ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ

2024-07-21 20:17:44 cri

ຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນ

ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ
ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ 

(ຮັບຮອງເອົາໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການ
ສູນກາງພັກຄອມມູນິດຈີນ ສະໄໝທີ XX ເມື່ອວັນທີ 18 ກໍລະກົດ 2024)

 

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດການຈັດວາງແນວທາງຍຸດທະສາດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ສະໄໝທີ XX ໄດ້ຄົ້ນຄວ້າບັນຫາລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອ ຊຸກຍູ້ຄວາມທັນສະໄໝແບບຈີນ ທັງໄດ້ມີຂໍ້ຕົກລົງດັ່ງນີ້:

Ⅰ. ຄວາມໝາຍອັນໃຫຍ່ຫຼວງ ແລະ ຄວາມຮຽກຮ້ອງໂດຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ

1. ຄວາມສຳຄັນ ແລະ ຄວາມຈຳເປັນຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນເຄັດລັບອັນສຳຄັນຂອງພັກ ແລະ ປະຊາຊົນ ໃນການສ້າງພາລະກິດໃຫ້ທັນກັບຍຸກສະໄໝດ້ວຍບາດກ້າວໃຫຍ່. ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ສະໄໝທີ Ⅺ ມີລັກສະນະເປັນຂີດໝາຍຂອງຍຸກສະໄໝ ເຊິ່ງໄດ້ເລີ່ມຕົ້ນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການສ້າງສັງຄົມນິຍົມທັນສະໄໝ. ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ສະໄໝທີ XVIII ກໍມີລັກສະນະ ເປັນຂີດໝາຍຂອງຍຸກສະໄໝເຊັ່ນດຽວກັນ ເຊິ່ງໄດ້ເລີ່ມຕົ້ນການອອກເດີນທາງຄັ້ງໃໝ່ ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ການອອກແບບ ແລະ ຊຸກຍູ້ການປະຕິຮູບຢ່າງເປັນລະບົບ ແລະ ເປັນອັນດຽວກັນໃນຍຸກໃໝ່, ທັງໄດ້ເລີ່ມສ້າງສະພາບການໃໝ່ທັງໝົດແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງປະເທດເຮົາ.

ສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ສາມັກຄີ ແລະ ນຳພາທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ, ໄດ້ນຳໃຊ້ຄວາມເປັນເຈົ້າການຄັ້ງປະຫວັດສາດອັນຍິ່ງໃຫຍ່ ຄວາມກ້າຫານດ້ານການເມືອງທີ່ໃຫຍ່ຫຼວງ ແລະ ຄວາມຮັບຜິດຊອບທີ່ແຮງກ້າ ໂດຍໄດ້ບຸກທະລຸແກ້ໄຂສິ່ງຜູກມັດໃນດ້ານແນວຄິດ ແລະ ທັບມ້າງອຸປະສັກສິ່ງກີດຂວາງຈາກຂອງກຸ່ມຜົນປະໂຫຍດ, ບຸກເຂົ້າໄປເຂດນ້ຳເລິກຢ່າງກ້າຫານ, ກັດກະດູກແຂງຢ່າງກ້າຫານ ແລະ ກ້າວເດີນໄປສູ່ຫາດຊາຍທີ່ອັນຕະລາຍຢ່າງກ້າຫານ, ໄດ້ກຳຈັດຂໍ້ບົກຜ່ອງໃນທາງໂຄງປະກອບ ແລະ ກົນໄກດ້ານຕ່າງໆ ໂດຍໄດ້ບັນລຸການຫັນປ່ຽນດ້ານການປະຕິຮູບຈາກການທົດລອງຢູ່ບາງພາກສ່ວນ ແລະ ການບຸກຜ່າພູນ້ຳກ້ອນ ໄປສູ່ການໂຮມເຂົ້າເປັນລະບົບ ແລະ ລົງສູ່ລວງເລິກຢ່າງຮອບດ້ານ, ໂຄງຮ່າງລະບຽບການຂັ້ນພື້ນຖານໃນຂົງເຂດຕ່າງໆໄດ້ສ້າງຂຶ້ນໂດຍພື້ນຖານ, ຫຼາຍຂົງເຂດໄດ້ບັນລຸການປ່ຽນແປງຄັ້ງປະຫວັດສາດ ການສ້າງລະບົບຄືນໃໝ່ ແລະ ການສ້າງຄວາມເປັນອັນດຽວກັນຄືນໃໝ່, ໄດ້ສຳເລັດໜ້າທີ່ການປະຕິຮູບທີ່ກຳນົດໄວ້ຢູ່ໃນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກ ສະໄໝທີ XVIII ໂດຍລວມ, ໄດ້ບັນລຸເປົ້າໝາຍທີ່ລະບອບລະບຽບການດ້ານຕ່າງໆຍິ່ງສົມບູນ ຍິ່ງເປັນຮູບເປັນຮ່າງ ແລະ ໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ ເມື່ອຮອດໂອກາດການສ້າງຕັ້ງພັກຄົບຮອບ 100 ປີ, ໄດ້ສະໜອງການຮັບປະກັນດ້ານລະບອບລະບຽບການທີ່ແຂງແຮງໃຫ້ແກ່ການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 1 ຂອງພັກ, ໄດ້ຊຸກຍູ້ໃຫ້ປະເທດເຮົາ ກ້າວໄປສູ່ການອອກເດີນທາງຄັ້ງໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ.

ໃນປັດຈຸບັນ ແລະ ໄລຍະຕໍ່ໜ້າ ແມ່ນໄລຍະທີ່ເປັນຂໍກຸນແຈສຳຄັນໃນການຊຸກຍູ້ການສ້າງສາ ປະເທດທີ່ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ. ຄວາມທັນສະໄໝແບບຈີນແມ່ນຖືກຊຸກຍູ້ໄປຂ້າງໜ້າຢ່າງບໍ່ຢຸດຢັ້ງໃນທ່າມກາງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຍ່ອມຈະບຸກເບີກອະນາຄົດອັນສະຫວ່າງສະໄຫວໃນທ່າມກາງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຢ່າງແນ່ນອນ. ໂດຍຜະເຊີນໜ້າກັບສະພາບການສາກົນ ແລະ ພາຍໃນທີ່ສັບສົນ, ຜະເຊີນໜ້າກັບການປະຕິວັດດ້ານວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງດ້ານອຸດສາຫະກຳຮອບໃໝ່, ຜະເຊີນໜ້າກັບຄວາມຄອງຄອຍໃໝ່ຂອງປະຊາຊົນ, ຕ້ອງສືບຕໍ່ຊຸກຍູ້ການປະຕິຮູບໃຫ້ກ້າວໄປຂ້າງໜ້າ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງການຍຶດໝັ້ນ ແລະ ປັບປຸງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດ, ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງການຜັນຂະຫຍາຍແນວຄິດການພັດທະນາອັນໃໝ່ ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງຂໍ້ຂັດແຍ້ງຕົ້ນຕໍໃນສັງຄົມຂອງປະເທດເຮົາໃຫ້ດີກວ່າເກົ່າ, ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງການຍຶດໝັ້ນການຖືປະຊາຊົນເປັນໃຈກາງ ແລະ ເຮັດໃຫ້ຜົນງານການສ້າງຄວາມທັນສະໄໝ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຖ້ວນໜ້າຫຼາຍກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ, ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງການຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງ ຊຸກຍູ້ພາລະກິດຂອງພັກ ແລະ ລັດໃຫ້ກ້າວໄປໄກຢ່າງໝັ້ນທ່ຽງ, ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ ແລະ ໄດ້ຮັບຄວາມເປັນເຈົ້າການທາງດ້ານຍຸດທະສາດ ໃນການຜັນແປຢ່າງວ່ອງໄວກວ່າເກົ່າຂອງສະພາບການປ່ຽນແປງໃນຮອບ 100 ປີ, ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນຂອງການລົງເລິກຊຸກຍູ້ໂຄງການໃໝ່ອັນຍິ່ງໃຫຍ່ແຫ່ງການສ້າງພັກ ແລະ ການສ້າງພັກການເມືອງລັດທິມາກທີ່ເຂັ້ມແຂງ ກວ່າເກົ່າໃນຍຸກໃໝ່. ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກມີແຕ່ດຳເນີນໄປຢ່າງບໍ່ຢຸດຢັ້ງ ແລະ ບໍ່ມີມື້ສິ້ນສຸດ. ສະມາຊິກທົ່ວພັກຕ້ອງມີຄວາມຕື່ນຕົວໃນການຈັດວາງການປະຕິຮູບໄວ້ຢູ່ໃນຖານະທີ່ພົ້ນເດັ່ນກວ່າເກົ່າ ແລະ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນຢ່າງແໜ້ນແຟ້ນ.

2. ແນວຄິດຊີ້ນຳຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ຍຶດໝັ້ນລັດທິມາກ-ເລນິນ ແນວຄິດເໝົາເຈີຕຸ່ງ ທິດສະດີເຕິ້ງສຽວພິງ ແນວຄິດສຳຄັນ “3 ຕົວແທນ” ແລະ ທັດສະນະພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ລົງເລິກເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວຄິດໃໝ່ ທັດສະນະໃໝ່ ແລະ ການຕີລາຄາໃໝ່ຕ່າງໆຂອງເລຂາທິການໃຫຍ່ ສີຈິ້ນຜິງ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານ, ຈັດຕັ້ງປະຕິບັດແນວຄິດການພັດທະນາອັນໃໝ່ຢ່າງຄົບຖ້ວນ ຖືກຕ້ອງ ແລະ ຮອບດ້ານ, ຍຶດໝັ້ນຫຼັກການລວມຂອງການເຮັດວຽກ ທີ່ສະແຫວງຫາຄວາມກ້າວໜ້າຢ່າງໝັ້ນທ່ຽງ, ຍຶດໝັ້ນປົດປ່ອຍແນວຄິດ ສະແຫວງຫາສັດຈະທຳຈາກຄວາມເປັນຈິງ ກ້າວເດີນໄປຂ້າງໜ້າພ້ອມກັບຍຸກສະໄໝ ແລະ ເຮັດແທ້ທຳຈິງ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດທາງສັງຄົມ ຊຸກຍູ້ ແລະ ເພີ່ມທະວີພະລັງຊີວິດໃນສັງຄົມຕື່ມອີກ, ວາງແຜນຢ່າງເປັນເອກະພາບກັນຕໍ່ກັບສອງພາກສ່ວນລວມ ຄື: ພາຍໃນປະເທດ ແລະ ສາກົນ, ວາງແຜນເປັນເອກະພາບກັນໃນການຊຸກຍູ້ການຈັດວາງລວມ “5 ພາລະກິດເປັນອັນໜຶ່ງອັນດຽວກັນ”, ປະສານສົມທົບຊຸກຍູ້ການຈັດວາງຍຸດທະສາດ “4 ຮອບດ້ານ”, ຖືການປະຕິຮູບໂຄງປະກອບເສດຖະກິດເປັນສິ່ງນຳພາ, ຖືການຊຸກຍູ້ຄວາມຍຸຕິທຳ ຄວາມເປັນທຳຂອງສັງຄົມ ແລະ ການເພີ່ມຄວາມສຸກຂອງປະຊາຊົນເປັນຈຸດເລີ່ມຕົ້ນ ແລະ ຈຸດຢືນ, ຍິ່ງເອົາໃຈໃສ່ການໂຮມເຂົ້າເປັນລະບົບ, ຍິ່ງເອົາໃຈໃສ່ຈຸດສຸມ, ຍິ່ງເອົາໃຈໃສ່ປະສິດທິຜົນຕົວຈິງຂອງການປະຕິຮູບ, ຊຸກຍູ້ການພົວພັນການຜະລິດກັບກຳລັງການຜະລິດ ໂຄງບົນກັບໂຄງລ່າງ ແລະ ການບໍລິຫານລັດກັບການພັດທະນາສັງຄົມ ໃຫ້ສອດຄ່ອງກັນເປັນຢ່າງດີກວ່າເກົ່າ, ສະໜອງແຮງຂັບເຄື່ອນ ແລະ ການຮັບປະກັນດ້ານລະບອບລະບຽບການທີ່ເຂັ້ມແຂງໃຫ້ແກ່ຄວາມທັນສະໄໝແບບຈີນ.

3. ເປົ້າໝາຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ສືບຕໍ່ປັບປຸງ ແລະ ພັດທະນາລະບົບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດ. ເມື່ອຮອດປີ 2035 ຈະສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງໃຫ້ສຳເລັດຜົນຢ່າງຮອບດ້ານ, ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຈະສົມບູນກວ່າເກົ່າ, ບັນລຸການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດໂດຍພື້ນຖານ, ບັນລຸການຫັນເປັນທັນສະໄໝສັງຄົມນິຍົມໂດຍພື້ນຖານ ແລະ ສ້າງພື້ນຖານອັນໝັ້ນແກ່ນ ໃຫ້ແກ່ການສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງໃຫ້ສຳເລັດຜົນຢ່າງຮອບດ້ານ ໃນກາງສະຕະວັດນີ້.

- ສຸມໃສ່ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ເສີມຂະຫຍາຍບົດບາດທີ່ມີລັກສະນະຕັດສິນຊີ້ຂາດຂອງຕະຫຼາດໃນການຈັດສັນຊັບພະຍາກອນ, ເສີມຂະຫຍາຍບົດບາດຂອງລັດຖະບານໃຫ້ດີກວ່າເກົ່າ, ຍຶດໝັ້ມ ແລະ ປັບປຸງລະບອບເສດຖະກິດພື້ນຖານສັງຄົມນິຍົມໃຫ້ສົມບູນ, ຊຸກຍູ້ການເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງ, ຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ສ້າງລະບົບເສດຖະກິດທັນສະໄໝໃຫ້ສຳເລັດຜົນ, ເລັ່ງລັດສ້າງສະພາບການພັດທະນາອັນໃໝ່, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ.

- ສຸມໃສ່ພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ, ຍຶດໝັ້ນຄວາມເປັນເອກະພາບກັນແບບກາຍອິນຊີລະຫວ່າງການນຳພາຂອງພັກ ປະຊາຊົນເປັນເຈົ້າຂອງປະເທດຊາດ ແລະ ປົກຄອງປະເທດຕາມກົດໝາຍ, ຊຸກຍູ້ໃຫ້ລະບຽບການທີ່ປະຊາຊົນເປັນເຈົ້າຂອງປະເທດຊາດຍິ່ງສົມບູນກວ່າເກົ່າ, ພັດທະນາປະຊາທິປະໄຕແບບເປິກສາຫາລືຢ່າງກວ້າງຂວາງ ຫັນເປັນຫຼາຍລະດັບ ແລະ ຫັນເປັນລະບຽບການ, ລະບົບການປົກຄອງຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຍິ່ງສົມບູນກວ່າເກົ່າ, ການສ້າງສາປະເທດທີ່ປົກຄອງຕາມກົດໝາຍສັງຄົມນິຍົມບັນລຸລະດັບທີ່ຍິ່ງສູງ ກວ່າເກົ່າ.

- ສຸມໃສ່ສ້າງສາປະເທດສັງຄົມນິຍົມທີ່ເຂັ້ມແຂງໃນດ້ານວັດທະນະທຳ, ຍຶດໝັ້ນລະບຽບການພື້ນຖານທີ່ລັດທິມາກມີບົດບາດຊີ້ນຳໃນຂົງເຂດຮູບຖານຈິດສຳນຶກ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາວຽກງານວັດທະນະທຳ ແລະ ອຸດສາຫະກຳວັດທະນະທຳໃຫ້ຄົບຖ້ວນ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງດ້ານວັດທະນະທຳ, ເຮັດໃຫ້ຊີວິດວັດທະນະທຳດ້ານຈິດໃຈຂອງປະຊາຊົນອຸດົມສົມບູນຂຶ້ນ, ຍົກສູງກຳລັງແຮງດຶງດູດດ້ານວັດທະນະທຳແຫ່ງຊາດ ແລະ ອິດທິພົນຂອງວັດທະນະທຳຈີນ.

- ສຸມໃສ່ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ປັບປຸງລະບຽບການແບ່ງປັນລາຍໄດ້ ແລະ ປະກອບອາຊີບໃຫ້ສົມບູນ, ປັບປຸງລະບົບປະກັນສັງຄົມໃຫ້ຄົບຖ້ວນ, ເພີ່ມທະວີຄວາມສົມດຸນ ແລະ ຄວາມສາມາດຊົມໃຊ້ໄດ້ຂອງການບໍລິການສາທາລະນະພື້ນຖານ, ຊຸກຍູ້ການພັດທະນາຢ່າງຮອບດ້ານຂອງຄົນ ແລະ ຄວາມຮັ່ງມີພ້ອມກັນຂອງປະຊາຊົນທຸກຖ້ວນໜ້າໃຫ້ໄດ້ຮັບຄວາມຄືບໜ້າທີ່ມີລັກສະນະທາດແທ້ຢ່າງພົ້ນເດັ່ນກວ່າເກົ່າ.

- ສຸມໃສ່ສ້າງສາປະເທດຈີນທີ່ສວຍງາມ, ເລັ່ງລັດຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໃຫ້ເປັນແບບສີຂຽວ ຢ່າງຮອບດ້ານ, ບູລະນະລະບົບການປັບປຸງສິ່ງແວດລ້ອມທຳມະຊາດໃຫ້ສົມບູນ, ຊຸກຍູ້ການພັດທະນາທີ່ຖືເອົາລະບົບນິເວດເປັນບຸລິມະສິດ ປະຢັດມັດທະຍັດ ລວມສູນ ສີຂຽວ ແລະ ກາກບອນຕ່ຳ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດກັບທຳມະຊາດ.

- ສຸມໃສ່ສ້າງສາປະເທດຈີນທີ່ມີຄວາມສະຫງົບສຸກໃນລະດັບສູງກວ່າເກົ່າ, ປັບປຸງລະບົບ ຄວາມໝັ້ນຄົງຂອງຊາດໃຫ້ຄົບຖ້ວນ, ສ້າງລະບົບຍຸດທະສາດຂອງຊາດທີ່ເປັນອັນໜຶ່ງອັນດຽວກັນນັ້ນໃຫ້ເຂັ້ມແຂງ, ເພີ່ມທະວີຄວາມສາມາດໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດ, ປະດິດສ້າງໂຄງປະກອບ ກົນໄກ ແລະ ວິທີຂອງການບໍລິຫານສັງຄົມ, ສ້າງສະພາບຄວາມໝັ້ນຄົງອັນໃໝ່ຢ່າງມີປະສິດທິຜົນ.

- ສຸມໃສ່ຍົກສູງລະດັບການນຳພາ ແລະ ຄວາມສາມາດການກຳອຳນາດເປັນເວລາຍາວນານຂອງພັກ, ປະດິດສ້າງ ແລະ ປັບປຸງຮູບການນຳພາ ແລະ ກຳອຳນາດ, ລົງເລິກປະຕິຮູບລະບຽບການກໍ່ສ້າງພັກ, ປັບປຸງລະບົບຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ຄົບຖ້ວນ.

ເມື່ອຮອດປີ 2029 ເຊິ່ງເປັນໂອກາດສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 80 ປີ, ຈະສຳເລັດໜ້າທີ່ການປະຕິຮູບທີ່ສະເໜີອອກໃນຂໍ້ຕົກລົງສະບັບນີ້.

4. ຫຼັກການຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ສະຫຼຸບ ແລະ ນຳໃຊ້ບົດຮຽນອັນລ້ຳຄ່າແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ນັບແຕ່ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ ໂດຍສະເພາະແມ່ນໃນໄລຍະຍຸກໃໝ່, ຈັດຕັ້ງປະຕິບັດຕາມຫຼັກການດັ່ງນີ້: ຍຶດໝັ້ນການນຳພາຢ່າງຮອບດ້ານຂອງພັກ, ປົກປັກຮັກສາຄວາມສັກສິດ ແລະ ການນຳພາທີ່ລວມສູນເປັນເອກະພາບຂອງສູນກາງພັກຢ່າງເດັດດ່ຽວ, ເສີມຂະຫຍາຍບົດບາດເປັນແກນກາງຂອງພັກໃນການກຳພາກສ່ວນລວມ ແລະ ປະສານງານກັບທຸກພາກສ່ວນ, ດຳເນີນການນຳພາຂອງພັກໃນທົ່ວຂະບວນການປະຕິຮູບດ້ານຕ່າງໆ, ຮັບປະກັນໃຫ້ການປະຕິຮູບກ້າວໄປຂ້າງໜ້າຕາມທິດທາງການເມືອງທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ; ຍຶດໝັ້ນຖືປະຊາຊົນເປັນໃຈກາງ, ເຄົາລົບຖານະທີ່ເປັນພາກສ່ວນຕົ້ນຕໍ ແລະ ຈິດໃຈປະດິດສ້າງຄັ້ງທຳອິດຂອງປະຊາຊົນ, ເມື່ອປະຊາຊົນມີຄຳຮຽກຮ້ອງ ການປະຕິຮູບຕ້ອງຕອບສະໜອງ, ເຮັດໄດ້ເຖິງຂັ້ນທີ່ການປະຕິຮູບເພື່ອປະຊາຊົນ ການປະຕິຮູບອາໄສປະຊາຊົນ ແລະ ຜົນງານການປະຕິຮູບຈະໃຫ້ປະຊາຊົນຊົມໃຊ້ຮ່ວມກັນ; ຍຶດໝັ້ນທາດແທ້ ແລະ ປະດິດສ້າງໃໝ່, ຍຶດໝັ້ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງບໍ່ຫວັ່ນໄຫວຄອນແຄນ, ໄປຕາມບາດກ້າວຂອງຍຸກສະໄໝຢ່າງໜັກແໜ້ນ, ໄປຕາມການພັດທະນາຂອງພຶດຕິກຳ, ຖືເອົາການແກ້ໄຂບັນຫາເປັນທິດຊີ້ນຳຢ່າງພົ້ນເດັ່ນ, ຊຸກຍູ້ການປະດິດສ້າງໃນດ້ານທິດສະດີ ການປະດິດສ້າງໃນດ້ານພຶດຕິກຳ ການປະດິດສ້າງໃນດ້ານລະບອບລະບຽບການ ການປະດິດສ້າງໃນດ້ານວັດທະນະທຳ ແລະ ການປະດິດສ້າງໃນດ້ານອື່ນໆຈາກຈຸດເລີ່ມຕົ້ນໃໝ່; ຍຶດໝັ້ນການສ້າງລະບອບລະບຽບການເປັນເສົາຫຼັກ, ເພີ່ມທະວີການອອກແບບຈາກຂັ້ນເທິງສູງສຸດ ແລະ ການວາງແຜນການໂດຍລວມ, ດຳເນີນການຍົກເລີກອັນເກົ່າ ແລະ ການສ້າງຕັ້ງອັນໃໝ່ໄປພ້ອມກັນ ດຳເນີນການສ້າງຕັ້ງມາກ່ອນ ແລະ ການຍົກເລີກຕາມຫຼັງ, ສ້າງລະບຽບການພື້ນຖານໃຫ້ໝັ້ນຄົງ, ປັບປຸງລະບຽບການພື້ນຖານໃຫ້ສົມບູນ, ປະດິດສ້າງລະບຽບການທີ່ສຳຄັນ; ຍຶດໝັ້ນການປົກຄອງປະເທດຕາມກົດໝາຍຢ່າງຮອບດ້ານ,  ລົງເລິກ ປະຕິຮູບ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນຕາມວົງໂຄຈອນການປົກຄອງປະເທດຕາມກົດໝາຍ, ເຮັດໄດ້ເຖິງຂັ້ນທີ່ໃຫ້ການປະຕິຮູບ ແລະ ການປົກຄອງປະເທດຕາມກົດໝາຍເປັນເອກະພາບກັນ, ການປະຕິຮູບທີ່ສຳຄັນຕ້ອງມີກົດໝາຍເປັນບ່ອນອີງ, ຍົກຜົນງານການປະຕິຮູບໃຫ້ສູງຂຶ້ນເປັນລະບຽບກົດໝາຍຢ່າງທັນການ; ຍຶດໝັ້ນທັດສະນະກ່ຽວກັບລະບົບ, ແກ້ໄຂການພົວພັນທີ່ໃຫຍ່ຫຼວງຕ່າງໆ ເຊັ່ນ: ເສດຖະກິດກັບສັງຄົມ, ລັດຖະບານກັບຕະຫຼາດ, ປະສິດທິພາບກັບຄວາມຍຸຕິທຳ, ພະລັງຊີວິດກັບລະບຽບ, ການພັດທະນາກັບຄວາມໝັ້ນຄົງ ແລະອື່ນໆໃຫ້ດີ, ເພີ່ມທະວີຄວາມເປັນລະບົບ ຄວາມເປັນອັນດຽວກັນ ແລະ ຄວາມປະສານກົມກຽວຂອງການປະຕິຮູບ.

Ⅱ. ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ

ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ແມ່ນສິ່ງຄ້ຳປະກັນອັນສຳຄັນຂອງຄວາມທັນສະໄໝແບບຈີນ. ຕ້ອງເສີມຂະຫຍາຍບົດບາດຂອງກົນໄກຕະຫຼາດໃຫ້ດີກວ່າເກົ່າ, ສ້າງສະພາບແວດລ້ອມດ້ານຕະຫຼາດທີ່ມີຄວາມຍຸຕິທຳກວ່າເກົ່າ ແລະ ມີພະລັງຊີວິດກວ່າເກົ່າ, ເຮັດໃຫ້ການຈັດສັນຊັບພະຍາກອນມີປະສິດທິພາບສູງທີ່ສຸດ ແລະ ປະສິດທິຜົນຫຼາຍທີ່ສຸດ, ທັງ “ປ່ອຍໃຫ້ມີຄວາມຄ່ອງຕົວ” ທັງ “ສາມາດຄຸ້ມຄອງ-ຄວບຄຸມໄດ້”, ຮັກສາຄວາມເປັນລະບຽບຂອງຕະຫຼາດ ແລະ ແກ້ໄຂຂໍ້ຂາດຕົກບົກຜ່ອງຂອງຕະຫຼາດໃຫ້ດີກວ່າເກົ່າ, ເຮັດໃຫ້ການເຄື່ອນໄຫວຂອງເສດຖະກິດແຫ່ງຊາດມີຄວາມຄ່ອງຕົວ, ກະຕຸກຊຸກຍູ້ແຮງຂັບເຄື່ອນໃນຕົວ ແລະ ພະລັງຊີວິດດ້ານການປະດິດສ້າງໃໝ່ຂອງທົ່ວສັງຄົມ.

5. ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດ “2 ບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ”. ບູລະນະ ແລະ ພັດທະນາເສດຖະກິດກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ສົ່ງເສີມ ສະໜັບສະໜູນ ແລະ ຊີ້ນຳນຳພາການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມຢ່າງບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ຮັບປະກັນໃຫ້ເສດຖະກິດທີ່ແມ່ນກຳມະສິດຕ່າງໆນຳໃຊ້ປັດໄຈການຜະລິດຢ່າງສະເໝີພາບກັນຕາມກົດໝາຍ ເຂົ້າຮ່ວມການແຂ່ງຂັນໃນຕະຫຼາດຢ່າງຍຸຕິທຳ ແລະ ສາມາດໄດ້ຮັບການປົກປ້ອງຈາກກົດໝາຍຢ່າງເທົ່າທຽມກັນ, ຊຸກຍູ້ໃຫ້ເສດຖະກິດທີ່ແມ່ນກຳມະສິດຕ່າງໆເສີມຂະຫຍາຍທ່າແຮງແບບຊ່ວຍຊູຍູ້ໜູນກັນ ແລະ ພັດທະນາໄປພ້ອມກັນ.

ລົງເລິກການປະຕິຮູບທຶນລັດ ແລະ ລັດວິສາຫະກິດ, ປັບປຸງໂຄງປະກອບ ແລະ ກົນໄກຕິດຕາມຄຸ້ມຄອງໃຫ້ສົມບູນ, ເພີ່ມທະວີການປະສານສົມທົບກັນດ້ານຍຸດທະສາດລະຫວ່າງພາກສ່ວນຄຸ້ມຄອງຕ່າງໆ, ຊຸກຍູ້ການປັບປຸງການແບ່ງເຂດ ແລະ ໂຄງປະກອບຂອງເສດຖະກິດພາກລັດໃຫ້ດີຂຶ້ນ, ຊຸກຍູ້ໃຫ້ທຶນລັດ ແລະ ລັດວິສາຫະກິດມີຄວາມເຂັ້ມແຂງຂຶ້ນ ມີຄຸນນະພາບດີຂຶ້ນ ແລະ ມີຂະໜາດໃຫຍ່ຂຶ້ນ, ເພີ່ມທະວີບົດບາດແກນກາງ, ຍົກສູງກຳລັງແຂ່ງຂັນແກນກາງ. ກຳນົດຖານະບົດບາດຂອງລັດວິສາຫະກິດປະເພດຕ່າງໆໃຫ້ຊັດເຈນຕື່ມອີກ, ປັບປຸງການຄຸ້ມຄອງຄວາມຮັບຜິດຊອບຫຼັກ ແລະ ທຸລະກິດຫຼັກໃຫ້ສົມບູນ, ກຳນົດຂົງເຂດ ແລະ ທິດທາງທີ່ເປັນຈຸດສຸມໃນການລົງທຶນຂອງທຶນລັດຢ່າງຈະແຈ້ງ. ຊຸກຍູ້ໃຫ້ທຶນລັດລວມສູນເຂົ້າສູ່ຂະແໜງການສຳຄັນ ແລະ ຂົງເຂດທີ່ມີລັກສະນະເປັນຂໍກຸນແຈສຳຄັນ ໂດຍພົວພັນເຖິງຄວາມໝັ້ນຄົງຂອງຊາດ ແລະ ເສັ້ນຊີວິດຂອງເສດຖະກິດແຫ່ງຊາດ, ລວມສູນເຂົ້າສູ່ຂົງເຂດການບໍລິການສາທາລະນະ ຂົງເຂດຄວາມສາມາດຮັບມືສຸກເສີນ ຂົງເຂດສາທາລະນະປະໂຫຍດ ແລະອື່ນໆທີ່ພົວພັນເຖິງແຜນການພັດທະນາແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ລວມສູນເຂົ້າສູ່ອຸດສາຫະກຳໃໝ່ທີ່ມີລັກສະນະເບິ່ງກວ້າງມອງໄກ ແລະ ລັກສະນະຍຸດທະສາດ. ປັບປຸງມາດຕະການກ່ຽວກັບການຊຸກຍູ້ລະບຽບການປະດິດສ້າງໃໝ່ຂອງລັດວິສາຫະກິດໃຫ້ຄົບຖ້ວນ. ລົງເລິກປະຕິຮູບບໍລິສັດທີ່ລົງທຶນ ແລະ ດຳເນີນທຸລະກິດໂດຍທຶນລັດ. ສ້າງລະບຽບການປະເມີນຜົນກ່ຽວກັບລັດວິສາຫະກິດປະຕິບັດຕາມພາລະກຳດ້ານຍຸດທະສາດ, ປັບປຸງລະບົບການ ກວດສອບ ແລະ ປະເມີນຜົນຂອງລັດວິສາຫະກິດຕາມທຸກປະເພດນັ້ນໃຫ້ສົມບູນ, ດຳເນີນການໄລ່ລຽງມູນຄ່າເພີ່ມຂອງເສດຖະກິດພາກລັດ. ຊຸກຍູ້ການປະຕິຮູບການດຳເນີນທຸລະກິດແບບອິດສະຫຼະໃນຂັ້ນຕອນທີ່ມີການຜູກຂາດແບບທຳມະຊາດ ແລະ ການຫັນເປັນຕະຫຼາດໃນຂັ້ນຕອນທີ່ມີການແຂ່ງຂັນຂອງຂະແໜງການພະລັງງານ ທາງລົດໄຟ ໂທລະຄົມມະນາຄົມ ຊົນລະປະທານ ສາທາລະນຸປະໂພກ ແລະອື່ນໆ, ປັບປຸງໂຄງປະກອບ ແລະ ກົນໄກຕິດຕາມຄຸ້ມຄອງໃຫ້ຄົບຖ້ວນ.

ຍຶດໝັ້ນທິດທາງນະໂຍບາຍທີ່ອອກແຮງສ້າງສະພາບແວດລ້ອມທີ່ດີ ແລະ ສະໜອງໂອກາດ ຫຼາຍກວ່າເກົ່າໃຫ້ແກ່ການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມ. ສ້າງກົດໝາຍດ້ານສົ່ງເສີມເສດຖະກິດເອກະຊົນ. ລົງເລິກທັບມ້າງອຸປະສັກດ້ານການອະນຸຍາດເຂົ້າຕະຫຼາດ, ຊຸກຍູ້ໃຫ້ເປີດປະຕູຂອງຂົງເຂດທີ່ມີລັກສະນະການແຂ່ງຂັນ ດ້ານພື້ນຖານໂຄງລ່າງຕໍ່ໜ່ວຍງານທຸລະກິດຢ່າງຍຸຕິທຳ, ປັບປຸງກົນໄກທີ່ມີປະສິດທິຜົນຍາວນານ ທີ່ວິສາຫະກິດເອກະຊົນເຂົ້າຮ່ວມການສ້າງໂຄງການສຳຄັນຂະໜາດໃຫຍ່ຂອງລັດນັ້ນໃຫ້ຄົບຖ້ວນ. ສະໜັບສະໜູນວິສາຫະກິດເອກະຊົນທີ່ມີຄວາມສາມາດນຳໜ້າແບກຫາບໜ້າທີ່ແກ້ໄຂຂໍ້ຫຍຸ້ງຍາກດ້ານເຕັກນິກທີ່ສຳຄັນຂອງລັດ, ເປີດພື້ນຖານໂຄງລ່າງສຳຄັນດ້ານການຄົ້ນຄວ້າວິທະຍາສາດຂອງລັດຕໍ່ວິສາຫະກິດເອກະຊົນຕື່ມອີກ. ປັບປຸງນະໂຍບາຍ ແລະ ລະບຽບການທີ່ສະໜັບສະໜູນການລະດົມທຶນຂອງວິສາຫະກິດເອກະຊົນນັ້ນໃຫ້ຄົບຖ້ວນ, ແກ້ໄຂບັນຫາທີ່ລະດົມທຶນໄດ້ຍາກ ແລະ ມີຕົ້ນທຶນສູງໃນການລະດົມທຶນ. ປັບປຸງລະບົບລະບຽບກົດໝາຍກ່ຽວກັບການຕິດຕາມຄຸ້ມຄອງການເກັບຄ່າທຳນຽມ ທີ່ກ່ຽວຂ້ອງກັບວິສາຫະກິດທີ່ເຫັນຜົນໄລຍະຍາວ ແລະ ການຊຳລະຄ່າໃຊ້ຈ່າຍທີ່ຖ່ວງດຶງເວລາຕໍ່ກັບວິສາຫະກິດນັ້ນໃຫ້ຄົບຖ້ວນ. ເລັ່ງລັດສ້າງລະບົບປະເມີນ ຜົນແບບສັງລວມຕໍ່ສະພາບຄວາມໜ້າເຊື່ອຖືຂອງວິສາຫະກິດເອກະຊົນ, ປັບປຸງລະບຽບການເພີ່ມ ຄວາມໜ້າເຊື່ອຖືຂອງວິສາຫະກິດເອກະຊົນຂະໜາດກາງ ແລະ ນ້ອຍໃຫ້ຄົບຖ້ວນ. ສະໜັບສະໜູນ ແລະ ຊີ້ນຳນຳພາວິສາຫະກິດເອກະຊົນປັບປຸງໂຄງປະກອບການບໍລິຫານ ແລະ ລະບຽບການຄຸ້ມຄອງໃຫ້ສົມບູນ, ເພີ່ມທະວີຄວາມຖືກຕ້ອງຕາມກົດລະບຽບຂອງວິສາຫະກິດ ແລະ ການປ້ອງກັນ ຄວບຄຸມຄວາມສ່ຽງດ້ານຄວາມປອດໃສຂາວສະອາດ. ເພີ່ມທະວີການຕິດຕາມຄຸ້ມຄອງຢູ່ໃນໄລຍະດຳເນີນງານ ແລະ ພາຍຫຼັງດຳເນີນງານ, ປັບປຸງການກວດກາດ້ານການບໍລິຫານທີ່ກ່ຽວຂ້ອງກັບວິສາຫະກິດເອກະຊົນນັ້ນໃຫ້ເປັນລະບຽບແບບແຜນ.

ປັບປຸງລະບຽບການວິສາຫະກິດຍຸກປັດຈຸບັນທີ່ມີສີສັນພິເສດຂອງຈີນໃຫ້ສົມບູນ, ສົ່ງເສີມນ້ຳໃຈນັກທຸລະກິດ, ສະໜັບສະໜູນ ແລະ ຊີ້ນຳນຳພາວິສາຫະກິດປະເພດຕ່າງໆຍົກສູງປະສິດທິພາບການນຳໃຊ້ຊັບພະຍາກອນ ແລະ ປັດໄຈການຜະລິດ ພ້ອມດ້ວຍລະດັບທຸລະກິດຄຸ້ມຄອງບໍລິຫານ, ປະຕິບັດຄວາມຮັບຜິດຊອບທາງສັງຄົມ, ເລັ່ງລັດສ້າງວິສາຫະກິດລະດັບແຖວໜ້າຂອງໂລກໃຫ້ຫຼາຍກວ່າເກົ່າ.

