ງານວາງສະແດງອຸດສາຫະກຳຂໍ້ມູນໃຫຍ່ສາກົນຈີນຄັ້ງທີ10ຈະຈັດຂຶ້ນລະຫວ່າງວັນທີ28-30ສິງຫາໜ້ານີ້ຢູ່ນະຄອນກຸ້ຍຢາງ

2024-07-23 15:30:41 cri

ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວລັດຖະບານຈີນທີ່ຈັດຂຶ້ນເມື່ອວັນທີ22ກໍລະກົດນີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຂໍ້ມູນແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ງານວາງສະແດງອຸດສາຫະກຳຂໍ້ມູນໃຫຍ່ສາກົນຈີນຄັ້ງທີ10ຈະຈັດຂຶ້ນລະຫວ່າງວັນທີ28-30ສິງຫາໜ້ານີ້ຢູ່ນະຄອນກຸ້ຍຢາງແຂວງກຸ້ຍໂຈ່ວຈີນ.

 ງານວາງສະແດງປີນີ້ມີຫົວຂໍ້ວ່າ: “ດິຈີຕອນແລະອັດສະລິຍະເຊື່ອມໂຍງເຂົ້າກັນ: ສ້າງອະນາຄົດໃໝ່ແຫ່ງການພັດທະນາເສດຖະກິດດິຈີຕອນດ້ວຍຄຸນນະພາບສູງ”, ໂດຍປິ່ນອ້ອມທິດທາງຕ່າງໆເຊັ່ນ: ຊ່ອງທາງແຂ່ງຂັນໃໝ່ຂອງເສດຖະກິດດິຈີຕອນ, ລະບຽບການພື້ນຖານດ້ານຂໍ້ມູນເປັນຕົ້ນ, ສຸມໃສ່ຫົວຂໍ້ຕ່າງໆເຊັ່ນ: ການພັດທະນາອຸດສາຫະກຳຂໍ້ມູນ, ພື້ນທີ່ຂໍ້ມູນສາກົນ, ປັນຍາປະດິດແລະອື່ນໆເພື່ອຈັດກິດຈະກຳແລກປ່ຽນລະຫວ່າງຂະແໜງການ, ປະກວດແລະເຜີຍແຜ່ຜົນງານສຳຄັນດ້ານວິທະຍາສາດເຕັກໂນໂລຊີແຖວໜ້າ.

ນອກນີ້, ງານວາງສະແດງຄັ້ງນີ້ຍັງຈະຈັດກິດຈະກຳຫຼາຍຄັ້ງເຊັ່ນ: ການນຳສະເໜີຜະລິດຕະພັນ, ງານສຳມະນາທຸລະກິດການຄ້າແລະອື່ນໆເພື່ອຊ່ວຍໃຫ້ວິສາຫະກິດຈີນແລະຕ່າງປະເທດຊອກສະແຫວງຫາໂອກາດຮ່ວມມືດ້ານການຄ້າ, ພ້ອມດຽວກັນນັ້ນ, ງານຄັ້ງນີ້ຍັງຈະວາງສະແດງຢ່າງຮອບດ້ານກ່ຽວກັບສະພາບການພັດທະນາຫຼ້າສຸດ, ຜົນງານຫຼ້າສຸດແລະທ່າອ່ຽງຂະຫຍາຍຕົວດ້ານເຕັກນິກແຖວໜ້າຂອງອຸດສາຫະກຳຂໍ້ມູນຈີນແລະຕ່າງປະເທດນຳອີກ.