ທາງລົດໄຟທົ່ວປະເທດຈີນຮັບຮອງຜູ້ໂດຍສານຫຼາຍກວ່າ 300 ລ້ານເທື່ອຄົນໃນໄລຍະພັກລະດູຮ້ອນ

2024-07-23 14:37:49 cri

    ກຸ່ມບໍລິສັດທາງລົດໄຟຈີນຈຳກັດແຈ້ງໃຫ້ຮູ້ວ່າ: ເລີ່ມແຕ່ເປີດການຂົນສົ່ງຜູ້ໂດຍສານໃນໄລຍະພັກລະດູຮ້ອນເປັນຕົ້ນມາ, ລະຫວ່າງວັນທີ 1 ຫາ 22 ກໍລະກົດນີ້, ທາງລົດໄຟທົ່ວປະເທດຈີນໄດ້ຮັບຮອງຜູ້ໂດຍສານ 307 ລ້ານເທື່ອຄົນ, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສະເລ່ຍແລ້ວໄດ້ຂົນສົ່ງຜູ້ໂດຍສານ 13.976.000 ເທື່ອຄົນຕໍ່ມື້, ແລະໄດ້ແລ່ນລົດໄຟຂົນສົ່ງຜູ້ໂດຍສານ 10.809 ຂະບວນຕໍ່ມື້.