ສູນກາງພັກຈີນສົ່ງສານໄວ້ອາໄລເຖິງສູນກາງພັກຫວຽດນາມກໍລະນີທີ່ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມເຖິງແກ່ກຳ

2024-07-20 13:37:57 cri

   ວັນທີ 19 ກໍລະກົດນີ້, ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ສົ່ງສານໄວ້ອາໄລເຖິງສູນກາງພັກຄອມມູນິດຫວຽດນາມ ເພື່ອສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມເຖິງແກ່ມໍລະນະກຳ. ໃນສານໄວ້ອາໄລໄດ້ລະບຸວ່າ:


   ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມເຖິງແກ່ມໍລະນະກຳ, ພັກຄອມມູນິດຈີນແລະປະຊາຊົນຈີນໄດ້ເສຍສະຫາຍທີ່ດີ, ອ້າຍນ້ອງທີ່ດີ ແລະເພື່ອນມິດທີ່ດີທ່ານໜຶ່ງ. ຈີນຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນໃຈຢ່າງສຸດຊຶ້ງມາຍັງສູນກາງພັກຄອມມູນິດຫວຽດນາມ, ລັດຖະບານ ແລະ ປະຊາຊົນຫວຽດນາມດ້ວຍຄວາມໂສກເສົ້າເສຍໃຈທີ່ສຸດ.


   ທ່ານຫງວຽນຟູຈອງແມ່ນນັກລັດທິມາກທີ່ເດັດດ່ຽວ, ແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງພັກຄອມມູນິດ ແລະປະຊາຊົນຫວຽດນາມ, ໄດ້ປະກອບສ່ວນອັນພົ້ນເດັ່ນເຂົ້າໃນການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກ ແລະ ພາລະກິດການສ້າງສາສັງຄົມນິຍົມຂອງຫວຽດນາມ ພ້ອມທັງການພັດທະນາຂະບວນການສັງຄົມນິຍົມຂອງໂລກ.


   ທ່ານຫງວຽນຟູຈອງແມ່ນສະຫາຍທີ່ສະໜິດແໜ້ນ ແລະເພື່ອນມິດທີ່ຈິງໃຈຂອງພັກຄອມມຸນິດ ແລະປະຊາຊົນຈີນ, ທ່ານໄດ້ສືບທອດ ແລະ ຂະຫຍາຍມິດຕະພາບຖານ “ສະຫາຍບວກອ້າຍນ້ອງ” ອັນເປັນມູນເຊື້ອລະຫວ່າງພັກ-ລັດສອງຊາດຈີນ-ຫວຽດນາມ, ໄດ້ສ້າງມິດຕະພາບອັນເລິກເຊິ່ງກັບພັກຄອມມູນິດ ແລະຜູ້ນຳປະເທດຈີນ. ພັກ, ລັດ ແລະປະຊາຊົນຈີນຈະລຳລຶກສະຫາຍຫງວຽນຟູຈອງຕະຫຼອດກາລະນານ.


   ຈີນເຊື່ອວ່າ ພັກແລະປະຊາຊົນຫວຽດນາມຈະຫັນຄວາມໂສກເສົ້າເປັນພະລັງ, ສືບທອດປະນິທານຂອງທ່ານຫງວຽນຟູຈອງ, ສາມັກຄີບາກບັ່ນສູ້ຊົນ ເພື່ອຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນການປ່ຽນແປງໃໝ່ແລະໄຂປະຕູສູ່ພາຍນອກ ແລະພາລະກິດການສ້າງສາສັງຄົມນິຍົມຂອງຫວຽດນາມ.


   ທ່ານຫງວຽນຟູຈອງຍືນຍົງຕະຫຼອດຊົ່ວຟ້ານິລັນດອນ!