6. ສ້າງຕະຫຼາດໃຫຍ່ທີ່ເປັນເອກະພາບກັນໃນທົ່ວປະເທດ. ຊຸກຍູ້ໃຫ້ລະບຽບການ ແລະ ກົດລະບຽບພື້ນຖານຂອງຕະຫຼາດເປັນເອກະພາບກັນ ການຕິດຕາມຄຸ້ມຄອງຕະຫຼາດມີຄວາມຍຸຕິທຳ ແລະ ເປັນເອກະພາບກັນ ພ້ອມດ້ວຍສິ່ງກໍ່ສ້າງຕະຫຼາດເຊື່ອມຈອດກັນໃນມາດຕະຖານສູງ. ເພີ່ມທະວີການຜູກມັດທີ່ເຂັ້ມແຂງ ໃນການກວດກາການແຂ່ງຂັນແບບຍຸຕິທຳ, ເພີ່ມທະວີການຕ້ານການຜູກຂາດ ແລະ ຕ້ານການແຂ່ງຂັນທີ່ບໍ່ຖືກຕ້ອງ, ຊອກຮູ້-ຍົກເລີກຂໍ້ກຳນົດ ແລະ ວິທີການຕ່າງໆທີ່ເປັນອຸປະສັກຕໍ່ຕະຫຼາດທີ່ເປັນເອກະພາບກັນໃນທົ່ວປະເທດ ແລະ ການແຂ່ງຂັນແບບຍຸຕິທຳ. ປັບປຸງລະບຽບກົດໝາຍ ແລະ ລະບຽບການດຶງດູດການລົງທຶນຂອງທ້ອງຖິ່ນຕ່າງໆໃຫ້ເປັນລະບຽບແບບແຜນ, ຫ້າມບໍ່ໃຫ້ມີນະໂຍບາຍພິເສດທີ່ຜິດກົດໝາຍ. ສ້າງຕັ້ງ ແລະ ປັບປຸງລະບົບເວທີຊື້ຂາຍຊັບພະຍາກອນສາທາລະນະ ເຊັ່ນ: ການຮັບປະມູນ-ແຂ່ງຂັນປະມູນ ພ້ອມດ້ວຍການຈັດຊື້ຈັດຈ້າງຂອງອົງການລັດ ໜ່ວຍງານວິຊາການ ລັດວິສາຫະກິດ ແລະອື່ນໆທີ່ເປັນເອກະພາບກັນ ເປັນລະບຽບແບບແຜນ ແລະ ຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນນັ້ນໃຫ້ຄົບຖ້ວນ, ຄຸ້ມຄອງທຸກຂັ້ນຕອນຂອງໂຄງການຢ່າງເປີດເຜີຍ. ຍົກສູງຄວາມສາມາດ ແລະ ລະດັບການຕິດຕາມຄຸ້ມຄອງຕະຫຼາດແບບສັງລວມ. ປັບປຸງລະບົບມາດຕະຖານຂອງລັດໃຫ້ຄົບຖ້ວນ, ລົງເລິກປະຕິຮູບລະບຽບການຄຸ້ມຄອງມາດຕະຖານຂອງທ້ອງຖິ່ນ.

ປັບປຸງລະບຽບການຂອງຕະຫຼາດ ແລະ ກົດລະບຽບຂອງປັດໄຈການຜະລິດໃຫ້ສົມບູນ, ຊຸກຍູ້ໃຫ້ປັດໄຈການຜະລິດເຄື່ອນໄຫວຢ່າງໂລ່ງລ່ຽນ, ຈັດສັນຊັບພະຍາກອນປະເພດຕ່າງໆຢ່າງມີປະສິດທິພາບສູງ, ຂຸດຄົ້ນກຳລັງແຮງບົ່ມຊ້ອນຂອງຕະຫຼາດຢ່າງເຕັມສ່ວນ. ສ້າງຕະຫຼາດທີ່ດິນປຸກສ້າງເປັນເອກະພາບກັນຢູ່ຕົວເມືອງ ແລະ ຊົນນະບົດ. ປັບປຸງລະບຽບການພື້ນຖານທີ່ຊຸກຍູ້ການພັດທະນາຢ່າງເປັນລະບຽບແບບແຜນຂອງຕະຫຼາດທຶນນັ້ນໃຫ້ສົມບູນ. ບຳລຸງສ້າງຕະຫຼາດດ້ານເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານທີ່ເປັນອັນໜຶ່ງອັນດຽວໃນທົ່ວປະເທດ. ປັບປຸງກົນໄກທີ່ຕົ້ນຕໍແມ່ນໃຫ້ສາຍພົວພັນລະຫວ່າງການສະໜອງ ແລະ ຄວາມຕ້ອງການຕັດສິນລາຄາຂອງປັດໄຈການຜະລິດນັ້ນໃຫ້ສົມບູນ, ປ້ອງກັນບໍ່ໃຫ້ລັດຖະບານດຳເນີນການແຊກແຊງທີ່ບໍ່ຖືກຕ້ອງຕໍ່ການກຳນົດລາຄາ. ປັບປຸງກົນໄກທີ່ໃຫ້ຕະຫຼາດປະເມີນຜົນການປະກອບສ່ວນ ແລະ ຕັດສິນຄ່າຕອບແທນຂອງປັດໄຈການຜະລິດຕ່າງໆເຊັ່ນ: ແຮງງານ ທຶນ ທີ່ດິນ ຄວາມຮູ້ ເຕັກໂນໂລຊີ ການຄຸ້ມຄອງ ຂໍ້ມູນ ແລະອື່ນໆນັ້ນໃຫ້ຄົບຖ້ວນ. ຊຸກຍູ້ການປະຕິຮູບລາຄາໃນຂົງເຂດນ້ຳ ພະລັງງານ ຄົມມະນາຄົມ ແລະ ຂົງເຂດອື່ນໆ, ປັບປຸງລະບຽບການກຳນົດລາຄານ້ຳ ລາຄາໄຟຟ້າ ແລະ ລາຄາອາຍແກັດທຳມະຊາດແບບລູກລະນາດສຳລັບພົນລະເມືອງ, ປັບປຸງກົນໄກກຳນົດລາຄານ້ຳມັນເຊື້ອໄຟໃຫ້ສົມບູນ.

ປັບປຸງໂຄງປະກອບການຈໍລະຈອນໃຫ້ສົມບູນ, ເລັ່ງລັດພັດທະນາເຄືອຂ່າຍວັດຖຸສິ່ງຂອງ, ປັບປຸງກົດລະບຽບ ແລະ ມາດຕະຖານຈໍລະຈອນທີ່ເຊື່ອມຈອດເປັນອັນໜຶ່ງອັນດຽວນັ້ນໃຫ້ຄົບຖ້ວນ, ຫຼຸດຜ່ອນຕົ້ນທຶນຈໍລະຈອນສິນຄ້າໃນທົ່ວສັງຄົມ. ລົງເລິກປະຕິຮູບໂຄງປະກອບການຄຸ້ມຄອງພະລັງງານ, ສ້າງຕະຫຼາດພະລັງງານໄຟຟ້າທີ່ເປັນເອກະພາບກັນໃນທົ່ວປະເທດ, ປັບປຸງກົນໄກດຳເນີນງານ ແລະ ຈັດສັນເຄືອຂ່າຍທໍ່ສົ່ງນ້ຳມັນ ແລະ ອາຍແກັດທຳມະຊາດໃຫ້ດີຂຶ້ນ.

ເລັ່ງລັດບຳລຸງສ້າງລະບົບຄວາມຕ້ອງການພາຍໃນທີ່ຄົບຖ້ວນ, ສ້າງກົນໄກທີ່ມີປະສິດທິຜົນຍາວນານທີ່ລັດຖະບານລົງທຶນ ເພື່ອສະໜັບສະໜູນໂຄງການສຳຄັນຂະໜາດໃຫຍ່ ທີ່ມີລັກສະນະເປັນພື້ນຖານ ລັກສະນະສາທາລະນະປະໂຫຍດ ແລະ ລັກສະນະໄລຍະຍາວ, ປັບປຸງໂຄງປະກອບ ແລະ ກົນໄກທີ່ການລົງທຶນພາກລັດຊຸກຍູ້ການລົງທຶນພາກເອກະຊົນຢ່າງມີປະສິດທິຜົນ, ລົງເລິກປະຕິຮູບລະບຽບການພິຈາລະນາອະນຸມັດການລົງທຶນ, ປັບປຸງກົນໄກກະຕຸກຊຸກຍູ້ພະລັງຊີວິດແຫ່ງການລົງທຶນພາກເອກະຊົນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນນັ້ນໃຫ້ສົມບູນ, ສ້າງກົນໄກການລົງທຶນທີ່ມີປະສິດທິຜົນນັ້ນເພີ່ມຂຶ້ນຈາກແຮງຂັບເຄື່ອນພາຍໃນຕົວ ເຊິ່ງນຳພາໂດຍຕະຫຼາດເປັນຫຼັກ. ປັບປຸງກົນໄກເປີດກວ້າງການບໍລິໂພກຢ່າງມີປະສິດທິຜົນຍາວນານນັ້ນໃຫ້ສົມບູນ, ຫຼຸດຜ່ອນມາດຕະການຈຳກັດ, ເພີ່ມທະວີການບໍລິໂພກລະບົບສາທາລະນະຢ່າງສົມເຫດສົມຜົນ, ຕັ້ງໜ້າຊຸກຍູ້ເສດຖະກິດແບບນຳສະເໜີຄັ້ງທຳອິດ.

7. ປັບປຸງລະບອບພື້ນຖານຂອງເສດຖະກິດຕະຫຼາດໃຫ້ສົມບູນ. ປັບປຸງລະບຽບການສິດຊັບສິນໃຫ້ສົມບູນ, ປົກປ້ອງສິດຊັບສິນຂອງເສດຖະກິດກຳມະສິດປະເພດຕ່າງໆຢ່າງສະເໝີພາບ ແລະ ຖາວອນຕາມກົດໝາຍ, ສ້າງໂຄງປະກອບຄຸ້ມຄອງຊັບສິນທາງປັນຍາແບບສັງລວມຢ່າງມີປະສິດທິພາບສູງ. ປັບປຸງລະບຽບການເປີດເຜີຍຂໍ້ມູນຂ່າວສານຂອງຕະຫຼາດໃຫ້ສົມບູນ, ສ້າງລະບຽບການປົກປ້ອງຄວາມລັບດ້ານທຸລະກິດ. ສຳລັບການກະທຳປະເພດຕ່າງໆທີ່ລະເມີດສິດຊັບສິນ ແລະ ຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງເສດຖະກິດກຳມະສິດຕ່າງໆນັ້ນ ໃຫ້ດຳເນີນການສືບທາວຫາຄວາມຮັບຜິດຊອບ ການຕັດສິນໂທດ ແລະ ການລົງໂທດຢ່າງເທົ່າທຽມກັນ, ປັບປຸງລະບຽບການຊົດເຊີຍທີ່ມີລັກສະນະລົງໂທດນັ້ນໃຫ້ສົມບູນ. ເພີ່ມທະວີການປົກປ້ອງດ້ານຕຸລາການໃນການປະຕິບັດກົດໝາຍທີ່ກ່ຽວຂ້ອງກັບສິດຊັບສິນ, ປ້ອງກັນ ແລະ ແກ້ໄຂການກະທຳທີ່ແຊກແຊງຄວາມຂັດແຍ້ງດ້ານເສດຖະກິດດ້ວຍວິທີການບໍລິຫານ ແລະ ວິທີການທາງອາຍາ, ປັບປຸງກົນໄກໄຈ້ແຍກ ແລະ ແກ້ໄຂຄະດີທີ່ຕັດສິນຜິດທີ່ກ່ຽວຂ້ອງກັບວິສາຫະກິດຕາມກົດໝາຍນັ້ນໃຫ້ຄົບຖ້ວນ.

ປັບປຸງລະບຽບການອະນຸຍາດເຂົ້າຕະຫຼາດໃຫ້ສົມບູນ, ປັບປຸງສະພາບແວດລ້ອມດ້ານການອະນຸຍາດເຂົ້າຕະຫຼາດຂອງຮູບການຂະແໜງການໃໝ່ ແລະ ຂົງເຂດໃໝ່. ລົງເລິກປະຕິຮູບລະບຽບການລົງທະບຽນການຕົກລົງປະກອບທຶນສ້າງຕັ້ງວິສາຫະກິດ, ປະຕິບັດການຕົກລົງປະກອບທຶນຕາມເວລາກຳນົດຕາມກົດໝາຍ. ປັບປຸງກົນໄກລົ້ມລະລາຍຂອງວິສາຫະກິດໃຫ້ຄົບຖ້ວນ, ທົດລອງສ້າງລະບຽບການລົ້ມລະລາຍຂອງສ່ວນບຸກຄົນ, ຊຸກຍູ້ການປະຕິຮູບດ້ານຕ່າງໆທີ່ກ່ຽວຂ້ອງກັບການລົງທະບຽນຍົກເລີກວິສາຫະກິດ, ປັບປຸງລະບຽບການຖອນວິສາຫະກິດໃຫ້ສົມບູນ. ປັບປຸງລະບົບຄວາມໜ້າເຊື່ອຖືທາງສັງຄົມ ແລະ ລະບຽບການຕິດຕາມຄຸ້ມຄອງ.

Ⅲ. ປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການພັດທະນາເສດຖະກິດທີ່ມີຄຸນນະພາບສູງໃຫ້ຄົບຖ້ວນ

ການພັດທະນາທີ່ມີຄຸນນະພາບສູງ ເປັນໜ້າທີ່ສຳຄັນອັນດັບໜຶ່ງໃນການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ຕ້ອງນຳພາການປະຕິຮູບດ້ວຍທັດສະນະການພັດທະນາອັນໃໝ່, ຢືນຢູ່ບົນພື້ນຖານຂອງໄລຍະການພັດທະນາອັນໃໝ່, ລົງເລິກການປະຕິຮູບໂຄງປະກອບດ້ານການສະໜອງ, ປັບປຸງກົນໄກຊຸກຍູ້ສົ່ງເສີມ ແລະ ຜູກມັດດ້ານການພັດທະນາທີ່ມີຄຸນນະພາບສູງນັ້ນໃຫ້ສົມບູນ, ສ້າງແຮງຂັບເຄື່ອນອັນໃໝ່ ແລະ ທ່າແຮງໃໝ່ເຂົ້າໃນການພັດທະນາ.

8. ປັບປຸງໂຄງປະກອບ ແລະ ກົນໄກພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນຕ່າງໆໃຫ້ຄົບຖ້ວນ. ຊຸກຍູ້ໃຫ້ເຕັກໂນໂລຊີໄດ້ຮັບການບຸກທະລຸທີ່ມີລັກສະນະປະຕິວັດ, ຈັດສັນປັດໄຈການຜະລິດຢ່າງມີລັກສະນະປະດິດສ້າງໃໝ່, ຫັນປ່ຽນຮູບແບບ ແລະ ຍົກລະດັບອຸດສາຫະກຳຢ່າງເລິກເຊິ່ງ, ຊຸກຍູ້ໃຫ້ຜູ້ອອກແຮງງານ ພາຫະນະການອອກແຮງງານ ແລະ ເປົ້າໝາຍການອອກແຮງງານປະສານສົມທົບກັນໄດ້ດີກວ່າເກົ່າ ແລະ ຍົກລະດັບໃຫ້ສູງຂຶ້ນກວ່າເກົ່າ, ເລັ່ງລັດໃຫ້ປາກົດມີອຸດສາຫະກຳໃໝ່ ຮູບການໃໝ່ ແລະ ແຮງຂັບເຄື່ອນອັນໃໝ່, ພັດທະນາກຳລັງການຜະລິດທີ່ມີເຕັກໂນໂລຊີສູງ ສະມັດຖະພາບສູງ ແລະ ຄຸນນະພາບສູງເປັນຈຸດພິເສດ. ເພີ່ມທະວີການປະດິດສ້າງໃໝ່ດ້ານເຕັກໂນໂລຊີແບບດຽວກັນ ທີ່ມີລັກສະນະເປັນຂໍກຸນແຈສຳຄັນ ເຕັກໂນໂລຊີລ້ຳຍຸກແຖວໜ້າ ເຕັກໂນໂລຊີວິສະວະກຳທັນສະໄໝ ແລະ ເຕັກໂນໂລຊີທີ່ມີລັກສະນະຫັນປ່ຽນແບບໜ້າມືເປັນຫຼັງມື, ເພີ່ມທະວີການສະໜັບສະໜູນດ້ານລະບຽບການໃນຂົງເຂດໃໝ່ ແລະ ຊ່ອງທາງການແຂ່ງຂັນອັນໃໝ່, ສ້າງກົນໄກການເຕີບໂຕດ້ານການລົງທຶນເຂົ້າໃນອຸດສາຫະກຳໃນອະນາຄົດ, ປັບປຸງນະໂຍບາຍການພັດທະນາ ແລະ ລະບົບການຄຸ້ມຄອງອຸດສາຫະກຳທີ່ມີລັກສະນະຍຸດທະສາດ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານລຸ້ນໃໝ່ ປັນຍາປະດິດ ການບິນ-ການບິນອະວະກາດ ພະລັງງານໃໝ່ ວັດຖຸໃໝ່ ອຸປະກອນລະດັບສູງ ການແພດ-ຢາຊີວະພາບ ວິທະຍາສາດເຕັກ ນິກກວນທຸມ ແລະອື່ນໆໃຫ້ສົມບູນ, ຊີ້ນຳໃຫ້ອຸດສາຫະກຳໃໝ່ພັດທະນາໄປຢ່າງປອດໃສ ແລະ ເປັນລະບຽບ. ນຳພາການຍົກລະດັບອຸດສາຫະກຳດັ້ງເດີມດ້ວຍການຍົກລະດັບມາດຕະຖານຂອງລັດ, ສະໜັບສະໜູນວິສາຫະກິດຍົກລະດັບອຸດສາຫະກຳດັ້ງເດີມ ດ້ວຍເຕັກໂນໂລຊີດີຈີຕອນ ອັດສະລິຍະ ແລະ ເຕັກໂນໂລຊີສີຂຽວ. ເພີ່ມທະວີການຜູກມັດດ້ານລະບຽບການໃນການອະນຸລັກສິ່ງແວດລ້ອມ ແລະ ປ້ອງກັນຄວາມປອດໄພ.

ປັບປຸງກົດລະບຽບ ແລະ ນະໂຍບາຍທີ່ກ່ຽວຂ້ອງໃຫ້ຄົບຖ້ວນ, ເລັ່ງລັດສ້າງສາຍພົວພັນການຜະລິດທີ່ຍິ່ງສອດຄ່ອງກັບກຳລັງການຜະລິດໃນຄຸນນະພາບໃໝ່, ຊຸກຍູ້ໃຫ້ປັດໄຈການຜະລິດທີ່ທັນສະໄໝປະເພດຕ່າງໆລວມສູນໄປສູ່ກຳລັງການຜະລິດໃນຄຸນນະພາບໃໝ່, ຍົກສູງສະມັດຖະພາບການຜະລິດດ້ວຍປັດໄຈຄົບວົງຈອນຢ່າງຫຼວງຫຼາຍ. ສົ່ງເສີມ ແລະ ປັບປຸງການພັດທະນາການລົງທຶນແບບອັນເກນ (angel investment) ແບບສະໜັບສະໜູນທຸລະກິດໃໝ່ ການລົງທຶນທີ່ມີຄວາມສ່ຽງ ແລະ ການລົງທຶນຊື້ສິດຖືຫຸ້ນແບບປິດລັບໃຫ້ເປັນລະບຽບແບບແຜນ, ເສີມຂະຫຍາຍບົດບາດຂອງ ກອງທຶນການລົງທຶນພາກລັດໃຫ້ດີກວ່າເກົ່າ, ພັດທະນາທຶນຮອນທີ່ເຫັນຜົນໄລຍະຍາວ.

9. ປັບປຸງລະບຽບການທີ່ຊຸກຍູ້ໃຫ້ເສດຖະກິດຮູບປະທຳເຊື່ອມໂຍງເຂົ້າກັບເສດຖະກິດດີຈີຕອນຢ່າງເລິກເຊິ່ງໃຫ້ຄົບຖ້ວນ. ເລັ່ງລັດຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ບຳລຸງສ້າງ ແລະ ພັດທະນາກຸ່ມອຸດສາຫະກຳການຜະລິດທີ່ກ້າວໜ້າໃຫ້ມີຂະໜາດໃຫຍ່, ຊຸກຍູ້ໃຫ້ອຸດສາຫະກຳການຜະລິດ ພັດທະນາຫັນເປັນລະດັບສູງ ຫັນເປັນອັດສະລິຍະ ແລະ ຫັນເປັນແບບສີຂຽວ. ສ້າງເວທີເຕັກໂນໂລຊີແບບດຽວກັນໃນຂະແໜງການຈຳນວນໜຶ່ງ, ເລັ່ງລັດຫັນປ່ຽນຮູບແບບອຸດສາຫະກຳ ແລະ ຮູບການຈັດຕັ້ງຂອງວິສາຫະກິດ, ປັບປຸງໂຄງປະກອບ ແລະ ກົນໄກທີ່ຍົກສູງຖານະນຳໜ້າຂອງອຸດສາຫະກຳທີ່ມີທ່າແຮງໃຫ້ຄົບຖ້ວນ. ປັບປຸງກົນໄກເຄື່ອນໄຫວ ແລະ ຕິດຕາມຄຸ້ມຄອງກອງທຶນອຸດສາຫະກຳສຳຄັນຂະໜາດໃຫຍ່ໃຫ້ດີຂຶ້ນ, ຮັບປະກັນການລົງທຶນໃຫ້ສອດຄ່ອງກັບຄວາມຮຽກຮ້ອງດ້ານຍຸດທະສາດຂອງລັດ. ສ້າງກົນໄກລົງທຶນເພື່ອຮັກສາອັດຕາສ່ວນທີ່ສົມເຫດສົມຜົນຂອງອຸດສາຫະກຳການຜະລິດ, ຫຼຸດຕົ້ນທຶນສັງລວມ ແລະ ພາລະໃນດ້ານສ່ວຍສາອາກອນ-ຄ່າທຳນຽມຂອງອຸດສາຫະກຳການຜະລິດ ໃຫ້ຕ່ຳລົງຢ່າງສົມເຫດສົມຜົນ.

ເລັ່ງລັດສ້າງໂຄງປະກອບ ແລະ ກົນໄກທີ່ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ປັບປຸງລະບົບນະໂຍບາຍທີ່ຊຸກຍູ້ເຕັກໂນໂລຊີດີຈີຕອນຫັນເປັນອຸດສາຫະກຳ ແລະ ອຸດສາຫະກຳຫັນເປັນແບບດີຈີຕອນໃຫ້ສົມບູນ. ເລັ່ງລັດການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານລຸ້ນໃໝ່ໃນທົ່ວຕ່ອງໂສ້ຢ່າງຮອບດ້ານ, ພັດທະນາອິນເຕີເນັດອຸດສາຫະກຳ, ສ້າງກຸ່ມອຸດສາຫະກຳດີຈີຕອນທີ່ມີກຳລັງແຂ່ງຂັນລະດັບສາກົນ. ຊຸກຍູ້ການພັດທະນາແບບປະດິດສ້າງໃໝ່ຂອງເສດຖະກິດເວທີຊື້ຂາຍ, ປັບປຸງລະບຽບການຕິດຕາມຄຸ້ມຄອງທີ່ເປັນປົກກະຕິຕໍ່ເສດຖະກິດເວທີຊື້ຂາຍໃຫ້ຄົບຖ້ວນ. ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງດ້ານຂໍ້ມູນຂອງລັດ, ຊຸກຍູ້ການຊົມໃຊ້ຂໍ້ມູນຮ່ວມກັນ. ເລັ່ງລັດສ້າງລະບຽບການຢືນຢັນເຈົ້າຂອງ ການຊື້ຂາຍໃນຕະຫຼາດ ການຈັດແບ່ງສິດຜົນປະໂຫຍດ ແລະ ການປົກປ້ອງຜົນປະໂຫຍດຕໍ່ກັບສິດຊັບສິນຂອງຂໍ້ມູນ, ຍົກສູງຄວາມສາມາດໃນການບໍລິຫານ ແລະ ຕິດຕາມຄຸ້ມຄອງຄວາມປອດໄພດ້ານຂໍ້ມູນ, ສ້າງກົນໄກເຄື່ອນຍ້າຍໄປມາຂ້າມຊາດຂອງຂໍ້ມູນຢ່າງມີປະສິດທິພາບສູງ ສະດວກວ່ອງໄວ ແລະ ປອດໄພ.

10. ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຂະແໜງການບໍລິການໃຫ້ສົມບູນ. ປັບປຸງລະ ບົບນະໂຍບາຍສະໜັບສະໜູນການພັດທະນາຂະແໜງການບໍລິການໃຫ້ສົມບູນ, ປັບປຸງການໄລ່ລຽງ ໃນຂະແໜງການບໍລິການໃຫ້ດີຂຶ້ນ, ຊຸກຍູ້ການສ້າງຂະແໜງການບໍລິການໃຫ້ຫັນເປັນແບບມາດຕະ ຖານ. ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງຂະແໜງການບໍລິການທີ່ມີລັກສະນະການຜະລິດ ໂດຍສຸມໃສ່ຂອດຈຸດສຸມ ແລະ ແບ່ງຕາມຂົງເຂດ, ພັດທະນາເວທີອິນເຕີເນັດຂອງຂະແໜງການບໍລິ ການ, ທັບມ້າງກໍາແພງບໍລິຫານໃນການດໍາເນີນທຸລະກິດຂ້າມເຂດແຄວ້ນ, ຊຸກຍູ້ຂະແໜງການບໍລິ ການທີ່ມີລັກສະນະການຜະລິດ ໃຫ້ໄດ້ຮັບການພັດທະນາແບບເຊື່ອມໂຍງເຂົ້າກັນ. ປັບປຸງກົນໄກເລັ່ງ ສ້າງຂະແໜງການບໍລິການທີ່ຕິດແທດກັບຊີວິດການເປັນຢູ່ ໃຫ້ໄດ້ຮັບການພັດທະນາ ດ້ວຍຫຼາຍຮູບ ແບບໃຫ້ຄົບຖ້ວນ. ປັບປຸງລະບົບກົດໝາຍ ແລະ ລະບຽບການກ່ຽວກັບອົງການທີ່ໃຫ້ການບໍລິການສື່ ກາງໃນການຊື້ຂາຍ, ຊຸກຍູ້ອົງການທີ່ໃຫ້ການບໍລິການສື່ກາງໃນການຊື້ຂາຍດໍາເນີນການບໍລິການຢ່າງ ຊື່ສັດ ຮັກສາຄໍາໝັ້ນສັນຍາ ແລະ ປະຕິບັດໜ້າທີ່ຕາມກົດໝາຍ.

11. ປັບປຸງໂຄງປະກອບ ແລະ ກົນໄກສ້າງພື້ນຖານໂຄງລ່າງທັນສະໄໝໃຫ້ຄົບຖ້ວນ. ສ້າງລະ ບົບວາງແຜນ ແລະ ມາດຕະຖານດ້ານພື້ນຖານໂຄງລ່າງແບບໃໝ່, ປັບປຸງກົນໄກນໍາໃຊ້ພື້ນຖານ ໂຄງລ່າງແບບໃໝ່ຢ່າງເຊື່ອມໂຍງເຂົ້າກັນນັ້ນໃຫ້ຄົບຖ້ວນ, ຊຸກຍູ້ການດັດສ້າງພື້ນຖານໂຄງລ່າງແບບ ດັ້ງເດີມໃຫ້ກາຍເປັນແບບດີຈີຕອນ, ເປີດກວ້າງຊ່ອງທາງການລົງທຶນ ແລະ ລະດົມທຶນດ້ວຍຫຼາຍ ຮູບແບບ, ປັບປຸງກົນໄກປະສານງານການສ້າງພື້ນຖານໂຄງລ່າງທີ່ສໍາຄັນໃຫ້ຄົບຖ້ວນ. ລົງເລິກປະ ຕິຮູບລະບົບຄົມມະນາຄົມຂົນສົ່ງແບບສັງລວມ, ຊຸກຍູ້ການປະຕິຮູບໂຄງປະກອບທາງລົດໄຟ, ພັດທະ ນາການບິນທົ່ວໄປ ແລະ ເສດຖະກິດການບິນຕໍ່າ, ຊຸກຍູ້ການປັບປຸງນະໂຍບາຍທາງຫຼວງທີ່ເກັບເງິນ ໃຫ້ດີຂຶ້ນ. ຍົກລະດັບຄວາມສາມາດການປະກັນໄພ ແລະ ຄວາມສາມາດການບໍລິການທົ່ວໂລກຂອງ ການຂົນສົ່ງທາງນໍ້າໃຫ້ສູງຂຶ້ນ, ຊຸກຍູ້ການປະດິດສ້າງກົດລະບຽບຂອງລະບຽບການຕັດສິນຄະດີທາງ ທະເລ. ປັບປຸງກົນໄກກໍ່ສ້າງ ປະຕິບັດງານ ແລະ ຄຸ້ມຄອງໂຄງການຊົນລະປະທານທີ່ສໍາຄັນໃຫ້ຄົບ ຖ້ວນ.

12. ປັບປຸງລະບຽບການຍົກສູງຄວາມທົນທານໜຽວແໜ້ນ ແລະ ລະດັບຄວາມປອດໄພຂອງ ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງໃຫ້ຄົບຖ້ວນ. ຂຸ້ນຂ້ຽວສ້າງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທີ່ສາມາດຄວບຄຸມດ້ວຍຕົນເອງ, ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ ໂຄງປະກອບ ແລະ ກົນໄກພັດທະນາຕ່ອງໂສ້ອຸດສາຫະກຳທີ່ເປັນຈຸດສຸມ ເຊັ່ນ: ວົງຈອນໄຟຟ້າ, ກົນຈັກທີ່ຜະລິດເຄື່ອງຈັກ, ອຸປະກອນການແພດ, ມິເຕີ, ໂປຣແກຣມພື້ນຖານ, ໂປຣແກຣມອຸດສາ ຫະກໍາ ແລະ ວັດຖຸທັນສະໄໝເປັນຕົ້ນ, ຊຸກຍູ້ການແກ້ໄຂຂອດຫຍຸ້ງຍາກດ້ານເຕັກນິກ ແລະ ໝູນ ໃຊ້ຜົນງານທີ່ໄດ້ຮັບໃນທົ່ວຕ່ອງໂສ້. ສ້າງກົນໄກປະເມີນຜົນ ແລະ ຮັບມືກັບຄວາມສ່ຽງດ້ານຄວາມ ປອດໄພຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ. ປັບປຸງກົນໄກປະສານງານການ ຍົກຍ້າຍອຸດສາຫະກໍາແບບລູກລະນາດ ແລະ ເປັນລະບຽບຢູ່ພາຍໃນປະເທດໃຫ້ຄົບຖ້ວນ, ຊຸກຍູ້ ການຊົມໃຊ້ຜົນປະໂຫຍດຮ່ວມກັນລະຫວ່າງທ້ອງຖິ່ນຍົກຍ້າຍ ແລະ ທ້ອງຖິ່ນຮັບເອົາ. ສ້າງພື້ນທີ່ຍຸດ ທະສາດຂອງຊາດ ແລະ ອຸດສາຫະກໍາສໍາຮອງຂອງອຸດສາຫະກໍາທີ່ເປັນຂໍກຸນແຈສໍາຄັນ. ເລັ່ງລັດປັບປຸງລະບົບຄັງສຳຮອງຂອງຊາດໃຫ້ສົມບູນ. ປັບປຸງລະບົບການສໍາຫຼວດ, ການຜະລິດ, ການສະ ໜອງ, ການສະສົມ ແລະ ການຈຳໜ່າຍຢ່າງເປັນເອກະພາບກັນ ແລະ ລະບົບການເຊື່ອມໂຍງ ເຊື່ອມຈອດຂອງຊັບພະຍາກອນບໍ່ແຮ່ຍຸດທະສາດໃຫ້ສົມບູນຂຶ້ນ.

Ⅳ. ສ້າງໂຄງປະກອບ ແລະ ກົນໄກສະໜັບສະໜູນການປະດິດສ້າງຢ່າງຮອບດ້ານ

ການສຶກສາ ວິທະຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດ ເປັນເສົາຄ້ຳທີ່ມີ ລັກສະນະພື້ນຖານ ແລະ ລັກສະນະຍຸດທະສາດຂອງຄວາມທັນສະໄໝແບບຈີນ. ຕ້ອງລົງເລິກຈັດ ຕັ້ງປະຕິບັດຍຸດທະສາດສ້າງສາປະເທດຊາດໃຫ້ຈະເລີນດ້ວຍວິທະຍາສາດ-ການສຶກສາ ຍຸດທະສາດ ສ້າງສາປະເທດເຂັ້ມແຂງດ້ານຜູ້ມີຄວາມຮູ້ຄວາມສາມາດ ແລະ ຍຸດທະສາດການພັດທະນາທີ່ຂັບ ເຄື່ອນດ້ວຍການປະດິດສ້າງ, ຊຸກຍູ້ການປະຕິຮູບໂຄງປະກອບ ແລະ ກົນໄກດ້ານການສຶກສາ ວິທະ ຍາສາດເຕັກໂນໂລຊີ ແລະ ຜູ້ມີຄວາມຮູ້ຄວາມສາມາດໄປພ້ອມກັນ ແລະ ເປັນເອກະພາບກັນ, ປັບປຸງໂຄງປະກອບເຕົ້າໂຮມກຳລັງແຮງສັງລວມໃນທົ່ວປະເທດແບບໃໝ່ໃຫ້ຄົບຖ້ວນ ເພື່ອຍົກລະດັບ ສະມັດຖະພາບໂດຍລວມຂອງລະບົບປະດິດສ້າງຂອງຊາດໃຫ້ສູງຂຶ້ນ.

13. ລົງເລິກປະຕິຮູບດ້ານການສຶກສາແບບສັງລວມ. ເລັ່ງສ້າງລະບົບການສຶກສາທີ່ມີຄຸນນະ ພາບສູງ, ຊຸກຍູ້ການປະຕິຮູບວິທີບໍາລຸງສ້າງຄົນ ຮູບແບບການສ້າງສະຖາບັນການສຶກສາ ໂຄງປະ ກອບການຄຸ້ມຄອງ ແລະ ກົນໄກຮັບປະກັນຢ່າງເປັນເອກະພາບກັນ. ປັບປຸງກົນໄກບໍາລຸງສ້າງຄົນ ໃຫ້ມີຄຸນສົມບັດທີ່ດີໃຫ້ສົມບູນ, ຊຸກຍູ້ການປະຕິຮູບ ແລະ ປະດິດສ້າງຫຼັກສູດການເມືອງແນວຄິດ ຂອງໂຮງຮຽນປະຖົມ ໂຮງຮຽນມັດທະຍົມ ແລະ ມະຫາວິທະຍາໄລຢ່າງເປັນອັນໜຶ່ງອັນດຽວກັນ, ປັບປຸງລະບົບສຶກສາອົບຮົມຮອບດ້ານທັງຄຸນສົມບັດສຶກສາ ປັນຍາ ພະລະ ສິລະປະ ແລະ ແຮງ ງານສຶກສາໃຫ້ຄົບຖ້ວນ, ຍົກລະດັບຄວາມສາມາດດ້ານການຖ່າຍທອດຄວາມຮູ້ ແລະ ບໍາລຸງສ້າງ ຄົນຂອງຄູອາຈານໃຫ້ສູງຂຶ້ນ, ປັບປຸງກົນໄກສ້າງຈັນຍາບັນ ແລະ ແບບແຜນປະຕິບັດງານຂອງຄູ ອາຈານໃນໄລຍະຍາວໃຫ້ຄົບຖ້ວນ, ລົງເລິກປະຕິຮູບການປະເມີນຜົນລະດັບການສຶກສາ. ປັບປຸງການແບ່ງເຂດການສຶກສາຊັ້ນສູງໃຫ້ດີຂຶ້ນ, ເລັ່ງສ້າງມະຫາວິທະຍາໄລທີ່ມີສີສັນພິເສດຂອງຈີນ ແລະ ຢູ່ແຖວໜ້າຂອງໂລກ ກໍຄືຂະແໜງວິຊາທີ່ມີທ່າແຮງ. ຊຸກຍູ້ການປະຕິຮູບມະຫາວິທະຍາໄລໂດຍແບ່ງ ຕາມປະເພດ, ສ້າງກົນໄກປັບປຸງການຈັດຂະແໜງວິຊາ ແລະ ຮູບແບບການບໍາລຸງສ້າງຜູ້ມີຄວາມຮູ້ ຄວາມສາມາດທີ່ນໍາພາໂດຍການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ຄວາມຕ້ອງການທາງ ຍຸດທະສາດຂອງຊາດ, ວາງແຜນສ້າງຂະແໜງວິຊາທີ່ມີຄວາມຕ້ອງການດ່ວນແບບເກີນກວ່າປົກກະຕິ, ເພີ່ມທະວີການສ້າງຂະແໜງວິຊາພື້ນຖານ ຂະແໜງວິຊາໃໝ່ ແລະ ຂະແໜງວິຊາປະສົມ ກໍຄືການ ບໍາລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຊັ້ນຍອດ, ສຸມໃສ່ເພີ່ມທະວີການບໍາລຸງສ້າງຄວາມສາມາດດ້ານ ການປະດິດສ້າງ. ປັບປຸງກົນໄກປະດິດສ້າງວິທະຍາສາດເຕັກໂນໂລຊີຂອງມະຫາວິທະຍາໄລໃຫ້ສົມ ບູນ. ຍົກສູງສະມັດຖະພາບການຫັນປ່ຽນຜົນງານວິທະຍາສາດເຕັກໂນໂລຊີໃຫ້ເປັນການປະຍຸກໃຊ້ຕົວ ຈິງ. ເພີ່ມທະວີການປະສານສົມທົບລະຫວ່າງການສຶກສາດ້ານວິທະຍາສາດເຕັກໂນໂລຊີກັບການສຶກ ສາດ້ານວັດທະນະທໍາ. ເລັ່ງສ້າງລະບົບອາຊີວະສຶກສາທີ່ມີການເຊື່ອມໂຍງເຂົ້າກັນ ລະຫວ່າງອາຊີວະ ສຶກສາກັບສາມັນສຶກສາ ແລະ ມີການເຊື່ອມໂຍງເຂົ້າກັນລະຫວ່າງການຜະລິດກັບການສຶກສາ. ປັບ ປຸງລະບຽບການທັດສະນະສຶກສາ ແລະ ເຝິກງານຂອງນັກສຶກສາໃຫ້ສົມບູນ. ນຳພາການພັດທະນາ ການສຶກສາພາກເອກະຊົນໃຫ້ເປັນລະບຽບແບບແຜນ. ຊຸກຍູ້ການເປີດປະຕູດ້ານການສຶກສາທີ່ມີລະ ດັບສູງ, ສົ່ງເສີມມະຫາວິທະຍາໄລດ້ານເຕັກໂນໂລຊີທີ່ມີລະດັບສູງຂອງຕ່າງປະເທດ ໃຫ້ເຂົ້າມາດໍາ ເນີນການຮ່ວມມືດ້ານການສຶກສາຢູ່ຈີນ.

