
ຊຸດອົບຮົມພະນັກງານພາຍໃນເຮືອປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເລີ່ມຈັດຂຶ້ນໃນວັນທີ 19 ກໍລະກົດນີ້, ສຳມະນາກອນ 24 ຄົນທີ່ມາຈາກບັງກາລາເດັດໃນຊຸດທຳອິດຈະຮັບການອົບຮົມເປັນເວລາ 44 ວັນຢູ່ວິທະຍາໄລສ້າງຄູນະຄອນຊວນໂຈ່ວຂອງຈີນ.

ຂ່າວແຈ້ງວ່າ ການອົບຮົມເທື່ອນີ້ລວມທັງຄວາມຮູ້ພາສາ ແລະ ວັດທະນະທຳຈີນ, ເຕັກນິກວິຊາຊີບສຳລັບພະນັກງານພາຍໃນເຮືອ ແລະ ໂຄງການອື່ນໆ ຕາມຄວາມຮຽກຮ້ອງ ແລະ ມາດຕະຖານຂອງການອົບຮົມພະນັກງານພາຍໃນເຮືອຂອງຈີນຢ່າງເຂັ້ມງວດ.