2.000 ກວ່າຖ້ຽວບິນຂອງອາເມຣິກາຖືກຍົກເລີກ ຍ້ອນໄດ້ຮັບຜົນກະທົບຈາກບັນຫາຂັດຂ້ອງດ້ານເຕັກນິກໄມໂຄຣຊອຟ

2024-07-20 14:18:23 CRI

    ວັນທີ 19 ກໍລະກົດນີ້, ຍ້ອນໄດ້ຮັບຜົນກະທົບຈາກບັນຫາຂັດຂ້ອງດ້ານເຕັກນິກໄມໂຄຣຊອຟ, ມີຫຼາຍກວ່າ 2.000 ຖ້ຽວບິນຂອງອາເມຣິກາຖືກຍົກເລີກ, ອີກ 5,300 ຖ້ຽວບິນເກີດຄວາມຫຼ້າຊ້າ.


 

    ວັນທີ 19 ກໍລະກົດນີ້, ລະບົບໃຊ້ການ ແລະ ການບໍລິການສ່ວນໜຶ່ງຂອງບໍລິສັດໄມໂຄຣຊອຟ ໄດ້ເກີດບັນຫາຂັດຂ້ອງໂດຍລາຍການນຳໃຊ້ບໍ່ຄົບຖ້ວນ ຫຼື ເຂົ້າເບິ່ງເວັບໄຊບໍ່ໄດ້, ໄດ້ສ້າງຜົນກະທົບຕໍ່ຫຼາຍຂົງເຂດ ເຊັ່ນ: ການບິນ, ທາງລົດໄຟ, ທະນາຄານ, ວິສາຫະກິດ, ສື່ມວນຊົນເປັນຕົ້ນຂອງຫຼາຍປະເທດ. ລາຄາບັດຫຸ້ນສ່ວນຂອງບໍລິສັດໄມໂຄຣຊອຟກໍຫຼຸດຕ່ຳລົງຍ້ອນສາເຫດດັ່ງກ່າວ.