ທ່ານສີຈິ້ນຜິງສະແດງຄວາມໄວ້ອາໄລຕໍ່ການເຖິງແກ່ມໍລະນະກຳຂອງທ່ານຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

2024-07-21 12:23:48 cri

 

ໃນເວລາ 4 ໂມງຕອນບ່າຍຂອງວັນທີ 20 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ເດີນທາງໄປຮອດສະຖານທູດຫວຽດນາມປະຈຳຈີນ, ເພື່ອສະແດງຄວາມໄວ້ອາໄລຕໍ່ການເຖິງແກ່ມໍລະນະກຳຂອງທ່ານຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ສະຫາຍຫງວຽນ ຟູ ຈ້ອງແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງພັກຄອມມູນິດຫວຽດນາມແລະປະຊາຊົນຫວຽດນາມ, ການເຖິງແກ່ມໍລະນະກຳຂອງທ່ານເຮັດໃຫ້ພວກເຮົາເສົ້າສະຫຼົດຫຼາຍ. ພວກເຮົາຈະຈື່ຈຳຜົນງານທີ່ດີເດັ່ນຂອງສະຫາຍຫງວຽນ ຟູ ຈ້ອງໃນການພົວພັນລະຫວ່າງສອງພັກສອງລັດຈີນຫວຽດນາມແລະພາລະກິດຂະບວນການສັງຄົມນິຍົມຂອງໂລກຈົນເທົ່າໃດໆ. ເຊື່ອວ່າພາຍໃຕ້ການນຳພາອັນເດັດດ່ຽວໜຽວແໜ້ນຂອງສູນກາງພັກຄອມມູນິດຫວຽດນາມ, ປະຊາຊົນຫວຽດນາມຈະສາມາດຫັນຄວາມໂສກເສົ້າເປັນກຳລັງໄດ້ຢ່າງແນ່ນອນ, ແລະໄດ້ຮັບຜົນສຳເລັດໃໝ່ຢ່າງໃຫຍ່ຫຼວງກວ່າເກົ່າໃນການປ່ຽນແປງໃໝ່ແລະເປີດປະຕູສູ່ພາຍນອກພ້ອມທັງພາລະກິດການສ້າງສາສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.

 

ທ່ານຟາມ ເສົາ ໄໝ ເອກອັກຄະລັດຖະທູດຫວຽດນາມປະຈຳຈີນສະແດງຄວາມຂອບໃຈຕໍ່ທ່ານເລຂາທິການໃຫຍ່ ສີຈິ້ນຜິງທີ່ໄດ້ເດີນທາງມາສະແດງຄວາມໄວ້ອາໄລ. ທ່ານຟາມ ເສົາ ໄໝກ່າວວ່າ: ຫວຽດນາມຈະສືບທອດອຸດົມຄະຕິຂອງສະຫາຍຫງວຽນ ຟູ ຈ້ອງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຫວຽດນາມ-ຈີນທີ່ມີຄວາມໝາຍດ້ານຍຸດທະສາດໃຫ້ສືບຕໍ່ຂະຫຍາຍໄປຂ້າງໜ້າ.