ຮັບຮູ້ນະໂຍບາຍການປະຕິຮູບຂອງຈີນໃນຍຸກໃໝ່ (6)

2024-07-19 09:27:52 cri



ວັນທີ 18 ກໍລະກົດ 2024, ພັກຄອມມູນິດຈີນໄດ້ເຜີຍແຜ່ຖະແຫຼງການ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນສະໄໝທີ 20 ໂດຍໄດ້ວາງແຜນຍຸດທະສາດກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກແລະຊຸກຍູ້ຄວາມທັນສະໄໝແບບຈີນ ພ້ອມທັງວາງມາດຕະການລະອຽດ. ຈາກການທີ່ທ່ານສີຈິ້ນຜິງສະເໜີຍຸດທະສາດ “ລົງເລິກການປະຕິຮູບຢ່າງຮອບດ້ານ”ເມື່ອປີ2013ຈົນຮອດການວາງແຜນຍຸດທະສາດ “ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”ໃນກອງປະຊຸມຄັ້ງນີ້, ການປະຕິຮູບແລະເປີດປະຕູສູ່ພາຍນອກທີ່ຖືກເອີ້ນເປັນ “ວິທີການທີ່ເປັນຂໍກຸນແຈສຳຄັນທີ່ຕັດສິນພາລະກິດຄວາມທັນສະໄໝແບບຈີນຈະສຳເລັດຜົນໄດ້ຫຼືບໍ່” ຈະມີການວາງແຜນຢ່າງເປັນລະບົບຄືແນວໃດ? ຄວນຊຸກຍູ້ໃຫ້ກ້າວສູ່ທັງລວງເລິກ ແລະ ລວງກວ້າງຄືແນວໃດ? ພວກເຮົາຈະນຳສະເໜີສູ່ທ່ານຮັບຮູ້.

ຕອນທີ6: ເບິ່ງ “ວິທີການທີ່ເປັນຂໍກຸນແຈສຳຄັນ”ຂອງສູນກາງພັກຄອມມູນິດຈີນຈະຊຸກຍູ້ຄວາມທັນສະໄໝແບບຈີນຄືແນວໃດ?

ເມື່ອຫວນຄືນປະຫວັດສາດການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນໃນໄລຍະ40ກວ່າປີຜ່ານມາແລ້ວເຫັນວ່າ:ເມື່ອຮອດກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກສະໄໝໃດໜຶ່ງ, ສູນກາງພັກລ້ວນແຕ່ຈະຄົ້ນຄວ້າບັນຫາສຳຄັນກ່ຽວກັບການປະຕິຮູບແລະເປີດປະຕູສູ່ພາຍນອກ; ເມື່ອຮອດໄລຍະສຳຄັນຂອງການພັດທະນາປະເທດຊາດ, ຄົນທັງຫຼາຍຕ່າງກໍຈະຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳນະໂຍບາຍໃໝ່ກ່ຽວກັບການປະຕິຮູບແລະເປີດປະຕູສູ່ພາຍນອກ.ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ຄອມມູນິດຈີນສະໄໝທີ 20 ທີ່ຫາກໍ່ສຳເລັດລົງໄດ້ກາຍເປັນຂີດໝາຍຍຸກສະໄໝອີກອັນໜຶ່ງຂອງການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ.

 

ກອງປະຊຸມຄົບຄະນະຄັ້ງທີ3ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນລະຫວ່າງວັນທີ15-18ກໍລະກົດນີ້ຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນພ້ອມດ້ວຍກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນທ່ານອື່ນໆໄດ້ຍ່າງເຂົ້າສູ່ສະຖານທີ່ຈັດກອງປະຊຸມ.


ກອງປະຊຸມຄົບຄະນະຄັ້ງນີ້ເຫັນວ່າ: ປັດຈຸບັນ, ຈີນໄດ້ເຂົ້າສູ່ໄລຍະສຳຄັນແຫ່ງການຊຸກຍູ້ພາລະກິດທີ່ຍິ່ງໃຫຍ່ເພື່ອສ້າງສາປະເທດໃຫ້ເຂັ້ມແຂງແລະຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເນັ້ນໜັກວ່າ: ການປະຕິຮູບແລະເປີດປະຕູສູ່ພາຍນອກເປັນ “ວິທີການທີ່ເປັນຂໍກຸນແຈສຳຄັນທີ່ຕັດສິນພາລະກິດຄວາມທັນສະໄໝແບບຈີນຈະສຳເລັດຜົນໄດ້ຫຼືບໍ່”.

