ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມນັກຂ່າວກ່ຽວກັບຈີນແລະຟີລິບປິນບັນລຸການຈັດວາງຊົ່ວຄາວສຳລັບການຄຸ້ມຄອງສະຖານະການຢູ່ຫາດເຢິນອ້າຍ

2024-07-22 12:47:24 cri

ວັນທີ21ກໍລະກົດນີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບຈີນແລະຟີລິບປິນບັນລຸການຈັດວາງຊົ່ວຄາວສຳລັບການຄຸ້ມຄອງແລະຄວບຄຸມສະຖານະການຢູ່ຫາດເຢິນອ້າຍ.


ໂຄສົກກະຊວງການຕ່າງປະເທດຈີນກ່າວຢືນຢັນວ່າ: ການຈັດວາງຊົ່ວຄາວແມ່ນສ້າງຂຶ້ນຢູ່ບົນພື້ນຖານທີ່ຈີນມີອະທິປະໄຕເໜືອໝູ່ເກາະໜານຊ່າພ້ອມດ້ວຍເຂດທະເລບໍລິເວນອ້ອມແອ້ມເຊິ່ງລວມທັງຫາດເຢິນອ້າຍ.  ກ່ຽວກັບການທີ່ຈະແກ້ໄຂສະຖານະການຢູ່ຫາດເຢິນອ້າຍໃນປັດຈຸບັນຄືແນວໃດ, ຈີນໄດ້ປະກາດຫຼັກໝັ້ນຕາມຫຼັກການ3ຂໍ້ຢ່າງເປີດເຜີຍຄື:

ໜຶ່ງ: ຟີລິບປິນສົ່ງກຳປັ່ນຮົບໄປຄ້າງຢູ່ຫາດເຢິນອ້າຍເປັນໄລຍະຍາວນັ້ນເປັນການລ່ວງລ້ຳອະທິປະໄຕຂອງຈີນ, ໄດ້ຝ່າຝືນຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້, ຈີນຍັງຄົງຮຽກຮ້ອງໃຫ້ຟີລິບປິນລາກເອົາກຳປັ່ນລຳດັ່ງກ່າວອອກໄປເພື່ອຟື້ນຟູສະພາບເດີມຂອງຫາດເຢິນອ້າຍຄືບໍ່ມີຄົນແລະສິ່ງກໍ່ສ້າງ. ສອງ: ກ່ອນທີ່ຟີລິບປິນຈະລາກເອົາກຳປັ່ນຮົບອອກຈາກຫາດເຢິນອ້າຍນັ້ນ, ຖ້າຫາກຟີລິບປິນຕ້ອງການຂົນສົ່ງເຄື່ອງໃຊ້ປະຈຳວັນໃຫ້ບຸກຄົນຢູ່ເທິງກຳປັ່ນແມ່ນຕ້ອງແຈ້ງໃຫ້ຝ່າຍຈີນຊາບກ່ອນ, ສ່ວນຝ່າຍຈີນຈະຕິດຕາມຄວບຄຸມຕະຫຼອດຂະບວນການທີ່ກ່ຽວຂ້ອງ. ສາມ: ຖ້າຫາກຟີລິບປິນຈະຂົນສົ່ງວັດສະດຸກໍ່ສ້າງຈຳນວນຫຼວງຫຼາຍຂຶ້ນເທິງກຳປັ່ນ, ເຈຕະນາສ້າງສິ່ງກໍ່ສ້າງຄົງທີ່ແລະປ້ອມຍາມຖາວອນ, ຈີນຈະສະກັດກັ້ນຢ່າງເດັດດ່ຽວຕາມກົດໝາຍກົດລະບຽບທີ່ກ່ຽວຂ້ອງ.