ທ່ານຫງວຽນຟູຈອງພັກປິ່ນປົວພະຍາດ, ທ່ານໂຕເລິ່ມ ປະທານປະເທດຮັບຜິດຊອບຊີ້ນຳວຽກງານຂອງກົມການເມືອງສູນກາງພັກຄອມມູນິດຫວຽດນາມ

2024-07-19 16:56:04 cri


   ວັນທີ 18 ກໍລະກົດນີ້, ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ລາຍງານວ່າ: ກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ຄະນະເລຂາທິການສູນກາງພັກ, ສະຫາຍການນຳຕົ້ນຕໍທຸກທ່ານ ແລະເລຂາທິການສູນກາງພັກໄດ້ຊີ້ນຳໂດຍກົງໃຫ້ອົງການວິຊາການຕ່າງໆສັບຊ້ອນສາສະດາຈານ, ແພດໝໍ, ພະຍາບານ ແລະ ຜູ້ຊ່ຽວຊານຊັ້ນນຳ  ເພື່ອສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ທີ່ກຳລັງປິ່ນປົວແລະຟື້ນຟູສຸຂະພາບໃຫ້ແຂງແຮງຂຶ້ນໂດຍໄວ.

   ມາຮອດປັດຈຸບັນ, ຍ້ອນວ່າຕ້ອງວາງບູລິມະສິດຈັດສັນເວລາໃຫ້ທ່ານ ຫງວຽນຟູຈອງໄດ້ຮັບການປິ່ນປົວຢ່າງຕັ້ງໜ້າກ່ອນ ແລະເພື່ອຮັບປະກັນຄວາມຮຽກຮ້ອງຕ້ອງການຂອງວຽກງານການຊີ້ນຳ ແລະການຄຸ້ມຄອງຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມ, ກົມການເມືອງສູນກາງພັກ ແລະຄະນະເລຂາທິການສູນກາງພັກ, ອີງຕາມລະບຽບການເຮັດວຽກ ຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມຊຸດທີ13, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ປັດຈຸບັນ, ກົມການເມືອງສູນກາງພັກໄດ້ອອກຄຳສັ່ງໃຫ້ທ່ານໂຕເລິ່ມ ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ຮັບຜິດຊອບວຽກງານຂອງຄະນະກຳມະການສູນກາງພັກຄອມມູນິດຫວຽດນາມ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ອີງຕາມໜ້າທີ່ຄວາມຮັບຜິດຊອບແລະສິດທີ່ກົມການເມືອງສູນກາງພັກກຳນົດໄວ້.