ເມື່ອສັງເກດເບິ່ງໂດຍລວມຕໍ່ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກແລະຊຸກຍູ້ຄວາມທັນສະໄໝແບບຈີນ(ຕໍ່ໄປຈະເອີ້ນຫຍໍ້ວ່າ ຂໍ້ຕົກລົງ) ທີ່ກອງປະຊຸມຄົບຄະນະຄັ້ງນີ້ໄດ້ພິຈາລະນາແລະຮັບຮອງນັ້ນ ຈະສາມາດເຫັນໄດ້ວ່າ:  “ວິທີການທີ່ເປັນຂໍກຸນແຈສຳຄັນ”ດັ່ງກ່າວນີ້ມີການວາງແຜນຍຸດທະສາດຢ່າງເປັນລະບົບ ແລະຍັງມີມາດຕະການລະອຽດໃນການຊຸກຍູ້ໃຫ້ກ້າວສູ່ທັງລວງເລິກແລະລວງກວ້າງນຳອີກ.

 

“ຮອບດ້ານ”: ວາງແຜນຍຸດທະສາດຢ່າງເປັນລະບົບ

ຂໍ້ຕົກລົງສະບັບນີ້ໄດ້ລົງເລິກວິເຄາະສະພາບການໃໝ່ ແລະ ບັນຫາໃໝ່ທີ່ຂະບວນການຊຸກຍູ້ຄວາມທັນສະໄໝແບບຈີນພວມປະເຊີນຢູ່, ໄດ້ວາງແຜນໂດຍລວມກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໂດຍປິ່ນອ້ອມຄວາມທັນສະໄໝແບບຈີນ, ສາມາດເວົ້າໄດ້ວ່າ ເປັນເອກະສານໂຄງການດ້ານການບໍລິຫານປະເທດທີ່ພັກຄອມມູນິດຈີນກ້າວເຂົ້າສູ່ໄລຍະສຳຄັນຂອງຂະບວນການໃໝ່, ໄດ້ສ່ອງແສງໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມເປັນເຈົ້າການທາງປະຫວັດສາດຂອງພັກຄອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນນຳໃນການບູລະນະ ແລະ ພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການຫັນເປັນທັນສະໄໝດ້ານລະບົບ ແລະຄວາມສາມາດການປົກຄອງບໍລິຫານປະເທດ,  ກໍຄືຄວາມຕັດສິນໃຈອັນເຂັ້ມແຂງຂອງພັກຄອມມູນິດຈີນໃນການບຸກເບີກອະນາຄົດອັນກວ້າງຂວາງຂອງຄວາມທັນສະໄໝແບບຈີນດ້ວຍການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ.

 

ດືອນເມສາ ປີ2024, ຢູ່ນະຄອນນານຊ່າງແຂວງຈ່ຽງຊີ່, ລົດພະລັງງານໃໝ່ໄດ້ນຳອອກຈາກສາຍການຜະລິດ. ຈີນໄດ້ສ້າງທ່າແຮງໃໝ່ ແລະ ພະລັງແຮງໃໝ່ໃນການຂັບເຄື່ອນການພັດທະນາຢ່າງບໍ່ຢຸດຢັ້ງ.


ຂົງເຂດການປະຕິຮູບທີ່ລະບຸໄວ້ໃນ “ຂໍ້ຕົກລົງ” ນັ້ນແມ່ນຮອບດ້ານທີ່ສຸດ, ເຊິ່ງລວມທັງການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ບູລະນະໂຄງປະກອບແລະກົນໄກຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງໃຫ້ສົມບູນ, ສ້າງໂຄງປະກອບແລະກົນໄກສະໜັບສະໜູນການປະດິດສ້າງຢ່າງຮອບດ້ານ, ບູລະນະລະບົບບໍລິຫານເສດຖະກິດມະຫາພາກ, ບູລະນະໂຄງປະກອບແລະກົນໄກການພັດທະນາຕົວເມືອງ ແລະ ຊົນນະບົດແບບເຊື່ອມໂຍງເຂົ້າກັນ,ປັບປຸງໂຄງປະກອບແລະກົນໄກການເປີດປະຕູສູ່ພາຍນອກໃນລະດັບສູງໃຫ້ສົມບູນ, ບູລະນະລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂັ້ນຕອນໃຫ້ສົມບູນ, ບູລະນະລະບົບການປົກຄອງຕາມກົດໝາຍຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃຫ້ສົມບູນ, ລົງເລິກການປະຕິຮູບໂຄງປະກອບ ແລະ ກົນໄກວັດທະນະທຳ, ບູລະນະລະບົບລະບຽບການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ສົມບູນ, ລົງເລິກການປະຕິຮູບໂຄງປະກອບຄວາມສິວິໄລດ້ານນິເວດ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງແຫ່ງຊາດ, ລົງເລິກການປະຕິຮູບດ້ານການປ້ອງກັນປະເທດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກສູງລະດັບການນຳພາຂອງພັກຄອມມູນິດຈີນໃນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນແລະອື່ນໆ.

