ທ່ານຫານເຈິ້ງຈະເຂົ້າຮ່ວມພິທີໄຂງານກິລາໂອລິມປິກປາລີ

2024-07-22 16:55:17 cri


    ວັນທີ 22 ກໍລະກົດນີ້, ທ່ານນາງເໝົານິງ ໂຄສົກະຊວງການຕ່າງປະເທດຈີນເປີດເຜີຍໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງຝຣັ່ງ ແລະ ຄະນະກຳມະການໂອລິມປິກສາກົນ, ທ່ານຫານເຈິ້ງ ຮອງປະທານປະເທດຈີນຈະເປັນຜູ້ຕາງໜ້າພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຝຣັ່ງ, ເພື່ອເຂົ້າຮ່ວມພິທີໄຂງານກິລາໂອລິມປິກຄັ້ງທີ 33 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປາລີປະເທດຝຣັ່ງໃນວັນທີ 26 ກໍລະກົດນີ້.