ຄະນະກຳມະການໂອລິມປິກສາກົນ: ພ້ອມແລ້ວ ງານກິລາໂອລິມປິກປາຣີ

2024-07-21 12:34:07 CRI



     ໃນກອງປະຊຸມຄະນະປະຕິບັດງານຂອງຄະນະກຳມະການໂອລິມປິກສາກົນທີ່ຈັດຂຶ້ນໃນວັນທີ 20 ກໍລະກົດນີ້, ພາຍຫຼັງໄດ້ຮັບຟັງການລາຍງານຂອງຄະນະກຳມະການຈັດຕັ້ງປະຕິບັດງານມະຫາກຳກິລາໂອລິມປິກປາຣີແລ້ວ, ທ່ານໂທມາສ ບາ ປະທານຄະນະກຳມະການໂອລິມປິກສາກົນກ່າວວ່າ: ງານກິລາໂອລິມປິກປາຣີໄດ້ກຽມພ້ອມແລ້ວ, ວຽກງານກະກຽມດ້ານຕ່າງໆໄດ້ດຳເນີນໄປຢ່າງສະດວກ.



     ຄະນະກຳມະການຈັດຕັ້ງປະຕິບັດງານກິລາໂອລິມປິກປາຣີກ່າວວ່າ: ອີກ 6 ມື້, ງານກິລາໂອລິມປິກປາຣີກໍຈະໄຂຂຶ້ນ, ໃນໂອກາດນີ້, ມີຄະນະກຳມະການໂອລິມປິກຂອງປະເທດແລະເຂດແຄວ້ນທີ່ເຂົ້າຮ່ວມການແຂ່ງຂັນ 50% ໄດ້ເດີນທາງມາຮອດປາຣີ, ມີນັກກິລາ 2.000 ກວ່າຄົນໄດ້ເຂົ້າສູ່ບ້ານກິລາໂອລິມປິກ, ມີການແຂ່ງຂັນ 17 ລາຍການໄດ້ເລີ່ດຳເນີນການເຝິກຊ້ອມ, ການແຂ່ງຂັນຮອບທຳອິດຈະຈັດຂຶ້ນໃນວັນທີ 24 ກໍລະກົດນີ້, ນັກຂ່າວ ແລະພະນັກງານທີ່ກ່ຽວຂ້ອງ 6.500 ກວ່າຄົນໄດ້ເດີນທາງມາຮອດປາຣີ.