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນ,ສ້າງໂຄງປະກອບກົນໄກທີ່ສະໜັບສະໜູນການປະດິດສ້າງຮອບດ້ານ,ປັບປຸງລະບົບການບໍລິການສດຖະກິດມະຫາພາກໃຫ້ສົມບູນຂຶ້ນ, ປັບປຸງໂຄງປະກອບກົນໄກການພັດທະນາແບບເຊື່ອມໂຍງລະຫວ່າງຕົວເມືອງ ກັບ ຊົນນະບົດ, ປັບປຸງໂຄງປະກອບກົນໄກການເປີດປະຕູສູ່ພາຍນອກຢ່າງມີລະດັບສູງໃຫ້ສົມບູນຂຶ້ນ, ປັບປຸງລະບົບລະບຽບການປະຊາທິປະໄຕປະຊາຊົນທົ່ວຂະບວນການໃຫ້ສົມບູນຂຶ້ນ, ປັບປຸງລະບົບການປົກຄອງດ້ວຍກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນຂຶ້ນ, ລົງເລິກການປະຕິຮູບໂຄງປະກອບກົນໄກວັດທະນະທຳ, ປັບປຸງລະບົບການຮັບປະກັນ ແລະ ແຫ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ສົມບູນຂຶ້ນ, ລົງເລິກການປະຕິຮູບໂຄງປະກອບຄວາມສີວິໄລທາງລະບົບນິເວດ, ຊຸກຍູ້ລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດໃຫ້ຫັນເປັນແບບທັນສະໄໝ, ລົງເລິກການປະຕິຮູບດ້ານການປ້ອງກັນປະເທດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກສູງລະດັບການນຳພາຂອງພັກກຳອຳນາດໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.


    ແຈ້ງການຍັງລະບຸຕື່ມອີກວ່າ:ກອງປະຊຸມຄົບຄະນະຄັ້ງນີ້ຍັງມີການຈັດວາງຢ່າງເປັນຮູບປະທຳກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍແນໃສ່ລັກສະນະພິເສດ ແລະ ຄວາມຮຽກຮ້ອງຕ້ອງການພາຍໃນຂອງຄວາມທັນສະໄໝແບບຈີນ. ກອງປະຊຸມເຫັນວ່າ ການເປີດປະຕູສູ່ພາຍນອກໄດ້ເປັນຂີດໝາຍຢ່າງຈະແຈ້ງຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດທີ່ເປີດປະຕູ່ສູ່ພາຍນອກ, ຍຶດໝັ້ນຊຸກຍູ້ການປະຕິຮູບໂດຍຜ່ານການເປີດປະຕູສູ່ພາຍນອກ, ອີງໃສ່ທ່າແຮງທີ່ປະເທດຈີນເປັນຕະຫຼາດຂະໜາດໃຫຍ່, ຍົກສູງຄວາມສາມາດການປະເປີດປະຕູສູ່ພາຍນອກໃນການຮ່ວມມືສາກົນ, ສ້າງເປັນລະບົບເສດຖະກິດໃໝ່ແບບເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ. ຕ້ອງເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໝັ້ນທ່ຽງ,ລົງເລິກການປະຕິຮູບລະບົບການຄ້າກັບຕ່າງປະເທດ, ລົງເລິກການປະຕິຮູບລະບົບການຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການລົງທຶນຕໍ່ຕ່າງປະເທດ, ປັບປຸງການຈັດສັນການເປີດປະຕູສູ່ພາຍນອກຂອງເຂດແຄວ້ນໃຫ້ດີຂຶ້ນ, ປັບປຸງກົນໄກການຊຸກຍູ້ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ.


    ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກແມ່ນນະໂຍບາຍພື້ນຖານແຫ່ງຊາດຂອງຈີນ, ທ່ານສີຈິ້ນຜິງເອີ້ນວ່ານີ້ເປັນສິ່ງວິເສດສຳລັບຈີນຍຸກປະຈຸບັນທີ່ຢ່ວງບາດກ້າວໃຫຍ່ເພື່ອທ່ວງທັນກັບຍຸກສະໄໝ ແລະ ເປັນເຄັດລັບສຳຄັນທີ່ຕັດສິນຄວາມທັນສະໄໝແບບຈີນຈະສຳເລັດ ຫຼື ຫຼົມແຫຼວ. ວົງນອກໄດ້ຕີລາຄາວ່າ: ກອງປະຊຸມຄົບຄະນະຄັ້ງນີ້ຍ່ອມຈະກາຍເປັນຫຼັກໝາຍໃໝ່ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການພັດທະນາປະເທດຂອງຈີນໃນໄລຍະຍາວ.