ບ້ານພັກນັກກິລາໂອລິມປິກປາຣີຝຣັ່ງເປີດນຳໃຊ້ຢ່າງເປັນທາງການ

2024-07-19 10:19:27 CRI

    ວັນທີ 18 ກໍລະກົດນີ້, ໂດຍຜ່ານການກໍ່ສ້າງເປັນເວລາ 3 ປີ, ບ້ານພັກນັກກິລາໂອລິມປິກຂອງງານກິລາໂອລິມປິກປາຣີຝຣັ່ງໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ, ຄາດວ່າໃນໄລຍະງານກິລາໂອລິມປິກ ຈະຮັບຕ້ອນນັກກິລາ ແລະ ຄະນະຮັບຜິດຊອບນັກກິລາຕ່າງໆປະມານ 14,000 ຄົນ, ຈາກນັ້ນໃນໄລຍະງານກິລາໂອລິມປິກຄົນພິການ ຈະຮັບຕ້ອນນັກກິລາ ແລະ ຄະນະຮັບຜິດຊອບນັກກິລາຕ່າງໆປະມານ 9,000 ຄົນ.



    ບ້ານພັກນັກກິລາໂອລິມປິກຕັ້ງຢູ່ພາກເໜືອປາຣີ, ກວມເນື້ອທີ່ປະມານ 52 ເຮັກຕາ, ລວມມີອາຄານປະມານ 80 ຫຼັງ.