ຄະນະນັກກິລາຈີນທີ່ເຂົ້າຮ່ວມງານກິລາໂອລິມປິກຄັ້ງທີ 33 ເດີນທາງເຖິງນະຄອນຫຼວງປາຣີແລ້ວ

2024-07-23 10:48:50 CRI

 

   ວັນທີ 22 ກໍລະກົດນີ້, ຄະນະນັກກິລາຈີນທີ່ເຂົ້າຮ່ວມງານກິລາໂອລິມປິກຄັ້ງທີ 33 ໄດ້ເດີນທາງເຖິງນະຄອນຫຼວງປາຣີຂອງຝຣັ່ງແລ້ວ, ເຈົ້າໜ້າທີ່ຄະນະນັກກິລາຈີນແຈ້ງໃຫ້ຮູ້ວ່າ: ການເດີນທາງຄັ້ງນີ້ມີຄວາມລາບລື້ນໄປດ້ວຍດີ.


   ກ່ອນໜ້ານີ້, ນັກກິລາຈີນຫຼາຍຄະນະເຊັ່ນ: ປິ່ງປ໋ອງ, ດອກປີກໄກ່, ບານສົ່ງຍິງ ແລະ ລອຍນໍ້າເປັນຕົ້ນ ໄດ້ເດີນທາງເຖິງນະຄອນຫຼວງປາຣີລ່ວງໜ້າ ແລະ ໄດ້ດໍາເນີນການເຝິກຊ້ອມເພື່ອປັບຕົວໃຫ້ເຂົ້າກັບສະພາບເງື່ອນໄຂການແຂ່ງຂັນ.


   ຄະນະນັກກິລາຈີນທີ່ເຂົ້າຮ່ວມງານກິລາໂອລິມປິກປາຣີໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການເມື່ອວັນທີ 13 ກໍລະກົດນີ້, ມີນັກກິລາ 405 ຄົນຈະເຂົ້າຮ່ວມການແຂ່ງຂັນ 30 ປະເພດໃຫຍ່ 42 ປະເພດຍ່ອຍ ແລະ 236 ລາຍການ ເຊິ່ງເປັນງານກິລາໂອລິມປິກທີ່ຈີນສົ່ງນັກກິລາເຂົ້າຮ່ວມລາຍການແຂ່ງຂັນຢູ່ຕ່າງປະເທດຫຼາຍທີ່ສຸດ.