ປະມຸກລັດສູງສຸດມາເລເຊຍຄົນທີ 17 ຂຶ້ນຄອງບັນລັງຢ່າງເປັນທາງການ

2024-07-21 16:01:57 cri

ວັນທີ 20 ກໍລະກົດນີ້, ສົມເດັດຊຸນຕັນ ອິບຣະຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາ ປະມຸກລັດສູງສຸດມາເລເຊຍຄົນທີ 17 ໄດ້ຂຶ້ນຄອງບັນລັງຢ່າງເປັນທາງການຢູ່ພະລາຊະວັງແຫ່ງຊາດທີ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ.

 

ສົມເດັດອິບຣະຮີມກ່າວຄຳປາໄສໃນພິທີວ່າ: ຈະປົກປັກຮັກສາອະທິປະໄຕແລະຄວາມຈະເລີນຮຸ່ງເຮືອງຂອງປະເທດ, ຫວັງວ່າລັດຖະບານຈະສືບຕໍ່ພະຍາຍາມຫຼຸດຜ່ອນຄວາມແບກຫາບຂອງປະຊາຊົນ, ເຮັດໃຫ້ປະເທດມີຄວາມກ້າວໜ້າແລະຄວາມຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ.

 

ສົມເດັດອິບຣະຮີມເກີດໃນປີ 1958, ໃນວັນທີ 31 ມັງກອນປີ 2024 ໄດ້ສາບານຕົວຂຶ້ນຮັບຕຳແໜ່ງປະມຸກລັດສູງສຸດຄົນໃໝ່ຂອງມາເລເຊຍ.