ທ່ານໂຈ ໄບເດັນຖອນຕົວອອກຈາກການເລືອກຕັ້ງປະທານາທິບໍດີອາເມຣິກາປີ 2024

2024-07-23 17:30:32 cri

ວັນທີ 21 ກໍລະກົດນີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປະກາດຖອນຕົວອອກຈາກການເລືອກຕັ້ງປະທານາທິບໍດີອາເມຣິກາປີ 2024.

ເນື້ອໃນຈົດໝາຍທີ່ທ່ານໂຈ ໄບເດັນເຜີຍແຜ່ໃນສື່ສັງຄົມອອນລາຍຂອງຕົນລະບຸວ່າ: ຕາມແຜນການເດີມເພິ່ນຈະສະແຫວງຫາການດຳລົງຕຳແໜ່ງອີກສະໄໝໜຶ່ງ, ແຕ່ເພື່ອຜົນປະໂຫຍດທີ່ດີທີ່ສຸດຂອງພັກເດໂມເຄຣັດແລະປະເທດອາເມຣິກາ, ຈິ່ງຕັດສິນໃຈຖອນຕົວອອກຈາກການແຂ່ງຂັນເລືອກຕັ້ງປະທານາທິບໍດີ ແລະຈະສຸມໃສ່ປະຕິບັດໜ້າທີ່ວຽກງານພາຍໃນໄລຍະທີ່ຍັງດຳລົງຕຳແໜ່ງເປັນປະທານາທິບໍດີ. ເນື້ອໃນຈົດໝາຍດັ່ງກ່າວຍັງລະບຸວ່າ: ເພິ່ນຈະອະທິບາຍລາຍລະອຽດຂອງຄວາມຕັດສິນໃຈຂອງຕົນຕຶ່ມສູ່ປະຊາຊົນທົ່ວປະເທດພາຍໃນອາທິດນີ້.

ຫຼັງຈາກໄດ້ປະກາດຖອນຕົວອອກຈາກການເລືອກຕັ້ງແລ້ວ, ທ່ານໂຈ ໄບເດັນຢືນຢັນວ່າ: ຈະສະໜັບສະໜູນຢ່າງເຕັມຄວາມສາມາດແລະຮັບຮອງທ່ານນາງກາມາລາ ເດວີ ຮາຣິສທີ່ໄດ້ຮັບການສະເໜີຊື່ເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກເດໂມເຄຣັດ.