ປະຊາຊົນອິດສະຣາແອນຮຽກຮ້ອງໃຫ້ນາຍົກລັດຖະມົນຕີເຊັນສັນຍາຢຸດຍິງ

2024-07-22 14:49:25 cri

ວັນທີ 21 ກໍລະກົດນີ້, ຫ້ອງວ່າການນາຍົກລັດຖະມົນຕີອິດສະຣາແອນອອກຖະແຫຼງການວ່າ: ທ່ານເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນຈະເດີນທາງໄປຢ້ຽມຢາມອາເມຣິກາໃນຕອນເຊົ້າວັນທີ 22 ກໍລະກົດນີ້, ແລະພົບປະເຈລະຈາກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໃນວັນທີ 23 ກໍລະກົດນີ້. ສື່ມວນຊົນອິດສະຣາແອນລາຍງານວ່າ, ບັນຫາການຢຸດຍິງຢູ່ເຂດກາຊາຈະເປັນບັນຫາຈຸດສຸມຂອງການພົບປະຫາລືລະຫວ່າງຜູ້ນຳອາເມຣິກາກັບອິດສະຣາແອນໃນຄັ້ງນີ້.

ວັນທີ 20 ກໍລະກົດນີ້, ໃນການແຫ່ຂະບວນໂຮມຊຸມນຸມຢູ່ນະຄອນເຕລາວິຟ-ຢາໂຟ, ປະຊາຊົນອິດສະຣາແອນໄດ້ຮຽກຮ້ອງໃຫ້ທ່ານເນທັນຢາຮູເຊັນສັນຍາຢຸດຍິງກ່ອນໄປອາເມຣິກາ, ເພື່ອເຮັດໃຫ້ຕົວປະກັນຂອງອິດສະຣາແອນໄດ້ຮັບການປ່ອຍຕົວ.