ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກຂອງຈີນຈະສ້າງໂອກາດໃໝ່ໃຫ້ໂລກ”

2024-07-21 20:42:17 cri

ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 15 ຫາ 18 ກໍລະກົດນີ້. ກອງປະຊຸມໃນຄັ້ງນີ້ໄດ້ພິຈາລະນາ ແລະ ຜ່ານການຮັບຮອງ “ຂໍ້ຕົກລົງຂອງຄະນະກຳມະການສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ”. ວາລະສານ “ການທູດສະໄໝປັດຈຸບັນ” ຂອງເອີຣົບຊີ້ອອກວ່າ: “ຄວາມໝາຍຂອງກອງປະຊຸມດັ່ງກ່າວແມ່ນໄຮ້ຊາຍແດນ”.

“ຂໍ້ຕົກລົງຂອງຄະນະກຳມະການສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ” ໄດ້ກຳນົດເປົ້າໝາຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແມ່ນສືບຕໍ່ປັບປຸງ ແລະ ພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບການປົກຄອງປະເທດ ແລະ ຄວາມສາມາດການບໍລິຫານ, ພ້ອມທັງໄດ້ກຳນົດຈຸດເວລາ 2 ຈຸດ ຄື: ໜຶ່ງ, ບັນລຸຄວາມທັນສະໄໝສັງຄົມນິຍົມໂດຍພື້ນຖານເມື່ອຮອດປີ 2035; ສອງ, ສຳເລັດໜ້າທີ່ການປະຕິຮູບທີ່ກຳນົດໄວ້ໃນຂໍ້ຕົກລົງດັ່ງກ່າວເມື່ອຮອດປີ 2029 ທີ່ເປັນການສະຖາປະນາ ສປ ຈີນຄົບຮອບ 80 ປີ. ນອກນີ້, ຂໍ້ຕົກລົງດັ່ງກ່າວຍັງໄດ້ສະເໜີມາດຕະການປະຕິຮູບອັນສຳຄັນ 300 ກວ່າລາຍການ ໂດຍມີຈຸດປະສົງເພື່ອທັບມ້າງແນວຄິດ ແລະ ຂໍ້ບົກພ່ອງດ້ານລະບົບກົນໄກທີ່ກີດຂວາງການຊຸກຍູ້ຄວາມທັນສະໄໝແບບຈີນ.

ໃນການຈັດສັນວຽກງານຢ່າງເປັນລະບົບເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ນີ້, ວຽກງານທີ່ຢູ່ອັນດັບທຳອິດກໍຄື “ສ້າງລະບົບເສດຖະກິດຕະຫຼາດສັງຄົມນິຍົມທີ່ມີລະດັບສູງ”. ໃນ 6 ເດືອນທຳອິດປີນີ້, ຈຳນວນວິສາຫະກິດຕ່າງປະເທດທີ່ສ້າງຕັ້ງໃໝ່ຢູ່ຈີນໄດ້ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການລົງທຶນຈາກຕ່າງປະເທດແມ່ນຢູ່ໃນລະດັບສູງສຸດໃນຮອບ 10 ປີຜ່ານມາ, ນີ້ເປັນການສ່ອງແສງໃຫ້ເຫັນເຖິງຄວາມສາມາດການດຶງດູດຂອງຕະຫຼາດ ແລະ ສະພາບແວດລ້ອມການດຳເນີນທຸລະກິດຂອງຈີນ. ກອງປະຊຸມໃນຄັ້ງນີ້ຍັງໄດ້ສະເໜີມາດຕະການຢ່າງຫຼວງຫຼາຍເພື່ອສ້າງລະບົບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ ເຊິ່ງຈະສ້າງພະລັງຊີວິດອັນໃໝ່ໃຫ້ແກ່ວິສາຫະກິດຕ່າງປະເທດທີ່ມາດຳເນີນທຸລະກິດຢູ່ຈີນ.

ຄວາມທັນສະໄໝແບບຈີນແມ່ນກຳລັງກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງໃນຂະບວນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຍ່ອມຈະສ້າງອະນາຄົດອັນກວ້າງຂວາງໃນຂະບວນການດັ່ງກ່າວ ເພື່ອເຮັດໃຫ້ໂລກຊົມໃຊ້ຜົນປະໂຫຍດຈາກໂອກາດຂອງຈີນໃຫ້ຫຼາຍກວ່າເກົ່າ.