ນາຍົກຊາໂລມົງກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຄວນຮ່ຳຮຽນເອົານຳ

2024-07-19 14:53:23 cri

    ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ທ່ານເຈເຣເມຍ ມາເນເລ ນາຍົກລັດຖະມົນຕີປະເທດໝູ່ເກາະຊາໂລມົງພ້ອມດ້ວຍຄະນະ 28 ທ່ານໄດ້ເດີນທາງໄປຢ້ຽມຢາມຈີນຢ່າງເປັນທາງການລະຫວ່າງວັນທີ 9 ຫາ 15 ກໍລະກົດ 2024. ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG, ທ່ານມາເນເລ ກ່າວວ່າ: ບົດຮຽນ ແລະ ຂະບວນການພັດທະນາຂອງຈີນເປັນສິ່ງທີ່ຊາໂລມົງຄວນຮ່ຳຮຽນເອົານຳ, ໂດຍສະເພາະໃນດ້ານການຫຼຸດຜ່ອນຄວາມທຸກຍາກ, ພວກຂ້າພະເຈົ້າສາມາດຮ່ຳຮຽນເອົາມາດຕະການຈຳນວນໜຶ່ງ. ເຖິງວ່າສະພາບແຫ່ງຊາດ ແລະ ປະຫວັດສາດຂອງສອງປະເທດມີຄວາມແຕກຕ່າງກັນພຽງເລັກໜ້ອຍກຳຕາມ, ແຕ່ຂ້າພະເຈົ້າເຫັນວ່າວິທີການ ແລະ ຫຼັກການດ້ານລວມແມ່ນຄືກັນ. ສິ່ງນີ້ບໍ່ແມ່ນເລື່ອງງ່າຍດາຍ, ຕ້ອງໃຊ້ເວລາຢ່າງຫຼວງຫຼາຍ, ທັງຕ້ອງການຄວາມພະຍາຍາມຮ່ວມກັນຂອງປະຊາຊົນ ແລະ ສັງຄົມໃນທົ່ວປະເທດໝູ່ເກາະຊາໂລມົງ. ພວກຂ້າພະເຈົ້າຫວັງວ່າຈະສາມາດກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ, ສິ່ງນີ້ແມ່ນຕ້ອງການຄວາມພະຍາຍາມຮ່ວມກັນຂອງປະຊາຊົນໃນທົ່ວປະເທດ.