ຈີນພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ມີຄວາມໝາຍແນວໃດຕໍ່ໂລກ?

2024-07-21 15:27:22 cri

ປັດຈຸບັນ, ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ກາຍເປັນຄຳສັບເດັ່ນໃນຂົງເຂດເສດຖະກິດຈີນ. ໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຫາກໍສິ້ນສຸດລົງຫວ່າງມໍ່ໆມານີ້, ໄດ້ວາງແຜນຜັງໃໝ່ແຫ່ງການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານຕື່ມອີກຂອງຈີນ. ໃນນັ້ນໄດ້ສະເໜີອອກມາວ່າ: ຈະປັບປຸງກົນໄກລະບົບການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຕາມສະພາບຕົວຈິງຂອງທ້ອງຖິ່ນໃຫ້ສົມບູນຂຶ້ນ.


ເມື່ອສັງເກດ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຕອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ” ທີ່ພິຈາລະນາ ແລະ ຜ່ານການຮັບຮອງໃນກອງປະຊຸມຄົບຄະນະຄັ້ງນີ້ແລ້ວເຫັນວ່າ: ແນວຄວາມຄິດພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ຂອງຈີນແມ່ນຈະແຈ້ງທີ່ສຸດ: ສຸມກຳລັງອົບຮົມບົ່ມສ້າງ ແລະ ພັດທະນາອຸດສາຫະກຳເກີດໃໝ່ຢ່າງແຂງແຮງ, ສ້າງອຸດສາຫະກຳແຫ່ງອະນາຄົດ, ປັບປຸງ ແລະ ຍົກລະດັບອຸດສາຫະກຳດັ້ງເດີມ, ຊຸກຍູ້ອຸດສາຫະກຳການຜະລິດໃຫ້ພັດທະນາກ້າວຂຶ້ນສູ່ຄວາມເປັນລະດັບສູງ, ອັດສະລິຍະ ແລະ ສີຂຽວ.

ຫົກເດືອນຕົ້ນປີນີ້, ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດເຕັກນິກສູງຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 8,7%; ການລົງທຶນໃນອຸດສາຫະກຳເຕັກນິກສູງຂອງຈີນໄດ້ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຂະແໜງການບໍລິການທັນສະໄໝ ທີ່ຖືເອົາການສົ່ງຂໍ້ມູນຂ່າວສານ, ຂະແໜງການບໍລິການຊອບແວ ແລະເຕັກນິກຂໍ້ມູນຂ່າວສານເປັນຕົວແທນນັ້ນ ໄດ້ຮັກສາການເຕີບໂຕໃນລະດັບ 10% ຂຶ້ນໄປ; ຜົນຜະລິດຂອງຜະລິດຕະພັນອັດສະລິຍະຊະນິດຕ່າງໆ ເຊັ່ນ: ອຸປະກອບເຄື່ອງພິມ 3 ມິຕິ, ຫຸ່ນຍົນບໍລິການ, ໂມງອັດສະລິຍະເປັນຕົ້ນ ຕ່າງໄດ້ເພີ່ມຂຶ້ນ 51,6%, 22,8% ແລະ 10,9% ຕາມລຳດັບ; ອຸດສາຫະກຳແຜງວົງຈອນລວມ, ລົດໃຊ້ພະລັງງານໃໝ່ ແລະ ແບດເຕີຣີພະລັງງານແສງຕາເວັນເປັນຕົ້ນ ໄດ້ພັດທະນາຢ່າງວ່ອງໄວ ເຊິ່ງໄດ້ສະສົມພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດ.

ອຸດສາຫະກຳເກີດໃໝ່ກຳລັງພັດທະນາຢ່າງຄຶກຄັກ, ການພັດທະນາໄປຕາມທິດທາງສີຂຽວກຳລັງຈະເລີນຮຸ່ງໃສ. ສາມາດຄາດຄະເນໄດ້ວ່າ: ຄຽງຄູ່ກັບຈີນລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ກຳລັງການຜະລິດໃນຄຸນນະພາບໃໝ່ຈະສ້າງກຳລັງຂັບເຄື່ອນທີ່ແຂງແຮງກວ່າເກົ່າ ເຊິ່ງຈະຊ່ວຍການພັດທະນາດ້ວຍຄຸນນະພາບສູງ ແລະ ການສ້າງສາທັນສະໄໝແບບຈີນ ພ້ອມທັງຈະເພີ່ມຄວາມມີຊີວິດຊີວາໃຫ້ແກ່ການພັດທະນາເສດຖະກິດໂລກ.