ຜະລິດຕະພັນ ແລະ ການບໍລິການຂອງງານກິລາໂອລິມປິກປາຣີສູງເຖິງ 92% ແມ່ນມາຈາກຈີນ

2024-07-19 17:15:54 cri

ງານກິລາໂອລິມປິກປາຣີ 2024 ຈະໄຂຂຶ້ນໃນໄວໆນີ້, ສາຍຕາຂອງຊາວໂລກໄດ້ສຸມໃສ່ງານມະຫາກຳກິລາໂອລິມປິກອີກຄັ້ງໜຶ່ງ. ໃນງານກິລາສາກົນອັນໃຫຍ່ໂຕມະໂຫລານນີ້, ໄດ້ມີຕົວເລກໜຶ່ງກຳລັງປະຈັກຕາຄົນທັງຫຼາຍ ນັ້ນກໍຄື: ຜະລິດຕະພັນ ແລະ ການບໍລິການຂອງງານກິລາໂອລິມປິກປາຣີສູງເຖິງ 92% ແມ່ນມາຈາກຈີນ. ອັດຕາສູງເຖິງຂະໜາດນີ້ບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມາດອັນເຂັ້ມແຂງຂອງອຸດສາຫະກຳການຜະລິດຂອງຈີນເທົ່ານັ້ນ, ຍັງເຮັດໃຫ້ໂລກໄດ້ເຫັນເຖິງບົດບາດອັນສຳຄັນຂອງຈີນໃນເວທີກິລາທົ່ວໂລກ.


ຈາກທາງແລ່ນສຳລັບນັກກິລາຈົນຮອດຈໍ LED ຢູ່ຕໍ່ໜ້າຜູ້ຊົມ, ຈາກໂຕະປີ່ງປ່ອງສຳລັບການແຂ່ງຂັນຈົນຮອດເຄື່ອງນຸ່ງ ແລະ ອຸປະກອນສຳລັບນັກກິລາ, ຜະລິດຕະພັນຂອງຈີນໄດ້ເຂົ້າຢູ່ໃຫ້ເຫັນເກືອບທຸກບ່ອນຂອງງານກິລາໂອລິມປິກປາຣີ. ລົດຖີບນ້ຳໜັກເບົາ, ເຄື່ອງນຸ່ງທີ່ມີເຕັກນິກວິທະຍາສາດສູງ ແລະ ອຸປະກອນກິລາຕ່າງໆທີ່ເຮັດດ້ວຍວັດຖຸ ແລະ ເຕັກນິກອັນທັນສະໄໝທີ່ຜະລິດໂດຍຈີນນັ້ນ ກຳລັງຊ່ວຍໃຫ້ນັກກິລາປະເທດຕ່າງໆສາມາດສະແດງລະດັບການແຂ່ງຂັນອັນສູງສຸດຂອງຕົນ.

ໃນງານກິລາໂອລິມປິກປາຣີຄັ້ງນີ້, ຜະລິດຕະພັນຂອງຈີນບໍ່ພຽງແຕ່ມີຈຳນວນຫຼາຍ ແລະ ຂະໜາດໃຫຍ່ເທົ່ານັ້ນ, ຢູ່ເບື້ອງຫຼັງຜະລິດຕະພັນເຫຼົ່ານີ້ຍັງມີເຕັກນິກສູງ ແລະ ຈິດໃຈດ້ານການປະດິດສ້າງໃໝ່. ຍົກຕົວຢ່າງຄືໂຕະປີ່ງປ່ອງ, ການປະກອບສີຂອງໂຕະປີ່ງປ່ອງທີ່ຜະລິດໂດຍຈີນບໍ່ພຽງແຕ່ຖືກຍອມຮັບ ແລະ ຜ່ານການຮັບຮອງຈາກສະຫະພັນປີ່ງປ່ອງສາກົນເທົ່ານັ້ນ, ຍັງມີແນວຄິດການອອກແບບທີ່ ເປັນ “ເຕັກໂນໂລຊີວິທະຍາສາດເຊື່ອມໂຍງກັບໂຣແມນຕິກ” ອີກດ້ວຍ. ນອກນີ້, ເບາະກິລາສຳລັບການແຂ່ງຂັນກິລາຢູໂດ, ມວຍປ້ຳ ແລະອື່ນໆ ຕ່າງກໍໄດ້ໃຊ້ເຕັກນິກກັນຄວາມເປື້ອນ ແລະ ເຊື້ອພະຍາດ ເຊິ່ງມີຈຸດດີຫຼາຍຢ່າງ ເຊັ່ນ: ກັນຄວາມເປື້ອນ, ທຳຄວາມສະອາດງ່າຍ, ຕ້ານເຊື້ອພະຍາດ, ເປັນມິດກັບສິ່ງແວດລ້ອມ ແລະອື່ນໆ. ການນຳໃຊ້ເຕັກນິກດັ່ງກ່າວ ບໍ່ພຽງແຕ່ໄດ້ຍົກສູງບົດບາດ ແລະ ຄວາມປອດໄພຂອງອຸປະກອນການແຂ່ງຂັນກິລາເທົ່ານັ້ນ, ຍັງໄດ້ເຮັດໃຫ້ຜະລິດຕະພັນຂອງຈີນໄດ້ຮັບການຍ້ອງຍໍຢ່າງກວ້າງຂວາງຈາກປະຊາຄົມໂລກ.


ງານກິລາໂອລິມປິກແມ່ນງານມະໂຫລານດ້ານກິລາ, ແຕ່ໂອກາດການຄ້າໃນງານກິລາໂອລິມປິກບໍ່ພຽງແຕ່ຢູ່ໃນຂົງເຂດກິລາເທົ່ານັ້ນ. ພຣີເກ ທີ່ເປັນສັດນຳໂຊໃນງານກິລາຄັ້ງນີ້ມີ 80% ແມ່ນວິສາຫະກິດຈີນເປັນຜູ້ຜະລິດ, ສາຍແຂນຊີລີຄອນໂອລິມປິກທາງການທີ່ໄດ້ພິມຕົວໜັງສື “PARIS 2024”1 ລ້ານອັນໄດ້ມອບໃຫ້ຝ່າຍຈັດງານແລ້ວ, ມີສິນຄ້າປະເພດຕ່າງໆທີ່ຜະລິດຈາກຈີນ ເຊັ່ນ: ບອນລູນຍາວສຳລັບການໃຫ້ກຳລັງໃຈແກ່ນັກກິລາ, ຮູບຫໍໄອເຟວ ແລະ ຕຸກກະຕາຮູບໄກ່ກາວລອຍເປັນຕົ້ນຈະສົ່ງໄປຂາຍຢູ່ຕາມສະໜາມກິລາ ແລະ ນອກສະໜາມກິລາໂອລິມປິກ. ບໍ່ພຽງແຕ່ “ເສດຖະກິດງານກິລາໂອລິມປິກ” ຄຶກຄັກຍິ່ງໆຂຶ້ນເທົ່ານັ້ນ, ຍ້ອນວ່າຈະຈັດການແຂ່ງຂັນກິລາລະດັບສາກົນຕ່າງໆ, ໃບສັ່ງຊື້ບານບ້ວງ, ບານເຕະ, ບ້ານສົ່ງ ແລະອື່ນໆໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ການສົ່ງອອກຜະລິດຕະພັນກິລາຕ່າງໆຂອງຈີນໄດ້ກາຍເປັນຂະບວນການອຶກກະທຶກຄຶກຄື້ນ. ຕາມສະຖິຕິ, ໃນ 5 ເດືອນຕົ້ນປີນີ້, ການສົ່ງອອກຜະລິດຕະພັນ ແລະ ອຸປະກອນດ້ານກິລາຂອງເມືອງຢີ້ອູ່ຂອງຈີນໄດ້ບັນລຸເຖິງ 4,1 ຕື້ຢວນ, ເພີ່ມຂຶ້ນ 44,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; 4 ເດືອນທຳອິດປີນີ້, ຜະລິດຕະພັນ ແລະ ອຸປະກອນກິລາທີ່ສົ່ງອອກຜ່ານດ່ານກວາງໂຈ່ວແຂວງກວາງຕຸ້ງຈີນໄດ້ບັນລຸເຖິງ 1,59 ຕື້ຢວນ.

“ການຜະລິດຂອງຈີນ” ໄດ້ຮັບໃຊ້ງານກິລາໂອລິມປິກຢ່າງຫຼວງຫຼາຍ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາດ້ານການພັດທະນາອຸດສາຫະກຳການຜະລິດ ແລະ ຊື່ສຽງຂອງຍີ່ຫໍ້ຈີນ ແລະ ກໍສ່ອງແສງໃຫ້ເຫັນວ່າ: ວິສາຫະກິດຈີນໄດ້ສົ່ງອອກຜະລິດຕະພັນຂອງຕົນໄປສູ່ຕ່າງປະເທດຢ່າງໜັກແໜ້ນ. ຍີ່ຫໍ້ຈີນໄດ້ຮັບໃຊ້ງານກິລາລະດັບສຸດຍອດເລື້ອຍໆ, ໄດ້ຊຸກຍູ້ການພັດທະນາ “ເສດຖະກິດດ້ານການແຂ່ງຂັນກິລາ” ຂອງຈີນ ແລະ ໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຄ້າຂາເຂົ້າ-ຂາອອກຂອງຈີນ.