
ວັນທີ 19 ກໍລະກົດນີ້, ທ່ານໂອບັນ ວິກໂຕ ນາຍົກລັດຖະມົນຕີຮົງກາຣີກ່າວວ່າ: ນັບມາຮອດປັດຈຸບັນນີ້, ເອີຣົບບໍ່ໄດ້ຮັບຜົນປະໂຫຍດໃດໆຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ຫາກແມ່ນປະສົບຄວາມຫຼົມແຫຼວແລ້ວ.
ທ່ານໂອບັນ ວິກໂຕຊີ້ໃຫ້ເຫັນວ່າ: ສະຫະພາບເອີຣົບໄດ້ເອົາເງິນໄປຊ່ວຍເຫຼືອອູແກຣນ, ເຮັດໃຫ້ຊາວກະສິກອນທົ່ວໄປຂອງຕົນບໍ່ໄດ້ຮັບການອຸດໜູນອັນຄວນ, ທັງຂາດການກໍ່ສ້າງພື້ນຖານໂຄງລ່າງ. ມີພຽງແຕ່ສະຫະພາບເອີຣົບມີການປ່ຽນແປງເທົ່ານັ້ນ, ການປະທະກັນລະຫ່ວາງຣັດເຊຍ-ອູແກຣນຈຶ່ງຈະສິ້ນສຸດລົງໄດ້.
ທ່ານໂອບັນ ວິກໂຕເຫັນວ່າ: ໃນການຫັນເປັນສີຂຽວ ແລະ ການແກ້ໄຂບັນຫາຊາວອົບພະຍົບ, ສະຫະພາບເອີຣົບໄດ້ປະສົບຄວາມຫຼົມແຫຼວແລ້ວ, ເມື່ອຜະເຊີນກັບການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ວຽກງານຈຸດສຸມຂອງສະຫະພາບເອີຣົບບໍ່ແມ່ນສະແຫວງຫາສັນຕິພາບ, ຫາກແມ່ນສະໜັບສະໜູນການປະທະກັນ ແລະ ຖະຫຼຳເຂົ້າໃນການປະທະກັນຮ່ວມກັບອູແກຣນ.