
ຫວ່າງມໍ່ໆມານີ້, ມີພົນລະເມືອງຈີນຖືກຕົວະຍົວະໄປຟິລິບປິນ ແລ້ວຖືກກຸ່ມແກ້ງອາຊະຍາກຳລັກພາຕົວແລະຂ້າຕາຍ. ກະຊວງປ້ອງກັນຄວາມສະຫງົບຈີນໃຫ້ຄວາມສຳຄັນຢ່າງສູງຕໍ່ກັບເລື່ອງນີ້, ໄດ້ເລີ່ມການຮ່ວມມືດ້ານການປະຕິບັດກົດໝາຍກັບປະເທດທີ່ກ່ຽວຂ້ອງໃນທັນທີເພື່ອສຸມກຳລັງເຂົ້າໃນການສືບສວນ-ສອບສວນຕໍ່ກັບຄະດີນີ້.
ອົງການປ້ອງກັນຄວາມສະຫງົບໃນທຸກຂັ້ນຂອງຈີນຈະຍຶດໝັ້ນແນວຄິດທີ່ປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ, ທັບມ້າງກຸ່ມຕ້ອງໂທດຂ້າມຊາດທີ່ທຳລາຍຜົນປະໂຫຍດທາງດ້ານຄວາມປອດໄພຂອງຈີນທຸກປະເພດຕາມກົດໝາຍ, ເດັດດ່ຽວຈັບຕົວແລະດັບສູນກຸ່ມແກ້ງອາຊະຍາກຳ, ນຳຕົວຜູ້ກະທຳຜິດມາລົງໂທດຕາມກົດໝາຍຢ່າງເດັດຂາດ.