ຈີນສະໜີໃຫ້ປະເທດທີ່ມີອາວຸດນິວເຄລຍບໍ່ນຳໃຊ້ອາວຸດນິວເຄລຍກ່ອນໝູ່

2024-07-24 15:27:56 cri

ວັນທີ 23 ກໍລະກົດນີ້, ການອະພິປາຍທົ່ວໄປຂອງກອງປະຊຸມກະກຽມຄັ້ງທີ 2 ສຳລັບກອງປະຊຸມພິຈາລະນາສັນຍາວ່າດ້ວຍການບໍ່ແຜ່ຜາຍອາວຸດນິວເຄລຍຄັ້ງທີ 11 ໄດ້ຈັດຂຶ້ນຢູ່ນະຄອນເຊີແນວປະເທດສະວິສ. ຜູ້ຕາງໜ້າຈີນໄດ້ປະກອບຄວາມເຫັນໃນກອງປະຊຸມດັ່ງກ່າວວ່າ: ເພື່ອຫຼຸດຜ່ອນຄວາມສ່ຽງທາງຍຸດທະສາດຢ່າງແທ້ຈິງ, ຈີນລິເລີ່ມໃຫ້ 5 ປະເທດທີ່ມີອາວຸດນິວເຄລຍເຈລະຈາກັນ ເພື່ອບັນລຸສັນຍາວ່າດ້ວຍການບໍ່ນຳໃຊ້ອາວຸດນິເຄລຍກ່ອນໝູ່ ຫຼືປະກາດຖະແຫຼງການທາງການເມືອງທີ່ກ່ຽວຂ້ອງ, ຈີນໄດ້ໃຫ້ຂໍ້ສະເໜີທີ່ມີປັດໄຈສຳຄັນຕໍ່ຮ່າງສັນຍາ.

ຜູ້ຕາງໜ້າຈີນເນັ້ນໜັກວ່າ: ຈີນມີຈຸດຢືນມາໂດຍຕະຫຼອດໃຫ້ເກືອດຫ້າມແລະທຳລາຍອາວຸດນິວເຄລຍຢ່າງເຖິງຖອງ, ໃຫ້ຄຳໝັ້ນສັນຍາວ່າ: ບໍ່ວ່າເວລາໃດຫຼືສະພາບການແບບໃດກໍຕາມຈະບໍ່ນຳໃຊ້ອາວຸດນິວເຄລຍກ່ອນໝູ່, ບໍ່ນຳໃຊ້ອາວຸດນິວເຄລຍຕໍ່ປະເທດແລະເຂດແຄ້ວນທີ່ບໍ່ມີອາວຸດນິວເຄລຍຢ່າງບໍ່ມີເງື່ອນໄຂ. ຈີນປະຕິບັດຍຸດທະສາດດ້ານອາວຸດນິວເຄລຍເພື່ອປ້ອງກັນຕົນເອງ, ໂດຍໄດ້ຮັກສາກຳລັງນິວເຄລຍຂອງຕົນໃຫ້ຢູ່ໃນລະດັບຕ່ຳສຸດຕາມຄວາມຕ້ອງການດ້ານການປ້ອງກັນຄວາມໝັ້ນຄົງແຫ່ງຊາດຢ່າງສະເໝີມຕົ້ນສະເໝີປາຍ, ຈີນບໍ່ມີເຈດຈຳນົງທີ່ຈະດຳເນີນການຊ່ວງເສັງດ້ານກຳລັງອາວຸດກັບປະເທດໃດໆ.