ລັດຖະມົນຕີການຕ່າງປະເທດຈີນຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຕ່າງໆຂອງການຮ່ວມມືອາຊີຕາເວັນອອກ ແລະຢ້ຽມຢາມ ສປປ ລາວ

2024-07-23 17:27:29 cri

ວັນທີ 23 ກໍລະກົດນີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ລະຫວ່າງວັນທີ 25-27 ກໍລະກົດນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ(10+1), ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນກັບຈີນ-ຍີ່ປຸ່ນ-ສ.ເກົາຫຼີ(10+3), ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງເວທີເປິກສາຫາລືພາກພື້ນອາຊຽນທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ພ້ອມທັງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.