“ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ” ໄດ້ສະເໜີມາດຕະການປະຕິຮູບອັນສຳຄັນ 300 ກວ່າຂໍ້

2024-07-19 15:37:41 cri

 

    ວັນທີ 19 ກໍລະນົດນີ້, ສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນະນຳ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 .

    ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ພິຈາລະນາແລະຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”.

    ໃນກອງປະຊຸມຖະແຫຼງຂ່າວ, ທ່ານຖາງຟ່າງອວີ້ ຮອງຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍຄະນະກຳມະການສູນກາງພັກຄອມມູນິດຈີນກ່າວວ່າ: “ຂໍ້ຕົກລົງ” ດັ່ງກ່າວມີ 15 ພາກສ່ວນ, ທັງໝົດ 60 ມາດຕາ, ແບ່ງເປັນ 3 ພາກໃຫຍ່ ຄື:

    ພາກທີ 1 ແມ່ນຄຳບັນຍາຍລວມ, ຕົ້ນຕໍແມ່ນບັນຍາຍຄວາມໝາຍຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການໂດຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ.

    ພາກທີ 2 ແມ່ນບັນຍາຍລະອຽດ, ຖືເອົາການປະຕິຮູບໂຄງປະກອບເສດຖະກິດເປັນການຊັກຈູງ, ຈັດວາງການປະຕິຮູບດ້ານຕ່າງໆໃນຂົງເຂດວຽກງານຕ່າງໆຢ່າງຮອບດ້ານ.

    ພາກທີ 3, ມີເນື້ອໃນກ່ຽວກັບການເພີ່ມທະວີການນຳພາຂອງພັກຄອມມູນິດຈີນໃນການປະຕິຮູບ, ລົງເລິກການປະຕິຮູບລະບຽບການກໍ່ສ້າງພັກຄອມມູນິດຈີນ.

    “ຂໍ້ຕົກລົງ”  ດັ່ງກ່າວໄດ້ສະເໜີມາດຕະການປະຕິຮູບອັນສຳຄັນ 300 ກວ່າຂໍ້, ລ້ວນແຕ່ກ່ຽວພັນເຖິງໂຄງປະກອບ, ກົນໄກ ແລະ ລະບຽບການ. ໃນນັ້ນ, ມີຈຳນວນໜຶ່ງແມ່ນກ່ຽວກັບການປັບປຸງ ແລະ ຍົກລະດັບມາດຕະການປະຕິຮູບໃນເມື່ອກ່ອນ, ອີກຈຳນວນໜຶ່ງແມ່ນມາດຕະການປະຕິຮູບທີ່ສະເໜີໃໝ່ໂດຍອີງຕາມຄວາມຮຽກຮ້ອງຕ້ອງການຈາກພຶດຕິກຳຕົວຈິງ ແລະ ການສຶກສາຊອກຄົ້ນຕາມຈຸດທົດລອງຕ່າງໆ.

    “ຂໍ້ຕົກລົງ” ດັ່ງກ່າວແມ່ນເອກະສານພຶດຕິກຳສະບັບຕໍ່ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານນັບແຕ່ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 18 ເປັນຕົ້ນມາ, ທັງເປັນໜ້າໃໝ່ຂອງຍຸກສະໄໝແຫ່ງການຊຸກຍູ້ຄວາມທັນສະໄໝແບບຈີນບົນຂະບວນການອອກເດີນທາງຄັ້ງໃໝ່ອີກດ້ວຍ, ມັນເປັນເອກະສານຫຼັກນະໂຍບາຍທີ່ສຳຄັນອີກສະບັບໜຶ່ງໃນປະຫວັດສາດຂອງພັກຄອມມູນິດຈີນ.