CMGສ້າງສະຖິຕິໃໝ່ອີກຄັ້ງດ້ານລາຍໄດ້ຈາກການໂຄສະນາງານກິລາໂອລິມປິກປາຣີ

2024-07-22 12:52:50 cri



ງານມະຫາກຳກິລາໂອລິມປິກປາຣີໃກ້ຈະໄຂຂຶ້ນໃນໄວໆນີ້. ປັດຈຸບັນ, ວຽກງານກະກຽມການຖ່າຍທອດງານກິລາໂອລິມປິກຢູ່ປາຣີຂອງວິທະຍຸໂທລະພາບສູນກາງຈີນຫຼືCMGໄດ້ກຽມພ້ອມຮຽບຮ້ອຍໂດຍພື້ນຖານແລ້ວ. ໃນຖານະເປັນສື່ສາກົນທີ່ປະມູນໄດ້ສິດການຖ່າຍທອດລາຍການກິລາແຂ່ງຂັນຂອງງານກິລາໂອລິມປິກປາຣີຫຼາຍທີ່ສຸດ, ການລາຍງານແລະຖ່າຍທອດງານຄັ້ງນີ້ຂອງCMGໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ຂະນະທີ່ລາຍໄດ້ຈາກການໂຄສະນາງານກິລາໂອລິມປິກປາຣີຂອງCMGກໍໄດ້ສ້າງສະຖິຕິໃໝ່ເມື່ອທຽບໃສ່ງານກິລາໂອລິມປິກທຸກຄັ້ງຜ່ານມາ.

ນັບມາຮອດປັດຈຸບັນ, ມີວິສາຫະກິດຈີນແລະຕ່າງປະເທດເກືອບ50ແຫ່ງໄດ້ເຊັນສັນຍາ ໂຄສະນາງານກິລາໂອລິມປິກປາຣີກັບCMG. ຈາກນີ້ສະແດງໃຫ້ເຫັນວ່າເສດຖະກິດຈີນໄດ້ພັດທະນາດີຂຶ້ນຢ່າງຕໍ່ເນື່ອງແລະວິສາຫະກິດທັງພາຍໃນແລະຕ່າງປະເທດມີຄວາມໝັ້ນໃຈຢ່າງເດັດດ່ຽວຕໍ່ເສດຖະກິດຈີນ.