ຈີນຄອງຄອຍເຕົ້າໂຮມຄວາມເຫັນເປັນເອກະພາບກັນຂອງຝ່າຍຕ່າງໆຕື່ມອີກໃນກອງປະຊຸມລັດຖະມົນຕີການຕ່າງປະເທດປິ່ນອ້ອມການຮ່ວມມືອາຊີຕາເວັນອອກທີ່ຈະຈັດຂຶ້ນໃນໄວໆນີ້

2024-07-24 10:20:17 cri



ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນເມື່ອວັນທີ23ກໍລະກົດນີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຊາບສະພາບກ່ຽວກັບກອງປະຊຸມລັດຖະມົນຕີການຕ່າງປະເທດປິ່ນອ້ອມການຮ່ວມມືອາຊີຕາເວັນອອກທີ່ຈະໄຂຂຶ້ນໃນໄວໆນີ້ຢູ່ນະຄອນຫຼວງວຽງຈັນ.

ທ່ານນາງ ເໝົາໜິງກ່າວວ່າ: ພາຍໃຕ້ສະພາບທີ່ເສດຖະກິດໂລກໃນປັດຈຸບັນເຕີບໂຕຊ້າລົງ, ການປະທະກັນໃນພາກພື້ນຍັງສືບຕໍ່ດຳເນີນໄປ,   ສະພາບການຢູ່ອາຊີຕາເວັນອອກໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ, ການເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນຂອງເສດຖະກິດພາກພື້ນໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ. ການເຮັດໃຫ້ພາກພື້ນແຫ່ງນີ້ສືບຕໍ່ກາຍເປັນເຄື່ອງຈັກຂັບເຄື່ອນການພັດທະນາ ແລະເປັນຈຸດສູງແຫ່ງການຮ່ວມມື ເຊິ່ງເປັນຄວາມປາດຖະໜາຮ່ວມແລະສຽງຢູ່ໃນໃຈທົ່ວໄປຂອງປະຊາຊົນບັນດາປະເທດໃນພາກພື້ນ. ຈີນຄອງຄອຍຜ່ານຈາກກອງປະຊຸມລັດຖະມົນຕີການຕ່າງປະເທດປິ່ນອ້ອມຄັ້ງນີ້ເຕົ້າໂຮມຄວາມເຫັນເປັນເອກະພາບກັນຂອງຝ່າຍຕ່າງໆຕື່ມອີກ, ເພື່ອກະກຽມຄວາມພ້ອມດ້ານການເມືອງແລະຜົນງານເປັນຢ່າງດີໃຫ້ແກ່ກອງປະຊຸມຕ່າງໆຂອງຜູ້ນຳການຮ່ວມມືອາຊີຕາເວັນອອກທີ່ຈະຈັດຂຶ້ນໃນເດືອນຕຸລາປີນີ້.

ຈີນຍິນດີຮ່ວມກັບບັດດາປະເທດໃນພາກພື້ນເລັ່ງຊຸກຍູ້ການເຈລະຈາເຂດການຄ້າເສລີຈີນ-ອາຊຽນສະບັບ3.0, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ, ຈັດກິດຈະກຳປີແລກປ່ຽນວັດທະນະທຳຈີນ-ອາຊຽນໃຫ້ໄດ້ຮັບຜົນສຳເລັດທີ່ດີ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.