
ວັນທີ 23 ກໍລະກົດນີ້, ເວທີສົນທະນາໂລກ “ການລົງເລິກປະຕິຮູບຂອງຈີນໃນຍຸກໃໝ່ກັບໂອກາດຂອງໂລກ” ທີ່ວິທະຍຸໂທລະພາບສູນກາງຈີນຫຼື CMG ເປັນເຈົ້າພາບໄດ້ຈັດຂຶ້ນຢູ່ນະຄອນຫຼວງອາບູດາປີປະເທດອາຣັບເອມີເຣດ. ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ປະກອບຄຳເຫັນຜ່ານທາງວີດີໂອ.
