ທ່ານນາງ ເຜິງລີ້ຢວນ ເຂົ້າຮ່ວມງານຕັ້ງຄ້າຍລະດູຮ້ອນລະຫວ່າງເດັກນ້ອຍຈີນ-ອາຟຣິກາ

2024-07-20 12:24:48 cri


    ວັນທີ 19 ກໍລະກົດນີ້, ທ່ານນາງເຜິງລີ້ຢວນ  ພັນລະຍາທ່ານສີຈິ້ນຜິງ ປະທານປະເທດຈີນ,  ທູດພິເສດການຊຸກຍູ້ການສຶກສາເພື່ອເດັກຍິງ ແລະ ແມ່ຍິງຂອງອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງອົງການສະຫະປະຊາຊາດ ຫຼື UNESCO ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນງານຕັ້ງຄ້າຍລະດູຮ້ອນລະຫວ່າງເດັກນ້ອຍຈີນ-ອາຟຣິກາຢູ່ຫໍສະໝຸດປັກກິ່ງທີ່ນະຄອນຫຼວງປັກກິ່ງຂອງຈີນ.





    ທ່ານນາງ ເຜິງລີ້ຢວນ ກ່າວວ່າ: ບົນເສັ້ນທາງແຫ່ງການສະແຫວງຫາຄວາມ ງາມ ແລະ ຄວາມສຸກ, ປະຊາຊົນຈີນ-ອາຟຣິກາໄດ້ເຂົ້າໃຈກັນ ແລະ ສະໜັບສະໜູນກັນຢ່າງສະເໝີຕົ້ນສະເໝີປາຍ. ຈີນ ແລະ ອາຟຣິກາເປັນເພື່ອນມິດທີ່ຈິງໃຈຕໍ່ກັນໂດຍຕະຫຼອດ. ຫວັງວ່າເດັກນ້ອຍຈີນ ແລະ ເດັກນ້ອຍອາຟຣິກາທີ່ເຂົ້າຮ່ວມກິດຈະກຳໃນຄັ້ງນີ້ຈະປູກແນວພັນແຫ່ງມິດຕະພາບລະຫວ່າງຈີນ-ອາຟຣິກາຢູ່ໃນໃຈຂອງຕົນ, ກາຍເປັນຜູ້ສືບທອດມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ອາຟຣິກາ ແລະ ເປັນກອງກຳລັງທີ່ເຂັ້ມແຂງໃນການສ້າງຄູ່ຮ່ວມຊາຕາກຳຈີນ-ອາຟຣິກາ.




    ໃນໄລຍະຈັດກິດຈະກຳ, ຜູ້ຕາງໜ້າເດັກນ້ອຍຈີນ ແລະ ອາຟຣິກາຕ່າງກໍໄດ້ແບ່ງປັນຄວາມຮູ້ສຶກອັນຈິງໃຈຂອງຕົນ, ສະແດງຄວາມຂອບອົກຂອບໃຈຕໍ່ທ່ານນາງ ເຜິງລີ້ຢວນ ທີ່ໃຫ້ຄວາມເອົາໃຈໃສ່ໃນໄລຍະດົນນານມານີ້, ທັງກ່າວວ່າຈະພະຍາຍາມຮ່ຳຮຽນໃຫ້ດີ ເພື່ອກາຍເປັນທູດນ້ອຍຂອງການເຜີຍແຜ່ມິດຕະພາບຈີນ-ອາຟຣິກາ.