ຈີນເປີດເຜີຍ “ບົດລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ” ສະບັບທຳອິດ

2024-07-19 10:14:14 CRI

    ເດືອນເມສາປີ 2022, ເພື່ອອະນາຄົດ ແລະ ຊາຕາກຳຂອງມວນມະນຸດ,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກຢ່າງໜັກແໜ້ນ ໂດຍໄດ້ສະໜອງແຜນການຈີນຢ່າງຕັ້ງໜ້າເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງສາກົນ. ວັນທີ 18 ກໍລະກົດນີ້, ສູນຄົ້ນຄວ້າຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກໄດ້ສ້າງຕັ້ງຂຶ້ນຢູ່ນະຄອນຫຼວງປັກກິ່ງ, ຈີນກໍ່ໄດ້ເປີດເຜີຍ“ບົດລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ” ສະບັບທຳອິດ.



    ປັດຈຸບັນ,ມີ 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນສະແດງການສະໜັບສະໜູນ ແລະ ການຊົມເຊີຍຕໍ່ຂໍ້ລິເລິ່ມຄວາມໝັ້ນຄົງແຫ່ງຊາດ. ຂໍ້ລິເລີ່ມ ພ້ອມດ້ວຍທິດສະດີແກນກາງໄດ້ຖືກຈັດເຂົ້າໃນເອກະສານການແລກປ່ຽນການຮ່ວມມືສອງຝ່າຍແລະ ຫຼາຍຝ່າຍລະຫວ່າງຈີນ ກັບ ບັນດາປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນ 90 ກວ່າສະບັບ.