ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳຕໍ່ເຫດການຂົວຂອງທາງດ່ວນແຫ່ງໜຶ່ງຢູ່ເມືອງຈ້າສຸຍແຂວງສ້ານຊີ່ພັງທະລາຍ

2024-07-20 16:53:32 cri


     ເວລາ 20 ໂມງ 40 ນາທີຂອງວັນທີ 19 ກໍລະກົດນີ້, ຂົວຂອງທາງດ່ວນແຫ່ງໜຶ່ງຢູ່ເມືອງຈ້າສຸຍ ນະຄອນຊ່າງໂລ້ ແຂວງສ້ານຊີ່ຂອງຈີນໄດ້ພັງທະລາຍຍ້ອນນ້ຳປ່າຊຸທັ່ງຈາກພູເຂົາ, ເຮັດໃຫ້ລົດຍົນຈຳນວນໜຶ່ງຕົກເຂົ້າລົງແມ່ນ້ຳ. ນັບມາຮອດເວລາ 12 ໂມງຂອງວັນທີ 20 ກໍລະກົດນີ້, ໄພພິບັດດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ  ແລະ ຫາຍສາບສູນ 30 ກວ່າຄົນ.

    ພາຍຫຼັງໄພພິບັດເກີດຂຶ້ນແລ້ວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ແລະ ໃຫ້ຄຳຊີ້ນຳອັນສຳຄັນວ່າ: ວຽກງານຮີບດ່ວນທີ່ສຸດໃນປັດຈຸບັນນີ້ແມ່ນກູ້ໄພ ແລະ ຊ່ວຍເຫຼືອຊີວິດ, ຊອກຫາທຸກວິທີທາງເພື່ອຄົ້ນຫາຜູ້ທີ່ຂາດການຕິດຕໍ່, ພະຍາຍາມຈົນສຸດຄວາມສາມາດເພື່ອໃຫ້ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຫຼຸດໜ້ອຍລົງ, ທັງເຮັດວຽກງານສົ່ງທ້າຍຕ່າງໆໃຫ້ດີ ຄື: ປອບໃຈຄອບຄົວຂອງຜູ້ປະສົບໄພເປັນຕົ້ນ. ທ່ານສີຈິ້ນຜິງເນັ້ນໜັກວ່າ: ປັດຈຸບັນແມ່ນໄລຍະສຳຄັນດ້ານການຕ້ານໄພນ້ຳຖ້ວມ, ແຫ່ງຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງໃຫ້ຄວາມສຳຄັນເປັນຢ່າງສູງ, ເພີ່ມທະວີການຕິດຕາມກວດກາ ແລະ ວຽກເຕືອນໄພ ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງແທ້ຈິງ.