 

“ຕື່ມອີກ”: ຍຸດທະສາດການຊຸກຍູ້ການປະຕິຮູບກ້າວສູ່ທັງລວງເລິກແລະລວງກວ້າງ

ຄວນ“ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”ຄືແນວໃດ? ຂໍ້ຕົກລົງສະບັບນີ້ໄດ້ສະເໜີມາດຕະການລະອຽດໂດຍປິ່ນອ້ອມຈຸດພິເສດ ແລະ ຄວາມຮຽກຮ້ອງໃນຕົວຂອງຄວາມທັນສະໄໝແບບຈີນ.

 

ຕອນໃກ້ຮຸ່ງເຊົ້າຂອງວັນທີ 1 ມັງກອນ 2024, ຢູ່ນະຄອນອູຮັ້ນແຂວງຫູເປີຍ, ປະຊາຊົນຫຼາຍແສນຄົນໄດ້ອອກມາເຕົ້າໂຮມມ່ວນຊື່ນສະຫຼອງບຸນປີໃໝ່ຕາມຖະໜົນຄົນຍ່າງກັນຢ່າງຍາວຢຽດເຖິງ 1,6 ກິໂລແມັດ, ອຸນຫະພູມອັນໜາວເໜັບຂອງລະດູໜາວກໍບໍ່ສາມາດກັ້ນຄວາມກະຕືລືລົ້ນຂອງຄົນທັງຫຼາຍໃນການອອກມາສະຫຼອງບຸນໄດ້. ຈີນສຸມໃສ່ສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ ເພື່ອຕອບສະໜອງຄວາມຄອງຄອຍໃໝ່ຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມໃໝ່.

 

ຕົວຢ່າງ: ໂດຍປິ່ນອ້ອມໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມທີ່ເປັນການຮັບປະກັນອັນສຳຄັນຂອງຄວາມທັນສະໄໝແບບຈີນ, ຂໍ້ຕົກລົງສະບັບນີ້ໄດ້ສະເໜີວ່າ: ຕ້ອງສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ, ປັບປຸງລະບຽບການພື້ນຖານຂອງເສດຖະກິດຕະຫຼາດໃຫ້ສົມບູນຂຶ້ນ; ໂດຍປິ່ນອ້ອມໜ້າທີ່ສຳຄັນອັນດັບໜຶ່ງຄື: ການພັດທະນາດ້ວຍຄຸນນະພາບສູງ, ຂໍ້ຕົກລົງໄດ້ກຳນົດຢ່າງລະອຽດວ່າ: ບູລະນະໂຄງປະກອບແລະກົນໄກການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນ, ບູລະນະລະບຽບການກ່ຽວກັບການຊຸກຍູ້ໃຫ້ເສດຖະກິດຮູບປະທຳກັບເສດຖະກິດດີຈີຕອນເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ປັບປຸງໂຄງປະກອບແລະກົນໄກການພັດທະນາຂະແໜງການບໍລິການໃຫ້ສົມບູນຂຶ້ນ, ບູລະນະໂຄງປະກອບແລະກົນໄກການສ້າງພື້ນຖານໂຄງລ່າງທີ່ທັນສະໄໝໃຫ້ສົມບູນຂຶ້ນ, ບູລະນະລະບຽບການຍົກສູງຄວາມໜຽວແໜ້ນແລະຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງ; ໂດຍປິ່ນອ້ອມຈຸດພິເສດຂອງຄວາມທັນສະໄໝແບບຈີນທີ່ເປັນຄວາມທັນສະໄໝທີ່ໃຫ້ຄວາມສິວິໄລດ້ານວັດຖຸ ແລະຄວາມສິວິໄລດ້ານຈິດໃຈພັດທະນາໄປຢ່າງກົມກຽວກັນ, ຂໍ້ຕົກລົງໄດ້ສະເໜີສອງໜ້າທີ່ ຄື: ກະຕຸ້ນພະລັງຊີວິດການປະດິດສ້າງດ້ານວັດທະນະທຳຂອງທົ່ວຊົນຊາດ ແລະ ສ້າງລະບົບການເຜີຍແຜ່ໂຄສະນາໃນສາກົນທີ່ມີປະສິດທິຜົນຫຼາຍກວ່າເກົ່າ.

