ແພດນິຕິເວດສັນນິຖານເບື້ອງຕົ້ນວ່າ: 6 ຄົນທີ່ເສຍຊີວິດໃນໂຮງແຮມຢູ່ບາງກອກຂອງໄທແມ່ນຍ້ອນຖືກຢາພິດດ້ວຍສານເຄມີ cyanide (ໄຊອານາຍ)

2024-07-18 11:15:43 cri


    ວັນທີ 17 ກໍລະກົດນີ້,  ເຈົ້າໜ້າທີ່ຕຳຫຼວດ ແລະ ພະແນກນິຕິເວດຊະສາດຂອງໂຮງພະຍາບານຈຸລາລົງກອນ ຮ່ວມກັນຈັດກອງປະຊຸມຖະແຫຼງຂ່າວໂດຍກ່າວວ່າ: ແພດນິຕິເວດໄດ້ສັນນິຖານເບື້ອງຕົ້ນວ່າ: 6 ຄົນທີ່ເສຍຊີວິດໃນໂຮງແຮມຢູ່ບາງກອກຂອງໄທໃນວັນທີ 16 ກໍລະກົດນີ້ ແມ່ນຍ້ອນຖືກຢາພິດດ້ວຍສານເຄມີ cyanide. ແພດນິຕິເວດເປີດເຜີຍໃຫ້ຮູ້ວ່າ: ໃນສົບຂອງ 6 ຄົນນີ້ໄດ້ພົບສິ່ງເສດເຫຼືອຂອງສານເຄມີ cyanide , ປັດຈຸບັນຍັງຕ້ອງການພິສູດຕື່ມອີກວ່າ 6 ຄົນນີ້ແມ່ນຕາຍຍ້ອນຖືກຢາພິດ cyanide ຢ່າງດຽວຫຼືບໍ່, ແລະກວດປະລິມານຢາພິດທີ່ໃຊ້ນີ້ ແລະປັດໄຈອື່ນໆໃຫ້ຈະແຈ້ງ.

   ວັນທີ 17 ກໍລະກົດນີ້,  ເຈົ້າໜ້າທີ່ຕຳຫຼວດຍັງເປີດເຜີຍໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນແລ້ວ, ໃນຈອກແລະໂຖນ້ຳຮ້ອນໃນຫ້ອງທີ່ຄົນຕາຍພັກ ລ້ວນແຕ່ພົບເຫັນສານ cyanide. ຕຳຫຼວດສັນນິຖານວ່າ ຄາດຕະກອນແມ່ນໜຶ່ງໃນ 6 ຄົນທີ່ເສຍຊີວິດ.