ເຈົ້າຊີວິດກຳປູເຈຍກ່າວວ່າ: ມິດຕະພາບອັນເປັນມູນເຊື້ອລະຫວ່າງກຳປູເຈຍ-ຈີນຈະລົງສູ່ລວງເລິກຕື່ມອີກ

2024-07-19 14:52:03 cri

 

    ວັນທີ 17 ກໍລະກົດນີ້, ໃນເວລາຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານວ່າງເວີນປິ່ນ ເອອັກຄະລັດຖະທູດຈີນປະຈຳກຳປູເຈຍຄົນໃໝ່ຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດແຫ່ງລາຊະອານາຈັກກຳປູເຈຍກ່າວວ່າ: ຈີນແມ່ນເພື່ອນມິດຂອງກຳປູເຈຍຕະຫຼອດກາລະນານ, ມິດຕະພາບອັນເປັນມູນເຊື້ອລະຫວ່າງກຳປູເຈຍ-ຈີນຈະລົງສູ່ລວງເລິກຕື່ມອີກ, ການຮ່ວມມືໃນຂົງເຂດຕ່າງໆຈະປະສົບຜົນສຳເລັດຢ່າງອຸດົມສົມບູນກວ່າເກົ່າ.



    ທ່ານວ່າງເວີນປິ່ນກ່າວວ່າ: ພາຍໃຕ້ການຊີ້ນຳນຳພາຮ່ວມຂອງຜູ້ນຳສອງປະເທດ, ສາຍພົວພັນຈີນ-ກຳປູເຈຍໄດ້ກ້າວເຂົ້າສູ່ຍຸກໃໝ່ແຫ່ງການສ້າງຄູ່ຮ່ວມຊາຕາກຳທີ່ມີຄຸນນະພາບສູງ, ລະດັບສູງ ແລະ ມາດຕະຖານສູງ. ຕົນຈະຮ່ວມກັບບຸກຄົນໃນວົງການຕ່າງໆຂອງກຳປູເຈຍ, ສືບຕໍ່ຮັບພາລະກິດແຫ່ງການສືບທອດມິດຕະພາບລະຫວ່າງຈີນ-ກຳປູເຈຍ, ສຸມກຳລັງສຸດຂີດເຂົ້າໃນການປັບປຸງ ແລະ ລົງເລິກມິດຕະພາບທີ່ເຂັ້ມແຂງເໝືອນດັ່ງເຫຼັກກ້າລະຫວ່າງຈີນ-ກຳປູເຈຍ.