ປະທານາທິບໍດີຝຣັ່ງຮຽກຮ້ອງໃຫ້ຢຸດຍິງໃນທົ່ວໂລກໄລຍະຈັດງານກິລາໂອລິມປິກ

2024-07-23 11:35:48 CRI


    ວັນທີ 22 ກໍລະກົດນີ້, ໃນເວລາລົງໄປກວດກາຢູ່ບ້ານນັກກິລາໂອລິມປິກປາຣີ, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ຮຽກຮ້ອງໃຫ້ຢຸດຍິງໃນທົ່ວໂລກໄລຍະຈັດງານກິລາໂອລິມປິກ.


   ຕອນເຊົ້າມື້ດຽວກັນ, ທ່ານ ມາຄຣົງ ໄດ້ລົງໄປກວດກາຢູ່ບ້ານນັກກິລາໂອລິມປິກຢູ່ທາງພາກເໜືອຂອງຊານເມືອງນະຄອນຫຼວງປາຣິ, ທ່ານໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ງານກິລາໂອລິມປິກປາຣີທີ່ຈະໄຂຂຶ້ນໃນໄວໆນີ້ຈະກາຍເປັນຈຸດສຸມຂອງປະເທດຝຣັ່ງ, ນັກກິລາຈາກປະເທດຕ່າງໆໃນທົ່ວໂລກຈະມາເຕົ້າໂຮມກັນຢູ່ຝຣັ່ງເພື່ອເຂົ້າຮ່ວມງານກິລາໂອລິມປິກ, ນີ້ເປັນງານມະຫາກໍາດ້ານກິລາຄັ້ງໜຶ່ງ ຈຶ່ງຄວນເປັນເວລາຂອງ “ໂອລິມປິກ ແລະ ການຢຸດຍິງຕໍ່ສູ້ທາງການເມືອງ”.


   ນອກນັ້ນ, ທ່ານ ມາຄຣົງ ຍັງໄດ້ລົງໄປກວດກາສະຖານີຕໍາຫຼວດຢູ່ບ້ານນັກກິລາໂອລິມປິກເປັນການສະເພາະ. ທ່ານ ມາຄຣົງ ຢືນຢັນວ່າ: ຝຣັ່ງໄດ້ປຸກລະດົມ ແລະ ຈັດວາງກໍາລັງຕໍາຫຼວດ ໂດຍໄດ້ກຽມພ້ອມເພື່ອຮັບປະກັນຄວາມສະຫງົບຂອງພິທີໄຂງານກິລາໂອລິມປິກ ແລະ ການແຂ່ງຂັນທັງໝົດ.