ຊອກດານີກ່າວປະນາມລັດຖະສະພາອິດສະຣາແອນທີ່ຈັດເອົາອົງການUNRWAເປັນກຸ່ມກໍ່ການຮ້າຍ

2024-07-23 11:05:48 cri



   ວັນທີ22ກໍລະກົດນີ້, ກະຊວງການຕ່າງປະເທດແລະຊາວຕ່າງດ້າວຊອກດານີໄດ້ກ່າວປະນາມລັດຖະສະພາອິດສະຣາແອນທີ່ໄດ້ຈັດເອົາສຳນັກງານບັນເທົາທຸກແລະຈັດຫາງານຂອງອົງການສະຫະປະຊາຊາດສຳລັບຜູ້ລີ້ໄພຊາວປາແລັດສະຕິນໃນຕາເວັນອອກໃກ້ ຫຼືUNRWAເປັນກຸ່ມກໍ່ການຮ້າຍ, ເຊິ່ງເຫັນວ່າການກະທຳແບບນີ້ເປັນເຈຕະນາບີບຮັດອົງການດັ່ງກ່າວໃນທາງການເມືອງ.

   ກະຊວງການຕ່າງປະເທດແລະຊາວຕ່າງດ້າວຊອກດານີເນັ້ນໜັກວ່າ: ອິດສະຣາແອນກ່າວຫາແລະໃຊ້ປະຕິບັດການຕໍ່ອົງການUNRWAຢ່າງຕໍ່ເນື່ອງ ເຊິ່ງມີຈຸດປະສົງເພື່ອດັບສູນແລະຍົກເລີກບົດບາດສຳຄັນຂອງອົງການນີ້ໃນການໃຫ້ຄວາມຊ່ວຍດ້ານມະນຸດສະທຳແກ່ຊາວປາແລັດສະຕິນຕາມຄວາມຮຽກຮ້ອງຂອງອົງການສະຫະປະຊາຊາດ, ສິ່ງນີ້ໄດ້ກາຍເປັນການລະເມີດກົດໝາຍສາກົນຢ່າງບັງອາດ.

ວັນທີ22ກໍລະກົດນີ້, ລັດຖະສະພາອິດສະຣາແອນໄດ້ຜ່ານການພິຈາລະນາເທື່ອທຳອິດແລ້ວລົງຄະແນນສຽງຮັບຮອງເອົາຍັດຕິ3ສະບັບ ໂດຍຈະກຳນົດເອົາອົງການUNRWAເປັນກຸ່ມກໍ່ການຮ້າຍ ພ້ອມທັງຈະຈຳກັດການເຄື່ອນໄຫວທີ່ກ່ຽວຂ້ອງຂອງອົງການນີ້ຢ່າງຫຼວງຫຼາຍ.