ຈີນຈະເຮັດໃຫ້ຕະຫຼາດໃຫຍ່ຂອງປະເທດຈີນກາຍເປັນໂອກາດໃຫຍ່ຂອງໂລກ

2024-07-20 12:03:13 cri


    ວັນທີ 19 ກໍລະກົດນີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ໃນ 6 ເດືອນຜ່ານມາປີນີ້, ຍອດມູນຄ່າຂາເຂົ້າ-ຂາອອກຂອງຈີນໄດ້ບຸກທະລຸ 21.000 ຕື້ຢວນເປັນຄັ້ງທຳອິດ, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

    ທ່ານລິນຈ້ຽນຊີ້ໃຫ້ເຫັນວ່າ: ໃນບົດຖະແຫຼງຂ່າວຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ທີ່ຫາກໍອັດລົງໄດ້ລະບຸວ່າ: ການເປີດປະຕູສູ່ພາຍນອກແມ່ນສັນຍະລັກທີ່ຈະແຈ້ງຂອງຄວາມທັນສະໄໝແບບຈີນ, ຕ້ອງຍຶດໝັ້ນນະໂຍບາຍພື້ນຖານແຫ່ງຊາດທີ່ເປີດປະຕູສູ່ພາຍນອກ, ຍຶດໝັ້ນການຊຸກຍູ້ການປະຕິຮູບດ້ວຍການເປີດປະຕູສູ່ພາຍນອກ, ສ້າງໂຄງປະກອບເສດຖະກິດອັນໃໝ່ແບບເປີດປະຕູສູ່ພາຍນອກທີ່ມີລະດັບສູງກວ່າເກົ່າ,  ປັບປຸງກົນໄກການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງໃຫ້ສົມບູນຂຶ້ນ. ຈີນຈະສືບຕໍ່ຍຶດໝັ້ນການລົງເລິກການປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກ, ເຮັດໃຫ້ຕະຫຼາດທີ່ໃຫຍ່ຫຼວງຂອງຈີນກາຍເປັນໂອກາດທີ່ໃຫຍ່ຫຼວງຂອງໂລກ.