ທ່ານຈ່າງກົວຊີ່ງເດີນທາງໄປແຂວງສານຊີ່ເພື່ອຊີ້ນຳວຽກງານຊ່ວຍເຫຼືອເຫດການຂົວທາງດ່ວນພັງທະລາຍ

2024-07-21 12:54:29 CRI


     ໂດຍອີງຕາມການຊີ້ນຳອັນສຳຄັນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ແລະຄວາມຮຽກຮ້ອງຂອງທ່ານຫຼີສຽງ ນາຍົກລັດຖະມົນຕີຈີນ, ຕອນທ່ຽງວັນທີ 20 ກໍລະກົດນີ້, ທ່ານຈ່າງກົວຊີ່ງ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນໄດ້ນຳພາຜູ້ຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງເດີນທາງໄປສູ່ນະຄອນຊ່າງລົ້ວ ແຂວງສານຊີ່ຈີນຢ່າງສຸກເສີນ ເພື່ອຊີ້ນຳວຽກງານຊ່ວຍເຫຼືອແລະແກ້ໄຂເຫດການຂົວທາງດ່ວນຕ່ານເຟິ້ງ-ນີງສານຕອນສຸຍຢາງພັງທະລາຍ, ໂດຍເນັ້ນໜັກວ່າຕ້ອງທຳຄວາມພະຍາຍາມສຸດຂີດເພື່ອເລັ່ງລັດການຊອກຄົ້ນແລະຊ່ວຍເຫຼືອຜູ້ຫາຍສາບສູນ, ເພີ່ມທະວີການກວດກາແລະລົບລ້າງຄວາມອັນຕະລາຍໃນໄລຍະນ້ຳຖ້ວມ.