ປັບປຸງການແບ່ງເຂດດ້ານຊັບພະຍາກອນການສຶກສາໃຫ້ດີຂຶ້ນ, ສ້າງກົນໄກສະໜອງການບໍລິ ການດ້ານການສຶກສາສາທາລະນະຂັ້ນພື້ນຖານທີ່ແທດເໝາະກັບການປ່ຽນແປງຂອງປະຊາກອນ. ປັບ ປຸງກົນໄກຊຸກຍູ້ການສຶກສາພາກບັງຄັບຢ່າງມີຄຸນນະພາບດີ ແລະ ດຸນດ່ຽງໃຫ້ສົມບູນ, ທົດລອງເປີດ ກວ້າງຂອບເຂດການສຶກສາແບບບໍ່ເສຍຄ່າເທື່ອລະກ້າວ. ປັບປຸງກົນໄກຮັບປະກັນການສຶກສາກ່ອນ ໄວຮຽນ, ການສຶກສາພິເສດ ແລະ ການສຶກສາສະເພາະດ້ານໃຫ້ຄົບຖ້ວນ. ຊຸກຍູ້ການສຶກສາໃຫ້ຫັນ ເປັນແບບດີຈີຕອນ, ເພີ່ມຄວາມສາມາດການສ້າງສັງຄົມແຫ່ງການຮຽນຮູ້ ແລະ ເພີ່ມທະວີການຮັບ ປະກັນການສຶກສາຕະຫຼອດຊີວິດ.

14. ລົງເລິກປະຕິຮູບໂຄງປະກອບດ້ານວິທະຍາສາດເຕັກໂນໂລຊີ. ຍຶດໝັ້ນຫັນໜ້າໄປສູ່ແຖວ ໜ້າດ້ານວິທະຍາສາດເຕັກໂນໂລຊີຂອງໂລກ ຫັນໜ້າໄປສູ່ສະໜາມຮົບຕົ້ນຕໍດ້ານເສດຖະກິດ ຫັນ ໜ້າໄປສູ່ຄວາມຕ້ອງການທີ່ສຳຄັນຂອງປະເທດຊາດ ຫັນໜ້າໄປສູ່ຊີວິດ ແລະ ສຸຂະພາບຂອງປະຊາ ຊົນ, ປັບປຸງກົນໄກຈັດຕັ້ງການປະດິດສ້າງວິທະຍາສາດເຕັກໂນໂລຊີທີ່ສໍາຄັນໃຫ້ດີຂຶ້ນ, ເພີ່ມທະວີ ການແກ້ໄຂຂອດຫຍຸ້ງຍາກດ້ານເຕັກນິກທີ່ເປັນຂໍກຸນແຈສໍາຄັນຢ່າງເປັນເອກະພາບກັນ, ຊຸກຍູ້ກໍາລັງ ແຮງ ການຈັດສັນປັດໄຈ ແລະ ຖັນແຖວຜູ້ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງວິທະຍາ ສາດເຕັກໂນໂລຊີ ໃຫ້ກາຍເປັນລະບົບ ກາຍເປັນໂຄງປະກອບ ແລະ ກາຍເປັນແບບປະສານສົມທົບ ກັນ. ເພີ່ມທະວີການສ້າງກໍາລັງວິທະຍາສາດເຕັກໂນໂລຊີຍຸດທະສາດຂອງຊາດ, ປັບປຸງລະບົບຫ້ອງ ທົດລອງແຫ່ງຊາດໃຫ້ສົມບູນ, ປັບປຸງບົດບາດ ແລະ ການຈັດວາງສະຖາບັນຄົ້ນຄວ້າວິທະຍາສາດ  ມະຫາວິທະຍາໄລແບບຄົ້ນຄວ້າທີ່ມີລະດັບສູງ ແລະ ວິສາຫະກິດແຖວໜ້າດ້ານວິທະຍາສາດ ເຕັກ ໂນໂລຊີຂອງຊາດໃຫ້ດີຂຶ້ນ, ຊຸກຍູ້ການປະສານສົມທົບກັນດ້ານການປະດິດສ້າງວິທະຍາສາດເຕັກໂນ ໂລຊີ ລະຫວ່າງສູນກາງກັບທ້ອງຖິ່ນ, ວາງແຜນການສ້າງເວທີປະດິດສ້າງວິທະຍາສາດເຕັກໂນໂລຊີ ປະເພດຕ່າງໆຢ່າງເປັນເອກະພາບກັນ, ສົ່ງເສີມ ແລະ ພັດທະນາອົງການຄົ້ນຄວ້າ ແລະ ພັດທະ ນາແບບໃໝ່ໃຫ້ເປັນລະບຽບແບບແຜນ, ເສີມຂະຫຍາຍບົດບາດນໍາພາທີ່ເປັນຕະຫຼາດຂະໜາດໃຫຍ່ ພິເສດຂອງປະເທດເຮົາ, ເພີ່ມທະວີການຈັດສັນຊັບພະຍາກອນ ແລະ ການຈັດຕັ້ງກໍາລັງການປະ ດິດສ້າງຢ່າງເປັນເອກະພາບກັນ, ຊຸກຍູ້ການປະດິດສ້າງວິທະຍາສາດເຕັກໂນໂລຊີ ແລະ ການປະ ດິດສ້າງດ້ານອຸດສາຫະກໍາ ໃຫ້ໄດ້ຮັບການພັດທະນາແບບເຊື່ອມໂຍງເຂົ້າກັນ. ສ້າງລະບົບຕິດຕາມ ແຈ້ງເຕືອນໄພ ແລະ ຮັບມືກັບຄວາມສ່ຽງດ້ານຄວາມປອດໄພຂອງວິທະຍາສາດເຕັກໂນໂລຊີ, ເພີ່ມ ທະວີການຮັບປະກັນດ້ວຍຕົນເອງໃຫ້ແກ່ເງື່ອນໄຂພື້ນຖານດ້ານວິທະຍາສາດເຕັກໂນໂລຊີ. ປັບປຸງລະບຽບການຄຸ້ມຄອງອົງການຈັດຕັ້ງທາງສັງຄົມດ້ານວິທະຍາສາດເຕັກໂນໂລຊີໃຫ້ຄົບຖ້ວນ. ເປີດກວ້າງ ການແລກປ່ຽນ ແລະ ຮ່ວມມືດ້ານວິທະຍາສາດເຕັກໂນໂລຊີກັບສາກົນ, ສົ່ງເສີມໃຫ້ສ້າງຕັ້ງອົງການ ຈັດຕັ້ງວິທະຍາສາດເຕັກໂນໂລຊີສາກົນຢູ່ຈີນ, ປັບປຸງກົນໄກຄຸ້ມຄອງການແລກປ່ຽນ ແລະ ຮ່ວມມື ດ້ານວິຊາການກັບພາຍນອກຂອງມະຫາວິທະຍາໄລ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ອົງການ ຈັດຕັ້ງວິທະຍາສາດເຕັກໂນໂລຊີໃຫ້ດີຂຶ້ນ.

ປັບປຸງການຄຸ້ມຄອງການວາງແຜນວິທະຍາສາດເຕັກໂນໂລຊີ, ສ້າງຄວາມເຂັ້ມແຂງໃຫ້ກັບ ການວາງແຜນທີ່ມີລັກສະນະເບິ່ງກວ້າງມອງໄກ ແລະ ມີລັກສະນະນໍາພາໃຫ້ແກ່ຂົງເຂດຄົ້ນຄວ້າວິ ທະຍາສາດພື້ນຖານ ຂົງເຂດນໍາໜ້າປະສົມ ແລະ ຂົງເຂດທີ່ເປັນຈຸດສຸມ. ເພີ່ມທະວີການຄົ້ນຄວ້າ ວິທະຍາສາດພື້ນຖານຢ່າງມີການຈັດຕັ້ງ, ຍົກລະດັບອັດຕາສ່ວນການໃຊ້ຈ່າຍດ້ານວິທະຍາສາດເຕັກ ໂນໂລຊີ ເຂົ້າໃນການຄົ້ນຄວ້າວິທະຍາສາດພື້ນຖານໃຫ້ສູງຂຶ້ນ, ປັບປຸງກົນໄກລົງທຶນເຂົ້າໃສ່ການ ຄົ້ນຄວ້າວິທະຍາສາດພື້ນຖານທີ່ມີການເຊື່ອມໂຍງເຂົ້າກັນລະຫວ່າງການສະໜັບສະໜູນທີ່ມີລັກສະນະແຂ່ງຂັນ ແລະ ການສະໜັບສະໜູນຢ່າງໝັ້ນທ່ຽງໃຫ້ສົມບູນຂຶ້ນ, ສົ່ງເສີມໃຫ້ທ້ອງຖິ່ນ ວິສາຫະກິດ ອົງການຈັດຕັ້ງສັງຄົມ ແລະ ສ່ວນບຸກຄົນທີ່ມີເງື່ອນໄຂ ສະໜັບສະໜູນການຄົ້ນຄວ້າວິທະຍາສາດພື້ນ ຖານ, ສະໜັບສະໜູນການຄົ້ນຄວ້າວິທະຍາສາດພື້ນຖານໃຫ້ເລືອກຫົວຂໍ້ຄົ້ນຄວ້າທີ່ມີຫຼາຍຮູບແບບ, ສົ່ງເສີມໃຫ້ດໍາເນີນການຄົ້ນຄວ້າວິທະຍາສາດພື້ນຖານທີ່ມີຄວາມສ່ຽງສູງ ແລະ ມີມູນຄ່າສູງ. ລົງເລິກ ປະຕິຮູບລະບົບປະເມີນຜົນລະດັບວິທະຍາສາດເຕັກໂນໂລຊີ, ເພີ່ມທະວີການຄຸ້ມຄອງຈະລິຍະທໍາ ດ້ານວິທະຍາສາດເຕັກໂນໂລຊີ, ແກ້ໄຂການກະທໍາທີ່ຜິດຕໍ່ຫຼັກວິຊາການຢ່າງເຂັ້ມງວດ.

ສ້າງຄວາມເຂັ້ມແຂງໃຫ້ກັບບົດບາດທີ່ເປັນພາກສ່ວນຫຼັກຂອງວິສາຫະກິດ ໃນດ້ານການປະດິດ ສ້າງວິທະຍາສາດເຕັກໂນໂລຊີ, ສ້າງກົນໄກບໍາລຸງສ້າງວິສາຫະກິດແຖວໜ້າດ້ານວິທະຍາສາດເຕັກ ໂນໂລຊີໃຫ້ເຕີບໃຫຍ່, ເພີ່ມທະວີການເຊື່ອມໂຍງເຂົ້າກັນລະຫວ່າງການຜະລິດ ການສຶກສາ ແລະ ການຄົ້ນຄວ້າ ໃຫ້ລົງສູ່ລວງເລິກທີ່ນໍາພາໂດຍວິສາຫະກິດ, ສ້າງລະບຽບການຄັງສໍາຮອງດ້ານການ ຄົ້ນຄວ້າ ແລະ ພັດທະນາຂອງວິສາຫະກິດ, ສະໜັບສະໜູນວິສາຫະກິດເປັນເຈົ້າການນໍາພາ ຫຼື ເຂົ້າ ຮ່ວມໜ້າທີ່ແກ້ໄຂຂອດຫຍຸ້ງຍາກ ດ້ານວິທະຍາສາດເຕັກໂນໂລຊີຂອງຊາດ. ສ້າງກົນໄກຊຸກຍູ້ການ ເຕີບໃຫຍ່ຂະຫຍາຍຕົວຂອງວິສາຫະກິດຂະໜາດກາງ-ຂະໜາດນ້ອຍທີ່ມີລັກສະນະເຈາະຈົງ ດີເລີດ ພິເສດ ແລະ ຮູບແບບໃໝ່. ສົ່ງເສີມວິສາຫະກິດດ້ານວິທະຍາສາດເຕັກໂນໂລຊີຂະໜາດກາງ-ຂະ ໜາດນ້ອຍ ໃຫ້ເພີ່ມການລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ, ຍົກສູງອັດຕາສ່ວນຄ່າໃຊ້ ຈ່າຍດ້ານການຄົ້ນຄວ້າ ແລະ ພັດທະນາທີ່ບໍ່ຕ້ອງເສຍອາກອນລາຍໄດ້ຂອງວິສາຫະກິດ. ສົ່ງເສີມ-ຊີ້ ນໍາມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ ອະນຸຍາດໃຫ້ວິສາຫະກິດຂະໜາດ ກາງ-ຂະໜາດນ້ອຍ-ຈຸນລະວິສາຫະກິດ ນໍາໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຊີໂດຍຜ່ານຮູບ ແບບນໍາໃຊ້ກ່ອນ ແລະ ເສຍຄ່າໃຊ້ຈ່າຍນໍາຫຼັງ.

ປັບປຸງກົນໄກຈັດສັນ ຄຸ້ມຄອງ ແລະ ນໍາໃຊ້ງົບປະມານດ້ານວິທະຍາສາດເຕັກໂນໂລຊີ ຂອງການເງິນສູນກາງໃຫ້ສົມບູນຂຶ້ນ, ປັບປຸງກົນໄກຈັດຕັ້ງປະຕິບັດແຜນການວິທະຍາສາດເຕັກໂນໂລຊີ ໃນງົບປະມານສູນກາງ ແລະ ຄຸ້ມຄອງໂດຍອົງການຈັດຕັ້ງວິຊາການໃຫ້ຄົບຖ້ວນ. ເປີດກວ້າງຂອບ ເຂດ “ລະບຽບການມອບເໝົາ” ງົບປະມານໂຄງການຄົ້ນຄວ້າວິທະຍາສາດ, ມອບສິດຕັດສິນທິດ ທາງເຕັກນິກຫຼາຍກວ່າເກົ່າ ສິດນຳໃຊ້ງົບປະມານຫຼາຍກວ່າເກົ່າ ແລະ ສິດຈັດສັນຊັບພະຍາກອນ ຫຼາຍກວ່າເກົ່າໃຫ້ແກ່ນັກວິທະຍາສາດ. ສ້າງກົນໄກຄັດເລືອກໂຄງການທີ່ຍັງບໍ່ທັນໄດ້ຮັບຄວາມເຫັນ ເປັນເອກະພາບກັນ ແຕ່ໄດ້ຮັບການນໍາສະເໜີຈາກຜູ້ຊ່ຽວຊານແບບເປີດເຜີຍຊື່. ອະນຸຍາດໃຫ້ໜ່ວຍ ງານວິຊາການປະເພດຄົ້ນຄວ້າວິທະຍາສາດ ປະຕິບັດລະບຽບການຄຸ້ມຄອງທີ່ຄ່ອງຕົວກວ່າໜ່ວຍງານ
ວິຊາການທົ່ວໄປ ພ້ອມທັງທົດລອງປະຕິບັດການຄຸ້ມຄອງແບບວິສາຫະກິດ.

ລົງເລິກປະຕິຮູບກົນໄກຫັນຜົນງານວິທະຍາສາດເຕັກໂນໂລຊີ ໃຫ້ກາຍເປັນການປະຍຸກໃຊ້ຕົວ
ຈິງ, ເພີ່ມທະວີການສ້າງລະບົບຖ່າຍໂອນເຕັກນິກລະດັບຊາດ, ເລັ່ງຈັດວາງສ້າງເວທີພິສູດຄວາມ ເປັນໄປໄດ້ຂອງມະໂນພາບ ແລະ ເວທີທົດລອງໄລຍະກາງງວດໜຶ່ງ, ປັບປຸງນະໂຍບາຍການນໍາ ໃຊ້ຜົນງານດ້ານວິທະຍາສາດເຕັກໂນໂລຊີຊຸດທໍາອິດ ງວດທໍາອິດ ແລະ ລຸ້ນທໍາອິດໃຫ້ສົມບູນຂຶ້ນ, ເພີ່ມຄວາມແຮງໃນການຈັດຊື້ຂອງພາກລັດ ຕໍ່ຜະລິດຕະພັນທີ່ປະດິດສ້າງດ້ວຍຕົນເອງໃຫ້ຫຼາຍຂຶ້ນ. ເພີ່ມທະວີການສ້າງຖັນແຖວຜູ້ຈັດການດ້ານເຕັກນິກ.

ອະນຸຍາດໃຫ້ພະນັກງານວິທະຍາສາດເຕັກໂນໂລຊີ ມີສິດເປັນເຈົ້າຕົນເອງຫຼາຍກວ່າເກົ່າໃນການ ແບ່ງປັນລາຍຮັບຈາກການຫັນຜົນງານວິທະຍາສາດເຕັກໂນໂລຊີ ໃຫ້ກາຍເປັນການປະຍຸກໃຊ້ຕົວຈິງ, ສ້າງລະບຽບການຄຸ້ມຄອງບັນຊີດຽວ ຕໍ່ກັບຊັບສິນທີ່ໄດ້ຮັບຈາກຜົນງານການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີໃນໄລຍະດຳລົງຕໍາແໜ່ງ, ລົງເລິກປະຕິຮູບການມອບສິດດ້ານຜົນງານວິທະຍາສາດເຕັກ ໂນໂລຊີໃນໄລຍະດຳລົງຕໍາແໜ່ງ. ລົງເລິກປະຕິຮູບການແບ່ງປັນລາຍຮັບຂອງມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ. ອະນຸຍາດໃຫ້ລັດວິສາຫະກິດທີ່ສອດຄ່ອງກັບເງື່ອນໄຂນັ້ນ ຖືເອົາການປະດິດສ້າງເປັນທິດທາງ, ດໍາເນີນການຊຸກຍູ້ສົ່ງເສີມພະນັກງານຄົ້ນຄວ້າວິທະຍາສາດ
ດ້ວຍຫຼາຍຮູບແບບໃນໄລຍະກາງ ແລະ ໄລຍະຍາວໃຫ້ຫຼາຍກວ່າເກົ່າ.

ສ້າງໂຄງປະກອບການທະນາຄານດ້ານວິທະຍາສາດເຕັກໂນໂລຊີ ທີ່ແທດເໝາະກັບການປະດິດ ສ້າງວິທະຍາສາດເຕັກໂນໂລຊີ, ເພີ່ມທະວີການສະໜັບສະໜູນດ້ານການທະນາຄານຕໍ່ໜ້າທີ່ວິທະຍາ ສາດເຕັກໂນໂລຊີທີ່ສໍາຄັນຂອງຊາດ ແລະ ຕໍ່ວິສາຫະກິດວິທະຍາສາດເຕັກໂນໂລຊີຂະໜາດກາງ-ຂະໜາດນ້ອຍ, ປັບປຸງນະໂຍບາຍສະໜັບສະໜູນທີ່ໃຫ້ການລົງທຶນໄລຍະຍາວນັ້ນລົງທຶນຕໍ່ຜົນງານວິທະຍາສາດເຕັກໂນໂລຊີໃນໄລຍະຕົ້ນຂອງການຫັນເປັນອຸດສາຫະກຳ ລົງທຶນຕໍ່ວິສາຫະກິດຂະໜາດ ນ້ອຍ ລົງທຶນໄລຍະຍາວ ແລະ ລົງທຶນຕໍ່ວິທະຍາສາດເຕັກໂນໂລຊີທີ່ມີກໍາລັງເຂັ້ມແຂງໃຫ້ສົມບູນ ຂຶ້ນ. ປັບປຸງກົນໄກກະຈາຍຄວາມສ່ຽງ ໃນການແກ້ໄຂຂອດຫຍຸ້ງຍາກດ້ານເຕັກນິກທີ່ສໍາຄັນໃຫ້ຄົບ ຖ້ວນ, ສ້າງລະບົບນະໂຍບາຍປະກັນໄພດ້ານວິທະຍາສາດເຕັກໂນໂລຊີ. ຍົກລະດັບໃຫ້ທຶນຕ່າງ ປະເທດມີຄວາມສະດວກຫຼາຍຂຶ້ນກວ່າເກົ່າ ໃນການເຂົ້າມາລົງທຶນຕໍ່ສິດຖືຫຸ້ນ ແລະ ລົງທຶນຕໍ່ໂຄງ ການທີ່ມີຄວາມສ່ຽງຢູ່ຈີນ.

15. ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກພັດທະນາຜູ້ມີຄວາມຮູ້ຄວາມສາມາດ. ປະຕິ ບັດນະໂຍບາຍດ້ານຜູ້ມີຄວາມຮູ້ຄວາມສາມາດທີ່ຕັ້ງໜ້າກວ່າເກົ່າ ເປີດປະຕູກວ່າເກົ່າ ແລະ ມີປະ ສິດທິຜົນກວ່າເກົ່າ, ປັບປຸງກົນໄກບໍາລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ວຍຕົນເອງໃຫ້ສົມບູນຂຶ້ນ, ເລັ່ງສ້າງສູນຜູ້ມີຄວາມຮູ້ຄວາມສາມາດລະດັບສູງແຫ່ງຊາດ ແລະ ເວທີດຶງດູດເຕົ້າໂຮມຜູ້ມີຄວາມຮູ້ ຄວາມສາມາດ. ເລັ່ງສ້າງກໍາລັງຜູ້ມີຄວາມຮູ້ຄວາມສາມາດດ້ານຍຸດທະສາດແຫ່ງຊາດ, ສຸມໃສ່ບໍາລຸງ ສ້າງນັກວິທະຍາສາດທາງດ້ານຍຸດທະສາດ ຜູ້ນຳພາ ແລະ ໜ່ວຍງານປະດິດສ້າງລະດັບແຖວໜ້າ ໃນດ້ານວິທະຍາສາດເຕັກໂນໂລຊີ, ສຸມໃສ່ບໍາລຸງສ້າງວິສະວະກອນດີເດັ່ນ ນາຍຊ່າງລະດັບຊາດ ແລະ ຜູ້ທີ່ມີສີມືເຕັກນິກລະດັບສູງ, ຍົກສູງຄຸນນະພາບຂອງຜູ້ມີຄວາມຮູ້ຄວາມສາມາດປະເພດ ຕ່າງໆ. ສ້າງຖັນແຖວກໍາມະກອນເຕັກນິກອຸດສາຫະກໍາລະດັບແຖວໜ້າ. ປັບປຸງກົນໄກການເຄື່ອນ ຍ້າຍຂອງຜູ້ມີຄວາມຮູ້ຄວາມສາມາດຢ່າງເປັນລະບຽບໃຫ້ສົມບູນ, ສົ່ງເສີມການຈັດແບ່ງຜູ້ມີຄວາມຮູ້ ຄວາມສາມາດໄປປະຈຳຢູ່ເຂດແຄວ້ນຕ່າງໆຢ່າງສົມເຫດສົມຜົນ, ລົງເລິກການປະສານງານລະຫວ່າງ ຜູ້ມີຄວາມຮູ້ຄວາມສາມາດຢູ່ພາກຕາເວັນອອກ ພາກກາງ ແລະ ພາກຕາເວັນຕົກ. ປັບປຸງກົນໄກຄົ້ນ ຫາ ຄັດເລືອກ ແລະ ບໍາລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ານການປະດິດສ້າງທີ່ເປັນໄວໜຸ່ມໃຫ້ ສົມບູນ, ຮັບປະກັນນະໂຍບາຍຕໍ່ກັບພະນັກງານວິທະຍາສາດເຕັກໂນໂລຊີໄວໜຸ່ມໃຫ້ດີກວ່າເກົ່າ. ປັບ ປຸງລະບຽບການຮັບປະກັນໃຫ້ພະນັກງານຄົ້ນຄວ້າວິທະຍາສາດ ດໍາເນີນການຄົ້ນຄວ້າວິທະຍາສາດ ຢ່າງຈົດຈໍ່ໃຫ້ສົມບູນ.

ສ້າງຄວາມເຂັ້ມແຂງຕໍ່ກັບກົນໄກຊຸກຍູ້ສົ່ງເສີມຜູ້ມີຄວາມຮູ້ຄວາມສາມາດ, ຍຶດໝັ້ນການມອບສິດ ໃຫ້ພາກສ່ວນທີ່ນໍາໃຊ້ຜູ້ມີຄວາມຮູ້ຄວາມສາມາດ ແລະ ຫຼຸດຜ່ອນຂໍ້ຈໍາກັດຕໍ່ກັບຜູ້ມີຄວາມຮູ້ຄວາມສາ ມາດ. ສ້າງລະບົບປະເມີນຜົນລະດັບຜູ້ມີຄວາມຮູ້ຄວາມສາມາດ ທີ່ຖືເອົາຄວາມສາມາດດ້ານການປະ ດິດສ້າງຄຸນນະພາບ ປະສິດທິຜົນຕົວຈິງ ແລະ ການປະກອບສ່ວນເປັນທິດທາງ. ທະລຸໂລ່ງ ຊ່ອງທາງແລກປ່ຽນລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ວິສາຫະ ກິດ. ປັບປຸງກົນໄກຮັບປະກັນ ແລະ ສະໜັບສະໜູນຜູ້ມີຄວາມຮູ້ຄວາມສາມາດ ທີ່ນໍາເຂົ້າຈາກຕ່າງ ປະເທດໃຫ້ສົມບູນ, ສ້າງເປັນລະບົບລະບຽບການຜູ້ມີຄວາມຮູ້ຄວາມສາມາດທີ່ມີຄວາມສາມາດແຂ່ງ ຂັນໃນສາກົນ. ທົດລອງສ້າງລະບຽບການຍົກຍ້າຍຖິ່ນຖານໃຫ້ຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກ ສູງ.

Ⅴ. ປັບປຸງລະບົບຄຸ້ມຄອງເສດຖະກິດມະຫາພາກໃຫ້ຄົບຖ້ວນ

ການດັດສົມຄວບຄຸມມະຫາພາກຕາມຫຼັກວິທະຍາສາດ ແລະ ການຄຸ້ມຄອງຂອງລັດຖະບານ ທີ່ມີປະສິດທິຜົນນັ້ນ ເປັນຄວາມຮຽກຮ້ອງຕ້ອງການພາຍໃນຕົວແຫ່ງການເສີມຂະຫຍາຍທ່າແຮງຂອງ ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ. ຕ້ອງປັບປຸງລະບົບລະບຽບການດັດສົມຄວບຄຸມມະຫາ ພາກໃຫ້ສົມບູນ, ຊຸກຍູ້ການປະຕິຮູບໃນຂົງເຂດຈຸດສຸມຕ່າງໆ ເຊັ່ນ: ການເງິນ-ສ່ວຍສາອາກອນ ແລະ ການທະນາຄານເປັນຕົ້ນຢ່າງເປັນເອກະພາບກັນ, ເພີ່ມທະວີຄວາມເປັນເອກະພາບຂອງທິດ ທາງນະໂຍບາຍມະຫາພາກ.

16. ປັບປຸງລະບົບແຜນຍຸດທະສາດແຫ່ງຊາດ, ກົນໄກວາງແຜນນະໂຍບາຍຢ່າງເປັນເອກະພາບກັນ ແລະ ປະສານສົມທົບກັນໃຫ້ສົມບູນ. ສ້າງກົນໄກກຳນົດ ແລະ ປະຕິບັດຍຸດທະສາດຂອງຊາດ, ເພີ່ມທະວີການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງຂອງຍຸດທະສາດສຳຄັນຂອງຊາດ, ເພີ່ມທະວີບົດບາດຂອງຍຸດທະສາດແຫ່ງຊາດໃນການຊີ້ນຳນຳພາດ້ານມະຫາພາກ ແລະ ປະສານສົມທົບຢ່າງເປັນເອກະພາບກັນ. ປັບປຸງລະບົບລະບຽບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ຄົບຖ້ວນ, ສ້າງຄວາມເຂັ້ມແຂງໃຫ້ກັບກົນໄກຈັດຕັ້ງປະຕິບັດແຜນການຕ່າງໆຢ່າງເຊື່ອມຕໍ່ກັນ, ເສີມຂະຫຍາຍບົດບາດຊີ້ນຳຍຸດທະສາດຂອງແຜນພັດທະນາແຫ່ງຊາດ, ເພີ່ມທະວີບົດບາດພື້ນຖານຂອງແຜນຜັງພັດທະນາພື້ນທີ່ແຫ່ງຊາດ, ເພີ່ມທະວີບົດບາດຄ້ຳຊູໃນການປະຕິບັດແຜນພັດທະນາສະເພາະ ດ້ານ ແລະ ແຜນພັດທະນາເຂດແຄວ້ນ. ປັບປຸງລະບຽບການທີ່ຜູ້ຊ່ຽວຊານເຂົ້າຮ່ວມການກຳນົດນະໂຍບາຍສາທາລະນະໃຫ້ຄົບຖ້ວນ.

ປິ່ນອ້ອມການປະຕິບັດແຜນການພັດທະນາ ແລະ ຍຸດທະສາດສຳຄັນຂອງຊາດ ເພື່ອຊຸກຍູ້ໃຫ້ ນະໂຍບາຍຕ່າງໆ ເຊັ່ນ: ການເງິນ ເງິນຕາ ອຸດສາຫະກຳ ລາຄາ ການປະກອບອາຊີບ ແລະອື່ນໆ ປະສານສົມທົບກັນທຸ້ມເທກຳລັງແຮງ, ປັບປຸງການຈັດສັນຊັບພະຍາກອນທີ່ເພີ່ມຂຶ້ນໃໝ່ປະເພດຕ່າງໆ ແລະ ການດັດສົມໂຄງປະກອບຂອງຊັບພະຍາກອນທີ່ມີຢູ່ນັ້ນໃຫ້ດີຂຶ້ນ. ທົດລອງດຳເນີນການຄຸ້ມຄອງຕາຕະລາງຊັບສິນ ແລະ ໜີ້ສິນດ້ານມະຫາພາກຂອງລັດ. ຈັດເອົານະໂຍບາຍດ້ານເສດຖະກິດ ແລະ ນະໂຍບາຍທີ່ບໍ່ແມ່ນດ້ານເສດຖະກິດເຂົ້າໃນການປະເມີນຜົນຄວາມເປັນເອກະພາບກັນຂອງທິດທາງນະໂຍບາຍດ້ານມະຫາພາກ. ປັບປຸງກົນໄກຄຸ້ມຄອງການຄາດຄະເນໃຫ້ຄົບຖ້ວນ. ປັບປຸງລະບົບໄລ່ລຽງຕົວຊີ້ວັດສະຖິຕິທີ່ຄ້ຳຊູການພັດທະນາທີ່ມີຄຸນນະພາບສູງໃຫ້ຄົບຖ້ວນ, ເພີ່ມທະວີການຈັດເອົາ ເສດຖະກິດໃໝ່ ແລະ ຂົງເຂດໃໝ່ເຂົ້າໃນລະບົບສະຖິຕິຂອງຊາດ. ເພີ່ມທະວີການສ້າງພື້ນຖານສະຖິຕິຂອງໜ່ວຍງານທີ່ມີການເຄື່ອນໄຫວອຸດສາຫະກຳ, ປັບປຸງວິທີເກັບກຳສະຖິຕິຢູ່ສຳນັກງານໃຫຍ່ ແລະ ສຳນັກງານສາຂາໃຫ້ດີຂຶ້ນ, ເຜີຍແຜ່ການສະຖິຕິຢູ່ສະຖານທີ່ດຳເນີນການເຄື່ອນໄຫວຂອງໜ່ວຍງານທຸລະກິດເທື່ອລະກ້າວ. ປັບປຸງກົນໄກປະສານງານດ້ານນະໂຍບາຍມະຫາພາກກັບສາກົນໃຫ້ຄົບຖ້ວນ.

17. ລົງເລິກປະຕິຮູບໂຄງປະກອບການເງິນ ແລະ ສ່ວຍສາອາກອນ. ປັບປຸງລະບຽບການງົບປະມານ, ເພີ່ມທະວີການວາງແຜນດ້ານຊັບພະຍາກອນ ແລະ ງົບປະມານດ້ານການເງິນຢ່າງເປັນເອກະພາບ, ຈັດເອົາລາຍຮັບທັງໝົດທີ່ມາຈາກອຳນາດການບໍລິຫານ ສິນເຊື່ອຂອງລັດຖະບານ ຊັບພະຍາກອນ ແລະ ຊັບສິນພາກລັດນັ້ນເຂົ້າໃນການຄຸ້ມຄອງງົບປະມານຂອງລັດ. ປັບປຸງລະບຽບການ ຮ່າງງົບປະມານ ແລະ ປະເມີນຜົນງານທຸລະກິດຂອງທຶນລັດໃຫ້ສົມບູນ, ເພີ່ມທະວີການຮັບປະກັນດ້ານການເງິນຕໍ່ໜ້າທີ່ຍຸດທະສາດອັນສຳຄັນຂອງລັດ ແລະ ຊີວິດການເປັນຢູ່ຂັ້ນພື້ນຖານຂອງປະຊາຊົນ. ເພີ່ມທະວີການຊີ້ນຳນຳພາດ້ານມະຫາພາກຕໍ່ການຮ່າງງົບປະມານ ແລະ ນະໂຍບາຍການເງິນ. ເພີ່ມທະວີການຄຸ້ມຄອງຜົນງານດ້ານການບໍລິການສາທາລະນະ, ເພີ່ມທະວີການປະເມີນບົດບາດກ່ອນການດຳເນີນງານ. ລົງເລິກການປະຕິຮູບງົບປະມານທີ່ຖືພື້ນຖານເປັນສູນ. ສ້າງຄວາມເປັນເອກະພາບຕໍ່ສິດຈັດສັນງົບປະມານ, ຍົກສູງລັກສະນະເປັນເອກະພາບ ແລະ ຄວາມເປັນລະບຽບແບບແຜນໃນການຄຸ້ມຄອງງົບປະມານ, ປັບປຸງລະບຽບການເປີດເຜີຍ ແລະ ຕິດຕາມກວດກາງົບປະມານໃຫ້ສົມບູນ. ປັບປຸງລະບຽບການລາຍງານການເງິນແບບສັງລວມຂອງລັດຖະບານ ທີ່ປະຕິບັດລະບຽບການລາຍຮັບ-ລາຍຈ່າຍເທົ່າທີ່ຄວນ.

