ຝ່າຍຕ່າງໆຂອງປາແລັດສະຕິນລົງນາມໃນ “ຖະແຫຼງການປັກກິ່ງ” ກ່ຽວກັບການສິ້ນສຸດສະພາບການແບ່ງແຍກ

2024-07-23 21:40:38 cri

ວັນທີ 21 ຫາ 23 ກໍລະກົດນີ້, ກອງປະຊຸມສົນທະນາເພື່ອຄວາມປອງດອງກັນລະຫວ່າງຝ່າຍຕ່າງໆຂອງປາແລັດສະຕິນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ພິທີປິດກອງປະຊຸມສົນທະນາຄັ້ງນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ກໍລະກົດນີ້. ໃນໂອກາດນີ້, ຜູ້ຕາງໜ້າຝ່າຍຕ່າງໆຂອງປາແລັດສະຕິນໄດ້ລົງນາມໃນ “ຖະແຫຼງການປັກກິ່ງ” ກ່ຽວກັບການສິ້ນສຸດສະພາບການແບ່ງແຍກ ແລະ ເພີ່ມທະວີຄວາມສາມັກຄີຂອງປາແລັດສະຕິນ.