ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ສ້າງຂະບວນການອອກເດີນທາງຄັ້ງໃໝ່ສຳລັບ ການລົງເລິກການປະຕິຮູບຢ່າງຮອບດ້ານ

2024-07-24 17:35:25 cri

ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໄດ້ສິ້ນສຸດລົງໃນວັນທີ 18 ກໍລະກົດນີ້ ໂດຍໄດ້ຜ່ານການຮັບຮອງ “ບົດຖະແຫຼງຂ່າວຂອງກອງປະຊຸມ” ໂດຍກ່າວເນັ້ນໜັກວ່າ: ຕ້ອງຖືເອົາການປະຕິຮູບໄວ້ຢູ່ຖານະພົ້ນເດັ່ນກວ່າເກົ່າຢ່າງເປັນເຈົ້າການ ແລະ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມການຊຸກຍູ້ຄວາມທັນສະໄໝແບບຈີນ. ສືບຕໍ່ປັບປຸງ ແລະ ພັດທະນາລະບອບ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດ.

 

ເມື່ອ 11 ປີກ່ອນ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ເລີ່ມລົງເລິກການປະຕິຮູບຢ່າງຮອບດ້ານ, ສູນກາງພັກກອມມູນິດຈີນ ທີ່ຖືເອົາສະຫາຍສີຈິ້ນຜິງເປັນແກນນຳ ໄດ້ຊຸກຍູ້ການປະຕິຮູບຄັ້ງປະຫວັດສາດໃນຫຼາຍຂົງເຂດ ດ້ວຍຄວາມກ້າຫານ ແລະ ຄວາມສະຫຼາດສ່ອງໃສທາງການເມືອງອັນຍິ່ງໃຫຍ່ ເຊິ່ງໄດ້ເປີດສະພາບການໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ. 11 ປີຜ່ານໄປແລ້ວ, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ກໍໄດ້ສ້າງຂະບວນການອອກເດີນທາງຄັ້ງໃໝ່ສຳລັບການລົງເລິກການປະຕິຮູບຢ່າງຮອບດ້ານຂອງຈີນ.


ເດືອນທັນວາປີ 2012, ທ່ານສີຈິ້ນຜິງເດີນທາງໄປຢ້ຽມຢາມແລະເຮັດວຽກຢູ່ທ້ອງຖິ່ນເປັນຄັ້ງທຳອິດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ລົງໄປເຮັດວຽກຢູ່ແຂວງກວາງຕຸ້ງ, ໄດ້ປຸກລະດົມໃຫ້ “ຊຸກຍູ້ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃຫ້ສືບຕໍ່ກ້າວເດີນໄປໜ້າ.” ທ່ານສີຈິ້ນຜິງຊີ້ອອກວ່າ: “ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ເປັນຍຸດທະສາດສຳຄັນທີ່ຕັດສິນຊາຕາກຳຂອງຈີນໃນຍຸກປັດຈຸບັນ ແລະ ກໍແມ່ນຍຸດທະສາດສຳຄັນ ທີ່ຕັດສິນຊີ້ຂາດການບັນລຸເປົ້າໝາຍສູ້ຊົນ “ 2 ເຫດການປະຫວັດສາດສຳຄັນຄົບຮອບຮ້ອຍປີ” ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ.”

ເດືອນພະຈິກປີ 2013, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ນະຄອນຫຼວງປັກກິ່ງ ໂດຍໄດ້ ພິຈາລະນາແລະຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບບາງບັນຫາສຳຄັນ ໃນການລົງເລິກການປະຕິຮູບຢ່າງຮອບດ້ານ” ໂດຍແບ່ງເປັນ 16 ພາກສ່ວນ, ມີໜ້າທີ່ລະອຽດ 60 ຂໍ້ ແລະ ມາດຕະການສຳຄັນ 336 ຂໍ້ ເຊິ່ງໄດ້ວາງແຜນຜັງອັນໃຫຍ່ໂຕມະໂຫລານ ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ ແລະ ຖືກເອີ້ນວ່າ ເປັນການຈັດວາງການປະຕິຮູບຢ່າງເປັນລະບົບທີ່ຮອບດ້ານທີ່ສຸດ ນັບແຕ່ການສ້າງຕັ້ງສາທາລະນະລັດປະຊາຊົນຈີນເປັນຕົ້ນມາ.