ປັບປຸງລະບຽບການສ່ວຍສາອາກອນທີ່ມີຜົນດີຕໍ່ການພັດທະນາທີ່ມີຄຸນນະພາບສູງ ຄວາມຍຸຕິທຳທາງສັງຄົມ ແລະ ຄວາມເປັນເອກະພາບຂອງຕະຫຼາດໃຫ້ຄົບຖ້ວນ, ປັບປຸງໂຄງປະກອບຂອງລະບຽບການສ່ວຍສາອາກອນໃຫ້ດີຂຶ້ນ. ຄົ້ນຄວ້າລະບຽບການສ່ວຍສາອາກອນທີ່ສອດຄ່ອງກັບຮູບການຂະແໜງການໃໝ່. ຈັດຕັ້ງປະຕິບັດຕາມຫຼັກການທີ່ກຳນົດການເກັບອາກອນຕາມກົດໝາຍ, ປັບປຸງນະໂຍບາຍບຸລິມະສິດດ້ານສ່ວຍສາອາກອນໃຫ້ເປັນລະບຽບແບບແຜນ, ປັບປຸງກົນໄກທີ່ສະໜັບສະໜູນຂົງເຂດສຳຄັນ ແລະ ຂອດທີ່ເປັນຂໍກຸນແຈສຳຄັນໃຫ້ສົມບູນ. ປັບປຸງລະບົບສ່ວຍສາອາກອນໂດຍກົງໃຫ້ຄົບຖ້ວນ, ປັບປຸງລະບຽບການອາກອນລາຍໄດ້ສ່ວນບຸກຄົນທີ່ປະສົມປະສານວິທີການສັງລວມ ແລະ ການຈັດແບ່ງປະເພດ, ປັບປຸງນະໂຍບາຍອາກອນລາຍໄດ້ຈາກການດຳເນີນທຸລະກິດ ລາຍໄດ້ຈາກທຶນຮອນ ແລະ ລາຍໄດ້ຈາກຊັບສິນໃຫ້ເປັນລະບຽບແບບແຜນ, ເກັບອາກອນລາຍໄດ້ຈາກການອອກແຮງງານດ້ວຍອັດຕາທີ່ເປັນເອກະພາບກັນ. ລົງເລິກການປະຕິຮູບດ້ານການເກັບ ແລະ ຄຸ້ມຄອງສ່ວຍສາອາກອນ.

ສ້າງສາຍພົວພັນດ້ານການເງິນລະຫວ່າງສູນກາງກັບທ້ອງຖິ່ນທີ່ມີສິດ ແລະ ຄວາມຮັບຜິດຊອບຢ່າງຈະແຈ້ງ ມີການປະສານສົມທົບກັນກ່ຽວກັບຄວາມສາມາດດ້ານການເງິນ ແລະ ມີຄວາມດຸນດ່ຽງລະຫວ່າງເຂດແຄວ້ນ. ເພີ່ມຄວາມເຂັ້ມແຂງດ້ານການເງິນຂອງທ້ອງຖິ່ນ, ເປີດກວ້າງແຫຼ່ງສ່ວຍສາອາກອນຂອງທ້ອງຖິ່ນ, ເປີດກວ້າງຂອບເຂດສິດຄຸ້ມຄອງສ່ວຍສາອາກອນຂອງທ້ອງຖິ່ນຢ່າງເໝາະສົມ. ປັບປຸງລະບົບການໂອນຈ່າຍດ້ານການເງິນ, ຊອກຮູ້ ແລະ ປັບປຸງການໂອນຈ່າຍສະເພາະລາຍການໃຫ້ເປັນລະບຽບແບບແຜນ, ເພີ່ມທະວີການໂອນຈ່າຍທີ່ມີລັກສະນະທົ່ວໄປ, ຍົກລະດັບຄວາມສົມຄູ່ກັນລະຫວ່າງຄວາມເຂັ້ມແຂງດ້ານການເງິນກັບສິດດຳເນີນງານໃນຂັ້ນນະຄອນ ແລະ ຂັ້ນເມືອງ.  ສ້າງກົນໄກຊຸກຍູ້ສົ່ງເສີມ ແລະ ຜູກມັດການໂອນຈ່າຍເພື່ອຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ. ຊຸກຍູ້ໃຫ້ຂັ້ນຕອນການເກັບອາກອນຊົມໃຊ້ນຳຫຼັງ ແລະ ມອບໃຫ້ແກ່ທ້ອງຖິ່ນຢ່າງໝັ້ນທ່ຽງ, ປັບປຸງນະໂຍບາຍມອບຄືນອາກອນມູນຄ່າເພີ່ມໃນລາຍການຈັດຊື້ລາຍໃຫຍ່ ທີ່ຈົ່ງໄວ້ເພື່ອມອບຄືນໃນອະນາຄົດນັ້ນແບບລ່ວງໜ້າທັງໝົດ ແລະ ຕ່ອງໂສ້ມອບຄືນ, ປັບປຸງອັດຕາສ່ວນແຫ່ງການແບ່ງປັນອາກອນທີ່ຊົມໃຊ້ຮ່ວມກັນ. ຄົ້ນຄວ້າການໂຮມອາກອນກ່ຽວກັບການບົວລະບັດຮັກສາ ແລະ ກໍ່ສ້າງຕົວເມືອງ ຄ່າທຳນຽມການສຶກສາເພີ່ມເຕີມ ແລະ ຄ່າທຳນຽມເພີ່ມເຕີມດ້ານການສຶກສາຂອງທ້ອງຖິ່ນເຂົ້າເປັນອາກອນເພີ່ມເຕີມທ້ອງຖິ່ນ, ມອບສິດໃຫ້ທ້ອງຖິ່ນກຳນົດອັດຕາອາກອນທີ່ເໝາະສົມໃນຂອບເຂດໃດໜຶ່ງ. ເປີດກວ້າງຂອບເຂດການສະໜັບສະໜູນດ້ານພັນທະບັດສະເພາະລາຍການຂອງອົງການປົກຄອງທ້ອງຖິ່ນຢ່າງສົມເຫດສົມຜົນ, ເປີດກວ້າງຂົງເຂດ ຂະໜາດ ແລະ ອັດຕາສ່ວນທີ່ໃຊ້ເປັນຕົ້ນທຶນຢ່າງເໝາະສົມ. ປັບປຸງລະບຽບການຄຸ້ມຄອງໜີ້ສິນພາກລັດ, ສ້າງລະບົບຕິດຕາມຄຸ້ມຄອງໜີ້ສິນຂອງທ້ອງຖິ່ນໃນທົ່ວທຸກດ້ານ ແລະ ກົນໄກທີ່ມີປະສິດທິຜົນຍາວນານໃນການປ້ອງກັນ-ແກ້ໄຂຄວາມສ່ຽງບົ່ມຊ້ອນດ້ານໜີ້ສິນ, ເລັ່ງລັດການປະຕິຮູບ ແລະ ຫັນປ່ຽນຮູບແບບເວທີລະດົມທຶນຂອງທ້ອງຖິ່ນ. ປັບປຸງການຄຸ້ມຄອງລາຍໄດ້ທີ່ບໍ່ແມ່ນມາຈາກອາກອນນັ້ນໃຫ້ເປັນລະບຽບແບບແຜນ, ມອບສິດຄຸ້ມຄອງລາຍໄດ້ສ່ວນໜຶ່ງທີ່ບໍ່ແມ່ນມາຈາກອາກອນນັ້ນໃຫ້ທ້ອງຖິ່ນຢ່າງເໝາະສົມ, ມອບໃຫ້ທ້ອງຖິ່ນຄຸ້ມຄອງຕາມຄວາມແຕກຕ່າງຂອງສະພາບເງື່ອນໄຂຕົວຈິງຢູ່ທ້ອງຖິ່ນຕົນ.

ເພີ່ມທະວີສິດດຳເນີນງານຂອງສູນກາງ ແລະ ຍົກສູງອັດຕາສ່ວນລາຍຈ່າຍດ້ານການເງິນຂອງສູນກາງຢ່າງເໝາະສົມ. ໃນດ້ານຫຼັກການແລ້ວ, ສິດດຳເນີນງານດ້ານການເງິນຂອງສູນກາງແມ່ນຈັດສັນລາຍຈ່າຍໂດຍຜ່ານສູນກາງເອງ, ຫຼຸດຜ່ອນສິດດຳເນີນງານດ້ານການເງິນຂອງສູນກາງທີ່ມອບໝາຍໃຫ້ທ້ອງຖິ່ນດຳເນີນງານແທນສູນກາງ. ຫ້າມຮ້ອງຂໍໃຫ້ທ້ອງຖິ່ນຈັດສັນງົບປະມານເຂົ້າໃນໂຄງການຂັ້ນສູນກາງເພື່ອປະກອບສ່ວນຢ່າງຜິດຂໍ້ກຳນົດ, ໃນກໍລະນີທີ່ຕ້ອງການມອບໃຫ້ທ້ອງຖິ່ນນຳໃຊ້ສິດດຳເນີນງານແທນສູນກາງນັ້ນ, ຕ້ອງຈັດສັນງົບປະມານໂດຍຜ່ານການໂອນຈ່າຍສະເພາະລາຍການ.

18. ລົງເລິກປະຕິຮູບໂຄງປະກອບການທະນາຄານ. ເລັ່ງລັດປັບປຸງລະບຽບການທະນາຄານກາງໃຫ້ສົມບູນ, ເຮັດໃຫ້ກົນໄກເຜີຍແຜ່ນະໂຍບາຍເງິນຕາມີຄວາມໂລ່ງລ່ຽນ. ຕັ້ງໜ້າພັດທະນາການທະນາຄານວິທະຍາສາດເຕັກໂນໂລຊີ ການທະນາຄານສີຂຽວ ການທະນາຄານທີ່ສ້າງຜົນປະໂຫຍດທົ່ວເຖິງ ການທະນາຄານດ້ານການລ້ຽງດູຜູ້ເຖົ້າ ແລະ ການທະນາຄານດີຈີຕອນ, ເພີ່ມທະວີການບໍລິການດ້ານການທະນາຄານທີ່ມີຄຸນນະພາບສູງຕໍ່ຍຸດທະສາດທີ່ສຳຄັນ ຂົງເຂດທີ່ສຳຄັນ ແລະ ຂອດອ່ອນແອ. ປັບປຸງຖານະບົດບາດ ແລະ ການບໍລິຫານຂອງອົງການທະນາຄານໃຫ້ສົມບູນ, ປັບປຸງກົນໄກຊຸກຍູ້ສົ່ງເສີມ ແລະ ຜູກມັດທີ່ຮັບໃຊ້ເສດຖະກິດຮູບປະທຳນັ້ນໃຫ້ຄົບຖ້ວນ. ພັດທະນາການລະດົມທຶນດ້ວຍສິດຖືຫຸ້ນແບບຫຼາຍແຫຼ່ງ, ເລັ່ງລັດພັດທະນາຕະຫຼາດພັນທະບັດໃນຫຼາຍລະດັບ, ຍົກສູງອັດຕາສ່ວນຂອງການລະດົມທຶນໂດຍກົງ. ປັບປຸງໂຄງປະກອບການຄຸ້ມຄອງທຶນຮອນດ້ານການທະນາຄານຂອງລັດໃຫ້ດີ.

ປັບປຸງບົດບາດຂອງຕະຫຼາດທຶນທີ່ມີການລົງທຶນ ແລະ ການລະດົມທຶນປະສານສົມທົບກັນໃຫ້ຄົບຖ້ວນ, ປ້ອງກັນຄວາມສ່ຽງ ແລະ ດຳເນີນການຕິດຕາມຄຸ້ມຄອງຢ່າງແຂງແຮງ, ຊຸກຍູ້ໃຫ້ຕະຫຼາດທຶນພັດທະນາໄປຢ່າງປອດໃສ ແລະ ໝັ້ນທ່ຽງ. ສະໜັບສະໜູນໃຫ້ທຶນໄລຍະຍາວເຂົ້າສູ່ຕະຫຼາດ. ຍົກສູງຄຸນນະພາບຂອງບໍລິສັດທີ່ຈຳໜ່າຍຫຸ້ນໃນຕະຫຼາດຫຼັກຊັບ, ເພີ່ມທະວີການຕິດຕາມຄຸ້ມຄອງບໍລິສັດທີ່ຈຳໜ່າຍຫຸ້ນໃນຕະຫຼາດຫຼັກຊັບ ແລະ ລະບຽບການຖອນອອກຈາກຕະຫຼາດຫຼັກຊັບ. ສ້າງກົນໄກທີ່ມີປະສິດທິຜົນຍາວນານໃນການເພີ່ມທະວີຄວາມໝັ້ນທ່ຽງພາຍໃນຕະຫຼາດທຶນ. ປັບປຸງກົນໄກຜູກມັດການປະພຶດຂອງຂາຫຸ້ນໃຫຍ່ ແລະ ຜູ້ຄວບຄຸມຕົວຈິງໃຫ້ເປັນລະບຽບແບບແຜນ. ປັບປຸງກົນໄກຊຸກຍູ້ສົ່ງເສີມ ແລະ ຜູກມັດດ້ານການແບ່ງປັນຜົນກຳໄລຂອງບໍລິສັດທີ່ຈຳໜ່າຍຫຸ້ນໃນຕະຫຼາດຫຼັກຊັບໃຫ້ສົມບູນ. ປັບປຸງກົນໄກປົກປ້ອງຜູ້ລົງທຶນໃຫ້ຄົບຖ້ວນ. ຊຸກຍູ້ການເຊື່ອມສານກົດລະບຽບ ແລະ ກຳນົດມາດຕະຖານເປັນເອກະພາບກັນລະຫວ່າງຕະຫຼາດສິດຖືຫຸ້ນທີ່ມີລັກສະນະເຂດແຄວ້ນ.

ສ້າງກົດໝາຍດ້ານການທະນາຄານ. ປັບປຸງລະບົບຕິດຕາມຄຸ້ມຄອງການທະນາຄານໃຫ້ສົມບູນ, ຈັດເອົາການເຄື່ອນໄຫວດ້ານການທະນາຄານທຸກຢ່າງ ເຂົ້າໃນການຕິດຕາມຄຸ້ມຄອງຕາມກົດໝາຍ, ເພີ່ມທະວີຄວາມຮັບຜິດຊອບ ແລະ ລະບຽບການສືບທາວຫາຄວາມຮັບຜິດຊອບໃນດ້ານການຕິດຕາມຄຸ້ມຄອງ, ເພີ່ມທະວີການປະສານສົມທົບກັນໃນການຕິດຕາມຄຸ້ມຄອງລະຫວ່າງຂັ້ນສູນກາງກັບຂັ້ນທ້ອງຖິ່ນ. ສ້າງພື້ນຖານໂຄງລ່າງດ້ານການທະນາຄານທີ່ປອດໄພ ແລະ ມີປະສິດທິພາບສູງ, ສ້າງກົດລະບຽບ ແລະ ລະບຽບການທີ່ລົງທະບຽນເພື່ອມອບໝາຍໃຫ້ຄຸ້ມຄອງ ແລະ ຊຳລະສະສາງ ຂອງຕະຫຼາດການທະນາຄານຢ່າງເປັນເອກະພາບກັນ, ສ້າງລະບຽບການຜູກມັດແບບບັງຄັບທີ່ແກ້ໄຂຄວາມສ່ຽງໃນໄລຍະເບື້ອງຕົ້ນ, ສ້າງລະບົບຮັບປະກັນຄວາມໝັ້ນທ່ຽງດ້ານການທະນາຄານເພື່ອປ້ອງກັນ ແລະ ຄວບຄຸມຄວາມສ່ຽງທີ່ມີລັກສະນະເປັນລະບົບນັ້ນຢ່າງມີປະສິດທິຜົນ. ປັບປຸງກົນໄກປົກປ້ອງຜູ້ໃຊ້ບໍລິການດ້ານການທະນາຄານ ແລະ ຕໍ່ຕ້ານການເຄື່ອນໄຫວດ້ານການທະນາຄານແບບຜິດກົດໝາຍໃຫ້ຄົບຖ້ວນ, ສ້າງ “ກຳແພງປ້ອງກັນໄພ” ສຳລັບທຶນຮອນອຸດສາຫະກຳ ແລະ ທຶນຮອນດ້ານການທະນາຄານ. ຊຸກຍູ້ໃຫ້ການທະນາຄານເປີດປະຕູສູ່ພາຍນອກໃນລະດັບສູງ, ຊຸກຍູ້ໃຫ້ເງິນ ຢວນຈີນຫັນເປັນເງິນຕາສາກົນຢ່າງໝັ້ນທ່ຽງ ລະອຽດຮອບຄອບ ແລະ ໜັກແໜ້ນ, ພັດທະນາຕະ ຫຼາດເງິນຢວນຈີນຢູ່ນອກປະເທດ. ຊຸກຍູ້ການຄົ້ນຄວ້າ ແລະ ນຳໃຊ້ເງິນຢວນດີຈີຕອນຢ່າງໝັ້ນທ່ຽງ ແລະ ເໝາະສົມ. ເລັ່ງລັດສ້າງສູນກາງການທະນາຄານສາກົນຊຽງໄຮ້.

ປັບປຸງຮູບການຄຸ້ມຄອງທີ່ຊົມໃຊ້ນະໂຍບາຍເທົ່າທຽມກັບພົນລະເມືອງຈີນຕໍ່ພົນລະເມືອງຕ່າງປະເທດກ່ອນເຂົ້າສູ່ຕະຫຼາດຈີນ ບວກກັບບັນຊີທາງລົບໃຫ້ສົມບູນ, ສະໜັບສະໜູນອົງການທຶນຕ່າງປະເທດທີ່ສອດຄ່ອງກັບເງື່ອນໄຂນັ້ນ ເຂົ້າຮ່ວມການທົດລອງດຳເນີນທຸລະກິດການທະນາຄານ. ເປີດ ກວ້າງການເຊື່ອມໂຍງເຊື່ອມຈອດກັນຂອງຕະຫຼາດການທະນາຄານຢ່າງໝັ້ນທ່ຽງ ແລະ ລະອຽດຮອບຄອບ, ປັບປຸງລະບຽບການນັກລົງທຶນນອກແຜ່ນດິນໃຫຍ່ຈີນທີ່ໄດ້ມາດຕະຖານໃຫ້ດີຂຶ້ນ. ຊຸກຍູ້ການສ້າງລະບົບຈ່າຍເງິນຂ້າມຊາດທີ່ເປັນເຈົ້າຕົນເອງ ແລະ ຄວບຄຸມໄດ້, ສ້າງຄວາມເຂັ້ມແຂງໃຫ້ກົນໄກຄວາມປອດໄພດ້ານການທະນາຄານພາຍໃຕ້ເງື່ອນໄຂທີ່ເປີດປະຕູສູ່ພາຍນອກ. ສ້າງລະບົບເປັນເອກະພາບກັນໃນການຕິດຕາມຄຸ້ມຄອງໜີ້ສິນຕ່າງປະເທດໃນທຸກດ້ານ. ຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງການທະນາຄານສາກົນ.

19. ປັບປຸງກົນໄກປະຕິບັດຍຸດທະສາດການພັດທະນາເຂດແຄວ້ນຢ່າງກົມກຽວໃຫ້ສົມບູນ. ສ້າງແຜນຜັງແບ່ງເຂດພັດທະນາເສດຖະກິດ ແລະ ລະບົບພື້ນທີ່ດິນແດນແຫ່ງຊາດທີ່ມີທ່າແຮງແບບຊ່ວຍຊູຍູ້ໜູນກັນ. ປັບປຸງລະບົບລະບຽບການ ແລະ ນະໂຍບາຍທີ່ຊຸກຍູ້ການພັດທະນາພາກຕາເວັນຕົກໃຫ້ຈໍ່ຕົວເປັນສະພາບໃໝ່ ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງພາກຕາເວັນອອກສຽງເໜືອຢ່າງຮອບດ້ານໄດ້ຮັບຄວາມຄືບໜ້າແບບບຸກທະລຸໃໝ່ ພາກກາງພັດທະນາເຂັ້ມແຂງໄວຂຶ້ນ ແລະ ພາກຕາເວັນອອກເລັ່ງລັດຊຸກຍູ້ການຫັນເປັນທັນສະໄໝນັ້ນໃຫ້ຄົບຖ້ວນ. ຊຸກຍູ້ໃຫ້ເຂດແຄວ້ນຕ່າງໆ ເຊັ່ນ: ນະຄອນຫຼວງປັກກິ່ງ-ກຳແພງນະຄອນທຽນສິນ-ແຂວງເຮີເປີຍ ເຂດສາມຫຼ່ຽມປາກແມ່ນ້ຳຢັງຊີກຽງ ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ ແລະອື່ນໆເສີມຂະຫຍາຍບົດບາດເປັນແຫຼ່ງກຳເນີດແຮງຂັບເຄື່ອນການພັດທະນາທີ່ມີຄຸນນະພາບສູງໄດ້ເປັນຢ່າງດີກວ່າເກົ່າ, ປັບປຸງກົນໄກພັດທະນາແລວເສດຖະກິດແມ່ນ້ຳຢັງຊີກຽງ ອະນຸລັກລະບົບນິເວດ ແລະ ພັດທະນາທີ່ມີຄຸນນະພາບສູງຕາມລ່ອງແມ່ນ້ຳເຫຼືອງນັ້ນໃຫ້ດີຂຶ້ນ, ຊຸກຍູ້ການສ້າງເຂດໃໝ່ຊົງອ່ານຢ່າງມີຄຸນນະພາບສູງຕາມມາດຕະຖານສູງ. ຊຸກຍູ້ໃຫ້ການສ້າງວົງເສດຖະກິດສອງຕົວເມືອງເຊິງຕູ່-ຈຸ່ງກິ່ງລົງສູ່ລວງເລິກຢ່າງໜັກແໜ້ນ. ປັບປຸງລະບົບລະບຽບການກ່ຽວກັບເຂດບົດບາດຕົ້ນຕໍ, ເພີ່ມທະວີກົນໄກຮັບປະກັນການພັດທະນາພື້ນທີ່ດິນແດນແຫ່ງຊາດໃຫ້ດີຂຶ້ນ. ປັບປຸງກົນໄກພັດທະນາເຂດແຄວ້ນເປັນອັນໜຶ່ງອັນດຽວກັນໃຫ້ສົມບູນ, ສ້າງກົນໄກໃໝ່ທີ່ພັດທະນາແບບຮ່ວມມືກັນຂ້າມເຂດບໍລິຫານ, ລົງເລິກການປະສານສົມທົບດ້ານອຸດສາຫະກຳລະຫວ່າງພາກຕາເວັນອອກ-ພາກກາງ-ພາກຕາເວັນຕົກ. ປັບປຸງໂຄງປະກອບ ແລະ ກົນໄກທີ່ຊຸກຍູ້ການພັດທະນາເສດຖະກິດທາງທະເລໃຫ້ສົມບູນ.

Ⅵ. ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ

ການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງຕົວເມືອງກັບຊົນນະບົດ ເປັນຄວາມຮຽກຮ້ອງອັນຈຳເປັນຂອງຄວາມທັນສະໄໝແບບຈີນ. ຕ້ອງວາງແຜນການຫັນເປັນອຸດສາຫະກຳແບບໃໝ່ ຫັນເປັນຕົວເມືອງແບບໃໝ່ ແລະ ພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານນັ້ນເປັນເອກະພາບກັນ, ຍົກລະດັບການເຊື່ອມໂຍງເຂົ້າກັນດ້ານການວາງແຜນ ການກໍ່ສ້າງ-ການຄຸ້ມຄອງຕົວເມືອງ ແລະ ຊົນນະບົດຢ່າງຮອບດ້ານ, ຊຸກຍູ້ການແລກປ່ຽນຢ່າງສະເໝີພາບກັນ ແລະ ການເຄື່ອນຍ້າຍໄປມາຂອງປັດໄຈລະຫວ່າງຕົວເມືອງກັບຊົນນະບົດ, ຫຼຸດຜ່ອນຄວາມແຕກໂຕນກັນລະຫວ່າງຕົວເມືອງ ກັບຊົນນະບົດ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາໄປພ້ອມກັນຂອງຕົວເມືອງກັບຊົນນະບົດ.

20. ປັບປຸງໂຄງປະກອບ ແລະ ກົນໄກທີ່ຊຸກຍູ້ການຫັນເປັນຕົວເມືອງແບບໃໝ່ໃຫ້ຄົບຖ້ວນ. ສ້າງກົນໄກການຕອບຮັບເປັນຢ່າງດີທີ່ອຸດສາຫະກຳຍົກລະດັບສູງຂຶ້ນ ປະຊາກອນເຕົ້າໂຮມກັນ ແລະ ຕົວເມືອງພັດທະນາຂຶ້ນ. ດຳເນີນລະບຽບການທີ່ຜູ້ມີບ່ອນຢູ່ອາໄສຄົງທີ່ລົງທະບຽນສຳມະໂນຄົວ ແລະ ສະໜອງການບໍລິການສາທາລະນະຂັ້ນພື້ນຖານ, ຊຸກຍູ້ໃຫ້ພົນລະເມືອງທີ່ຍົກຍ້າຍຈາກພາກກະສິກຳໂດຍສອດຄ່ອງກັບເງື່ອນໄຂນັ້ນ ສາມາດຊົມໃຊ້ສິດທິເທົ່າທຽມກັນໃນດ້ານຕ່າງໆ ເຊັ່ນ: ການປະກັນສັງຄົມ ການຮັບປະກັນດ້ານເຮືອນຢູ່ ການສຶກສາພາກບັງຄັບຂອງລູກຫຼານທີ່ຍົກຍ້າຍໄປພ້ອມກັນ ແລະອື່ນໆກັບພົນລະເມືອງທີ່ມີສຳມະໂນຄົວຢູ່ທ້ອງຖິ່ນດັ່ງກ່າວ, ເລັ່ງລັດໃຫ້ພົນລະເມືອງທີ່ຍົກຍ້າຍຈາກພາກກະສິກຳຫັນເປັນຊາວເມືອງ. ຮັບປະກັນສິດຜົນປະໂຫຍດດ້ານທີ່ດິນທີ່ຊອບດ້ວຍກົດໝາຍຂອງຊາວກະສິກອນທີ່ຍົກຍ້າຍສຳມະໂນຄົວເຂົ້າມາໃນຕົວເມືອງ, ປົກປ້ອງສິດສຳປະທານທີ່ດິນ ສິດນຳໃຊ້ທີ່ດິນປຸກສ້າງໃນຊົນນະບົດ ແລະ ສິດແບ່ງປັນຜົນກຳໄລລວມໝູ່ຂອງຊາວກະສິກອນທີ່ຍົກຍ້າຍສຳມະໂນຄົວເຂົ້າມາໃນຕົວເມືອງນັ້ນຕາມກົດໝາຍ, ທົດລອງວິທີການສະໝັກໃຈຍ້າຍອອກໂດຍມີຄ່າຊົດເຊີຍ.

ຍຶດໝັ້ນການສ້າງຕົວເມືອງຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ປັບປຸງລະບົບແຜນຜັງຕົວເມືອງໃຫ້ຄົບຖ້ວນ, ຊີ້ນຳໃຫ້ຕົວເມືອງຂະໜາດໃຫຍ່ ກາງ ແລະ ນ້ອຍ ກໍຄືຕົວເມືອງນ້ອຍໃນຊົນນະບົດພັດທະນາໄປຢ່າງມີການປະສານສົມທົບກັນ ແລະ ວາງແຜນຜັງແບບຮັດກຸມລວມສູນ. ລົງເລິກປະຕິຮູບໂຄງປະກອບການສ້າງ ການເຄື່ອນໄຫວ ແລະ ການຄຸ້ມຄອງຕົວເມືອງ, ເລັ່ງລັດຫັນປ່ຽນຮູບການພັດທະນາຕົວເມືອງ. ຊຸກຍູ້ການສ້າງລະບົບໃໝ່ແຫ່ງການຄຸ້ມຄອງແບບອັດສະລິຍະ ແລະ ມີປະສິດພາບສູງຂອງຕົວເມືອງໃຫຍ່ພິເສດ ແລະ ມະຫາຕົວເມືອງ, ສ້າງໂຄງປະກອບ ແລະ ກົນໄກພັດທະນາວົງແຫວນຕົວເມືອງໃຫ້ເປັນຄືເມືອງອັນດຽວກັນ. ລົງເລິກການປະຕິຮູບທີ່ມອບສິດຄຸ້ມຄອງເສດຖະກິດ-ສັງຄົມທີ່ສອດຄ່ອງກັບຂະໜາດຂອງປະຊາກອນ ແລະ ເສດຖະກິດຂອງຕາແສງຂະໜາດໃຫຍ່ພິເສດ. ສ້າງຮູບການນະໂຍບາຍ ແລະ ລະບຽບກົດໝາຍດ້ານການຍົກລະດັບຕົວເມືອງແບບຍືນຍົງ, ເພີ່ມທະວີການສ້າງເຄືອຂ່າຍທໍ່ສົ່ງໃຕ້ດິນແບບສັງລວມ ແລະ ປັບປຸງ ຍົກລະດັບສາຍທໍ່ເກົ່າ, ລົງເລິກການເຄື່ອນໄຫວຍົກລະດັບຄວາມທົນທານດ້ານຄວາມປອດໄພຂອງຕົວເມືອງ.

21. ບູລະນະ ແລະ ປັບປຸງລະບຽບການທຸລະກິດຂັ້ນພື້ນຖານຂອງຊົນນະບົດໃຫ້ສົມບູນ. ຊຸກຍູ້ໃຫ້ການສຳປະທານທີ່ດິນຮອບທີ 2 ໝົດອາຍຸແລ້ວທົດລອງແກ່ຍາວເວລາອີກ 30 ປີຢ່າງເປັນລະບຽບ, ລົງເລິກປະຕິຮູບການແຍກກຳມະສິດ ສິດສຳປະທານ ແລະ ສິດນຳໃຊ້ເນື້ອທີ່ດິນທີ່ຖືກສຳປະທານ, ພັດທະນາທຸລະກິດກະສິກຳໃນຂະໜາດທີ່ເໝາະສົມ. ປັບປຸງລະບົບທຸລະກິດດ້ານກະສິກຳໃຫ້ສົມບູນ, ປັບປຸງກົນໄກກຳນົດລາຄາໂອນສິດນຳໃຊ້ທີ່ດິນທີ່ໄດ້ການຮັບສຳປະທານໃຫ້ສົມບູນ, ຊຸກຍູ້ທຸລະກິດແບບຮ່ວມມືລະຫວ່າງຊາວກະສິກອນ, ຊຸກຍູ້ໃຫ້ນະໂຍບາຍສະໜັບສະໜູນຫົວໜ່ວຍທຸລະກິດດ້ານກະສິກຳແບບໃໝ່ຕິດພັນກັບການສ້າງເງື່ອນໄຂໃຫ້ຊາວກະສິກອນມີລາຍໄດ້ເພີ່ມຂຶ້ນ. ປັບປຸງລະບົບບໍລິການທາງສັງຄົມໃຫ້ແກ່ພາກກະສິກຳທີ່ສະດວກວ່ອງໄວ ແລະ ມີປະສິດທິພາບສູງນັ້ນໃຫ້ຄົບຖ້ວນ. ພັດທະນາເສດຖະກິດລວມໝູ່ແບບໃໝ່ຢູ່ຊົນນະບົດ, ສ້າງກົນໄກການເຄື່ອນໄຫວທີ່ມີສິດຊັບສິນຢ່າງຊັດເຈນ ແລະ ແບ່ງປັນຜົນກຳໄລຢ່າງສົມເຫດສົມຜົນ, ມອບສິດຜົນປະໂຫຍດດ້ານຊັບສິນທີ່ເຕັມສ່ວນກວ່າເກົ່າໃຫ້ກັບຊາວກະສິກອນ.

22. ປັບປຸງລະບຽບການສະໜັບສະໜູນ ທີ່ສ້າງຄວາມເຂັ້ມແຂງໃຫ້ກັບກະສິກຳ ສ້າງຜົນປະໂຫຍດໃຫ້ກັບຊົນນະບົດ ແລະ ສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນນັ້ນໃຫ້ສົມບູນ. ຍຶດໝັ້ນການພັດທະນາກະສິກຳ ແລະ ຊົນນະບົດເປັນບຸລິມະສິດ, ປັບປຸງກົນໄກການລົງທຶນເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງນັ້ນໃຫ້ສົມບູນ. ພັດທະນາອຸດສາຫະກຳທີ່ສ້າງຄວາມຮັ່ງມີໃຫ້ກັບຊາວກະສິກອນຢູ່ຂັ້ນເມືອງໃຫ້ມີຂະໜາດໃຫຍ່, ສ້າງລະບົບສະໜອງອາຫານແບບຫຼາຍແຫຼ່ງ, ບຳລຸງສ້າງອຸດສາຫະກຳໃໝ່ ແລະ ຮູບການຂະແໜງການໃໝ່ຢູ່ຊົນນະບົດ. ປັບປຸງລະບົບນະໂຍບາຍອຸດໜູນພາກກະສິກຳໃຫ້ດີຂຶ້ນ, ພັດທະນາການປະກັນໄພດ້ານກະສິກຳໃນຫຼາຍລະດັບ. ປັບປຸງກົນໄກປ້ອງກັນການກັບຄືນສູ່ຄວາມທຸກຍາກ ແລະ ຕົກເຂົ້າສູ່ສະພາບທຸກຍາກຢ່າງເປັນປະຈຳທີ່ປົກຄຸມປະຊາກອນຊົນນະບົດນັ້ນໃຫ້ສົມບູນ, ສ້າງລະບຽບການຊ່ວຍເຫຼືອໂດຍແບ່ງລະດັບ ແລະ ແບ່ງປະເພດ ສຳລັບຜູ້ມີລາຍຮັບຕ່ຳຢູ່ຊົນນະບົດ ແລະ ເຂດດ້ອຍພັດທະນາ. ປັບປຸງກົນໄກທີ່ມີປະສິດທິຜົນຍາວນານໃນການຄຸ້ມຄອງຊັບສິນທີ່ຈໍ່ຕົວຂຶ້ນມາຈາກການລົງທຶນພາກລັດ ເພື່ອລຶບລ້າງຄວາມທຸກຍາກນັ້ນໃຫ້ຄົບຖ້ວນ. ນຳໃຊ້ບົດຮຽນຂອງ “ໂຄງການພັນ-ໝື່ນ”, ປັບປຸງກົນໄກທີ່ມີປະສິດທິຜົນຍາວນານໃນການຊຸກຍູ້ຄວາມຈະເລີນຂອງຊົນນະບົດຢ່າງຮອບດ້ານນັ້ນໃຫ້ຄົບຖ້ວນ.

ເລັ່ງລັດປັບປຸງກົນໄກຮັບປະກັນຜົນປະໂຫຍດຂອງຊາວກະສິກອນ ທີ່ຜະລິດສະບຽງອາຫານນັ້ນໃຫ້ຄົບຖ້ວນ, ຊຸກຍູ້ໃຫ້ລາຄາຜະລິດຕະພັນກະສິກຳທີ່ສຳຄັນ ເຊັ່ນ: ສະບຽງອາຫານເປັນຕົ້ນ ຮັກສາໄວ້ຢູ່ໃນລະດັບທີ່ສົມເຫດສົມຜົນ. ວາງແຜນການສ້າງກົນໄກຊົດເຊີຍຜົນປະໂຫຍດຕາມສາຍຂວາງລະຫວ່າງຂັ້ນແຂວງຢູ່ແຫຼ່ງຜະລິດ ແລະ ຈຳໜ່າຍສະບຽງອາຫານຢ່າງເປັນເອກະພາບ, ຢວ່າງບາດກ້າວທີ່ມີລັກສະນະທາດແທ້ໃນການຊົດເຊີຍຜົນປະໂຫຍດຂອງແຫຼ່ງຜະລິດຕົ້ນຕໍ. ວາງແຜນເປັນເອກະພາບເພື່ອຊຸກຍູ້ການປະຕິຮູບໂຄງປະກອບ ແລະ ກົນໄກຄຸ້ມຄອງການຈັດຊື້ ຈຳໜ່າຍ ແລະ ສະສົມສະບຽງອາຫານ, ສ້າງຮູບການໃໝ່ແຫ່ງການຕິດຕາມຄຸ້ມຄອງ. ປັບປຸງກົນໄກປະຢັດສະບຽງອາຫານ ແລະ ອາຫານສຳເລັດຮູບທີ່ມີປະສິດທິຜົນຍາວນານໃຫ້ຄົບຖ້ວນ.

23. ລົງເລິກປະຕິຮູບລະບຽບການດ້ານທີ່ດິນ. ປະຕິຮູບ ແລະ ປັບປຸງລະບຽບການທີ່ຍຶດຄອງນຳໃຊ້ ແລະ ທົດແທນຄືນດິນປູກຝັງຢ່າງສົມດຸນກັນໃຫ້ສົມບູນ, ຄຸ້ມຄອງການຍຶດຄອງນຳໃຊ້ດິນປູກຝັງປະເພດຕ່າງໆຢ່າງເປັນເອກະພາບກັນ, ປັບປຸງກົນໄກກວດກາຄຸນນະພາບຂອງດິນປູກຝັງທີ່ທົດແທນຄືນໃຫ້ສົມບູນ, ຮັບປະກັນໃຫ້ໄດ້ມາດຕະຖານທີ່ສົມດຸນກັນ. ປັບປຸງກົນໄກສ້າງ ກວດກາ ແລະ ຄຸ້ມຄອງຮັກສາດິນນາທີ່ມີມາດຕະຖານສູງ. ປັບປຸງລະບົບຄຸ້ມຄອງທີ່ຮັບປະກັນການນຳໃຊ້ດິນປູກຝັງເຂົ້າໃນການປູກພືດກະສິກຳພື້ນຖານໃຫ້ຄົບຖ້ວນ. ອະນຸຍາດໃຫ້ຊາວກະສິກອນນຳໃຊ້ເຮືອນຢູ່ທີ່ຊອບດ້ວຍກົດໝາຍໃຫ້ເປັນປະໂຫຍດໂດຍຜ່ານການໃຫ້ເຊົ່າ ໄລ່ເປັນຫຸ້ນສ່ວນ ໄລ່ເປັນສ່ວນປະກອບໃນການຮ່ວມມື ແລະ ຮູບການອື່ນໆ. ຊຸກຍູ້ການປະຕິຮູບທີ່ເຮັດໃຫ້ດິນປຸກສ້າງທາງທຸລະກິດລວມໝູ່ຂອງຊົນນະບົດເຂົ້າສູ່ຕະຫຼາດຢ່າງເປັນລະບຽບ, ປັບປຸງກົນໄກແບ່ງປັນຜົນກຳໄລຈາກມູນຄ່າທີ່ເພີ່ມຂຶ້ນຂອງທີ່ດິນໃຫ້ຄົບຖ້ວນ.

ປັບປຸງການຄຸ້ມຄອງທີ່ດິນໃຫ້ດີຂຶ້ນ, ປັບປຸງລະບຽບການຄຸ້ມຄອງທີ່ດິນທີ່ເຊື່ອມສານເຂົ້າກັບນະໂຍບາຍດ້ານມະຫາພາກ ແລະ ການພັດທະນາເຂດແຄວ້ນຢ່າງມີປະສິດທິພາບສູງນັ້ນໃຫ້ຄົບຖ້ວນ, ຮັບປະກັນໃຫ້ອຸດສາຫະກຳທີ່ມີລັກສະນະນຳພາ ແລະ ໂຄງການສຳຄັນຂະໜາດໃຫຍ່ມີທີ່ດິນນຳໃຊ້ ຢ່າງສົມເຫດສົມຜົນນັ້ນເປັນບຸລິມະສິດ, ເຮັດໃຫ້ເຂດແຄວ້ນທີ່ມີທ່າແຮງນັ້ນມີພື້ນທີ່ພັດທະນາທີ່ກວ້າງຂວາງກວ່າເກົ່າ. ສ້າງກົນໄກປະສານສົມທົບລະຫວ່າງການຈັດສັນສິດນຳໃຊ້ດິນປຸກສ້າງໃນຕົວເມືອງ ແລະ ຕົວເມືອງນ້ອຍໃນຊົນນະບົດທີ່ເພີ່ມຂຶ້ນໃໝ່ກັບການເພີ່ມຂຶ້ນຂອງພົນລະເມືອງທີ່ຢູ່ອາໄສແບບຄົງທີ່. ທົດລອງກົນໄກນຳໃຊ້ດິນປູກຝັງທີ່ລັດບຸກເບີກສ້າງຂຶ້ນແບບລວມສູນນັ້ນ ເຂົ້າໃນໂຄງການ ແລະ ເຂດແຄວ້ນສະເພາະ ເພື່ອຈັດຕັ້ງປະຕິບັດຄວາມສົມດຸນລະຫວ່າງການຍຶດຄອງນຳໃຊ້ ແລະ ທົດແທນຄືນ. ປັບປຸງການນຳໃຊ້ທີ່ດິນເຂົ້າໃນດ້ານອຸດສາຫະກຳ ແລະ ການຄ້າຢູ່ໃນຕົວເມືອງນັ້ນໃຫ້ດີຂຶ້ນ, ເລັ່ງລັດພັດທະນາຕະຫຼາດລະດັບທີ 2 ຂອງດິນປຸກສ້າງ, ຊຸກຍູ້ການບຸກເບີກນຳໃຊ້ທີ່ດິນແບບປະສົມ ແລະ ຫັນປ່ຽນຊ່ອງທາງການນຳໃຊ້ຢ່າງສົມເຫດສົມຜົນ, ນຳໃຊ້ທີ່ດິນທີ່ມີຢູ່ແລ້ວ ແລະ ທີ່ດິນທີ່ໃຊ້ປະໂຫຍດໄດ້ຕ່ຳນັ້ນໃຫ້ເກີດປະສິດທິຜົນສູງ. ດຳເນີນການຄຸ້ມຄອງໂດຍສະເພາະຕໍ່ທີ່ດິນທີ່ຖືກ ນຳໃຊ້ໃນນິຄົມອຸດສາຫະກຳປະເພດຕ່າງໆ. ກຳນົດນະໂຍບາຍແກ່ຍາວອາຍຸການຂອງສິດນຳໃຊ້ທີ່ດິນເຂົ້າໃນທາງອຸດສາຫະກຳ ແລະ ການຄ້າ ກໍຄືນະໂຍບາຍຕໍ່ອາຍຸການນຳໃຊ້ພາຍຫຼັງໝົດອາຍຸ.

Ⅶ. ປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ

ການເປີດປະຕູສູ່ພາຍນອກ ເປັນຂີດໝາຍອັນພົ້ນເດັ່ນຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນການເປີດປະຕູສູ່ພາຍນອກ ທີ່ເປັນນະໂຍບາຍພື້ນຖານແຫ່ງຊາດ, ຍຶດໝັ້ນຊຸກຍູ້ການປະຕິຮູບດ້ວຍການເປີດປະຕູສູ່ພາຍນອກ, ອີງໃສ່ທ່າແຮງຂອງປະເທດເຮົາທີ່ມີຕະຫຼາດຂະໜາດໃຫຍ່ພິເສດ, ຍົກສູງຄວາມສາມາດແຫ່ງການເປີດປະຕູສູ່ພາຍນອກໃນການເປີດກວ້າງການຮ່ວມມືກັບສາກົນ, ສ້າງໂຄງປະກອບໃໝ່ຂອງເສດຖະກິດແບບເປີດປະຕູສູ່ພາຍນອກໃນລະດັບສູງກວ່າເກົ່າ.

24. ເປີດກວ້າງການເປີດປະຕູສູ່ພາຍນອກດ້ານລະບຽບການຢ່າງໝັ້ນທ່ຽງ. ເປັນເຈົ້າການເຊື່ອມສານເຂົ້າກັບກົດລະບຽບເສດຖະກິດການຄ້າສາກົນໃນມາດຕະຖານສູງ, ບັນລຸການເຊື່ອມສານດ້ານ ກົດລະບຽບ ລະບຽບການ ການຄຸ້ມຄອງ ແລະ ມາດຕະຖານໃນຂົງເຂດການປົກປ້ອງສິດຊັບສິນ ອຸດໜູນອຸດສາຫະກຳ ມາດຕະຖານສິ່ງແວດລ້ອມ ການປົກປ້ອງດ້ານແຮງງານ ການຈັດຊື້ຈັດຈ້າງຂອງພາກລັດ ການຄ້າເອເລັກໂຕຣນິກ ການທະນາຄານ ແລະອື່ນໆ, ສ້າງສະພາບແວດລ້ອມດ້ານລະບຽບການທີ່ໂປ່ງໃສ ໝັ້ນທ່ຽງ ແລະ ຄາດຄະເນໄດ້. ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າຕົນເອງ, ເປີດກວ້າງການເປີດປະຕູສູ່ພາຍນອກຂອງຕະຫຼາດສິນຄ້າ ຕະຫຼາດການບໍລິການ ຕະຫຼາດທຶນ ຕະຫຼາດແຮງງານ ແລະອື່ນໆຂອງປະເທດເຮົາຢ່າງເປັນລະບຽບ, ເປີດກວ້າງການເປີດປະຕູສູ່ພາຍນອກພຽງແຕ່ຝ່າຍດຽວຕໍ່ປະເທດດ້ອຍພັດທະນາ. ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກການຊ່ວຍເຫຼືອຕ່າງປະເທດ, ບັນລຸການຄຸ້ມຄອງທົ່ວຕ່ອງໂສ້.

ປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍທີ່ຖືເອົາອົງການການຄ້າໂລກເປັນແກນກາງ, ຕັ້ງໜ້າເຂົ້າຮ່ວມການປະຕິຮູບລະບົບຄຸ້ມຄອງເສດຖະກິດໂລກ, ສະໜອງຜະລິດຕະພັນສາທາລະນະທົ່ວໂລກໃຫ້ຫຼາຍກວ່າເກົ່າ. ເປີດກວ້າງເຄືອຂ່າຍເຂດການຄ້າເສລີໃນມາດຕະຖານສູງທີ່ມຸ່ງໜ້າສູ່ທົ່ວໂລກ, ສ້າງກົນໄກຖືກກັບກົດລະບຽບທີ່ເຊື່ອມສານເຂົ້າກັບກົດລະບຽບທີ່ນຳໃຊ້ໂດຍທົ່ວໄປໃນສາກົນ, ປັບປຸງສະພາບແວດລ້ອມແຫ່ງການຮ່ວມມືແບບເປີດປະຕູສູ່ພາຍນອກໃຫ້ດີຂຶ້ນ.

25. ລົງເລິກປະຕິຮູບໂຄງປະກອບການຄ້າກັບຕ່າງປະເທດ. ເພີ່ມທະວີການປະສານສົມທົບລະຫວ່າງນະໂຍບາຍການຄ້າກັບນະໂຍບາຍດ້ານການເງິນ ສ່ວຍສາອາກອນ ການທະນາຄານ ແລະ
ອຸດສາຫະກຳ, ສ້າງລະບົບຄ້ຳຊູດ້ານລະບຽບການ ແລະ ນະໂຍບາຍສຳລັບປະເທດເຂັ້ມແຂງດ້ານການຄ້າ, ເລັ່ງລັດການປະຕິຮູບທີ່ການຄ້າພາຍໃນ ແລະ ການຄ້າກັບຕ່າງປະເທດເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ, ຕັ້ງໜ້າຮັບມືກັບທ່າອຽງທີ່ການຄ້າຫັນເປັນແບບດີຈີຕອນ ແລະ ຫັນເປັນແບບສີຂຽວ. ຊຸກຍູ້ການປະດິດສ້າງໃໝ່ໃນການຕິດຕາມຄຸ້ມຄອງການຜ່ານດ່ານ ວຽກງານພາສີອາກອນ ເງິນຕາຕ່າງປະເທດ ແລະອື່ນໆ, ສ້າງສະພາບແວດລ້ອມດ້ານລະບຽບການທີ່ເອື້ອອຳນວຍຕໍ່ການພັດທະນາຂອງຮູບການຂະແໜງການໃໝ່ ແລະ ຮູບແບບໃໝ່. ພັດທະນາການຄ້າດີຈີຕອນຢ່າງມີການປະດິດສ້າງໃໝ່, ຊຸກຍູ້ການສ້າງເຂດທົດລອງສັງລວມດ້ານການຄ້າເອເລັກໂຕຣນິກຂ້າມຊາດ. ສ້າງສູນຊື້ຂາຍສິນຄ້າລາຍໃຫຍ່, ສ້າງສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າລະດັບໂລກ, ສະໜັບສະໜູນຫົວໜ່ວຍປະເພດຕ່າງໆ ວາງແຜນການພັດທະນາສິ່ງກໍ່ສ້າງຈໍລະຈອນສິນຄ້າຢູ່ຕ່າງປະເທດຢ່າງເປັນລະບຽບ, ສະໜັບສະໜູນເຂດແຄວ້ນທີ່ມີເງື່ອນໄຂພຽບພ້ອມ ສ້າງສູນຈໍລະຈອນສິນຄ້າສາກົນ ແລະ ສູນຈັດສັນຊັບພະຍາກອນຂອງສິນຄ້າລາຍໃຫຍ່. ປັບປຸງກົນໄກປ້ອງກັນ ແລະ ຄວບຄຸມຄວາມສ່ຽງດ້ານການຄ້າໃຫ້ຄົບຖ້ວນ, ປັບປຸງລະບົບຄຸ້ມຄອງ-ຄວບຄຸມການສົ່ງອອກ ແລະ ລະບຽບການເກື້ອກູນດ້ານການຄ້າ.

ຍົກລະດັບການຄ້າການບໍລິການຢ່າງມີການປະດິດສ້າງໃໝ່, ປະຕິບັດບັນຊີທາງລົບດ້ານການຄ້າການບໍລິການຂ້າມຊາດຢ່າງຮອບດ້ານ, ຊຸກຍູ້ໃຫ້ຂະແໜງການບໍລິການດຳເນີນວຽກງານທົດລອງ ແລະ ສາທິດແບບສັງລວມໃນການເປີດກວ້າງການເປີດປະຕູສູ່ພາຍນອກ, ສົ່ງເສີມໃຫ້ອົງການບໍລິການແບບມືອາຊີບຍົກລະດັບຄວາມສາມາດດ້ານການບໍລິການແບບສາກົນ. ເລັ່ງລັດຊຸກຍູ້ໃຫ້ພັດທະນາການຄ້າຢູ່ນອກປະເທດ, ພັດທະນາທຸລະກິດການຄ້າສາກົນຢູ່ນອກປະເທດແບບໃໝ່. ສ້າງ ແລະ ປັບປຸງລະບົບການບໍລິການດ້ານການທະນາຄານຂ້າມຊາດໃຫ້ຄົບຖ້ວນ, ເພີ່ມທະວີການສະໜອງຜະລິດຕະພັນ ແລະ ການບໍລິການດ້ານການທະນາຄານໃຫ້ສົມບູນຂຶ້ນ.

26. ລົງເລິກປະຕິຮູບໂຄງປະກອບຄຸ້ມຄອງການລົງທຶນຂອງນັກທຸລະກິດຕ່າງປະເທດ ແລະ ການລົງທຶນຢູ່ຕ່າງປະເທດ. ສ້າງສະພາບແວດລ້ອມດ້ານທຸລະກິດການຄ້າລະດັບແຖວໜ້າທີ່ປະຕິບັດຕາມຫຼັກການຕະຫຼາດ ຄຸ້ມຄອງຕາມກົດໝາຍ ແລະ ເປັນແບບສາກົນ, ປົກປ້ອງສິດຜົນປະໂຫຍດຂອງນັກລົງທຶນຕ່າງປະເທດຕາມກົດໝາຍ. ເປີດກວ້າງສາລະບານອຸດສາຫະກຳທີ່ສົ່ງເສີມການລົງທຶນ ຂອງນັກທຸລະກິດຕ່າງປະເທດ, ຫຼຸດຜ່ອນບັນຊີທາງລົບທີ່ບໍ່ອະນຸຍາດເຂົ້າຕະຫຼາດຂອງທຶນຕ່າງປະເທດໃຫ້ໜ້ອຍລົງຢ່າງສົມເຫດສົມຜົນ, ຈັດຕັ້ງປະຕິບັດມາດຕະການທີ່ຍົກເລີກຂໍ້ຈຳກັດດ້ານການອະນຸຍາດເຂົ້າຕະຫຼາດສຳລັບທຶນຕ່າງປະເທດ ໃນຂົງເຂດອຸດສາຫະກຳການຜະລິດຢ່າງຮອບດ້ານ, ຊຸກຍູ້ ການເປີດກວ້າງການເປີດປະຕູສູ່ພາຍນອກໃນຂົງເຂດໂທລະຄົມມະນາຄົມ ອິນເຕີເນັດ ການສຶກສາ ວັດທະນະທຳ ການປິ່ນປົວ ແລະອື່ນໆຢ່າງເປັນລະບຽບ. ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກສົ່ງເສີມການລົງທຶນຂອງຕ່າງປະເທດ, ຮັບປະກັນໃຫ້ວິສາຫະກິດທຶນຕ່າງປະເທດຊົມໃຊ້ນະໂຍບາຍເທົ່າທຽມກັນກັບພົນລະເມືອງຈີນໃນດ້ານການຮັບເອົາປັດໄຈ ອະນຸຍາດດຳເນີນທຸລະກິດ ກຳນົດມາດຕະຖານ ການຈັດຊື້ຈັດຈ້າງຂອງພາກລັດ ແລະອື່ນໆ, ສະໜັບສະໜູນໃຫ້ເຂົ້າຮ່ວມການປະສານງານແບບຄົບວົງຈອນຢູ່ຍ່ານເໜືອ ແລະ ຍ່ານໃຕ້ຂອງຕ່ອງໂສ້ອຸດສາຫະກຳ. ປັບປຸງລະບຽບການອຳນວຍຄວາມສະດວກໃນການດຳລົງຊີວິດດ້ານຕ່າງໆ ເຊັ່ນ: ການພັກພາອາໄສ ການປິ່ນປົວ ການຈ່າຍເງິນ ແລະອື່ນໆ ສຳລັບຄົນຕ່າງປະເທດທີ່ເຂົ້າມາປະເທດຈີນໃຫ້ສົມບູນ. ປັບປຸງໂຄງປະກອບ ແລະ ກົນໄກສົ່ງເສີມ ແລະ ຮັບປະກັນການລົງທຶນຢູ່ຕ່າງປະເທດໃຫ້ສົມບູນ, ປັບປຸງລະບົບການຄຸ້ມຄອງ ແລະ ການບໍລິການດ້ານການລົງທຶນຢູ່ຕ່າງປະເທດໃຫ້ຄົບຖ້ວນ, ຊຸກຍູ້ການຮ່ວມມືສາກົນດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ.

27. ປັບປຸງສະພາບການແບ່ງເຂດຂອງການເປີດປະຕູສູ່ພາຍນອກໃຫ້ດີຂຶ້ນ. ບູລະນະຖານະບົດບາດທີ່ນຳໜ້າ ໃນການເປີດປະຕູສູ່ພາຍນອກຂອງເຂດແຄມທະເລທາງພາກຕາເວັນອອກໃຫ້ໝັ້ນຄົງ, ຍົກສູງລະດັບການເປີດປະຕູສູ່ພາຍນອກຂອງພາກກາງ ພາກຕາເວັນຕົກ ແລະ ພາກຕາເວັນອອກສຽງເໜືອ, ເລັ່ງລັດສ້າງສະພາບການເປີດປະຕູສູ່ພາຍນອກຢ່າງຮອບດ້ານທີ່ທາງບົກ ແລະ ທາງທະເລ ເຊິ່ງເປັນເຂດຢູ່ພາຍໃນ ແລະ ພາຍນອກປະສານສົມທົບກັນ ທາງພາກຕາເວັນຕົກ ແລະ ຕາເວັນອອກຊ່ວຍຊູຍູ້ໜູນກັນ. ເສີມຂະຫຍາຍທ່າແຮງທີ່ຢູ່ແຄມທະເລ ເຂດຊາຍແດນ ເຂດແຄມຝັ່ງແມ່ນ້ຳ ຢູ່ລຽບຕາມເສັ້ນທາງຄົມມະນາຄົມສາຍຫຼັກ ແລະອື່ນໆ, ປັບປຸງການແບ່ງງານດ້ານບົດບາດແຫ່ງການເປີດປະຕູສູ່ພາຍນອກຂອງເຂດແຄວ້ນ, ສ້າງສູນການເປີດປະຕູສູ່ພາຍນອກທີ່ມີຫຼາຍຮູບແບບ. ປະຕິບັດຍຸດທະສາດທີ່ຍົກລະດັບເຂດທົດລອງການຄ້າເສລີ, ສົ່ງເສີມການທົດລອງທີ່ມີລັກສະນະປະດິດສ້າງຄັ້ງທຳອິດ ແລະ ລວມສູນ. ເລັ່ງລັດສ້າງທ່າການຄ້າເສລີໄຫຫຼຳ.

ເສີມຂະຫຍາຍທ່າແຮງດ້ານລະບອບຂອງ “ປະເທດດຽວ ສອງລະບອບ”, ຮັດແໜ້ນ ແລະ ຍົກລະດັບຖານະບົດບາດຂອງຮົງກົງທີ່ເປັນສູນກາງການທະນາຄານ ສູນກາງການຂົນສົ່ງທາງນ້ຳ ແລະສູນກາງການຄ້າຂອງສາກົນ, ສະໜັບສະໜູນໃຫ້ຮົງກົງ ແລະ ມາກາວສ້າງສູນເຕົ້າໂຮມຜູ້ມີຄວາມຮູ້ຄວາມສາມາດລະດັບສູງຂອງສາກົນ, ປັບປຸງກົນໄກທີ່ເຮັດໃຫ້ຮົງກົງ ແລະ ມາກາວເສີມຂະຫຍາຍບົດບາດໄດ້ເປັນຢ່າງດີກວ່າເກົ່າໃນການເປີດປະຕູສູ່ພາຍນອກຂອງປະເທດຊາດນັ້ນໃຫ້ຄົບຖ້ວນ. ລົງເລິກການຮ່ວມມືຢູ່ເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ, ເພີ່ມທະວີການເຊື່ອມສານດ້ານກົດລະບຽບ ແລະ ກົນໄກ. ປັບປຸງລະບຽບການ ແລະ ນະໂຍບາຍທີ່ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືໃນດ້ານເສດຖະກິດ ແລະ ວັດທະນະທຳລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນນັ້ນໃຫ້ສົມບູນ, ລົງເລິກການພັດທະນາແບບເຊື່ອມໂຍງເຂົ້າກັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ.

28. ປັບປຸງກົນໄກທີ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງໃຫ້ສົມບູນ. ສືບຕໍ່ປະຕິບັດແຜນດຳເນີນງານທີ່ປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການສ້າງເວທີຮ່ວມມືຫຼາຍຝ່າຍໃນຂົງເຂດການພັດທະນາແບບສີຂຽວ ເສດຖະກິດດີຈີຕອນ ປັນຍາປະດິດ ພະລັງງານ ພາສີອາກອນ ການທະນາຄານ ການຫຼຸດຜ່ອນໄພພິບັດ ແລະ ຂົງເຂດອື່ນໆ. ປັບປຸງການຈັດວາງການເຊື່ອມໂຍງທາງບົກ ທາງທະເລ ທາງອາກາດ ແລະ ອິນເຕີເນັດເຂົ້າເປັນອັນໜຶ່ງອັນດຽວກັນ, ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດແບບຄົບວົງຈອນຕາມ “ໜຶ່ງແລວໜຶ່ງເສັ້ນທາງ”. ວາງແຜນເປັນເອກະພາບໃນການຊຸກຍູ້ໂຄງການສຳຄັນທີ່ມີລັກສະນະເປັນຂີດໝາຍ ແລະ ໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນແບບ “ນ້ອຍ ແລະ ງາມ”.

Ⅷ. ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ

ການພັດທະນາປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ ເປັນຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ. ຕ້ອງເດີນຕາມເສັ້ນທາງພັດທະນາການເມືອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງເດັດດ່ຽວໜຽວແໜ້ນ, ຍຶດໝັ້ນ ແລະ ປັບປຸງລະບອບການເມືອງຂັ້ນກົກຮາກ ລະບອບການເມືອງຂັ້ນພື້ນຖານ ແລະ ລະບອບການເມືອງທີ່ສຳຄັນຂອງປະເທດເຮົາໃຫ້ສົມບູນ, ເພີ່ມທະວີຮູບການປະຊາທິປະໄຕໃນລະດັບຕ່າງໆໃຫ້ອຸດົມສົມບູນຂຶ້ນ, ສ່ອງແສງໃຫ້ເຫັນເຖິງປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງເປັນຮູບປະທຳ ແລະ ແທ້ຈິງໃນດ້ານຕ່າງໆຂອງຊີວິດການເມືອງ ແລະ ຊີວິດສັງຄົມຂອງຊາດ.

29. ເພີ່ມທະວີການສ້າງລະບອບທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ. ຍຶດໝັ້ນ ປັບປຸງບູລະນະ ແລະ ເຮັດໃຫ້ລະບອບສະພາປະຊາຊົນເຄື່ອນໄຫວເປັນຢ່າງດີ. ປັບປຸງລະບຽບການຕິດຕາມ ກວດກາຂອງສະພາປະຊາຊົນຕໍ່ອົງການບໍລິຫານ ອົງການກວດກາ ອົງການສານ ແລະ ອົງການໄອຍະການໃຫ້ຄົບຖ້ວນ, ປັບປຸງກົດໝາຍຕິດຕາມກວດກາ ແລະ ກົນໄກປະຕິບັດກົດໝາຍດັ່ງກ່າວໃຫ້ສົມບູນ, ເພີ່ມທະວີການຕິດຕາມກວດກາຂອງສະພາປະຊາຊົນໃນດ້ານງົບປະມານ ແລະ ຊຳລະສະສາງງົບປະມານ ກໍຄື ການຕິດຕາມກວດກາໃນການຄຸ້ມຄອງຊັບສິນຂອງລັດ ແລະ ການຄຸ້ມຄອງໜີ້ສິນຂອງລັດ. ປັບປຸງກົດລະບຽບເປິກສາວຽກງານຂອງສະພາປະຊາຊົນ ກໍຄື ລະບຽບການຕີລາຄາ ປະເມີນຜົນ ພິຈາລະນາ ແລະ ຮັບຟັງຄຳຊີ້ແຈງນັ້ນໃຫ້ຄົບຖ້ວນ. ສ້າງຄວາມອຸດົມສົມບູນໃຫ້ກັບເນື້ອໃນ ແລະ ຮູບການທີ່ຜູ້ແທນສະພາປະຊາຊົນຕິດຕໍ່ພົວພັນກັບມວນຊົນ. ປັບປຸງກົນໄກເຮັດວຽກທີ່ຮັບຟັງຄຳຄິດເຫັນຂອງປະຊາຊົນ ແລະ ເຕົ້າໂຮມສະຕິປັນຍາຂອງປະຊາຊົນໃຫ້ຄົບຖ້ວນ. ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງກຳມະບານ ຄະນະຊາວໜຸ່ມຄອມມູນິດ ສະຫະພັນແມ່ຍິງ ແລະ ອົງການຈັດຕັ້ງມະຫາຊົນອື່ນໆໃນການຕິດຕໍ່ພົວພັນ ແລະ ຮັບໃຊ້ປະຊາຊົນ.

30. ປັບປຸງກົນໄກປະຊາທິປະໄຕແບບເປິກສາຫາລືໃຫ້ຄົບຖ້ວນ. ເສີມຂະຫຍາຍບົດບາດຂອງສະພາເປິກສາການເມືອງປະຊາຊົນ ທີ່ເປັນອົງການເປິກສາຫາລືໂດຍສະເພາະ, ປັບປຸງກົນໄກເປິກສາຫາລືແລກປ່ຽນຢ່າງເລິກເຊິ່ງ ສະແດງຄວາມຄິດເຫັນຢ່າງເຕັມທີ່ ແລະ ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງນັ້ນໃຫ້ຄົບຖ້ວນ, ເພີ່ມທະວີການສ້າງກົນໄກ ທີ່ສະພາເປິກສາການເມືອງປະຊາຊົນສ່ອງແສງສະພາບສັງຄົມ ແລະ ຄວາມເຫັນຂອງປະຊາຊົນ ຕິດຕໍ່ກັບປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ປັບປຸງກົນໄກຕິດຕາມກວດກາແບບປະຊາທິປະໄຕຂອງສະພາເປິກສາການເມືອງປະຊາຊົນໃຫ້ສົມບູນ. 

ປັບປຸງລະບົບປະຊາທິປະໄຕແບບເປິກສາຫາລືໃຫ້ສົມບູນ, ເຮັດໃຫ້ຮູບການເປິກສາຫາລືອຸດົມສົມບູນ, ປັບປຸງເວທີຫັນເປັນລະບຽບການຂອງການເປິກສາຫາລືໃນພັກການເມືອງ ໃນສະພາປະຊາຊົນ ໃນລັດຖະບານ ໃນສະພາເປິກສາການເມືອງ ໃນອົງການຈັດຕັ້ງພາກປະຊາຊົນ ໃນຂັ້ນຮາກຖານ ແລະ ໃນອົງການຈັດຕັ້ງທາງສັງຄົມໃຫ້ຄົບຖ້ວນ, ເພີ່ມທະວີການປະສານສົມທົບກັນລະຫວ່າງຊ່ອງທາງເປິກສາຫາລືຕ່າງໆ. ປັບປຸງກົນໄກຈັດຕັ້ງປະຕິບັດທີ່ເປິກສາຫາລືກ່ອນການຕົກລົງນະໂຍບາຍ ແລະ ໃນເວລາປະຕິບັດນະໂຍບາຍທີ່ໄດ້ຕົກລົງແລ້ວນັ້ນໃຫ້ຄົບຖ້ວນ, ປັບປຸງກົນໄກຮັບເອົາ ຈັດຕັ້ງປະຕິບັດ ແລະ ຕອບສະໜອງຜົນການເປິກສາຫາລືໃຫ້ສົມບູນ.

31. ປັບປຸງລະບຽບການປະຊາທິປະໄຕຂັ້ນຮາກຖານໃຫ້ຄົບຖ້ວນ. ປັບປຸງກົນໄກປົກຄອງຕົນເອງຂອງປະຊາຊົນຂັ້ນຮາກຖານທີ່ນຳພາໂດຍອົງການຈັດຕັ້ງພັກໃຫ້ຄົບຖ້ວນ, ປັບປຸງລະບົບລະບຽບການ ແລະ ລະບົບເຮັດວຽກປະຊາທິປະໄຕຢູ່ຂັ້ນຮາກຖານໃຫ້ສົມບູນ, ເປີດກວ້າງຊ່ອງທາງທີ່ອົງການຈັດຕັ້ງທຸກປະເພດ ແລະ ມວນຊົນຢູ່ຂັ້ນຮາກຖານເຂົ້າຮ່ວມການປົກຄອງຂັ້ນຮາກຖານ. ປັບປຸງລະບຽບການເປີດເຜີຍຂັ້ນຕອນແລ່ນເອກະສານໃຫ້ສົມບູນ. ປັບປຸງລະບຽບການຄຸ້ມຄອງແບບປະຊາທິປະໄຕຂອງວິສາຫະກິດ ແລະ ໜ່ວຍງານວິຊາການທີ່ມີກອງປະຊຸມຜູ້ແທນພະນັກງານກຳມະກອນເປັນຮູບການພື້ນຖານໃຫ້ຄົບຖ້ວນ, ປັບປຸງຮູບການທີ່ມີປະສິດທິຜົນ ສຳລັບພະນັກງານກຳມະກອນຂອງວິສາຫະກິດເຂົ້າຮ່ວມການຄຸ້ມຄອງໃຫ້ສົມບູນ.

32. ປັບປຸງສະພາບການເຮັດວຽກແນວໂຮມເອກະພາບຂະໜາດໃຫຍ່ໃຫ້ສົມບູນ. ປັບປຸງນະໂຍບາຍ ແລະ ມາດຕະການທີ່ເສີມຂະຫຍາຍບົດບາດການເມືອງແຫ່ງການເຕົ້າໂຮມຈິດໃຈ ແລະ ເຕົ້າໂຮມກຳລັງແຮງຂອງແນວໂຮມເອກະພາບໃຫ້ສົມບູນ. ຍຶດໝັ້ນ ພັດທະນາ ແລະ ປັບປຸງລະບອບພັກການເມືອງແບບໃໝ່ຂອງຈີນໃຫ້ດີ. ເສີມຂະຫຍາຍບົດບາດຂອງບຸກຄົນນອກພັກໃຫ້ດີກວ່າເກົ່າ, ປັບປຸງລະບຽບການສ້າງຖັນແຖວຜູ້ຕາງໜ້າບຸກຄົນນອກພັກໃຫ້ຄົບຖ້ວນ. ສ້າງກົດໝາຍຊຸກຍູ້ຄວາມສາມັກຄີກ້າວໜ້າຂອງຊົນຊາດ, ປັບປຸງລະບຽບການ ແລະ ກົນໄກທີ່ສ້າງສະຕິປະຊາຄົມຮ່ວມປະຊາຊາດຈີນໃຫ້ໝັ້ນຄົງນັ້ນໃຫ້ຄົບຖ້ວນ, ເພີ່ມທະວີກຳລັງແຮງດຶງດູດຂອງປະຊາຊາດຈີນ. ຊຸກຍູ້ສາສະໜາຂອງປະເທດເຮົາໃຫ້ຫັນເປັນແບບຈີນຢ່າງເປັນລະບົບ, ເພີ່ມທະວີການຄຸ້ມຄອງວຽກງານສາສະໜາຕາມກົດໝາຍ. ປັບປຸງກົນໄກນຳພາດ້ານການເມືອງຕໍ່ກັບປັນຍາຊົນນອກພັກ ແລະ ບຸກຄົນໃນຊັ້ນຄົນໃໝ່ຂອງສັງຄົມໃຫ້ຄົບຖ້ວນ. ສ້າງການພົວພັນລະຫວ່າງການບໍລິຫານກັບການດຳເນີນທຸລະກິດທີ່ສະໜິດສະໜົມ ແລະ ປອດໃສຂາວສະອາດຢ່າງຮອບດ້ານ, ປັບປຸງກົນໄກເຮັດວຽກທີ່ຊຸກຍູ້ໃຫ້ເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມພັດທະນາໄປຢ່າງປອດໃສ ແລະ ໃຫ້ບຸກຄົນໃນຂົງເຂດເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມເຕີບໃຫຍ່ຢ່າງປອດໃສນັ້ນໃຫ້ຄົບຖ້ວນ. ປັບປຸງກົນໄກເຮັດວຽກກ່ຽວກັບຮົງກົງ-ມາກາວ-ໄຕ້ຫວັນ ແລະ ຈີນຕ່າງດ້າວໃຫ້ສົມບູນ.

Ⅸ. ປັບປຸງລະບົບການປົກຄອງປະເທດຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ສົມບູນ

ການປົກຄອງປະເທດຕາມກົດໝາຍແມ່ນສິ່ງຮັບປະກັນທີ່ສຳຄັນຂອງຄວາມທັນສະໄໝແບບຈີນ. ຕ້ອງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດລັດຖະທຳມະນູນຢ່າງຮອບດ້ານ, ປົກປັກຮັກສາຄວາມສັກສິດຂອງລັດຖະທຳມະນູນ, ຊຸກຍູ້ການປະຕິຮູບໃນຂັ້ນຕອນຕ່າງໆ ຄື: ການສ້າງກົດໝາຍ ປະຕິບັດກົດໝາຍ ຕຸລາການ ແລະ ເຄົາລົບກົດໝາຍ, ປັບປຸງກົນໄກຮັບປະກັນໃຫ້ທຸກຄົນມີຄວາມສະເໝີພາບຢູ່ຕໍ່ໜ້າກົດໝາຍນັ້ນໃຫ້ຄົບຖ້ວນ, ສົ່ງເສີມຈິດໃຈປົກຄອງປະເທດຕາມກົດໝາຍສັງຄົມນິຍົມ, ປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳໃນສັງຄົມ, ຊຸກຍູ້ວຽກງານດ້ານຕ່າງໆຂອງລັດໃຫ້ປະຕິບັດຕາມກົດໝາຍຢ່າງຮອບດ້ານ.

33. ລົງເລິກປະຕິຮູບໃນຂົງເຂດນິຕິບັນຍັດ. ປັບປຸງລະບົບກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ຖືລັດຖະທຳມະນູນເປັນແກນກາງໃຫ້ສົມບູນ, ປັບປຸງລະບົບລະບຽບການທີ່ຮັບປະກັນໃຫ້ຈັດຕັ້ງປະຕິບັດລັດຖະທຳມະນູນຢ່າງຮອບດ້ານໃຫ້ຄົບຖ້ວນ, ສ້າງລະບຽບການລາຍງານສະພາບການປະຕິບັດລັດຖະທຳມະນູນ. ປັບປຸງສະພາບການເຮັດວຽກນິຕິບັນຍັດທີ່ນຳພາໂດຍຄະນະພັກ ສະພາປະຊາຊົນເປັນຜູ້ເຮັດວຽກຕົ້ນຕໍ ອາໄສລັດຖະບານ ແລະ ທຸກຝ່າຍເຂົ້າຮ່ວມນັ້ນໃຫ້ສົມບູນ. ວາງແຜນຢ່າງເປັນເອກະພາບກັນໃນວຽກງານສ້າງ ປັບປຸງ ຍົກເລີກ ຕີຄວາມໝາຍ ແລະ ຮຽບຮຽງ, ເພີ່ມທະວີການສ້າງກົດໝາຍໃນຂົງເຂດສຳຄັນ ຂົງເຂດຈະເລີນໃໝ່ ແລະ ຂົງເຂດທີ່ພົວພັນກັບຕ່າງປະເທດ, ປັບປຸງລະບຽບການກວດກາທີ່ຊອບດ້ວຍລັດຖະທຳມະນູນ ແລະ ກວດກາສະພາບການຂຶ້ນທະບຽນໃຫ້ສົມບູນ, ຍົກສູງຄຸນນະພາບຂອງການສ້າງກົດໝາຍ. ທົດລອງສ້າງກົດໝາຍໂດຍເຂດແຄວ້ນຕ່າງໆປະສານງານກັນ. ປັບປຸງກົນໄກເຊື່ອມຕໍ່ ແລະ ປະສານງານລະຫວ່າງຂໍ້ກຳນົດພາຍໃນພັກ ແລະ ລະບຽບກົດໝາຍຂອງຊາດໃຫ້ຄົບຖ້ວນ. ສ້າງເວທີຂໍ້ມູນຂ່າວສານດ້ານລະບຽບກົດໝາຍ ແລະ ເອກະສານທີ່ເປັນລະບຽບແບບແຜນຢ່າງເປັນເອກະພາບກັນໃນທົ່ວປະເທດ.

34. ລົງເລິກຊຸກຍູ້ການບໍລິຫານຕາມກົດໝາຍ. ຊຸກຍູ້ໃຫ້ກຳນົດອົງການ ພາລະບົດບາດ ຂອບເຂດສິດອຳນາດ ຂັ້ນຕອນເຮັດວຽກ ແລະ ໜ້າທີ່ຮັບຜິດຊອບຂອງລັດຖະບານຕາມກົດໝາຍ, ຊຸກຍູ້ໃຫ້ການບໍລິການດ້ານການບໍລິຫານຫັນເປັນມາດຕະຖານ ເປັນລະບຽບແບບແຜນ ແລະ ສະດວກ, ປັບປຸງເວທີບໍລິການວຽກງານບໍລິຫານຜ່ານທາງອອນລາຍທີ່ເປັນເອກະພາບກັນໃນທົ່ວປະເທດໃຫ້ສົມ
ບູນ. ປັບປຸງກົນໄກກວດກາທີ່ຊອບດ້ວຍກົດໝາຍຂອງນະໂຍບາຍ ແລະ ເອກະສານທີ່ເປັນລະບຽບແບບແຜນສຳຄັນນັ້ນໃຫ້ສົມບູນ. ເພີ່ມທະວີການກວດກາສະພາບການສ້າງກົດໝາຍຂອງລັດຖະບານ. ລົງເລິກການປະຕິຮູບກົນໄກປະຕິບັດກົດໝາຍດ້ານການບໍລິຫານ, ປັບປຸງໂຄງປະກອບ ແລະ ກົນໄກປະຕິບັດກົດໝາຍໂດຍລວມຂອງຂັ້ນຮາກຖານໃຫ້ສົມບູນ, ປັບປຸງໂຄງປະກອບ ແລະ ກົນໄກຕິດຕາມກວດກາການປະຕິບັດກົດໝາຍດ້ານການບໍລິຫານໃຫ້ຄົບຖ້ວນ. ປັບປຸງລະບຽບການມາດຕະຖານພື້ນຖານຂອງສິດຕັດສິນດ້ານການບໍລິຫານໃນຂົງເຂດການລົງໂທດດ້ານບໍລິຫານເປັນຕົ້ນໃຫ້ສົມບູນ, ຊຸກຍູ້ໃຫ້ມາດຕະຖານການປະຕິບັດກົດໝາຍດ້ານການບໍລິຫານຂອງເຂດແຄວ້ນຕ່າງໆເຊື່ອມຕໍ່ເຂົ້າກັນ. ປັບປຸງລະບຽບການເຊື່ອມຕໍ່ກັນລະຫວ່າງການລົງໂທດດ້ານການບໍລິຫານ ແລະ ການລົງໂທດທາງອາຍານັ້ນໃຫ້ສົມບູນ. ປັບປຸງໂຄງປະກອບ ແລະ ກົນໄກຄົ້ນຄວ້າພິຈາລະນາຄືນໃໝ່ດ້ານການບໍລິຫານໃຫ້ຄົບຖ້ວນ. ປັບປຸງລະບຽບການຕັດສິນດ້ານການບໍລິຫານໃຫ້ສົມບູນ. ປັບປຸງໂຄງປະກອບຄຸ້ມຄອງແບບສາຍຕັ້ງ ແລະ ໂຄງປະກອບຄຸ້ມຄອງໂດຍແບ່ງເປັນຂັ້ນຢູ່ທ້ອງຖິ່ນໃຫ້ຄົບຖ້ວນ, ປັບປຸງກົນໄກປະສານສົມທົບລະຫວ່າງອົງການທີ່ຄຸ້ມຄອງແບບສາຍຕັ້ງ ແລະ ອົງການປົກຄອງທ້ອງຖິ່ນໃຫ້ຄົບຖ້ວນ. ຊຸກຍູ້ການປັບປຸງຫ້ອງການຕ່າງໆຂອງເມືອງທີ່ມີປະຊາກອນໜ້ອຍນັ້ນໃຫ້ດີຂຶ້ນຢ່າງໜັກແໜ້ນ ແລະ ເໝາະສົມ. ລົງເລິກປະຕິຮູບລະບຽບການຄຸ້ມຄອງເຂດພັດທະນາ. ປັງປຸງໂຄງປະກອບ ແລະ ການແບ່ງເຂດຂອງໜ່ວຍງານວິຊາການໃຫ້ດີຂຶ້ນ ພ້ອມທັງເພີ່ມທະວີລັກສະນະສາທາລະນະປະໂຫຍດ.

35. ປັບປຸງໂຄງປະກອບ ແລະ ກົນໄກຕຸລາການດ້ານການປະຕິບັດກົດໝາຍຢ່າງທ່ຽງທຳໃຫ້ຄົບຖ້ວນ. ປັບປຸງໂຄງປະກອບ ແລະ ກົນໄກທີ່ໃຫ້ອົງການກວດກາ ອົງການປ້ອງກັນຄວາມສະຫງົບ ອົງການໄອຍະການ ອົງການສານ ແລະ ອົງການບໍລິຫານດ້ານຕຸລາການ ຕ່າງປະຕິບັດພາລະໜ້າທີ່ຂອງຕົນ, ໃຫ້ສິດກວດກາ ສິດສືບສວນ ສິດໄອຍະການ ສິດພິພາກສາ ແລະ ສິດປະຕິບັດຄຳຕັດສິນຂອງສານ ປະສານສົມທົບ ແລະ ຜູກມັດເຊິ່ງກັນແລະກັນນັ້ນໃຫ້ຄົບຖ້ວນ, ຮັບປະກັນໃຫ້ທຸກຂັ້ນຕອນການປະຕິບັດກົດໝາຍຂອງຕຸລາການດຳເນີນໄປຢູ່ພາຍໃຕ້ການຕິດຕາມກວດກາຢ່າງມີປະສິດທິຜົນ. ລົງເລິກປະຕິຮູບການແຍກສິດພິພາກສາ ແລະ ສິດປະຕິບັດຄຳຕັດສິນໃຫ້ອອກຈາກກັນ, ປັບປຸງໂຄງປະກອບປະຕິບັດສິດຕັດສິນຂອງຊາດ, ເພີ່ມທະວີການຕິດຕາມກວດກາທົ່ວຂະບວນການປະຕິບັດສິດຕັດສິນຈາກຜູ້ກ່ຽວຂ້ອງ ອົງການໄອຍະການ ແລະ ສາທາລະນະຊົນ. ປັບປຸງລະບຽບການຊ່ວຍເຫຼືອ ແລະ ປົກປ້ອງດ້ານຕຸລາການໃນການປະຕິບັດກົດໝາຍ, ປັບປຸງລະບຽບການທົດແທນແຫ່ງຊາດ. ລົງເລິກເຮັດໃຫ້ການເປີດເຜີຍດ້ານຕຸລາການເປັນລະບຽບແບບແຜນ, ຈັດຕັ້ງປະຕິບັດ ແລະ ປັບປຸງລະບຽບການຄວາມຮັບຜິດຊອບດ້ານຕຸລາການ. ເຮັດໃຫ້ການສ້າງຕັ້ງສານສະເພາະເປັນລະບຽບແບບແຜນ. ລົງເລິກປະຕິຮູບການຄຸ້ມຄອງຄະດີດ້ານການບໍລິຫານໂດຍແບ່ງເປັນຂັ້ນ ແບບລວມສູນ ແລະ ຢູ່ຕ່າງຖິ່ນ. ສ້າງໂຄງປະກອບ ແລະ ກົນໄກວຽກງານຕຳຫຼວດທີ່ປະສານງານ ແລະ ມີປະສິດທິພາບສູງ, ຊຸກຍູ້ການປະຕິຮູບການຄຸ້ມຄອງການກຳນົດຕຳແໜ່ງງານຂອງອົງການປ້ອງກັນຄວາມສະຫງົບຂອງທ້ອງຖິ່ນ, ສືບຕໍ່ຊຸກຍູ້ການປະຕິຮູບໂຄງປະກອບຄຸ້ມຄອງອົງການປ້ອງກັນຄວາມສະຫງົບການບິນພົນລະເຮືອນ ແລະ ພາກສ່ວນປາບປາມການຄ້າຂາຍເຖື່ອນໃນອົງການພາສີ. ເຮັດໃຫ້ລະບຽບການຄຸ້ມຄອງພະນັກງານຊ່ວຍວຽກຕຳຫຼວດນັ້ນເປັນລະບຽບແບບແຜນ.

ຍຶດໝັ້ນທັດສະນະສິດທິມະນຸດທີ່ຖືກຕ້ອງ, ເພີ່ມທະວີການຮັບປະກັນດ້ານຕຸລາການໃນການປະຕິບັດກົດໝາຍດ້ານສິດທິມະນຸດ, ປັບປຸງກົນໄກເຮັດວຽກທີ່ກວດກາກ່ອນປະຕິບັດງານ ຕິດຕາມກວດກາໃນເວລາພວມປະຕິບັດງານ ແກ້ໄຂພາຍຫຼັງການປະຕິບັດງານ ແລະອື່ນໆ, ປັບປຸງລະບຽບການກ່ຽວກັບມາດຕະການແບບບັງຄັບທີ່ພົວພັນກັບສິດທາງດ້ານຮ່າງກາຍຂອງພົນລະເມືອງ ພ້ອມດ້ວຍມາດຕະການແບບບັງຄັບຕ່າງໆ ເຊັ່ນ: ກວດ-ອັດແຈບ ກັກໄວ້ ອາຍັດ ແລະອື່ນໆໃຫ້ສົມບູນ, ກວດກາ ແລະ ລົງໂທດຕາມກົດໝາຍຕໍ່ການກະທຳຜິດກົດໝາຍຕ່າງໆ ເຊັ່ນ: ນຳໃຊ້ສິດອຳນາດລະເມີດກົດໝາຍເພື່ອສ່ວນຕົວ ກັກຂັງຢ່າງຜິດກົດໝາຍ ທໍລະມານເພື່ອບັງຄັບໃຫ້ຮັບສາລະພາບ ແລະອື່ນໆ. ຊຸກຍູ້ການແກ້ໂຕໂດຍທະນາຍຄວາມໃນຄະດີອາຍາໃຫ້ທົ່ວເຖິງ. ສ້າງລະບຽບການອັດແຈບການບັນທຶກການກະທຳຕ້ອງໂທດສະຖານເບົາ.

36. ປັບປຸງກົນໄກຊຸກຍູ້ການສ້າງສັງຄົມທີ່ຄຸ້ມຄອງຕາມກົດໝາຍໃຫ້ສົມບູນ. ປັບປຸງລະບົບບໍລິການສາທາລະນະດ້ານກົດໝາຍທີ່ປົກຄຸມຕົວເມືອງ ແລະ ຊົນນະບົດໃຫ້ຄົບຖ້ວນ, ລົງເລິກການປະຕິຮູບລະບຽບການທະນາຍຄວາມ ລະບຽບການພິສູດຫຼັກຖານ ລະບຽບການແກ້ໄຂຂໍ້ຂັດແຍ້ງ ລະບຽບການໄກ່ເກ່ຍ ແລະ ໂຄງປະກອບຄຸ້ມຄອງການຈຳແນກດ້ານຕຸລາການ. ປັບປຸງການໂຄສະນາສຶກສາອົບຮົມການປົກຄອງປະເທດຕາມກົດໝາຍ, ປັບປຸງກົນໄກສຶກສາອົບຮົມຂອງສະຖາບັນນິຕິສາດທີ່ຖືພຶດຕິກຳເປັນທິດຊີ້ນຳໃຫ້ສົມບູນ. ເພີ່ມທະວີ ແລະ ປັບປຸງການປົກປ້ອງສິດຂອງຜູ້ບໍ່ເຖິງອາຍຸກະສຽນ, ເພີ່ມທະວີການປ້ອງກັນ ແລະ ແກ້ໄຂການກະທຳຜິດກົດໝາຍຂອງຜູ້ບໍ່ເຖິງອາຍຸກະສຽນ, ສ້າງຂໍ້ກຳນົດເພື່ອແກ້ໄຂ ແລະ ສຶກສາອົບຮົມເປັນການສະເພາະ.

37. ເພີ່ມທະວີການສ້າງການປົກຄອງປະເທດຕາມກົດໝາຍທີ່ກ່ຽວຂ້ອງກັບຕ່າງປະເທດ. ສ້າງກົນໄກເຮັດວຽກທີ່ຊຸກຍູ້ການສ້າງກົດໝາຍ ປະຕິບັດກົດໝາຍ ຕຸລາການ ແລະ ເຄົາລົບກົດໝາຍ ພ້ອມດ້ວຍການບໍລິການດ້ານກົດໝາຍ ແລະ ການອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານການປົກຄອງປະເທດຕາມກົດໝາຍທີ່ພົວພັນກັບຕ່າງປະເທດນັ້ນຢ່າງເປັນເອກະພາບກັນ. ປັບປຸງລະບົບລະບຽບກົດໝາຍ ແລະ ລະບົບປະຕິບັດກົດໝາຍທີ່ພົວພັນກັບຕ່າງປະເທດໃຫ້ສົມບູນ, ລົງເລິກການຮ່ວມມືກັບສາກົນໃນດ້ານຕຸລາການໃນການປະຕິບັດກົດໝາຍ. ປັບປຸງລະບຽບການໄຕ່ສວນດ້ານຕຸລາການຕ່າງໆ ເຊັ່ນ: ການນັດຄຸ້ມຄອງຕາມກົດໝາຍຕໍ່ຜູ້ກ່ຽວຂ້ອງໃນການພົວພັນກັບກົດໝາຍແພ່ງທີ່ພົວພັນກັບຕ່າງປະເທດ ການເລືອກເອົາກົດໝາຍຕ່າງປະເທດທີ່ເໝາະສົມໃຊ້ ແລະອື່ນໆນັ້ນໃຫ້ສົມບູນ. ປັບປຸງລະບຽບການແກ້ໄຂຂໍ້ຂັດແຍ້ງ ແລະ ໄກ່ເກ່ຍວຽກງານການຄ້າສາກົນໃຫ້ຄົບຖ້ວນ, ອົບຮົມສ້າງອົງການແກ້ໄຂຂໍ້ຂັດແຍ້ງ ແລະ ສຳນັກງານທະນາຍຄວາມລະດັບໜຶ່ງຢູ່ໃນໂລກ. ຕັ້ງໜ້າເຂົ້າຮ່ວມການສ້າງກົດລະບຽບສາກົນ.

Ⅹ. ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກດ້ານວັດທະນະທຳ

ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ຄວາມສີວິໄລທາງດ້ານວັດຖຸ ແລະ ຄວາມສີວິໄລທາງດ້ານຈິດໃຈປະສານສົມທົບກັນ. ຕ້ອງເພີ່ມທະວີຄວາມໝັ້ນໃຈຕົນເອງໃນດ້ານວັດທະນະທຳ, ພັດທະນາວັດທະນະທຳສັງຄົມນິຍົມທີ່ກ້າວໜ້າ, ສົ່ງເສີມວັດທະນະທຳປະຕິວັດ, ສືບທອດວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງປະຊາຊາດຈີນ, ເລັ່ງລັດສອດຄ່ອງກັບສະພາບການໃໝ່ທີ່ເຕັກນິກຂໍ້ມູນຂ່າວສານໄດ້ພັດທະນາໄປຢ່າງວ່ອງໄວ, ອົບຮົມສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດດ້ານວັດທະນະທຳທີ່ດີເດັ່ນຢ່າງຂະໜາດໃຫຍ່, ກະຕຸກຊຸກຍູ້ພະລັງຊີວິດໃນການປະດິດສ້າງໃໝ່ດ້ານວັດທະນະທຳຂອງທົ່ວຊົນຊາດ.

38. ປັບປຸງລະບຽບການຄວາມຮັບຜິດຊອບຕໍ່ວຽກງານຮູບຖານຈິດສຳນຶກໃຫ້ສົມບູນ. ປັບປຸງລະບົບເຮັດວຽກທີ່ນຳໃຊ້ທິດສະດີປະດິດສ້າງຂອງພັກມາປະກອບອາວຸດໃຫ້ສະມາຊິກທົ່ວພັກ ສຶກສາອົບຮົມປະຊາຊົນ ແລະ ຊີ້ນຳພຶດຕິກຳໃຫ້ຄົບຖ້ວນ, ປັບປຸງລະບຽບການຮ່ຳຮຽນທິດສະດີຂອງຈຸໃຈກາງໃນຄະນະພັກ (ຈຸພັກ) ໃຫ້ສົມບູນ, ປັບປຸງລະບົບເຮັດວຽກແນວຄິດການເມືອງ. ປະດິດສ້າງໂຄງການຄົ້ນຄວ້າທິດສະດີ ແລະ ກໍ່ສ້າງຂອງລັດທິມາກ, ປະຕິບັດໂຄງການປະດິດສ້າງປັດຊະຍາຂອງວິທະຍາສາດສັງຄົມ, ສ້າງລະບົບຄວາມຮູ້ດ້ານປັດຊະຍາຂອງວິທະຍາສາດສັງຄົມທີ່ເປັນຂອງປະເທດຈີນເອງ. ປັບປຸງລະບຽບການຖະແຫຼງຂ່າວ. ສ້າງກົນໄກເຮັດວຽກ ແລະ ລະບົບປະເມີນຜົນທີ່ສອດຄ່ອງກັບການຜະລິດ ແລະ ການເຜີຍແຜ່ອອກໝົດທຸກສື່, ຊຸກຍູ້ການປ່ຽນແປງລັກສະນະເປັນລະບົບຂອງສື່ຫຼັກ. ປັບປຸງກົນໄກຊີ້ນຳຫາງສຽງ ແລະ ກົນໄກຮັບມືກັບຫາງສຽງຢ່າງປະສານງານກັນໃຫ້ສົມບູນ.

ຊຸກຍູ້ການສຶກສາອົບຮົມດ້ານອຸດົມການ ແລະ ຄວາມເຊື່ອຖືໃຫ້ເປັນປະຈຳ ແລະ ຫັນເປັນລະບຽບການ. ປັບປຸງລະບຽບການ ແລະ ກົນໄກທີ່ອົບຮົມ ແລະ ຈັດຕັ້ງປະຕິບັດຕາມຄ່ານິຍົມຕົ້ນຕໍສັງຄົມນິຍົມໃຫ້ສົມບູນ. ປັບປຸງ ແລະ ປະດິດສ້າງກົນໄກເຮັດວຽກທີ່ອົບຮົມໃນດ້ານຄວາມສີວິໄລ ພຶດຕິກຳໃນດ້ານຄວາມສີວິໄລ ແລະ ການສ້າງຄວາມສີວິໄລ. ປະຕິບັດໂຄງການສ້າງກະແສຄວາມສີວິໄລຢູ່ຊົນນະບົດ. ປັບປຸງກົນໄກໂຄສະນາ ແລະ ຮ່ຳຮຽນນຳວິລະຊົນ ແລະ ບຸກຄົນທີ່ເປັນແບບຢ່າງ, ປະດິດສ້າງກົນໄກຈັດຕັ້ງບັ້ນສຶກສາອົບຮົມລັດທິຮັກຊາດ ແລະ ບັ້ນທີ່ເປັນຫົວຂໍ້ຫຼັກທີ່ມີລັກສະນະມວນຊົນປະເພດຕ່າງໆ, ຊຸກຍູ້ໃຫ້ທົ່ວສັງຄົມບູຊາວິລະຊົນ ອາໄລອາວອນນັກຮົບຜູ້ເສຍສະຫຼະຊີວິດໃນປາງສົງຄາມ ແລະ ພະຍາຍາມເປັນຜູ້ຕະລຸມບອນ. ສ້າງລະບົບສືບທອດຄຸນສົມບັດອັນເປັນມູນເຊື້ອທີ່ດີງາມຂອງປະຊາຊາດຈີນ, ປັບປຸງໂຄງປະກອບ ແລະ ກົນໄກສ້າງຄຸນສົມບັດສາທາລະນະໃນສັງຄົມ ຈັນຍາບັນໃນອາຊີບ ສິນທຳທີ່ດີໃນຄອບຄົວ ແລະ ຄຸນສົມບັດສ່ວນບຸກຄົນໃຫ້ຄົບຖ້ວນ, ປັບປຸງກົນໄກສ້າງຄວາມໜ້າເຊື່ອຖືທີ່ມີປະສິດທິຜົນຍາວນານໃຫ້ຄົບຖ້ວນ, ສຶກສາອົບຮົມ ແລະ ນຳພາທົ່ວສັງຄົມຕື່ນຕົວເຄົາລົບກົດໝາຍ ແລະ ປະຕິບັດຕາມຮີດຄອງປະເພນີທີ່ດີງາມ, ເດັດດ່ຽວຄັດຄ້ານລັດທິບູຊາເງິນ ລັດທິສະເຫວີຍສຸກ ລັດທິສ່ວນຕົວຮຸນແຮງ ແລະ ລັດທິສູນຍະພາບປະຫວັດສາດ. ສ້າງກົນໄກຈັດຕັ້ງປະຕິບັດການສຶກສາອົບຮົມຄຸນສົມບັດເທິງອິນເຕີເນັດ ໂດຍແບ່ງປະເພດມະຫາຊົນ
ແລະ ຖືກຕ້ອງຕາມເປົ້າໝາຍ. ສ້າງ ແລະ ປັບປຸງກົນໄກທີ່ຮ່ວມກັນແກ້ໄຂບັນຫາພົ້ນເດັ່ນໃນຂົງເຂດຄຸນສົມບັດໃຫ້ຄົບຖ້ວນ, ປັບປຸງກົນໄກປາບປາມສິ່ງລາມົກ ແລະ ສິ່ງພິມທີ່ຜິດກົດໝາຍຢ່າງມີປະສິດທິຜົນຍາວນານໃຫ້ສົມບູນ.

39. ປັບປຸງກົນໄກສະໜອງການບໍລິການ ແລະ ຜະລິດຕະພັນດ້ານວັດທະນະທຳໃຫ້ດີຂຶ້ນ. ປັບປຸງລະບົບການບໍລິການສາທາລະນະດ້ານວັດທະນະທຳໃຫ້ສົມບູນ, ສ້າງກົນໄກສົ່ງຊັບພະຍາກອນວັດທະນະທຳທີ່ດີເດັ່ນໄປເຖິງຂັ້ນຮາກຖານໂດຍກົງ, ປັບປຸງກົນໄກທີ່ກຳລັງໃນສັງຄົມເຂົ້າຮ່ວມການບໍລິການສາທາລະນະດ້ານວັດທະນະທຳໃຫ້ຄົບຖ້ວນ, ຊຸກຍູ້ການປະຕິຮູບແຍກກຳມະສິດ ແລະ ສິດນຳໃຊ້ສິ່ງກໍ່ສ້າງວັດທະນະທຳສາທາລະນະໃຫ້ອອກຈາກກັນ. ລົງເລິກປະຕິຮູບທຶນຂອງລັດ ແລະ ລັດວິສາຫະກິດໃນຂົງເຂດວັດທະນະທຳ, ຊຸກຍູ້ໃຫ້ໜ່ວຍງານວິຊາການດ້ານວັດທະນະທຳລົງເລິກການປະຕິຮູບຢູ່ພາຍໃນໂດຍແບ່ງເປັນປະເພດ, ປັບປຸງກົນໄກສ້າງ ແລະ ພັດທະນາສະຖາບັນ ແລະ ຄະນະສິລະປະໃຫ້ສົມບູນ.

ຍຶດໝັ້ນທິດທາງປະດິດແຕ່ງທີ່ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການປະສານສົມທົບລະຫວ່າງ
ການສ້າງຜົນງານ ແລະ ການອົບຮົມຜູ້ມີຄວາມຮູ້ຄວາມສາມາດ, ຍຶດໝັ້ນການເຊື່ອມຕໍ່ກັນລະຫວ່າງການເນັ້ນໃສ່ຜົນງານການປະດິດແຕ່ງ ແລະ ການເນັ້ນໃສ່ການສ້າງສະພາບແວດລ້ອມດ້ານການປະດິດແຕ່ງ, ປັບປຸງກົນໄກເຮັດວຽກບໍລິການ ຊີ້ນຳ ແລະ ຈັດຕັ້ງການປະດິດແຕ່ງດ້ານສິລະປະວັນນະຄະດີໃຫ້ດີຂຶ້ນ. ປັບປຸງລະບົບອຸດສາຫະກຳ ແລະ ລະບົບຕະຫຼາດດ້ານວັດທະນະທຳໃຫ້ຄົບຖ້ວນ, ປັບປຸງນະໂຍບາຍເສດຖະກິດດ້ານວັດທະນະທຳໃຫ້ສົມບູນ. ທົດລອງກົນໄກທີ່ເຮັດໃຫ້ວັດທະນະທຳເຊື່ອມໂຍງເຂົ້າກັບວິທະຍາສາດເຕັກໂນໂລຊີຢ່າງມີປະສິດທິຜົນ, ເລັ່ງລັດພັດທະນາຮູບການຂະແໜງການໃໝ່ດ້ານວັດທະນະທຳໃຫ້ໄວຂຶ້ນ. ລົງເລິກປະຕິຮູບລະບຽບການຂຶ້ນທະບຽນການພິຈາລະນາອະນຸມັດດ້ານການບໍລິຫານໃນຂົງເຂດວັດທະນະທຳ, ເພີ່ມທະວີການຕິດຕາມຄຸ້ມຄອງໃນເວລາພວມຂຶ້ນທະບຽນ ແລະ ພາຍຫຼັງຂຶ້ນທະບຽນ. ລົງເລິກການບໍລິຫານຂົງເຂດການບັນເທີງດ້ານວັດທະນະທຳໂດຍລວມ.

ສ້າງອົງການປະສານງານວຽກງານປົກປັກຮັກສາ ແລະ ສືບທອດມໍລະດົກວັດທະນະທຳ, ສ້າງລະບຽບການຕິດຕາມກວດກາການປົກປັກຮັກສາມໍລະດົກວັດທະນະທຳ, ຊຸກຍູ້ການປົກປັກຮັກສາຢ່າງເປັນລະບົບ ແລະ ການຕິດຕາມຄຸ້ມຄອງຢ່າງເປັນເອກະພາບກັນຕໍ່ມໍລະດົກວັດທະນະທຳ. ສ້າງລະບົບເຄື່ອງໝາຍຂອງອະລິຍະທຳຈີນ. ສ້າງໂຄງປະກອບ ແລະ ກົນໄກພັດທະນາວັດທະນະທຳ ແລະ ການທ່ອງທ່ຽວທີ່ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງໃຫ້ຄົບຖ້ວນ. ປັບປຸງລະບົບບໍລິການສາທາລະນະດ້ານການອອກກຳລັງກາຍທົ່ວປວງຊົນໃຫ້ສົມບູນ, ປະຕິຮູບ ແລະ ປັບປຸງໂຄງປະກອບຄຸ້ມຄອງ ແລະ ກົນໄກດຳເນີນງານຂອງກິລາເພື່ອໃຊ້ແຂ່ງຂັນ.

40. ປັບປຸງລະບົບຄຸ້ມຄອງອິນເຕີເນັດໂດຍລວມໃຫ້ຄົບຖ້ວນ. ລົງເລິກປະຕິຮູບໂຄງປະກອບຄຸ້ມຄອງອິນເຕີເນັດ, ຊັບຊ້ອນພາລະບົດບາດດ້ານການສ້າງເນື້ອໃນ ແລະ ຄຸ້ມຄອງອິນເຕີເນັດ, ຊຸກຍູ້ການຄຸ້ມຄອງການໂຄສະນາຖະແຫຼງຂ່າວ ແລະ ຫາງສຽງໃນອິນເຕີເນັດຢ່າງເປັນອັນໜຶ່ງອັນດຽວກັນ. ປັບປຸງກົນໄກພັດທະນາ ແລະ ຄຸ້ມຄອງປັນຍາປະດິດແບບສ້າງເນື້ອໃນໃຫ້ສົມບູນ. ເພີ່ມທະວີການສ້າງການຄຸ້ມຄອງຕາມກົດໝາຍຢູ່ພື້ນທີ່ອິນເຕີເນັດ, ປັບປຸງກົນໄກຄຸ້ມຄອງສະພາບແວດລ້ອມທາງອິນເຕີເນັດຢ່າງມີປະສິດທິຜົນຍາວນານໃຫ້ຄົບຖ້ວນ, ປັບປຸງລະບົບວຽກງານປົກປ້ອງຜູ້ບໍ່ເຖິງອາຍຸກະສຽນໃນດ້ານອິນເຕີເນັດໃຫ້ຄົບຖ້ວນ.

41. ສ້າງລະບົບໂຄສະນາຕໍ່ສາກົນທີ່ມີປະສິດທິຜົນກວ່າເກົ່າ. ຊຸກຍູ້ການສ້າງສະພາບການໂຄສະນາໃນສາກົນຄືນໃໝ່, ລົງເລິກປະຕິຮູບ ແລະ ປະດິດສ້າງກົນໄກໂຄສະນາໃນສາກົນຂອງສື່ຫຼັກ, ເລັ່ງລັດສ້າງສະພາບການໂຄສະນາຕໍ່ຕ່າງປະເທດທີ່ມີຫຼາຍຊ່ອງທາງແບບສາມມິຕິ. ເລັ່ງລັດສ້າງລະບົບການປະກອບຄຳຄິດເຫັນຂອງຈີນ ແລະ ການເລົ່າເລື່ອງລາວຂອງຈີນ, ຍົກສູງສະມັດຖະພາບການໂຄສະນາໃນສາກົນຢ່າງຮອບດ້ານ. ສ້າງກົນໄກຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ. ຊຸກຍູ້ຄວາມສະດວກໃນການຄຸ້ມຄອງການພັດທະນາໄປສູ່ຕ່າງປະເທດ ແລະ ການນຳເຂົ້າຈາກຕ່າງປະເທດ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳໃນສາກົນ.

Ⅺ. ປັບປຸງລະບົບລະບຽບການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັ້ນໃຫ້ຄົບຖ້ວນ

ການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນໃນການພັດທະນານັ້ນ ແມ່ນໜ້າທີ່ອັນສຳຄັນຂອງຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນທຳຄວາມພະຍາຍາມຢ່າງສຸດຂີດ ແລະ ປະຕິບັດຕາມຄວາມສາມາດ, ປັບປຸງລະບົບລະບຽບການບໍລິການສາທາລະນະຂັ້ນພື້ນຖານໃຫ້ສົມບູນ, ເພີ່ມທະວີການສ້າງຊີວິດການເປັນຢູ່ຂອງປະຊາຊົນທີ່ມີລັກສະນະໃຫ້ຜົນປະໂຫຍດທົ່ວເຖິງ ລັກສະນະພື້ນຖານ ແລະ ລັກສະນະຄຸນນະພາບຕ່ຳສຸດ, ແກ້ໄຂບັນຫາຜົນປະໂຫຍດທີ່ປະຊາຊົນເອົາໃຈໃສ່ທີ່ສຸດ ໂດຍກົງທີ່ສຸດ ແລະ ຕົວຈິງທີ່ສຸດນັ້ນໃຫ້ດີ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ອັນດີງາມຢ່າງບໍ່ຢຸດຢັ້ງ.

42. ປັບປຸງລະບຽບການແບ່ງປັນລາຍຮັບໃຫ້ສົມບູນ. ສ້າງລະບົບລະບຽບການແບ່ງປັນຄັ້ງທຳອິດ ຄັ້ງທີສອງ ແລະ ຄັ້ງທີສາມທີ່ປະສານກົມກຽວ ແລະ ເປັນຊຸດ, ຍົກສູງມາດຕາສ່ວນດ້ານລາຍຮັບຂອງປະຊາຊົນໃນການແບ່ງປັນລາຍຮັບຂອງພົນລະເມືອງ, ຍົກສູງມາດຕາສ່ວນຂອງຄ່າອອກແຮງງານໃນການແບ່ງປັນຄັ້ງທຳອິດ. ປັບປຸງກົນໄກທີ່ຕົກລົງ ເພີ່ມຢ່າງສົມເຫດສົມຜົນ ແລະ ຮັບປະກັນການເບີກຈ່າຍເງິນເດືອນໃຫ້ຜູ້ອອກແຮງງານນັ້ນໃຫ້ສົມບູນ, ປັບປຸງລະບຽບການນະໂຍບາຍທີ່ ແບ່ງປັນຕາມປັດໄຈໃຫ້ຄົບຖ້ວນ. ປັບປຸງກົນໄກດັດປັບການແບ່ງປັນຄັ້ງທີສອງປະເພດຕ່າງໆ ເຊັ່ນ: ສ່ວຍສາອາກອນ, ການປະກັນສັງຄົມ ແລະ ການໂອນຈ່າຍເປັນຕົ້ນໃຫ້ສົມບູນ. ສະໜັບສະໜູນການພັດທະນາພາລະກິດການກຸສົນສາທາລະນະປະໂຫຍດ.

ເຮັດໃຫ້ລະບຽບການແບ່ງປັນລາຍຮັບເປັນລະບຽບແບບແຜນ, ເຮັດໃຫ້ກົນໄກການສະສົມຊັບສິນເປັນລະບຽບແບບແຜນ, ເພີ່ມທະວີລາຍຮັບລັກສະນະຊັບສິນຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດຈາກຫຼາຍຊ່ອງທາງ, ສ້າງໃຫ້ເປັນລະບົບລະບຽບການເພີ່ມລາຍຮັບຂອງກຸ່ມຄົນທີ່ມີລາຍຮັບຕ່ຳຢ່າງມີປະສິດທິຜົນ ເປີດກວ້າງຂະໜາດຂອງກຸ່ມຄົນທີ່ມີລາຍໄດ້ປານກາງຢ່າງໜັກແໜ້ນ ແລະ ດັດສົມລາຍໄດ້ທີ່ສູງເກີນໄປຢ່າງສົມເຫດສົມຜົນ. ລົງເລິກປະຕິຮູບກົນໄກຕົກລົງເງິນເດືອນຂອງລັດວິສາຫະກິດ, ກຳນົດເງິນເດືອນ ເງິນອຸດໜູນ ແລະ ເງິນເກື້ອກູນເປັນຕົ້ນຂອງຜູ້ຮັບຜິດຊອບຕຳແໜ່ງຕ່າງໆໃນລັດວິສາຫະກິດຢ່າງສົມເຫດສົມຜົນ ທັງເຮັດໃຫ້ເປັນລະບຽບແບບແຜນຢ່າງເຂັ້ມງວດ.

43. ປັບປຸງນະໂຍບາຍຖືການປະກອບອາຊີບເປັນບຸລິມະສິດໃຫ້ສົມບູນ. ປັບປຸງກົນໄກຊຸກຍູ້ການປະກອບອາຊີບທີ່ມີຄຸນນະພາບສູງຢ່າງເຕັມທີ່ໃຫ້ຄົບຖ້ວນ, ປັບປຸງລະບົບບໍລິການສາທາລະນະໃນດ້ານປະກອບອາຊີບໃຫ້ສົມບູນ, ອອກແຮງແກ້ໄຂຂໍ້ຂັດແຍ້ງດ້ານການປະກອບອາຊີບທີ່ມີລັກສະນະໂຄງປະກອບ. ປັບປຸງລະບົບສະໜັບສະໜູນການປະກອບອາຊີບຂອງກຸ່ມຄົນຕ່າງໆທີ່ເປັນຈຸດສຸມ ເຊັ່ນ: ນັກສຶກສາຜູ້ຮຽນຈົບ ກຳມະກອນເຄື່ອນຍ້າຍຈາກຊົນນະບົດ, ທະຫານຜູ້ຈົບພັນທະ ແລະອື່ນໆໃຫ້ສົມບູນ, ປັບປຸງລະບຽບການອົບຮົມວິຊາຊີບຕະຫຼອດຊີວິດໃຫ້ຄົບຖ້ວນ. ວາງແຜນເປັນເອກະພາບຕໍ່ກັບລະບົບນະໂຍບາຍປະກອບອາຊີບຢູ່ຕົວເມືອງ ແລະ ຊົນນະບົດ, ຊຸກຍູ້ການປະຕິຮູບການບໍລິການຕ່າງໆ ເຊັ່ນ: ສຳມະໂນຄົວ ການນຳໃຊ້ຄົນ ສຳເນົາ ແລະອື່ນໆໃນຈັງຫວະດຽວກັນ, ປັບປຸງສະພາບແວດລ້ອມດ້ານນະໂຍບາຍ ທີ່ເອົາການສ້າງທຸລະກິດມາຊຸກຍູ້ການປະກອບອາຊີບນັ້ນໃຫ້ດີຂຶ້ນ, ສະໜັບສະໜູນ ແລະ ພັດທະນາຮູບການປະກອບອາຊີບອັນໃໝ່ໃຫ້ເປັນລະບຽບແບບແຜນ. ປັບປຸງລະບຽບການ ແລະ ກົນໄກທີ່ຊຸກຍູ້ໂອກາດຢ່າງຍຸຕິທຳໃຫ້ສົມບູນ, ເຮັດໃຫ້ຊ່ອງທາງເຄື່ອນຍ້າຍໃນສັງຄົມທະລຸໂລ່ງ. ປັບປຸງກົນໄກເປິກສາຫາລື ແລະ ປະສານງານການພົວພັນແຮງງານໃຫ້ສົມບູນ, ເພີ່ມທະວີການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ.

44. ປັບປຸງລະບົບປະກັນສັງຄົມໃຫ້ຄົບຖ້ວນ. ປັບປຸງລະບຽບການພື້ນຖານໃນການວາງແຜນການປະກັນໄພບຳນານ/ລ້ຽງດູຜູ້ເຖົ້າຢ່າງເປັນເອກະພາບກັນໃນທົ່ວປະເທດນັ້ນໃຫ້ສົມບູນ, ປັບປຸງເວທີບໍລິການສາທາລະນະປະກັນສັງຄົມທີ່ເປັນເອກະພາບກັນໃນທົ່ວປະເທດນັ້ນໃຫ້ຄົບຖ້ວນ. ປັບປຸງລະບົບຕິດຕາມຄຸ້ມຄອງການຮັກສາມູນຄ່າ ການເພີ່ມມູນຄ່າ ແລະ ຄວາມໝັ້ນຄົງຂອງກອງທຶນປະກັນສັງຄົມນັ້ນໃຫ້ຄົບຖ້ວນ. ປັບປຸງກົນໄກລະດົມທຶນຂອງການປະກັນໄພບຳນານ/ລ້ຽງດູຜູ້ເຖົ້າຂັ້ນພື້ນຖານ ແລະ ການປະກັນໄພປິ່ນປົວພະຍາດຂັ້ນພື້ນຖານ ພ້ອມດ້ວຍກົນໄກດັດສົມຄ່າທົດແທນຄືນຢ່າງສົມເຫດສົມຜົນນັ້ນໃຫ້ຄົບຖ້ວນ, ຍົກສູງເງິນບຳນານພື້ນຖານຂອງປະຊາຊົນໃນຕົວເມືອງ ແລະ ເງິນລ້ຽງດູຜູ້ເຖົ້າຂັ້ນພື້ນຖານຂອງປະຊາຊົນໃນຊົນນະບົດເປັນກ້າວໆ. ປັບປຸງລະບຽບການປະກັນສັງຄົມຂອງຜູ້ປະກອບອາຊີບຢ່າງຄ່ອງຕົວ ກຳມະກອນເຄື່ອນຍ້າຍຈາກຊົນນະບົດ ແລະ ຜູ້ຄົນໃນຮູບການປະກອບອາຊີບອັນໃໝ່ນັ້ນໃຫ້ຄົບຖ້ວນ, ເປີດກວ້າງການປົກຄຸມຂອງການປະກັນໄພວ່າງງານ ອຸບັດເຫດແຮງງານ ແລະ ການເກີດ-ເບິ່ງແຍງລ້ຽງດູ, ຍົກເລີກຂໍ້ຈຳກັດສຳລັບຜູ້ປະກອບອາຊີບໃນເວລາເຂົ້າຮ່ວມການປະກັນສັງຄົມຢູ່ທ້ອງຖິ່ນທີ່ຕ້ອງມີສຳມະໂນຄົວຢູ່ທ້ອງຖິ່ນນັ້ນຢ່າງຮອບດ້ານ, ປັບປຸງນະໂຍບາຍໂອນຮັບການພົວພັນປະກັນສັງຄົມໃຫ້ສົມບູນ. ເລັ່ງລັດພັດທະນາລະບົບປະກັນໄພບຳນານ/ລ້ຽງດູຜູ້ເຖົ້າທີ່ມີຫຼາຍລະດັບ ແລະ ຫຼາຍແຫຼ່ງ, ເປີດກວ້າງຂອບເຂດປົກຄຸມຂອງລະບຽບການການເງິນປະຈຳປີ, ເຜີຍແຜ່ລະບຽບການເງິນບຳນານສ່ວນບຸກຄົນ. ເສີມຂະຫຍາຍບົດບາດເພີ່ມເຕີມການຮັບປະກັນຂອງການປະກັນໄພການຄ້າທຸກຊະນິດ. ຊຸກຍູ້ການວາງແຜນການປະກັນໄພປິ່ນປົວພະຍາດພື້ນຖານໃຫ້ເປັນເອກະພາບກັນໃນຂັ້ນແຂວງ, ລົງເລິກປະຕິຮູບຮູບການຈ່າຍຄ່າປິ່ນປົວຈາກການປະກັນໄພປິ່ນປົວພະຍາດ, ປັບປຸງລະບຽບການປະກັນໄພພະຍາດຮ້າຍແຮງ ແລະ ຊ່ວຍເຫຼືອດ້ານການປິ່ນປົວໃຫ້ສົມບູນ, ເພີ່ມທະວີການຕິດຕາມຄຸ້ມຄອງກອງທຶນປະກັນໄພປິ່ນປົວພະຍາດ. ປັບປຸງລະບົບຊ່ວຍເຫຼືອທາງສັງຄົມໃຫ້ຄົບຖ້ວນ. ປັບປຸງລະບຽບການປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງແມ່ ແລະ ເດັກໃຫ້ຄົບຖ້ວນ. ປັບປຸງລະບຽບການປະກັນສັງຄົມ ແລະ ລະບົບບໍລິການເອົາໃຈໃສ່ຕໍ່ຄົນພິການໃຫ້ສົມບູນ.

ເລັ່ງລັດສ້າງລະບຽບການເຮືອນຢູ່ທີ່ມີການເຊົ່າ ແລະ ຊື້ເອົາ ໄປພ້ອມກັນ, ເລັ່ງລັດສ້າງຮູບແບບໃໝ່ດ້ານການພັດທະນາເຮືອນຢູ່ ແລະ ທີ່ດິນ. ເພີ່ມທະວີການສ້າງ ແລະ ການສະໜອງເຮືອນຢູ່ນະໂຍບາຍ ເພື່ອຕອບສະໜອງຄວາມຕ້ອງການເຮືອນຢູ່ທີ່ຕ້ອງມີຂອງກຸ່ມຄົນທີ່ອາໄສເງິນເດືອນ. ສະໜັບສະໜູນຄວາມຕ້ອງການເຮືອນຢູ່ທີ່ດີກວ່າເກົ່າທີ່ມີຫຼາຍຢ່າງຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດ. ມອບສິດເປັນເຈົ້າຕົນເອງໃນການດັດສົມຄວບຄຸມຕະຫຼາດເຮືອນຢູ່ ແລະ ທີ່ດິນໃຫ້ແກ່ອົງການປົກຄອງຕົວເມືອງຕ່າງໆຢ່າງເຕັມທີ່, ປະຕິບັດນະໂຍບາຍໂດຍອີງຕາມສະພາບເງື່ອນໄຂຕົວຈິງຂອງເມືອງຕົນ, ອະນຸຍາດໃຫ້ຕົວເມືອງທີ່ກ່ຽວຂ້ອງຍົກເລີກ ຫຼື ຫຼຸດຜ່ອນນະໂຍບາຍຈຳກັດການຊື້ເຮືອນຢູ່ ພ້ອມທັງຍົກເລີກມາດຕະຖານກ່ຽວກັບເຮືອນຢູ່ທຳມະດາ ແລະ ເຮືອນຢູ່ບໍ່ທຳມະດາ. ປະຕິຮູບຮູບການລະດົມທຶນໃນການພັດທະນາເຮືອນຢູ່ ແລະ ທີ່ດິນ ພ້ອມດ້ວຍລະບຽບການຈຳໜ່າຍເຮືອນທີ່ເປັນສິນຄ້າແບບລ່ວງໜ້າ. ປັບປຸງລະບຽບການອາກອນເຮືອນຢູ່ ແລະ ທີ່ດິນໃຫ້ສົມບູນ.

45. ລົງເລິກປະຕິຮູບໂຄງປະກອບສາທາລະນະສຸກ. ປະຕິບັດຍຸດທະສາດພັດທະນາການຮັກສາສຸຂະພາບເປັນບຸລິມະສິດ, ປັບປຸງລະບົບສາທາລະນະສຸກໃຫ້ຄົບຖ້ວນ, ຊຸກຍູ້ໃຫ້ສັງຄົມບໍລິຫານຮ່ວມກັນ ການປິ່ນປົວກັບການປ້ອງກັນພະຍາດປະສານກົມກຽວ ແລະ ການປິ່ນປົວເຊື່ອມໂຍງເຂົ້າກັບການປ້ອງກັນພະຍາດ, ເພີ່ມທະວີການສ້າງຄວາມສາມາດດ້ານການຕິດຕາມວັດແທກ ແຈ້ງເຕືອນໄພ ການປະເມີນຄວາມສ່ຽງ ການສຳຫຼວດຕາມຫຼັກວິທະຍາສາດພະຍາດຕິດແປດ ການກວດເຊື້ອພະຍາດ ການຮັບມືແບບສຸກເສີນ ການປິ່ນປົວກອບກູ້ ແລະ ຄວາມສາມາດອື່ນໆ. ຊຸກຍູ້ການພັດທະນາ ແລະ ຄຸ້ມຄອງບໍລິຫານການປິ່ນປົວ ການປະກັນໄພປິ່ນປົວພະຍາດ ແລະ ຢາປົວພະຍາດຢ່າງປະສານສົມທົບກັນ. ຊຸກຍູ້ການເປີດກວ້າງ ກະຈາຍໄປສູ່ຂັ້ນຕ່ຳ ແລະ ແບ່ງເຂດຢ່າງສະໝ່ຳສະເໝີ ໃນດ້ານຊັບພະຍາກອນການແພດທີ່ມີຄຸນນະພາບດີ, ເລັ່ງລັດສ້າງລະບົບກວດ-ປິ່ນປົວໂດຍແບ່ງເປັນຂັ້ນ, ຊຸກຍູ້ການສ້າງສະມາຄົມໂຮງໝໍແບບສະໜິດແໜ້ນ, ເພີ່ມທະວີການບໍລິການສາທາລະນະສຸກຢູ່ຂັ້ນຮາກຖານ. ລົງເລິກປະຕິຮູບໂຮງໝໍລັດທີ່ມີລັກສະນະສາທາລະນະປະໂຫຍດ, ສ້າງກົນໄກເກັບຄ່າໃຊ້ຈ່າຍທີ່ຖືຄ່າບໍລິການປິ່ນປົວເປັນຕົ້ນຕໍ, ປັບປຸງລະບຽບການເງິນເດືອນໃຫ້ສົມບູນ, ສ້າງກົນໄກດັດສົມການກຳນົດຕຳແໜ່ງງານແບບບໍ່ຕາຍຕົວ. ຊີ້ນຳການພັດທະນາໂຮງໝໍເອກະຊົນໃຫ້ເປັນລະບຽບແບບແຜນ. ປະດິດສ້າງວິທີຕິດຕາມຄຸ້ມຄອງດ້ານສາທາລະນະສຸກ. ປັບປຸງກົນໄກສະໜັບສະໜູນການພັດທະນາຢາປະດິດສ້າງໃໝ່ ແລະ ອຸປະກອນປິ່ນປົວໃຫ້ຄົບຖ້ວນ, ປັງປຸງກົນໄກການສືບທອດ ປະດິດສ້າງໃໝ່ ແລະ ພັດທະນາແພດແຜນຈີນ-ຢາພື້ນເມືອງຈີນ.

46. ປັບປຸງລະບົບສະໜັບສະໜູນ ແລະ ບໍລິການການພັດທະນາປະຊາກອນໃຫ້ຄົບຖ້ວນ. ຖືເອົາການຮັບມືກັບສະພາບການຜູ້ອາຍຸສູງເພີ່ມຂຶ້ນ ແລະ ການເກີດໜ້ອຍລົງນັ້ນເປັນຈຸດໜັກເພື່ອປັບປຸງຍຸດທະສາດພັດທະນາປະຊາກອນໃຫ້ສົມບູນ, ປັບປຸງລະບົບບໍລິການປະຊາກອນທີ່ປົກຄຸມທຸກກຸ່ມຄົນ ແລະ ຕະຫຼອດຊີວິດນັ້ນໃຫ້ຄົບຖ້ວນ, ຊຸກຍູ້ການພັດທະນາປະຊາກອນທີ່ມີຄຸນນະພາບສູງ. ປັບປຸງລະບົບນະໂຍບາຍ ແລະ ກົນໄກຊຸກຍູ້ສົ່ງເສີມທີ່ສະໜັບສະໜູນການເກີດ-ເບິ່ງແຍງລ້ຽງດູ, ຊຸກຍູ້ການສ້າງສັງຄົມທີ່ເປັນມິດຕໍ່ການເກີດ-ເບິ່ງແຍງລ້ຽງດູ. ຫຼຸດຜ່ອນຕົ້ນທຶນການເກີດ ການເບິ່ງແຍງລ້ຽງດູ ແລະ ການສຶກສາຂອງລູກໃຫ້ຕ່ຳລົງຢ່າງມີປະສິດທິຜົນ, ປັບປຸງລະບຽບການພັກຜ່ອນໃນຍາມເກີດ-ເບິ່ງແຍງລ້ຽງດູໃຫ້ສົມບູນ, ສ້າງລະບຽບການເກື້ອກູນການເກີດ-ເບິ່ງແຍງລ້ຽງດູ, ຍົກສູງລະດັບບໍລິການສາທາລະນະດ້ານການເກີດ-ເບິ່ງແຍງລ້ຽງດູຂັ້ນພື້ນຖານ ແລະ ການປິ່ນປົວພະຍາດໃຫ້ເດັກນ້ອຍ, ຍົກສູງຈຳນວນລາຍຮັບທີ່ບໍ່ຈຳເປັນເສຍອາກອນລາຍໄດ້ສ່ວນບຸກຄົນ. ເພີ່ມທະວີການສ້າງລະບົບບໍລິການເບິ່ງແຍງລ້ຽງດູເດັກນ້ອຍແບບສ້າງຜົນປະໂຫຍດທົ່ວເຖິງ, ສະໜັບສະໜູນໃຫ້ໜ່ວຍງານ ເຂດຊຸມຊົນ ແລະ ຄອບຄົວສ້າງໂຮງຮຽນອະນຸບານ ແລະ ຮູບແບບອື່ນໆ. ກຳເອົາກົດເກນພາວະວິໄສກ່ຽວກັບການເຄື່ອນຍ້າຍຂອງປະຊາກອນ, ຊຸກຍູ້ການບໍລິການສາທາລະນະທີ່ກ່ຽວຂ້ອງໃຫ້ເຄື່ອນຍ້າຍໄປຕາມຄົນ, ຊຸກຍູ້ປະຊາກອນໃນຕົວເມືອງ-ຊົນນະບົດ ແລະ ເຂດແຄວ້ນໃຫ້ເຕົ້າໂຮມກັນຢ່າງສົມເຫດສົມຜົນ ແລະ ເຄື່ອນຍ້າຍຢ່າງເປັນລະບຽບ.

ຕັ້ງໜ້າຮັບມືກັບບັນຫາປະຊາກອນຜູ້ອາຍຸສູງເພີ່ມຂຶ້ນ, ປັບປຸງນະໂຍບາຍ ແລະ ກົນໄກທີ່ພັດທະນາວຽກງານລ້ຽງດູຜູ້ເຖົ້າ ແລະ ອຸດສາຫະກຳລ້ຽງດູຜູ້ເຖົ້າໃຫ້ສົມບູນ. ພັດທະນາເສດຖະກິດກ່ຽວກັບໄວຊະລາ, ປະດິດສ້າງຕຳແໜ່ງຫຼາຍຢ່າງທີ່ສອດຄ່ອງກັບຜູ້ອາຍຸສູງ. ຊຸກຍູ້ການປະຕິຮູບແກ່ຍາວອາຍຸບຳນານທີ່ກຳນົດໄວ້ໃນກົດໝາຍແບບຄ່ອຍເປັນຄ່ອຍໄປຢ່າງໜັກແໜ້ນ ແລະ ເປັນລະບຽບໂດຍອີງຕາມຫຼັກການສະໝັກໃຈ ແລະ ຄວາມຈຳເປັນ. ປັບປຸງການສະໜອງການບໍລິການພື້ນຖານດ້ານການລ້ຽງດູຜູ້ເຖົ້າໃຫ້ດີຂຶ້ນ, ອົບຮົມສ້າງອົງການບໍລິການລ້ຽງດູຜູ້ເຖົ້າຢູ່ເຂດຊຸມຊົນ, ປັບປຸງກົນໄກດຳເນີນທຸລະກິດຂອງອົງການລ້ຽງດູຜູ້ເຖົ້າຂອງລັດໃຫ້ຄົບຖ້ວນ, ສົ່ງເສີມ ແລະ ຊີ້ນຳວິສາຫະກິດ ແລະ ພາກສ່ວນອື່ນໆໃນສັງຄົມເຂົ້າຮ່ວມຢ່າງຕັ້ງໜ້າ, ຊຸກຍູ້ການບໍລິການລ້ຽງດູຜູ້ເຖົ້າແບບຊ່ວຍເຫຼືອເຊິ່ງກັນແລະກັນ, ຊຸກຍູ້ການປະສານສົມທົບລະຫວ່າງການປິ່ນປົວກັບການລ້ຽງດູຜູ້ເຖົ້າ. ເລັ່ງລັດແກ້ໄຂຈຸດດ້ອຍດ້ານການບໍລິການລ້ຽງດູຜູ້ເຖົ້າໃນຊົນນະບົດ. ປັບປຸງການບໍລິການໃຫ້ຜູ້ເຖົ້າທີ່ມີຄວາມຫຍຸ້ງຍາກທີ່ສຸດປະເພດຕ່າງໆ ເຊັ່ນ: ດຳລົງຊີວິດຢູ່ຄົນດຽວ ພິການ ສູນເສຍຄວາມສາມາດ ແລະອື່ນໆໃຫ້ສົມບູນ, ເລັ່ງລັດສ້າງລະບຽບການປະກັນໄພພະຍາບານໄລຍະຍາວ.

Ⅻ. ລົງເລິກປະຕິຮູບໂຄງປະກອບຄວາມສີວິໄລດ້ານນິເວດ

ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ມະນຸດກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ. ຕ້ອງປັບປຸງລະບົບລະບຽບການຄວາມສີວິໄລດ້ານນິເວດ, ຊຸກຍູ້ການຫຼຸດຜ່ອນກາກບອນ ຫຼຸດຜ່ອນມົນລະພິດ ເປີດກວ້າງດິນຂຽວ ແລະ ການເຕີບໂຕຂອງເສດຖະກິດຢ່າງປະສານກົມກຽວ, ຕັ້ງໜ້າຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເລັ່ງລັດປັບປຸງ ແລະ ຈັດຕັ້ງປະຕິບັດໂຄງປະກອບ ແລະ ກົນໄກທີ່ພູຂຽວນ້ຳໃສກໍແມ່ນພູເງິນພູຄຳນັ້ນໃຫ້ສົມບູນ.

47. ປັບປຸງໂຄງປະກອບພື້ນຖານຂອງຄວາມສີິວິໄລດ້ານນິເວດໃຫ້ສົມບູນ. ປະຕິບັດລະບຽບການຄຸ້ມຄອງສິ່ງແວດລ້ອມທຳມະຊາດໂດຍແບ່ງເປັນເຂດແຄວ້ນ ມີຄວາມແຕກຕ່າງ ຄຸ້ມຄອງ ແລະ ຄວບຄຸມຢ່າງຖືກເປົ້າໝາຍ, ປັບປຸງລະບຽບການຕິດຕາມວັດແທກ ແລະ ປະເມີນຜົນສິ່ງແວດລ້ອມທຳມະຊາດໃຫ້ຄົບຖ້ວນ. ສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ-ຄວບຄຸມຊ່ອງທາງການນຳໃຊ້ ແລະ ອະນຸມັດແຜນຜັງຕໍ່ກັບພື້ນທີ່ດິນແດນແຫ່ງຊາດທີ່ປົກຄຸມທົ່ວຂອບເຂດ ທຸກປະເພດ ແລະ ເຊື່ອມສານຢ່າງເປັນເອກະພາບກັນນັ້ນໃຫ້ຄົບຖ້ວນ. ປັບປຸງລະບົບລະບຽບການສິດຊັບສິນ ແລະ ລະບຽບການຄຸ້ມຄອງດ້ານຊັບສິນທີ່ເປັນຊັບພະຍາກອນທຳມະຊາດໃຫ້ຄົບຖ້ວນ, ປັບປຸງກົນໄກທີ່ໄດ້ຮັບມອບໝາຍໃຫ້ເປັນຕົວແທນຂອງກຳມະສິດຊັບສິນດ້ານຊັບພະຍາກອນທຳມະຊາດ ທີ່ເປັນກຳມະສິດ
ຂອງທົ່ວປວງຊົນນັ້ນໃຫ້ສົມບູນ, ສ້າງລະບຽບການກວດສອບ ແລະ ຕິດຕາມກວດກາຄວາມຮັບຜິດຊອບດ້ານການອະນຸລັກສິ່ງແວດລ້ອມທຳມະຊາດ ພ້ອມດ້ວຍການອະນຸລັກ ນຳໃຊ້ ການຮັກສາມູນຄ່າ-ເພີ່ມມູນຄ່າຂອງຊັບສິນໃນດ້ານຊັບພະຍາກອນທຳມະຊາດ ແລະອື່ນໆ. ປັບປຸງກົນໄກປະສານງານໃນວຽກງານຄວາມໝັ້ນຄົງດ້ານນິເວດຂອງຊາດໃຫ້ສົມບູນ. ຮຽບຮຽງປະມວນກົດໝາຍດ້ານສິ່ງແວດລ້ອມທຳມະຊາດ.

48. ປັບປຸງລະບົບຄຸ້ມຄອງສິ່ງແວດລ້ອມທຳມະຊາດໃຫ້ຄົບຖ້ວນ. ຊຸກຍູ້ການສ້າງລະບົບຄວາມຮັບຜິດຊອບ ລະບົບຕິດຕາມຄຸ້ມຄອງ ລະບົບຕະຫຼາດ ລະບົບນະໂຍບາຍ-ລະບຽບກົດໝາຍ ດ້ານການຄຸ້ມຄອງສິ່ງແວດລ້ອມທຳມະຊາດ. ປັບປຸງລະບຽບການ ແລະ ກົນໄກທີ່ແກ້ໄຂມົນລະພິດຢ່າງຖືກເປົ້າໝາຍ ແກ້ໄຂມົນລະພິດຕາມຫຼັກວິທະຍາສາດ ແລະ ແກ້ໄຂມົນລະພິດຕາມກົດໝາຍນັ້ນໃຫ້ສົມບູນ, ຈັດຕັ້ງປະຕິບັດລະບຽບການຕິດຕາມຄຸ້ມຄອງແຫຼ່ງກຳເນີດມົນລະພິດແບບຄົງທີ່ ໂດຍຖືເອົາລະບຽບການອະນຸຍາດການລະບາຍມົນລະພິດເປັນແກນກາງ, ສ້າງລະບົບປະສານສົມທົບໃນການແກ້ໄຂສິ່ງທີ່ເປັນມົນລະພິດໃໝ່ ແລະ ລະບົບຄຸ້ມຄອງຄວບຄຸມຄວາມສ່ຽງດ້ານສິ່ງແວດລ້ອມ, ຊຸກຍູ້ການປະສານສົມທົບໃນການຫຼຸດການລະບາຍມົນລະພິດຫຼາຍຢ່າງ. ລົງເລິກປະຕິຮູບລະບຽບການເປີດເຜີຍຂໍ້ມູນຂ່າວສານດ້ານສິ່ງແວດລ້ອມຕາມກົດໝາຍ, ສ້າງລະບົບຕິດຕາມຄຸ້ມຄອງຄວາມໜ້າເຊື່ອຖືດ້ານສິ່ງແວດລ້ອມ. ຊຸກຍູ້ໃຫ້ສ້າງລະບົບຄຸ້ມຄອງສິ່ງແວດລ້ອມທຳມະຊາດທີ່ເຊື່ອມໂຍງຍ່ານເໜືອ ແລະ ຍ່ານໃຕ້ຢ່າງເປັນເອກະພາບກັນຢູ່ລ່ອງແມ່ນ້ຳທີ່ສຳຄັນ. ຊຸກຍູ້ການສ້າງລະບົບເຂດສະຫງວນທຳມະຊາດທີ່ຖືສວນສາທາລະນະແຫ່ງຊາດເປັນຫຼັກນັ້ນຢ່າງຮອບດ້ານ.

ຈັດຕັ້ງປະຕິບັດລະບຽບການຄຸ້ມຄອງເສັ້ນແດງໃນການອະນຸລັກລະບົບນິເວດ, ປັບປຸງກົນໄກ ອະນຸລັກທີ່ເປັນອັນໜຶ່ງອັນດຽວກັນ ແລະ ຄຸ້ມຄອງຢ່າງເປັນລະບົບຕໍ່ພູຜາ ແມ່ນ້ຳ ປ່າໄມ້ ດິນນາ ໜອງບຶງ ທົ່ງຫຍ້າ ແລະ ທະເລຊາຍນັ້ນໃຫ້ຄົບຖ້ວນ ສ້າງກົນໄກລົງທຶນເພື່ອຟື້ນຟູລະບົບນິເວດແບບຫຼາຍແຫຼ່ງ. ຈັດຕັ້ງປະຕິບັດລະບຽບການຜູກມັດແບບບັງຄັບຕໍ່ຊັບພະຍາກອນນ້ຳ, ປະຕິບັດການປ່ຽນແປງຄ່າທຳນຽມຊັບພະຍາກອນນ້ຳໃຫ້ເປັນອາກອນຢ່າງຮອບດ້ານ. ເພີ່ມທະວີການສ້າງກົນໄກປະສານງານ ໃນວຽກງານອະນຸລັກຄວາມຫຼາກຫຼາຍຂອງຊີວະນານາພັນ. ປັບປຸງລະບຽບການບຸກເບີກ ແລະ ອະນຸລັກຊັບພະຍາກອນທາງທະເລໃຫ້ຄົບຖ້ວນ. ປັບປຸງກົນໄກບັນລຸຄຸນຄ່າຂອງຜະລິດຕະພັນນິເວດໃຫ້ຄົບຖ້ວນ. ລົງເລິກການປະຕິຮູບລະບຽບການນຳໃຊ້ຊັບພະຍາກອນທຳມະຊາດໂດຍເສຍຄ່າ. ຊຸກຍູ້ການຊົດເຊີຍລະບົບນິເວດແບບສັງລວມ, ປັບປຸງກົນໄກອະນຸລັກ ແລະ ຊົດເຊີຍລະບົບນິເວດຕາມສາຍຂວາງໃຫ້ຄົບຖ້ວນ, ວາງແຜນເປັນເອກະພາບໃນການຊຸກຍູ້ການໄຊ້ແທນຄືນຕໍ່ຜົນການທຳລາຍສິ່ງແວດລ້ອມທຳມະຊາດ.

49. ປັບປຸງກົນໄກພັດທະນາແບບສີຂຽວ ແລະ ກາກບອນຕ່ຳໃຫ້ຄົບຖ້ວນ. ປະຕິບັດລະບົບນະໂຍບາຍດ້ານການເງິນ ສ່ວຍສາອາກອນ ການທະນາຄານ ການລົງທຶນ ແລະ ລາຄາ ພ້ອມດ້ວຍລະບົບມາດຕະຖານເພື່ອສະໜັບສະໜູນການພັດທະນາແບບສີຂຽວ ແລະ ກາກບອນຕ່ຳ, ພັດທະນາອຸດສາຫະກຳຕາມທິດສີຂຽວ ແລະ ກາກບອນຕ່ຳ, ປັບປຸງກົນໄກຊຸກຍູ້ສົ່ງເສີມການບໍລິໂພກແບບສີຂຽວໃຫ້ຄົບຖ້ວນ, ຊຸກຍູ້ການສ້າງລະບົບເສດຖະກິດທີ່ພັດທະນາແບບສີຂຽວ ກາກບອນຕ່ຳ ແລະ ໝູນວຽນ. ປັບປຸງນະໂຍບາຍຈັດຊື້ຈັດຈ້າງແບບສີຂຽວຂອງພາກລັດ, ປັບປຸງລະບຽບການສ່ວຍສາອາກອນຕາມທິດສີຂຽວໃຫ້ສົມບູນ. ປັບປຸງລະບຽບການຄຸ້ມຄອງຍອດປະລິມານຊັບພະຍາກອນ ແລະ ປະຢັດຊັບພະຍາກອນຢ່າງຮອບດ້ານໃຫ້ສົມບູນ, ປັບປຸງລະບົບນຳໃຊ້ສິ່ງເສດເຫຼືອແບບໝູນວຽນໃຫ້ຄົບຖ້ວນ. ປັບປຸງກົນໄກນຳໃຊ້ຖ່ານຫີນສະອາດ ແລະ ມີປະສິດທິຜົນສູງໃຫ້ຄົບຖ້ວນ. ເລັ່ງລັດວາງແຜນ ແລະ ສ້າງລະບົບພະລັງງານແບບໃໝ່, ປັບປຸງນະໂຍບາຍ ແລະ ມາດຕະການດ້ານການນຳໃຊ້-ສະສົມ ແລະ ດັດສົມຄວບຄຸມພະລັງງານໃໝ່ໃຫ້ສົມບູນ. ປັບປຸງລະບົບເຮັດວຽກທີ່ສອດຄ່ອງກັບການປ່ຽນແປງຂອງດິນຟ້າອາກາດໃຫ້ສົມບູນ. ສ້າງກົນໄກໃໝ່ທີ່ຫັນປ່ຽນຈາກການຄວບຄຸມທັງຍອດປະລິມານ ແລະ ສະມັດຖະພາບການສິ້ນເປືອງພະລັງງານ ໃຫ້ກາຍເປັນການຄວບຄຸມທັງຍອດປະລິມານ ແລະ ສະມັດຖະພາບການລະບາຍກາກບອນນັ້ນຢ່າງຮອບດ້ານ. ສ້າງລະບົບສະຖິຕິໄລ່ລຽງປະລິມານການລະບາຍກາກບອນ ລະບຽບການຢືນຢັນກາໝາຍກາກບອນໃນຜະລິດຕະພັນ ແລະ ລະບົບຄຸ້ມຄອງຂະບວນການຂອງກາກບອນໃນຜະລິດຕະພັນ, ປັບປຸງລະບຽບການຊື້ຂາຍໃນຕະຫຼາດກາກບອນ ແລະ ລະບຽບການຊື້ຂາຍກ່ຽວກັບການຫຼຸດການລະບາຍອາຍພິດເຮືອນແກ້ວດ້ວຍຄວາມສະໝັກໃຈນັ້ນໃຫ້ຄົບຖ້ວນ, ຕັ້ງໜ້າຊຸກຍູ້ວຽກງານທີ່ລະບາຍກາກບອນເຖິງຈຸດສູງສຸດ ແລະ ການປອດການລະບາຍກາກບອນຢ່າງໝັ້ນທ່ຽງ ແລະ ສຸຂຸມຮອບຄອບ.

XIII. ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງຂອງຊາດ

ຄວາມໝັ້ນຄົງຂອງຊາດ ເປັນພື້ນຖານສຳຄັນທີ່ເຮັດໃຫ້ຄວາມທັນສະໄໝແບບຈີນກ້າວເດີນໄປໄກຢ່າງໜັກແໜ້ນ. ຕ້ອງຈັດຕັ້ງປະຕິບັດທັດສະນະຄວາມໝັ້ນຄົງຂອງຊາດໂດຍລວມ, ປັບປຸງໂຄງປະກອບ ແລະ ກົນໄກປົກປັກຮັກສາຄວາມໝັ້ນຄົງຂອງຊາດໃຫ້ສົມບູນ, ບັນລຸການຊ່ວຍຊູຍູ້ໜູນກັນເປັນຢ່າງດີລະຫວ່າງການພັດທະນາທີ່ມີຄຸນນະພາບສູງ ແລະ ຄວາມໝັ້ນຄົງໃນລະດັບສູງ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມສະຫງົບຖາວອນຂອງຊາດຢ່າງແທ້ຈິງ.

50. ປັບປຸງລະບົບຄວາມໝັ້ນຄົງຂອງຊາດໃຫ້ຄົບຖ້ວນ. ສ້າງຄວາມເຂັ້ມແຂງໃຫ້ກັບກົນໄກປະສານງານດ້ານວຽກງານຄວາມໝັ້ນຄົງຂອງຊາດ, ປັບປຸງລະບົບການປົກຄອງປະເທດຕາມກົດໝາຍ
ລະບົບຍຸດທະສາດ ລະບົບນະໂຍບາຍ ແລະ ລະບົບຕິດຕາມວັດແທກຄວາມສ່ຽງ-ເຕືອນໄພລ່ວງໜ້າໃນດ້ານຄວາມໝັ້ນຄົງຂອງຊາດໃຫ້ສົມບູນ, ປັບປຸງລະບົບຮັບປະກັນຄວາມໝັ້ນຄົງໃນຂົງເຂດສຳຄັນ ແລະ ລະບົບປະສານງານ-ບັນຊາການໃນໂຄງການສະເພາະກິດທີ່ສຳຄັນໃຫ້ສົມບູນ. ສ້າງລະບົບປ້ອງກັນຄວາມໝັ້ນຄົງຂອງຊາດທີ່ມີການປະສານສົມທົບກັນ ແລະ ມີປະສິດທິພາບສູງ, ຊຸກຍູ້ຄວາມໝັ້ນຄົງຂອງຊາດດ້ວຍວິທະຍາສາດເຕັກໂນໂລຊີ.

51. ປັບປຸງກົນໄກຄຸ້ມຄອງຄວາມສະຫງົບທາງສັງຄົມໃຫ້ສົມບູນ. ປັບປຸງລະບົບຮັບປະກັນການແກ້ໄຂເຫດການສາທາລະນະຮຸນແຮງແບບສຸກເສີນໃຫ້ຄົບຖ້ວນ, ປັບປຸງກົນໄກບັນຊາການເພື່ອຮັບມືສຸກເສີນພາຍໃຕ້ຂອບຄວາມໝັ້ນຄົງຂະໜາດໃຫຍ່ ແລະ ຮັບມືສຸກເສີນຂະໜາດໃຫຍ່ນັ້ນໃຫ້ສົມບູນ, ເພີ່ມທະວີພື້ນຖານ ແລະ ກຳລັງແຮງດ້ານການຮັບມືສຸກເສີນຢູ່ຂັ້ນຮາກຖານ, ຍົກສູງຄວາມສາມາດໃນການປ້ອງກັນ ຫຼຸດຜ່ອນໄພພິບັດ ແລະ ກູ້ໄພ. ປັບປຸງກົນໄກກວດກາ-ແກ້ໄຂຄວາມສ່ຽງດ້ານຄວາມປອດໄພໃນຂັ້ນຕອນການຜະລິດ ແລະ ສືບທາວຫາຄວາມຮັບຜິດຊອບໃຫ້ສົມບູນ. ປັບປຸງລະບົບຄວາມຮັບຜິດຊອບຕໍ່ຄວາມປອດໄພດ້ານອາຫານ ແລະ ຢາໃຫ້ສົມບູນ. ປັບປຸງລະບົບຕິດຕາມຄຸ້ມຄອງ ເຕືອນໄພລ່ວງໜ້າ ປ້ອງກັນ ແລະ ຄວບຄຸມຄວາມປອດໄພດ້ານຊີວະພາບໃຫ້ຄົບຖ້ວນ. ເພີ່ມທະວີການສ້າງໂຄງປະກອບຄວາມປອດໄພດ້ານອິນເຕີເນັດ, ສ້າງລະບຽບການຕິດຕາມຄຸ້ມຄອງຄວາມປອດໄພດ້ານປັນຍາປະດິດ.

52. ປັບປຸງລະບົບຄຸ້ມຄອງສັງຄົມໃຫ້ຄົບຖ້ວນ. ຍຶດໝັ້ນ ແລະ ພັດທະນາ “ບົດຮຽນເຟີ່ງຊຽວ” ໃນຍຸກໃໝ່, ປັບປຸງລະບົບຄຸ້ມຄອງຮາກຖານໃນຕົວເມືອງ ແລະ ຊົນນະບົດທີ່ປະສົມປະສານການປົກຄອງດ້ວຍຕົນເອງ ການຄຸ້ມຄອງຕາມກົດໝາຍ ແລະ ການຄຸ້ມຄອງຕາມຄຸນສົມບັດພາຍໃຕ້ການນຳພາຂອງອົງການພັກໃຫ້ຄົບຖ້ວນ, ປັບປຸງລະບຽບການຄຸ້ມຄອງສັງຄົມທີ່ສ້າງສາຮ່ວມກັນ ຄຸ້ມຄອງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນໃຫ້ສົມບູນ. ທົດລອງສ້າງຕັ້ງລະບຽບການຄຸ້ມຄອງປະຊາກອນທີ່ເປັນເອກະພາບກັນໃນທົ່ວປະເທດ. ປັບປຸງໂຄງປະກອບ ແລະ ກົນໄກເຮັດວຽກທາງສັງຄົມໃຫ້ຄົບຖ້ວນ, ເພີ່ມທະວີການກໍ່ສ້າງພັກເພື່ອນຳພາການຄຸ້ມຄອງຮາກຖານ, ເພີ່ມທະວີການສ້າງຖັນແຖວຜູ້ເຮັດວຽກທາງສັງຄົມ, ຊຸກຍູ້ການສ້າງລະບົບບໍລິການຂອງອາສາສະໝັກ. ຊຸກຍູ້ວຽກງານກ່ຽວກັບການຮ້ອງທຸກຂອງປະຊາຊົນໃຫ້ຫັນເປັນກົດໝາຍ. ຍົກສູງຄວາມສາມາດຄຸ້ມຄອງສັງຄົມໃນບໍລິເວນຂັ້ນນະຄອນ, ເພີ່ມທະວີບົດບາດຂອງເວທີບໍລິການສາທາລະນະ ເຊິ່ງລວມທັງໂທລະສັບສາຍດ່ວນຂອງຊາວເມືອງ ແລະອື່ນໆ, ປັບປຸງກົນໄກຄຸ້ມຄອງ ແລະ ກົນໄກຊຸກຍູ້ຢ່າງເປັນປົກກະຕິຕໍ່ບັນຊີລາຍການວຽກງານສຳຄັນ ພາຍໃຕ້ຄຳຂວັນ “ສຳເລັດວຽກໜຶ່ງຢ່າງມີປະສິດທິພາບສູງ” ນັ້ນໃຫ້ຄົບຖ້ວນ. ປັບປຸງລະບົບບໍລິການດ້ານຈິດໃຈທາງສັງຄົມ ແລະ ກົນໄກຮັບມືກັບວິກິດການໃຫ້ຄົບຖ້ວນ. ປັບປຸງກົນໄກເສີມຂະຫຍາຍບົດບາດຂອງການສ້າງຄອບຄົວ ການສຶກສາອົບຮົມໃນຄອບຄົວ ແລະ ແບບແຜນຄອບຄົວໃນການຄຸ້ມຄອງຂັ້ນຮາກຖານນັ້ນໃຫ້ຄົບຖ້ວນ. ລົງເລິກປະຕິຮູບສະມາຄົມຂະແໜງການ ແລະ ສະພາການຄ້າ. ປັບປຸງລະບຽບການຄຸ້ມຄອງອົງການຈັດຕັ້ງທາງສັງຄົມໃຫ້ຄົບຖ້ວນ.

