ສປຊ: ຊົມເຊີຍຝ່າຍຕ່າງໆຂອງປາແລັດສະຕິນທີ່ລົງນາມໃນ “ຖະແຫຼງການປັກກິ່ງ” ຢູ່ປະເທດຈີນ

2024-07-24 11:19:55 cri

ວັນທີ 23 ກໍລະກົດນີ້, ທ່ານສະເຕຟານ ດູຈາຣິກ ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ອົງການສະຫະປະຊາຊາດຊົມເຊີຍຝ່າຍຕ່າງໆຂອງປາແລັດສະຕິນທີ່ລົງນາມໃນ “ຖະແຫຼງການປັກກິ່ງ” ຢູ່ປະເທດຈີນ.

ທ່ານດູຈາຣິກ ກ່າວຕື່ມວ່າ, ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດຊົມເຊີຍຝ່າຍຕ່າງໆຂອງປາແລັດສະຕິນທີ່ລົງນາມໃນ “ຖະແຫຼງການປັກກິ່ງ”, ນີ້ແມ່ນບາດກ້າວອັນສຳຄັນທີ່ປາແລັດສຕິນຈະກ້າວໄປສູ່ຄວາມສາມັກຄີກັນໃນອະນາຄົດ. ທ່ານກູເຕີເຣັສ ໄດ້ສົ່ງເສີມໃຫ້ຝ່າຍຕ່າງໆຈົ່ງແກ້ໄຂຄວາມເຫັນທີ່ຂັດແຍ້ງກັນດ້ວຍການສົນທະນາ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆຂອງປາແລັດສະຕິນຈົ່ງເຄົາລົບປະຕິບັດຕາມຄຳໝັ້ນສັນຍາ ແລະ ຖະແຫຼງການທີ່ລົງນາມຢູ່ປັກກິ່ງ. ນອກນັ້ນ, ທ່ານກູເຕີເຣັສ ຍັງໄດ້ຂອບໃຈນຳຄວາມພະຍາຍາມຂອງຈີນ ແລະ ປະເທດອື່ນໆທີ່ມີຮ່ວມໃນການປະສານງານຂະບວນການດັ່ງກ່າວ.