ນະໂຍບາຍການຄ້າຂອງຈີນໄດ້ຮັບຄວາມເຫັນດີເຫັນພ້ອມຈາກ WTO

2024-07-21 16:46:03 cri

      ກອງປະຊຸມອົງການການຄ້າໂລກເພື່ອພິຈາລະນານະໂຍບາຍການຄ້າຂອງຈີນຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວຂອງປະເທດສະວິສລະຫວ່າງວັນທີ 17 ຫາ 19 ກໍລະກົດນີ້. ໃນໄລຍະກອງປະຊຸມ, ນະໂຍບາຍການຄ້າຂອງຈີນກໍຄືການປະກອບສ່ວນຂອງຈີນທີ່ມີຕໍ່ລະບົບການຄ້າຫຼາຍຝ່າຍຂອງໂລກໄດ້ຮັບຄວາມເຫັນດີເຫັນພ້ອມຈາກກອງເລຂາອົງການການຄ້າໂລກແລະຫຼາຍປະເທດສະມາຊິກອົງການການຄ້າໂລກ.

      ບົດລາຍງານຊີ້ໃຫ້ເຫັນວ່າ: ຈີນຍັງແມ່ນກຳລັງຊຸກຍູ້ທີ່ສຳຄັນໃນການເຕີບໂຕຂອງເສດຖະກິດໂລກ. ໃນຫຼາຍສິບປີຜ່ານມາ, ຈີນໄດ້ດຳເນີນການປະຕິຮູບດ້ານການຫັນເປັນແບບຕະຫຼາດ,ໄດ້ເຊື່ອມໂຍງເຂົ້າກັນກັບເສດຖະກິດໂລກຢ່າງຕັ້ງໜ້າ,ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງຫຼວງຫຼາຍ,ພ້ອມທັງໄດ້ຮັບຜົນສຳເລັດໃນດ້ານການລຶບລ້າງຄວາມທຸກຍາກທີ່ສຸດ.

      ບົດລາຍງານຍັງຊີ້ໃຫ້ເຫັນຕື່ມວ່າ: ຈີນໄດ້ປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດຕໍ່ວິສາຫະກິດຕ່າງປະເທດຢູ່ຈີນໃຫ້ດີຂຶ້ນຢ່າງຕັ້ງໜ້າ,ໄດ້ຜ່ອນຄາຍຄວາມຈຳກັດໃນການອະນຸມັດໃຫ້ທຶນຕ່າງປະເທດເຂົ້າສູ່ຕະຫຼາດຈີນຕື່ມອີກ.