 

 

ວັນທີ 29 ກັນຍາ 2023 ແມ່ນບຸນໄຫວ້ພະຈັນຕາມປະເພນີຂອງຈີນ, ນັກກິລາຈີນແລະຕ່າງປະເທດທີ່ເຂົ້າຮ່ວມງານເອຊຽນເກມທີ່ຫາງໂຈ່ວ ໄດ້ເຕົ້າໂຮມກັນຈັດກິດຈະກຳຫຼິ້ນບຸນ. ການເປີດປະຕູສູ່ພາຍນອກແລະຄວາມທັນສະໄໝຂອງຈີນໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ຄະນະນັກກິລາທີມຊາດຕ່າງໆ.


ການປະຕິຮູບແລະເປີດປະຕູສູ່ພາຍນອກແມ່ນເພີ່ມແຮງຊຸກຍູ້, ຕໍ່ເຕີມເສີມສ້າງໃຫ້ແກ່ກັນ ແລະ ຊ່ວຍຊູຍູ້ໜູນກັນ. ການເປີດປະຕູສູ່ພາຍນອກແມ່ນຂີດໝາຍອັນພົ້ນເດັ່ນຂອງຄວາມທັນສະໄໝແບບຈີນ. ຂໍ້ຕົກລົງສະບັບນີ້ໄດ້ສະເໜີອອກມາວ່າ: “ໂດຍອີງອາໄສທ່າແຮງຂອງຈີນທີ່ເປັນຕະຫຼາດຂະໜາດໃຫຍ່ພິເສດ, ຕ້ອງຍົກສູງຄວາມສາມາດການເປີດປະຕູສູ່ພາຍນອກຜ່ານຈາກການເປີດກວ້າງການຮ່ວມມືສາກົນ, ສ້າງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ” ແລະ “ຂະຫຍາຍການເປີດກວ້າງດ້ານລະບຽບການຢ່າງໜັກແໜ້ນ, ລົງເລິກການປະຕິຮູບໂຄງປະກອບການຄ້າກັບຕ່າງປະເທດ, ລົງເລິກການປະຕິຮູບໂຄງປະກອບການຄຸ້ມຄອງບໍລິຫານການລົງທຶນຂອງຕ່າງປະເທດ ແລະ ການລົງທຶນຕໍ່ຕ່າງປະເທດ, ປັບປຸງການວາງແຜນການເປີດປະຕູສູ່ພາຍນອກຢູ່ພາກພື້ນໃຫ້ດີຂຶ້ນ, ບູລະນະກົນໄກຊຸກຍູ້ການຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ດ້ວຍຄຸນນະພາບສູງ”.

 

ວິທີການທີ່ເປັນຂໍກຸນແຈສຳຄັນ: ວາງແຜນຍຸດທະສາດ ວາງໝາກໃສ່ຈຸດສຳຄັນໃນກະດານ


ຈາກ “ການລົງເລິກການປະຕິຮູບຢ່າງຮອບດ້ານ” ຮອດ “ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ”,  ທ່ານສີຈິ້ນຜິງທີ່ເປັນຜູ້ນຳພາໄດ້ໃຊ້ຄຳປຽບທຽບອັນມີຊີວິດຊີວາພັນລະນາຂະບວນການນີ້ວ່າ ປຽບເໝືອນ “ການຫຼິ້ນໝາກເສິກ”. ເພິ່ນໄດ້ນຳໃຊ້ການປະຕິຮູບແລະເປີດປະຕູສູ່ພາຍນອກ ເຊິ່ງເປັນວິທີການທີ່ເປັນຂໍກຸນແຈສຳຄັນນີ້ ເພື່ອວາງແຜນຍຸດທະສາດແລະວາງ ໝາກໃສ່ຈຸດສຳຄັນໃນກະດານ, ໄດ້ຖືເອົາການປະຕິຮູບໂຄງປະກອບເສດຖະກິດເປັນສິ່ງນຳພາ, ຖືເອົາການສົ່ງເສີມຄວາມຍຸຕິທຳແລະຄວາມເປັນທຳຂອງສັງຄົມ, ກໍຄືການເພີ່ມຄວາມສຸກໃຫ້ແກ່ປະຊາຊົນ ເປັນຈຸດເລີ່ມຕົ້ນແລະຈຸດໝາຍ, ເພື່ອເພີ່ມແຮງຂັບເຄື່ອນໃໝ່ອັນບໍ່ເຫືອດແຫ້ງເຂົ້າໃນການຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານ.