ຮອງນາຍົກໄທກ່າວວ່າ: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນຍຸກໃໝ່ຂອງຈີນຈະສ້າງໂອກາດແກ່ການພັດທະນາເສດຖະກິດສັງຄົມຂອງໄທ

2024-07-20 13:44:58 CRI

  

      ຫວ່າງມໍ່ໆມານີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານພູມທຳ ເວຊະຍະໄຊ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າໄທກ່າວວ່າ: ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20  ທີ່ຫາກໍ່ອັດລົງ ໄດ້ເປີດຂະບວນການທີ່ຈີນຊຸກຍູ້ຄວາມທັນສະໄໝແບບຈີນດ້ວຍການປະຕິຮູບໃນສະໄໝໃໝ່, ນີ້ຈະສ້າງໂອກາດທີ່ດີໃຫ້ແກ່ການຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງໄທ, ຍ່ອມຈະຊຸກຍູ້ໃຫ້ຈີນ ແລະ ໄທ ພ້ອມດ້ວຍປະເທດອື່ນໆຮ່ວມກັນກ້າວເດີນໄປໜ້າ ແລະ ພັດທະນາທັງຈະເລີນຮຸ່ງເຮືອງຮ່ວມກັນ.


     ທ່ານພູມທຳ ເວຊະຍະໄທກ່າວຕື່ມວ່າ: ຈີນກຳລັງສຸມໃສ່ການຊຸກຍູ້ເສດຖະກິດສັງຄົມໃຫ້ພັດທະນາຢ່າງມີຄຸນນະພາບສູງ, ຊຸກຍູ້ຄວາມທັນສະໄໝແບບຈີນໂດຍຜ່ານການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ນີ້ຈະມີບົດບາດຊຸກຍູ້ອັນຕັ້ງໜ້າສຳລັບການເປີດກວ້າງການຮ່ວມມືລະຫວ່າງໄທ-ຈີນ ແລະ ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ. ທ່ານຍັງກ່າວຕື່ມອີກວ່າ: ໄທຈະຮ່ວມມືກັບຈີນ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງບັງເກີດຜົນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.