ເດືອນທັນວາປີ 2013, ກົມການເມືອງສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ຈັດກອງປະຊຸມ ໂດຍໄດ້ຕົກລົງສ້າງຕັ້ງໜ່ວຍນຳພາການລົງເລິກການປະຕິຮູບຢ່າງຮອບດ້ານຂັ້ນສູນກາງ ແລະ ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກເປັນຫົວໜ້າໜ່ວຍນຳພາດັ່ງກ່າວ. ການສ້າງຕັ້ງອົງການນຳພາ ທີ່ຮັບຜິດຊອບວຽງການການປະຕິຮູບເປັນການສະເພາະຂັ້ນສູນກາງພັກ, ນີ້ເປັນຄັ້ງທຳອິດໃນປະຫວັດສາດຂອງພັກກອມມູນິດຈີນ. ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 3 ຂອງສຸນກາງພັກກອມມູນິດຈີນສະໄໝທີ 19 ສິ້ນສຸດລົງແລ້ວ, ໜ່ວຍນຳພາການລົງເລິກການປະຕິຮູບຢ່າງຮອບດ້ານຂັ້ນສູນກາງ ໄດ້ປ່ຽນເປັນຄະນະກຳມະການສູນກາງເພື່ອລົງເລິກການປະຕິຮູບຢ່າງຮອບດ້ານ ເຊິ່ງໄດ້ສົ່ງສັນຍານອັນແຂງແຮງກວ່າເກົ່າ ຕໍ່ທົ່ວພັກແລະທົ່ວສັງຄົມ ທີ່ຈະຊຸກຍູ້ການລົງເລິກການປະຕິຮູບຢ່າງຮອບດ້ານທີ່ແຂງແຮງກວ່າເກົ່າ ແລະ ມີມາດຕະການຕິດແທດຕົວຈິງກວ່າເກົ່າ.


10 ກວ່າປີຜ່ານມາ, ນະໂຍບາຍການປະຕິຮູບ 2.000 ກວ່າຂໍ້ ໄດ້ຮັບການຈັດຕັ້ງປະຕິບັດ ເຊິ່ງໄດ້ກວມເອົາຂົງເຂດເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ການສ້າງຄວາມສີວິໄລດ້ານລະບົບນິເວດ ແລະອື່ນໆ ແລະ ໄດ້ຮັບຜົນງານທີ່ໂດດເດັ່ນ ເຊັ່ນ: ຈັງຫວະການເຕີບໂຕຂອງ GDP ຂອງຈີນ ໄດ້ຢູ່ແຖວໜ້າຂອງບັນດາກຸ່ມເສດຖະກິດຕົ້ນຕໍຂອງໂລກ, ການສ້າງສາລະບົບອຸດສາຫະກຳທັນສະໄໝ ໄດ້ມີຄວາມກ້າວໜ້າທີ່ສຳຄັນ, ປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ໄດ້ມີການບຸກທະລຸເລື້ອຍໆ, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນຂອງປະຊາຊົນໄດ້ເພີ່ມຂຶ້ນເລື້ອຍໆ, ການສ້າງຄວາມສີວິໄລທາງລະບົບນິເວດ ໄດ້ປະສົບຜົນສຳເລັດອັນພົ້ນເດັ່ນ ແລະອື່ນໆ. ເປົ້າໝາຍການປະຕິຮູບທີ່ສະເໜີໃນກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນສະໄໝທີ 18 ໄດ້ປະຕິບັດຢ່າງສຳເລັດຕາມເວລາກຳນົດ.

ວັນທີ 21 ເມສາປີ 2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານຈັດກອງປະຊຸມຄັ້ງທີ 1 ຂອງຄະນະກຳມະການສູນກາງເພື່ອລົງເລິກການປະຕິຮູບຢ່າງຮອບດ້ານສະໄໝທີ 20. ກອງປະຊຸມໄດ້ຫວນຄືນຂະບວນການປະຫວັດສາດແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກເປັນຕົ້ນມາ ໂດຍຊີ້ອອກຢ່າງເລິກເຊິ່ງວ່າ: “ເມື່ອສັງເກດທົ່ວໂລກແລ້ວກໍເຫັນໄດ້ວ່າ ບໍ່ມີປະເທດໃດ ຫຼື ພັກການເມືອງໃດ ມີຄວາມກ້າຫານທາງການເມືອງ ແລະ ມີຄວາມຮັບຜິດຊອບທາງປະຫວັດສາດແບບນີ້, ກ້າປະຕິວັດຕົວເອງເປັນການໃຫຍ່ຢ່າງກ້າຫານ, ກໍບໍ່ມີປະເທດ ຫຼື ພັກການເມືອງໃດ ສາມາດຊຸກຍູ້ການປະຕິຮູບໃນຂອບເຂດທີ່ກວ້າງຂວາງປານນີ້, ມີຂະໜາດໃຫຍ່ປານນີ້ ແລະ ມີຄວາມເຂັ້ມແຂງປານນີ້ພາຍໃນໄລຍະສັ້ນປານນີ້. ນີ້ແມ່ນລັກສະນະພິເສດອັນຈະແຈ້ງ ແລະ ຄວາມດີເລີດອັນພົ້ນເດັ່ນຂອງລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.”