ປັບປຸງລະບຽບການຈັດແບ່ງໜ້າທີ່ຮັບຜິດຊອບໃຫ້ສົມດຸນກັບສິດອຳນາດ ແລະ ຊັບພະຍາກອນໃຫ້ກັບຕາແສງ (ຖະໜົນ) ໃຫ້ຄົບຖ້ວນ, ເພີ່ມກຳລັງຄຸ້ມຄອງ ແລະ ການບໍລິການຂອງຕາແສງ (ຖະ ໜົນ). ປັບປຸງລະບົບປ້ອງກັນ ແລະ ຄວບຄຸມຄວາມສະຫງົບທາງສັງຄົມໂດຍລວມໃຫ້ສົມບູນ, ປັບປຸງກົນໄກປາບປາມກຸ່ມແກ້ງອັນທະພານຢ່າງເປັນປົກກະຕິໃຫ້ຄົບຖ້ວນ, ລົງໂທດການກະທຳຜິດ ແລະ ອາດຊະຍາກຳທີ່ປະຊາຊົນມີຫາງສຽງຢ່າງແຮງກ້ານັ້ນຕາມກົດໝາຍຢ່າງເຂັ້ມງວດ.

53. ປັບປຸງກົນໄກຄວາມໝັ້ນຄົງຂອງຊາດທີ່ກ່ຽວຂ້ອງກັບຕ່າງປະເທດໃຫ້ສົມບູນ. ສ້າງ ແລະ ປັບປຸງກົນໄກປະສານງານ ດ້ານວຽກງານປ້ອງກັນຄວາມໝັ້ນຄົງກັບປະເທດອ້ອມຂ້າງໃຫ້ຄົບຖ້ວນ.ເພີ່ມທະວີການສ້າງໂຄງປະກອບ ແລະ ກົນໄກທີ່ປົກປ້ອງຜົນປະໂຫຍດຢູ່ຕ່າງປະເທດ ພ້ອມດ້ວຍການເຕືອນໄພລ່ວງໜ້າ ແລະ ປ້ອງກັນຄວບຄຸມຄວາມສ່ຽງດ້ານການລົງທຶນຢູ່ຕ່າງປະເທດ, ລົງເລິກການຮ່ວມມືກັບສາກົນ ດ້ານການປະຕິບັດກົດໝາຍໃນຂົງເຂດຄວາມໝັ້ນຄົງ, ປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງພົນລະເມືອງ ແລະ ນິຕິບຸກຄົນຂອງປະເທດເຮົາຢູ່ຕ່າງປະເທດ.
ປັບປຸງກົນໄກຕ້ານການລົງໂທດ ຕ້ານການແຊກແຊງ ແລະ ຕ້ານການໃຊ້ສິດອຳນາດເກີນຂອບເຂດໃຫ້ຄົບຖ້ວນ. ປັບປຸງກົນໄກປົກປ້ອງສິດຜົນປະໂຫຍດທາງທະເລໃຫ້ຄົບຖ້ວນ. ປັບປຸງກົນໄກທີ່ເຂົ້າຮ່ວມການຄຸ້ມຄອງຄວາມໝັ້ນຄົງຂອງໂລກໃຫ້ສົມບູນ.

XIV. ລົງເລິກປະຕິຮູບການປ້ອງກັນຊາດ ແລະ ກອງທັບຢ່າງຕໍ່ເນື່ອງ

ຄວາມທັນສະໄໝດ້ານການປ້ອງກັນຊາດ ແລະ ກອງທັບ ເປັນພາກສ່ວນສຳຄັນໃນຄວາມທັນສະໄໝແບບຈີນ. ຕ້ອງຍຶດໝັ້ນການນຳພາແບບເດັດຖານຂອງພັກຕໍ່ກອງທັບປະຊາຊົນ, ລົງເລິກປະຕິບັດຍຸດທະສາດ ທີ່ສ້າງກອງທັບໃຫ້ເຂັ້ມແຂງດ້ວຍການປະຕິຮູບ, ສະໜອງສິ່ງຮັບປະກັນທີ່ແຂງແຮງເພື່ອບັນລຸເປົ້າໝາຍສູ້ຊົນໃນໂອກາດທີ່ສ້າງຕັ້ງກອງທັບຄົບຮອບ 100 ປີຕາມເວລາກຳນົດ ກໍຄື ບັນລຸຄວາມທັນສະໄໝດ້ານການປ້ອງກັນຊາດ ແລະ ກອງທັບໂດຍພື້ນຖານ.

54. ປັບປຸງໂຄງປະກອບ-ກົນໄກນຳພາ ແລະ ຄຸ້ມຄອງກອງທັບປະຊາຊົນໃຫ້ສົມບູນ. ປັບປຸງລະບຽບການ ແລະ ກົນໄກທີ່ຈັດຕັ້ງປະຕິບັດລະບຽບການທີ່ປະທານຄະນະກຳມະການການທະຫານເປັນຜູ້ຮັບຜິດຊອບໃຫ້ຄົບຖ້ວນ, ລົງເລິກຊຸກຍູ້ການສ້າງກອງທັບດ້ວຍການເມືອງ. ປັບປຸງການຈັດແບ່ງພາລະໜ້າທີ່ຂອງພະແນກໃນກົງຈັກຄະນະກຳມະການການທະຫານໃຫ້ດີຂຶ້ນ, ປັບປຸງກົນໄກວາງແຜນເປັນເອກະພາບໃນການຊຸກຍູ້ການສູ້ຮົບ ການສ້າງກອງທັບ ແລະ ການກຽມພ້ອມສູ້ຮົບໃຫ້ຄົບຖ້ວນ, ປັບປຸງກົນໄກຂໍຄຳເປິກສາ ແລະ ປະເມີນນະໂຍບາຍທີ່ສຳຄັນໃຫ້ສົມບູນ, ລົງເລິກການປະດິດສ້າງໃນດ້ານການຄຸ້ມຄອງຍຸດທະສາດ, ປັບປຸງລະບົບຄຸ້ມຄອງການທະຫານໃຫ້ສົມບູນ. ປັບປຸງກົນໄກເຮັດວຽກທີ່ຄຸ້ມຄອງກອງທັບຕາມກົດໝາຍໃຫ້ຄົບຖ້ວນ. ປັບປຸງນະໂຍບາຍ ແລະ ລະບຽບການຄົບວົງຈອນໃນຂົງເຂດການສູ້ຮົບ ກຽມພ້ອມສູ້ຮົບ ຊັບພະຍາກອນມະນຸດດ້ານການທະຫານ ແລະອື່ນໆໃຫ້ຄົບຖ້ວນ. ລົງເລິກປະຕິຮູບວິທະຍາຄານການທະຫານ, ຊຸກຍູ້ໃຫ້ວິທະຍາຄານ ການທະຫານພັດທະນາໃນດ້ານທາດແທ້. ປະຕິບັດການປັບປຸງ ແລະ ການປະຕິຮູບວິສາຫະກິດ ແລະ ໜ່ວຍງານວິຊາການທີ່ສັງກັດກອງທັບ.

55. ລົງເລິກປະຕິຮູບລະບົບການສູ້ຮົບຮ່ວມ. ປັບປຸງພາລະບົດບາດທີ່ເປັນສູນບັນຊາການສູ້ຮົບຮ່ວມຂອງຄະນະກຳມະການການທະຫານໃຫ້ສົມບູນ, ປັບປຸງບົດບາດບັນຊາການໃນຂົງເຂດຄວາມໝັ້ນຄົງທີ່ສຳຄັນໃຫ້ຄົບຖ້ວນ, ສ້າງກົນໄກເຄື່ອນໄຫວແບບປະສານສົມທົບກັບສູນກາງພັກ ແລະ ກົງຈັກລັດ. ປັບປຸງໂຄງປະກອບການຈັດຕັ້ງຂອງສູນບັນຊາການສູ້ຮົບຮ່ວມຢູ່ເຂດທະຫານໃຫ້ດີຂຶ້ນ, ປັບປຸງຮູບການຈັດຕັ້ງໜ່ວຍບັນຊາການສູ້ຮົບຮ່ວມ ຂອງກອງທະຫານທີ່ປະຕິບັດໜ້າທີ່ນັ້ນ ໃຫ້ສົມບູນ.
ເພີ່ມທະວີການສ້າງ ແລະ ນຳໃຊ້ລະບົບຂໍ້ມູນຂ່າວສານທາງອິນເຕີເນັດຢ່າງເປັນເອກະພາບກັນ. ສ້າງໂຄງປະກອບຂອງເຫຼົ່າທັບ ແລະ ເຫຼົ່າຮົບແບບໃໝ່, ເລັ່ງລັດພັດທະນາກຳລັງນາບຂູ່ທາງຍຸດທະສາດ, ອອກແຮງພັດທະນາກຳລັງສູ້ຮົບໃນຂົງເຂດໃໝ່ ແລະ ລັກສະນະໃໝ່, ວາງແຜນເປັນເອກະພາບໃນການເພີ່ມທະວີການສ້າງກຳລັງສູ້ຮົບແບບດັ້ງເດີມ. ປັບປຸງໂຄງປະກອບການຈັດຕັ້ງກ້ອນກຳລັງຕຳຫຼວດປະກອບອາວຸດໃຫ້ດີຂຶ້ນ.

56. ລົງເລິກປະຕິຮູບທີ່ກວມເອົາກອງທັບ ແລະ ທ້ອງຖິ່ນ. ປັບປຸງກົນໄກເຮັດວຽກການສ້າງ ລະບົບ ແລະ ຄວາມສາມາດດ້ານຍຸດທະສາດແຫ່ງຊາດທີ່ເປັນອັນໜຶ່ງອັນດຽວກັນໃຫ້ຄົບຖ້ວນ, ປັບປຸງໂຄງປະກອບ ແລະ ກົນໄກທີ່ປະສານງານໃນການຕັດສິນນະໂຍບາຍ ແລະ ເປິກສາວຽກງານທີ່ກ່ຽວຂ້ອງກັບກອງທັບໃຫ້ສົມບູນ. ປັບປຸງກົນໄກສະເໜີ ແລະ ລາຍງານຄວາມຕ້ອງການດ້ານການທະຫານເພື່ອການສ້າງການປ້ອງກັນຊາດ ແລະ ການເຊື່ອມສານລະຫວ່າງກອງທັບກັບທ້ອງຖິ່ນໃຫ້ຄົບຖ້ວນ, ປັບປຸງລະບົບປຸກລະດົມຂົນຂວາຍດ້ານການປ້ອງກັນຊາດໃຫ້ສົມບູນ. ລົງເລິກປະຕິຮູບ ໂຄງປະກອບອຸດສາຫະກຳວິທະຍາສາດເຕັກໂນໂລຊີດ້ານການປ້ອງກັນຊາດ, ປັບປຸງການແບ່ງເຂດ ອຸດສາຫະກຳວິທະຍາສາດເຕັກໂນໂລຊີດ້ານການປ້ອງກັນຊາດໃຫ້ດີ, ປັບປຸງລະບຽບການຈັດຊື້ອາວຸດຍຸດໂທປະກອນ, ສ້າງກົນໄກສົ່ງຜົນຕອບແທນໃຫ້ກັບຜູ້ອອກແບບຜະລິດຕະພັນການທະຫານ, ສ້າງລະບົບຄຸ້ມຄອງການຫັນອາວຸດຍຸດໂທປະກອນໃຫ້ທັນສະໄໝ. ປັບປຸງກົນໄກວາງແຜນການວຽກງານສ້າງມາດຕະຖານຂອງກອງທັບ ແລະ ທ້ອງຖິ່ນຢ່າງເປັນເອກະພາບນັ້ນໃຫ້ສົມບູນ. ເພີ່ມທະວີການວາງແຜນເປັນເອກະພາບໃນການສ້າງ ແລະ ຄຸ້ມຄອງຂົງເຂດການບິນອະວະກາດ ການຄ້າດ້ານຜະລິດຕະພັນການທະຫານ ແລະຂົງເຂດອື່ນໆ. ປັບປຸງໂຄງປະກອບ ແລະ ກົນໄກນຳພາ-ຄຸ້ມຄອງການປ້ອງກັນເຂດຊາຍແດນ ແລະ ທະເລໃຫ້ດີ, ປັບປຸງກົນໄກທີ່ພັກ ລັດ ກອງທັບ ຕຳຫຼວດ ແລະ ປະຊາຊົນຮ່ວມກັນຄຸ້ມຄອງເຂດຊາຍແດນນັ້ນໃຫ້ສົມບູນ. ລົງເລິກປະຕິຮູບລະບຽບການທະຫານລາດ. ປັບປຸງກົນໄກເຮັດວຽກສອງສະໜັບສະໜູນໃຫ້ສົມບູນ.

XV. ຍົກສູງລະດັບນຳພາຂອງພັກຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ

ການນຳພາຂອງພັກ ເປັນສິ່ງຮັບປະກັນຂັ້ນພື້ນຖານທີ່ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ. ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບຄວາມໝາຍທີ່ມີລັກສະນະຕັດສິນຊີ້ຂາດຂອງ “2 ກຳນົດ”, ເພີ່ມທະວີ “4 ສະຕິ”, ມີຄວາມເດັດດ່ຽວໃນ “4 ໝັ້ນໃຈຕົນເອງ”  ເຮັດໃຫ້ໄດ້ “2 ປົກປັກຮັກສາ”, ຮັກສາສະຕິຕື່ນຕົວໃນລະດັບສູງທີ່ນຳພາການປະຕິວັດສັງຄົມດ້ວຍການປະຕິວັດຕົນເອງຂອງພັກ, ຍຶດໝັ້ນຄຸ້ມຄອງພັກດ້ວຍນ້ຳໃຈປະຕິຮູບ ແລະ ມາດຕະຖານທີ່ເຂັ້ມງວດ, ປັບປຸງລະບົບລະບຽບການແຫ່ງການປະຕິວັດຕົນເອງຂອງພັກໃຫ້ສົມບູນ, ຊຸກຍູ້ການສ້າງຄວາມປອດໃສໃຫ້ຕົນເອງ ປັບປຸງຕົນເອງໃຫ້ສົມບູນ ປ່ຽນແປງຕົນເອງ ແລະ ຍົກລະດັບຕົນເອງຂອງພັກຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ພັກກາຍເປັນແກນນຳທີ່ແຂງແກ່ນໃນພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສະເໝີຕົ້ນສະເໝີປາຍ.

57. ຍຶດໝັ້ນການນຳພາແບບລວມສູນເປັນເອກະພາບຂອງພັກ ຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ສູນກາງພັກນຳພາການອອກແບບໂດຍລວມ ການປະສານສົມທົບຢ່າງເປັນເອກະພາບ ແລະ ການຊຸກຍູ້ໂດຍລວມຂອງການປະຕິຮູບ. ປັບປຸງກົນໄກຈັດຕັ້ງປະຕິບັດແຜນນະໂຍບາຍອັນສຳຄັນທີ່ກຳນົດໂດຍສູນກາງພັກ, ຮັບປະກັນໃຫ້ປະຕິບັດຕາມຄຳສັ່ງ ແລະ ຂໍ້ຫ້າມຂອງສູນກາງພັກຢ່າງເດັດດ່ຽວໜຽວແໜ້ນ. ຄະນະພັກ (ຈຸພັກ) ທຸກຂັ້ນຮັບຜິດຊອບການຈັດຕັ້ງປະຕິບັດແຜນນະໂຍບາຍຂອງສູນກາງພັກ, ວາງແຜນການຊຸກຍູ້ການປະຕິຮູບຂອງທ້ອງຖິ່ນຕົນ ແລະ ພາກສ່ວນຕົນ, ສົ່ງເສີມການປະດິດສ້າງໃໝ່ໂດຍປະສົມປະສານກັບສະພາບເງື່ອນໄຂຕົວຈິງ, ສ້າງບົດຮຽນໃໝ່ທີ່ສາມາດຖອດຖອນ ແລະ ເຜີຍແຜ່ໄດ້. ເດີນຕາມແນວທາງມະຫາຊົນຂອງພັກໃນຍຸກໃໝ່ໃຫ້ດີ, ຮັບເອົາຄວາມປາດຖະໜາຂອງສັງຄົມ ສະຕິປັນຍາຂອງປະຊາຊົນ ຄວາມຄິດເຫັນຂອງຜູ້ຊ່ຽວຊານ ແລະ ບົດຮຽນຂອງຮາກຖານເຂົ້າໃນການອອກແບບການປະຕິຮູບຢ່າງເຕັມທີ່. ຈັດວາງຫົວຂໍ້ເປິກສາຫາລືໃນການປະຕິຮູບໂດຍປິ່ນອ້ອມການແກ້ໄຂຂໍ້ຂັດແຍ້ງທີ່ພົ້ນເດັ່ນ, ປັບປຸງກົນໄກວາງແຜນການປະຕິຮູບທີ່ເປັນຈຸດສຳຄັນໃຫ້ດີຂຶ້ນ, ຍຶດໝັ້ນສັດຈະທຳ ດັດແກ້ຄວາມຜິດພາດ, ຄົ້ນຫາ ແລະ ແກ້ໄຂບັນຫາຢ່າງທັນການ. ປັບປຸງກົນໄກຊຸກຍູ້ສົ່ງເສີມການປະຕິຮູບ ແລະ ນຳພາຫາງສຽງ, ສ້າງບັນຍາກາດທີ່ດີໃຫ້ກັບການປະຕິຮູບ.

58. ລົງເລິກປະຕິຮູບລະບຽບການກໍ່ສ້າງພັກ. ຖືເອົາການປຸກລະດົມຂົນຂວາຍທົ່ວພັກກໍາ ແໜ້ນວຽກງານປະຕິຮູບ ແລະ ຊຸກຍູ້ການພັດທະນາຢ່າງມີຄວາມຫ້າວຫັນ ມີຄວາມເປັນເຈົ້າການ ແລະ ມີຫົວຄິດປະດິດສ້າງນັ້ນເປັນຈຸດສຸມ, ປັບປຸງລະບຽບການ ແລະ ກົນໄກກໍ່ສ້າງພັກໃຫ້ສົມບູນ ຂຶ້ນ. ເພີ່ມທະວີການປະກອບອາວຸດໃຫ້ພັກດ້ວຍທິດສະດີປະດິດສ້າງໃໝ່, ສ້າງ ແລະ ປັບປຸງກົນໄກ ທີ່ມີປະສິດທິຜົນຍາວນານ ໃນການຫຼໍ່ຫຼອມຈິດວິນຍານດ້ວຍການເຊື່ອມຊຶມ ເພີ່ມສະຕິປັນຍາດ້ວຍ ການເຊື່ອມຊຶມ ປັບປຸງແບບແຜນດ້ວຍການເຊື່ອມຊຶມ ແລະ ຊຸກຍູ້ການເຮັດວຽກດ້ວຍການເຊື່ອມ ຊຶມນັ້ນໃຫ້ສົມບູນຂຶ້ນ. ລົງເລິກການປະຕິຮູບລະບຽບການວຽກງານພະນັກງານ, ຕັ້ງທິດຊີ້ນຳທີ່ຖືກ ຕ້ອງໃນການຄັດເລືອກ ແລະ ນຳໃຊ້ຄົນຢ່າງຈະແຈ້ງ, ອອກແຮງຄັດເລືອກພະນັກງານທີ່ມີຄວາມ ໜັກແໜ້ນດ້ານການເມືອງ ມີຄວາມກ້າຫານໃນການແບກຫາບໜ້າທີ່ຮັບຜິດຊອບ ມີຄວາມບຸກບືນໃນ ການປະຕິຮູບ ມີຜົນງານຕົວຈິງທີ່ພົ້ນເດັ່ນ ແລະ ມີຄວາມປອດໃສຂາວສະອາດ, ສຸມໃສ່ແກ້ໄຂບັນ ຫາພະນັກງານທີ່ເຮັດວຽກແບບຊະຊາຍ ປະລາໜ້າທີ່ ບໍ່ກ້າຮັບຜິດຊອບວຽກ ແລະ ບໍ່ຊໍານານໃນ ການເຮັດວຽກ. ສ້າງ ແລະ ປະຕິບັດຕາມທັດສະນະທີ່ຖືກຕ້ອງຕໍ່ຜົນງານບໍລິຫານ, ປັບປຸງກົນໄກ ເຮັດວຽກທີ່ປ້ອງກັນ ແລະ ແກ້ໄຂທັດສະນະບໍ່ຖືກຕ້ອງຕໍ່ຜົນງານບໍລິຫານຢ່າງມີປະສິດທິຜົນໃຫ້ຄົບ ຖ້ວນ. ຈັດຕັ້ງປະຕິບັດຕາມ “3 ຈຳແນກ”, ຊຸກຍູ້ສົ່ງເສີມໃຫ້ພະນັກງານບຸກບືນສູ້ຊົນ ແລະ ສ້າງຜົນ ງານ. ຊຸກຍູ້ໃຫ້ການຂຶ້ນ ແລະ ລົງຕຳແໜ່ງຂອງພະນັກງານຫັນເປັນແບບປົກກະຕິ, ເພີ່ມທະວີການ ຊັບຊ້ອນພະນັກງານທີ່ບໍ່ເໝາະສົມກັບຕໍາແໜ່ງປັດຈຸບັນ. ປັບປຸງກົນໄກອົບຮົມທີ່ເປັນແບບປົກກະຕິ ໂດຍສະເພາະແມ່ນການອົບຮົມຂັ້ນພື້ນຖານໃຫ້ຄົບຖ້ວນ, ເພີ່ມທະວີການເຝິກຝົນຫຼໍ່ຫຼອມດ້ານວິຊາ ການ ແລະ ການປະຕິບັດຕົວຈິງ, ຍົກສູງຄວາມສາມາດຂອງພະນັກງານໃນການສ້າງຄວາມທັນສະ ໄໝຢ່າງຮອບດ້ານ. ປັບປຸງ ແລະ ຈັດຕັ້ງປະຕິບັດຕາມລະບຽບການອາຍຸຕໍາແໜ່ງຂອງພະນັກງານ ການນໍາໃຫ້ສົມບູນ, ປັບປຸງລະບຽບການຊັບຊ້ອນ ແລະ ມອບ-ຮັບໜ້າທີ່ຂອງຜູ້ຮັບຜິດຊອບຕົ້ນຕໍໃນ ຄະນະນໍາໃຫ້ຄົບຖ້ວນ. ເພີ່ມທະວີບົດບາດການເມືອງ ແລະ ບົດບາດການຈັດຕັ້ງຂອງອົງການຈັດ ຕັ້ງພັກ. ທົດລອງເພີ່ມຊ່ອງທາງທີ່ມີປະສິດທິຜົນດ້ານການກໍ່ສ້າງພັກໃນອົງການເສດຖະກິດໃໝ່, ອົງ ການຈັດຕັ້ງສັງຄົມໃໝ່ ແລະ ກຸ່ມຄົນປະກອບອາຊີບໃໝ່. ປັບປຸງກົນໄກສຶກສາອົບຮົມ ຄຸ້ມຄອງ ແລະ ເສີມຂະຫຍາຍບົດບາດຂອງສະມາຊິກພັກໃຫ້ສົມບູນຂຶ້ນ. ປັບປຸງຂໍ້ກຳນົດພາຍໃນພັກໃຫ້ສົມ ບູນ, ເພີ່ມທະວີຄວາມສັກສິດ ແລະ ຄວາມສາມາດດ້ານການປະຕິດບັດຂໍ້ກຳນົດພາຍໃນພັກ.

59. ລົງເລິກຊຸກຍູ້ການສ້າງແບບແຜນຂອງພັກ, ການປົກຄອງແບບປອດໃສຂາວສະອາດ ຂອງລັດ ແລະ ການຕ້ານການສໍ້ລາດບັງຫຼວງ. ປັບປຸງກົນໄກຕິດຕາມກວດກາດ້ານການເມືອງໃຫ້ ຫັນເປັນແບບຮູບປະທຳ, ຫັນເປັນແບບຖືກເປົ້າໝາຍ ແລະ ຫັນເປັນແບບປົກກະຕິໃຫ້ຄົບຖ້ວນ. ພະຍາຍາມຢ່າງບໍ່ລົດລະໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈກົດເຫຼັກ 8 ຂໍ້ຂອງສູນກາງພັກ, ປັບ ປຸງລະບຽບການ ແລະ ກົນໄກປ້ອງກັນລັດທິຮູບການ ແລະ ລັດທິອາຍາສິດໃຫ້ຄົບຖ້ວນ. ສ້າງ ຄວາມກະທັດຮັດ ແລະ ຄວາມເປັນລະບຽບແບບແຜນໃຫ້ກັບເອກະສານຂອງກອງປະຊຸມ ແລະ ກິດ ຈະກໍາຕ່າງໆເຊັ່ນ: ການສ້າງການສາທິດ ການແຂ່ງຂັນຍ້ອງຍໍໃຫ້ໄດ້ມາດຕະຖານ ເທດສະການ ສະຫຼອງວັນບຸນ  ງານວາງສະແດງ ແລະ ເວທີເປິກສາຫາລືຢ່າງຕໍ່ເນື່ອງ, ຄວບຄຸມຍອດປະລິມານ ການຕິດຕາມກວດກາ ການກວດກາ ແລະ ການກວດສອບຕໍ່ຂັ້ນຮາກຖານຢ່າງເຄັ່ງຄັດ, ຍົກລະດັບ ຄຸນນະພາບ ການສໍາຫຼວດເກັບກໍາຂໍ້ມູນໃຫ້ສູງຂຶ້ນ, ອອກແຮງແກ້ໄຂບັນຫາມີຫຼາຍເທື່ອເກີນໄປ. ສ້າງໜ້າວຽກໃຫ້ຂັ້ນຕາແສງ (ຖະໜົນ), ປັບປຸງກົນໄກຫຼຸດຜ່ອນພາລະໃຫ້ຂັ້ນຮາກຖານທີ່ມີປະສິດທິ ຜົນເປັນເວລາຍາວນານໃຫ້ຄົບຖ້ວນ. ສ້າງກົນໄກສຶກສາອົບຮົມລະບຽບວິໄນທີ່ມີລັກສະນະເປັນປະຈໍາ ແລະ ລັກສະນະລວມສູນປະສານສົມທົບກັນ, ລົງເລິກນໍາໃຊ້ “4 ຮູບຖານ” ແຫ່ງການຕິດຕາມ ກວດກາ ແລະ ປະຕິບັດວິໄນ, ເສີມຂະຫຍາຍບົດບາດສຶກສາອົບຮົມ ຜູກມັດ ຮັບປະກັນ ແລະ ຊຸກຍູ້ສົ່ງເສີມດ້ານວິໄນຂອງພັກຢ່າງສັງລວມ.

ປັບປຸງກົນໄກເຮັດວຽກຕາມທິດບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກ ສໍ້ລາດບັງຫຼວງຢ່າງເປັນອັນໜຶ່ງອັນດຽວກັນໃຫ້ສົມບູນຂຶ້ນ, ສຸມໃສ່ລຶບລ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ສາມາດພາໃຫ້ເກີດບັນຫາສໍ້ລາດບັງຫຼວງ. ປັບປຸງກົນໄກກວດກາ ແລະ ແກ້ໄຂແບບ ແຜນທີ່ບໍ່ດີ ແລະ ບັນຫາສໍ້ລາດບັງຫຼວງໄປພ້ອມກັນໃຫ້ຄົບຖ້ວນ, ລົງເລິກແກ້ໄຂການສໍ້ລາດບັງ ຫຼວງໃນຂົງເຂດທີ່ມີສິດອຳນາດລວມສູນ ເງິນທຶນລວມສູນ ແລະ ຊັບພະຍາກອນລວມສູນ, ກວດກາ ແລະ ແກ້ໄຂບັນຫາທີ່ນັກການເມືອງກັບນັກທຸລະກິດສົມຮູ້ຮ່ວມຄິດກັນ ທຳລາຍສະພາບແວດລ້ອມ ການເມືອງ ແລະ ສະພາບແວດລ້ອມການພັດທະນາເສດຖະກິດຢ່າງເຂັ້ມງວດ, ປັບປຸງກົນໄກຫຼາຍພາກສ່ວນລົງໂທດຮ່ວມກັນຕໍ່ຜູ້ໃຫ້ສິນບົນຕົ້ນຕໍໃຫ້ສົມບູນຂຶ້ນ, ຂະຫຍາຍວິທີທີ່ມີປະສິດທິຜົນໃນການ ປ້ອງກັນ-ປາບປາມການສໍ້ລາດບັງຫຼວງແບບໃໝ່ ແລະ ແບບເຊື່ອງຊ້ອນໃຫ້ຫຼາຍກວ່າເກົ່າ. ເພີ່ມທະ ວີການແກ້ໄຂບັນຫາໃສ່ຄວາມ. ປັບປຸງກົນໄກນໍາຈັບ ປ້ອງກັນບໍ່ໃຫ້ຜູ້ກ່ຽວຂ້ອງໂຕນໜີ ແລະ ນໍາ ຮິບຂອງກາງໃຫ້ຄົບຖ້ວນ. ເພີ່ມທະວີການສ້າງວັດທະນະທຳທີ່ປອດໃສຂາວສະອາດໃນຍຸກໃໝ່.

ປັບປຸງລະບົບຕິດຕາມກວດກາຂອງພັກ ແລະ ປະເທດຊາດໃຫ້ສົມບູນຂຶ້ນ. ເພີ່ມທະວີໜ້າ ທີ່ຮັບຜິດຊອບໃນຖານະເປັນຫຼັກແຫຼ່ງ ແລະ ໜ້າທີ່ຮັບຜິດຊອບໃນການຕິດຕາມກວດກາການຄຸ້ມຄອງ ພັກຢ່າງເຂັ້ມງວດຮອບດ້ານ. ປັບປຸງລະບຽບການຄົບຊຸດໃນການເພີ່ມທະວີການຕິດຕາມກວດກາຕໍ່ ການນຳຜູ້ທີໜຶ່ງ ແລະ ຄະນະນຳໃຫ້ຄົບຖ້ວນ. ປັບປຸງກົນໄກຜູກມັດການຈັດສັນ ແລະ ນໍາໃຊ້ສິດອຳ ນາດໃຫ້ສົມບູນຂຶ້ນ, ຄັດຄ້ານແນວຄິດອະພິສິດ ແລະ ປາກົດການອະພິສິດ. ຊຸກຍູ້ການເຊື່ອມໂຍງ ເຊື່ອມຈອດກັນແບບກາຍອິນຊີລະຫວ່າງການປະຕິບັດວິໄນ-ກົດໝາຍ ແລະ ຕຸລາການທາງອາຍາ. ປັບປຸງໂຄງປະປະກອບ ແລະ ກົນໄກເຮັດວຽກລາດຕະເວນກວດກາໃຫ້ຄົບຖ້ວນ. ປັບປຸງບົດບາດ ຂອງອົງການຕິດຕາມກວດກາ ແລະ ສໍາຫຼວດກວດກາໃຫ້ດີຂຶ້ນ, ປັບປຸງໂຄງປະກອບກວດກາວິໄນ ແລະ ກວດກາສໍາລັບໜ່ວຍງານທີ່ມີການບໍລິຫານແບບສາຍຕັ້ງໃຫ້ສົມບູນ, ຊຸກຍູ້ການສົ່ງໜ່ວຍງານ ກວດກາ ແລະ ກວດກາວິໄນໄປປະຈໍາຢູ່ວິສາຫະກິດທີ່ສູນກາງຄຸ້ມຄອງຢ່າງຮອບດ້ານ. ລົງເລິກປະຕິ ຮູບໂຄງປະກອບ ແລະ ກົນໄກຕິດຕາມກວດກາຢູ່ຂັ້ນຮາກຖານ. ຊຸກຍູ້ວຽກງານນິຕິບັນຍັດຕ້ານ ການສໍ້ລາດບັງຫຼວງຂອງລັດ, ປັບປຸງກົດໝາຍດ້ານການກວດກາ, ສ້າງ ແລະ ປະກາດໃຊ້ກົດໝາຍ ຕ້ານການສໍ້ລາດບັງຫຼວງຂ້າມຊາດ.

 60. ກໍາແໜ້ນການຈັດຕັ້ງປະຕິບັດການປະຕິຮູບໃຫ້ດີດ້ວຍຈິດໃຈຕອກຕະປູ. ສໍາລັບແຜນນະ ໂຍບາຍທີ່ສຳຄັນຂອງສູນກາງພັກ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກນັ້ນ, ທົ່ວ ພັກຕ້ອງຈັດຕັ້ງປະຕິບັດດ້ວຍທ່າທີເຮັດແທ້ທໍາຈິງ ກ້າເຮັດ ແລະ ຊໍານານໃນການປະຕິບັດ, ຍຶດໝັ້ນ ການປະສານສົມທົບກັນລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມ ພ້ອມທັງມີການເຊື່ອມໂຍງເຊື່ອມຈອດກັນ ລະຫວ່າງສາຍຕັ້ງ ແລະ ສາຍຂວາງ, ວາງແຜນເປົ້າໝາຍ ຕາຕະລາງເວລາ ແລະ ຈັດລຽງລໍາດັບ ຂອງການປະຕິຮູບຕາມຫຼັກວິທະຍາສາດ, ກໍານົດໜ່ວຍງານ ແລະ ໜ້າທີ່ຮັບຜິດຊອບທີ່ຈັດຕັ້ງປະ ຕິບັດການປະຕິຮູບດ້ານຕ່າງໆ, ຈັດເອົາສະພາບການຈັດຕັ້ງປະຕິບັດການປະຕິຮູບທີ່ສໍາຄັນ ເຂົ້າໃນ ເນື້ອໃນຕິດຕາມກວດກາ ແລະ ລາດຕະເວນກວດກາ, ກວດກາຜົນການປະຕິຮູບດ້ວຍຜົນງານຕົວຈິງ ປະສິດທິຜົນຕົວຈິງ ແລະ ລະດັບຄວາມເພິ່ງພໍໃຈຂອງປະຊາຊົນ.

ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ. ວຽກງານຕໍ່ຕ່າງປະເທດ ຕ້ອງຍຶດໝັ້ນປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ ເອກະລາດ ແລະ ເປັນເຈົ້າຕົນເອງຢ່າງເດັດດ່ຽວໜຽວແໜ້ນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນ ມະນຸດ, ປະຕິບັດຕາມຄ່ານິຍົມຮ່ວມຂອງມວນມະນຸດ, ຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວ ໂລກ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທໍາທົ່ວໂລກ, ລິເລີ່ມສົ່ງເສີມການຫັນ ເປັນຫຼາຍຂົ້ວຂອງໂລກທີ່ມີຄວາມສະເໝີພາບ ແລະ ເປັນລະບຽບ ກໍຄືເສດຖະກິດໂລກາພິວັດທີ່ໃຫ້ ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ລົງເລິກປະຕິຮູບກົນໄກເຮັດວຽກການຕ່າງປະເທດ, ເຂົ້າຮ່ວມໃນການນໍາພາການປະຕິຮູບ ແລະ ສ້າງລະບົບຄຸ້ມຄອງໂລກ, ເດັດດ່ຽວປົກປັກຮັກສາອະທິ ປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຊາດ, ສ້າງສະພາບແວດລ້ອມ ພາຍນອກທີ່ດີໃຫ້ແກ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝ ແບບຈີນ.

ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນຈີນທັງຊາດ ຕ້ອງສາມັກຄີກັນຢ່າງແໜ້ນແຟ້ນກວ່າ ເກົ່າຢູ່ອ້ອມຂ້າງສູນກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນກາງ, ເຊີດຊູຄັນທຸງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ເຕົ້າໂຮມແນວຄິດ ແລະ ກໍາລັງແຮງ, ບຸກບືນສູ້ຊົນ, ສຸມຄວາມພະຍາຍາມ ເພື່ອສ້າງສາປະເທດສັງຄົມນິຍົມທັນສະໄໝເຂັ້ມແຂງໃຫ້ສໍາເລັດຜົນຢ່າງຮອບດ້ານ ບັນລຸເປົ້າໝາຍ ສູ້ຊົນຄົບຮອບ 100 ປີເຫດການທີ 2 ກໍຄືຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງ ປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ.