ສະມາຊິກ WTO ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດດ້ານການພັດທະນາຂອງຈີນ

2024-07-18 16:00:18 cri

  

    ວັນທີ 17 ກໍລະກົດນີ້ແມ່ນມື້ທຳອິດຂອງກອງປະຊຸມພິຈາລະນານະໂຍບາຍການຄ້າຈີນຄັ້ງທີ 9 ຂອງອົງການການຄ້າໂລກ ຫຼື WTO, ສະມາຊິກ WTO ໄດ້ຕັ້ງໜ້າປະກອບຄຳເຫັນໃນກອງປະຊຸມດັ່ງກ່າວ ໂດຍໄດ້ຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຜົນສຳເລັດດ້ານການພັດທະນາຂອງຈີນ, ໄດ້ຕີລາຄາຕໍ່ການປະກອບສ່ວນອັນຕັ້ງໜ້າຂອງຈີນໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ ແລະ ປົກປັກຮັກສາລະບຽບການຄ້າຫຼາຍຝ່າຍ, ສະແດງຄວາມຊົມເຊີຍຕໍ່ນະໂຍບາຍກ່ຽວກັບການລົງເລິກການປະຕິຮູບພາຍໃນປະເທດ ແລະ ການເປີດກວ້າງເປີດປະຕູສູ່ພາຍນອກຂອງຈີນຕື່ມອີກ, ພ້ອມທັງໄດ້ຊົມເຊີຍຈີນທີ່ເດັດດ່ຽວສະໜັບສະໜູນລະບຽບການຄ້າຫຼາຍຝ່າຍ.

    ສະມາຊິກຈຳນວນຫຼາຍຂອງ WTO ສະໜີວ່າ: ຫວັງວ່າຈີນຈະສືບຕໍ່ເດັດດ່ຽວຈັດຕັ້ງປະຕິບັດລັດທິຫຼາຍຝ່າຍ, ສະໜັບສະໜູນຫົວຂໍ້ກ່ຽວກັບການພັດທະນາ ແລະ ເສີມຂະຫຍາຍບົດບາດນຳພາຫຼາຍກວ່າເກົ່າເຂົ້າໃນການປະຕິຮູບຂອງ WTO.