ທິດທາງເປັນຕົວຕັດສິນເສັ້ນທາງ, ເສັ້ນທາງເປັນຕົວຕັດສິນຊາຕາກຳ. ການລົງເລິກການປະຕິຮູບຢ່າງຮອບດ້ານເປັນການປະຕິຮູບທີ່ກ້າວເດີນໄປຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງບໍ່ຢຸດຢັ້ງ. ຈີນຈະບໍ່ເດີນຕາມເສັ້ນທາງເກົ່າແບບປິດປະຕູແລະແຂງກະດ້າງ, ກໍຈະບໍ່ເດີນຕາມເສັ້ນທາງຜິດພາດທີ່ປ່ຽນແປງທາດແທ້ຂອງຕົນ. ກອງປະຊຸມຄົບຄະນະຄັ້ງທີ 3 ຂອງສູນກາງພັກກອມມູນິດຈີນສະໄໝທີ 20 ຕົກລົງວ່າ: ເມື່ອຮອດປີ 2029 ເຊິ່ງເປັນໂອກາດສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 80 ປີ, ຈະສຳເລັດໜ້າທີ່ການປະຕິຮູບທີ່ສະເໜີອອກໃນຂໍ້ຕົກລົງສະບັບນີ້.


ເມື່ອຮອດປີ 2035 ຈະສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ ໃນລະດັບສູງໃຫ້ສຳເລັດຜົນຢ່າງຮອບດ້ານ, ລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຈະສົມບູນກວ່າເກົ່າ, ບັນລຸການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດໂດຍພື້ນຖານ, ບັນລຸການຫັນເປັນທັນສະໄໝສັງຄົມນິຍົມໂດຍພື້ນຖານ. ການຫັນປ່ຽນດ້ານການ ປະຕິຮູບຈາກການທົດລອງຢູ່ບາງພາກສ່ວນ ແລະ ການບຸກຜ່ານພູນ້ຳກ້ອນ ໄປສູ່ການໂຮມເຂົ້າເປັນລະບົບ ແລະ ລົງສູ່ລວງເລິກຢ່າງຮອບ ດ້ານ,ໂຄງຮ່າງລະບຽບການຂັ້ນພື້ນຖານໃນຂົງເຂດຕ່າງໆ ໄດ້ສ້າງຂຶ້ນໂດຍພື້ນຖານ, ຫຼາຍຂົງເຂດໄດ້ບັນລຸການປ່ຽນແປງຄັ້ງປະຫວັດສາດ ການສ້າງລະບົບຄືນໃໝ່ ແລະ ການສ້າງຄວາມເປັນອັນດຽວກັນຄືນໃໝ່.


ເປົ້າໝາຍລວມແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກແມ່ນສືບຕໍ່ປັບປຸງ ແລະ ພັດທະນາລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ປົດປ່ອຍແລະພັດທະນກຳລັງການຜະລິດທາງສັງຄົມຕື່ມອີກ, ກະຕຸກຊຸກຍູ້ແລະເພີ່ມທະວີຄວາມມີຊີວິດຊີວາທາງສັງຄົມ, ຖືເອົາການປະຕິຮູບໂຄງປະກອບເສດຖະກິດເປັນການນຳພາ, ຖືເອົາການຊຸກຍູ້ຍຸຕິທຳ ແລະ ຄວາມເປັນທຳທາງສັງຄົມ ພ້ອມທັງການສ້າງຄວາມສຸກໃຫ້ແກ່ປະຊາຊົນເປັນຈຸດເລີ່ມຕົ້ນ ແລະ ເປົ້າໝາຍ ເພື່ອສະໜອງກຳລັງຂັບເຄື່ອນອັນແຂງແຮງ ແລະ ການຄ້ຳປະກັນດ້ານລະບຽບການໃຫ້ແກ່ຄວາມທັນສະໄໝແບບຈີນ.