ບັນຫາຄອມພິວເຕີຢຸດການຕອບສະຫນອງໄດ້ສ້າງຜົນກະທົບຕໍ່ອຸປະກອນທີ່ໃຊ້ລະບົບວິນໂດຈຳນວນ8,5ລ້ານໜ່ວຍ

2024-07-22 12:54:23 cri



ບໍລິສັດMicrosoftໄດ້ຢືນຢັນໃນວັນທີ20ກໍລະກົດນີ້ວ່າ: ຊັອຟແວອັບເດດທີ່ ບໍລິສັດຄລາວສະໄຕຣ(CrowdStrike) ເຊິ່ງເປັນບໍລິສັດເຕັກນິກຄວາມປອດໄພຄອມພິວເຕີອາເມຣິກາໄດ້ເຜີຍແຜ່ສຳລັບໃຊ້ກັບລະບົບປະຕິບັດການວິນໂດນັ້ນແມ່ນມີ ຂໍ້ບົກພ່ອງ, ຕາມການຄາດຄະເນວ່າ: ບັນຫາຕິດຂັດທີ່ເກີດຈາກຂໍ້ບົກຜ່ອງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ອຸປະກອບທີ່ໄດ້ຕິດຕັ້ງລະບົບປະຕິບັດການດັ່ງກ່າວເກືອບ8,5ລ້ານໜ່ວຍໃນທົ່ວໂລກ. ບໍລິສັດMicrosoftຢືນຢັນວ່າ: ບໍລິສັດ CrowdStrikeໄດ້ພັດທະນາແຜນການແກ້ໄຂຊັອບແວອັນໜຶ່ງເພື່ອເລັ່ງແກ້ໄຂບັນຫາຕິດຂັດດັ່ງກ່າວແລ້ວ.

ເລີ່ມແຕ່ເວລາ3ໂມງຂອງວັນທີ19ກໍລະກົດນີ້ຕາມເວລາປັກກິ່ງເປັນຕົ້ນມາ, ຄອມພິວເຕີລະບົບປະຕິບັດການວິນໂດຢູ່ຫຼາຍແຫ່ງໃນທົ່ວໂລກເກີດອາການການຕອບສະໜອງຢຸດສະງັກແລະເຂົ້າສູ່ໂໝດຈໍສີຟ້າເຊິ່ງສາເຫດເກີດຈາກການອັບເດດຊັອບແວຄວາມປອດໄພຄລາວສະໄຕຣ (CrowdStrike), ເຊິ່ງໄດ້ສ້າງຜົນກະທົບຕໍ່ຫຼາຍຂະແໜງການເຊັ່ນ ການບິນ, ສາທາລະນະສຸກ, ສື່ມວນຊົນ, ການເງິນ, ການຂາຍຍ່ອຍ, ການຈໍລະຈອນສິນຄ້າແລະ ອື່ນໆ.