ຕະຫຼາດກາກບອນທົ່ວປະເທດຈີນໄດ້ບັນລຸມູນຄ່າການຊື້ຂາຍສິດລະບາຍກາກບອນລວມທັງໝົດເກືອບ27ຕື້ຢວນ

2024-07-22 12:50:32 cri



ໃນເວລາປະກອບຄຳເຫັນຕໍ່ກອງປະຊຸມຕະຫຼາດກາກບອນຈີນ2024ທີ່ຈັດຂຶ້ນຢູ່ນະຄອນອູຮັ້ນແຂວງຫູເປີຍເມື່ອວັນທີ21ກໍລະກົດນີ້, ທ່ານຫວງຢຸ້ນຊິວ ລັດຖະມົນຕີກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນໄດ້ກ່າວຢືນຢັນວ່າ ຕະຫຼາດກາກບອນຂອງຈີນໄດ້ພັດທະນາໄປຢ່າງໝັ້ນທ່ຽງແລະເປັນລະບຽບໂດຍລວມ.

ນັບມາຮອດວັນທີ15ກໍລະກົດນີ້, ປະລິມານການຊື້ຂາຍໂຄຕາລະບາຍກາກບອນໃນຕະຫຼາດກາກບອນທົ່ວປະເທດຈີນນັບລວມແລ້ວໄດ້ບັນລຸເຖິງ465ລ້ານໂຕນ, ບັນລຸມູນຄ່າລວມທັງໝົດເກືອບ27ຕື້ຢວນ. ອີງຕາມບົດລາຍງານການພັດທະນາຕະຫຼາດກາກບອນທົ່ວປະເທດຈີນ2024ທີ່ໄດ້ເປີດເຜີຍໃນໄລຍະດຳເນີນກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນວ່າ: ປະລິມານການຊື້ຂາຍໂຄຕາລະບາຍກາກບອນໃນໄລຍະທີ1ຢູ່ຕະຫຼາດຊື້ຂາຍສິດລະບາຍກາກບອນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 47,01% ເມື່ອທຽບໃສ່ການຊື້ຂາຍໄລຍະທີ 2 ຂະນະທີ່ມູນຄ່າການຊື້ຂາຍໄດ້ເພີ່ມຂຶ້ນ 125,26%.

ຫຼັງຈາກຈີນໄດ້ເປີດຕະຫຼາດຊື້ຂາຍສິດລະບາຍກາກບອນທົ່ວປະເທດແລ້ວ, ເດືອນມັງກອນປີ2024, ຕະຫຼາດຊື້ຂາຍການຫຼຸດການປ່ອຍອາຍພິດເຮືອນແກ້ວດ້ວຍຄວາມສະໝັກໃຈທົ່ວປະເທດຈີນໄດ້ເປີດຂຶ້ນຢ່າງເປັນທາງການ ເຊິ່ງໄດ້ກາຍເປັນພາຫະນະດ້ານນະໂຍບາຍການຕະຫຼາດທີ່ສຳຄັນອີກຢ່າງໜຶ່ງທີ່ຈີນວາງອອກເພື່ອບັນລຸເປົ້າໝາຍການລະບາຍກາກບອນໃຫ້ເຖິງຈຸດສູງສຸດແລະການປອດການລະບາຍກາກບອນ.