ຈັດກອງປະຊຸມສົນທະນາລະຫວ່າງບຸກຄົນນອກພັກຂອງສູນກາງພັກຄອມມູນິດຈີນ ທ່ານ ສີຈິ້ນຜິງ ເປັນປະທານແລະກ່າວຄຳປາໄສທີ່ສຳຄັນ

2024-07-21 16:44:39 cri

      ວັນທີ 20 ພຶດສະພານີ້, ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມສົນທະນາລະຫວ່າງບຸກຄົນນອກພັກຢູ່ທຳນຽບຈົ່ງນານໄຫນະຄອນຫຼວງປັກກິ່ງ ໂດຍໄດ້ຮັບຟັງຂໍ້ສະເໜີແລະຄຳຄິດເຫັນຈາກສູນກາງພັກຝ່າຍປະຊາທິປະໄຕຕ່າງໆ,ຜູ້ຮັບຜິດຊອບສະຫະພັນອຸດສາຫະກຳການຄ້າທົ່ວປະເທດແລະຜູ້ຊົງຄຸນວຸດທິທີ່ບໍ່ເຂົ້າຮ່ວມພັກຝ່າຍໃດກ່ຽວກັບຂໍ້ຕົກລົງຂອງສູນກາງພັກຄອມມູນິດຈີນວ່າດ້ວຍການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກແລະຊຸກຍູ້ຄວາມທັນສະໄໝແບບຈີນ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານແລະກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມໂດຍໄດ້ເນັ້ນໜັກວ່າ: ກອງປະຊຸມກົມການເມືອງສູນກາງພັກຄອມມູນິດຈີນໄດ້ຕົກລົງຈັດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໂດຍຈະເຈາະຈົງຄົ້ນຄວ້າຈັດວາງກ່ຽວກັບບັນຫາການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກແລະຊຸກຍູ້ຄວາມທັນສະໄໝແບບຈີນພ້ອມທັງທຳການຕົກລົງ ເຊິ່ງມີຈຸດປະສົງເພື່ອຈັດຕັ້ງປະຕິບັດຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໃຫ້ກ້າວສູ່ລວງເລິກ,ຈັດວາງແລະວາງແຜນການເປັນລະບົບກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ.